ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກວດກາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງໜັກແໜ້ນ ຢູ່ກອງບັນນາທິການໜັງສືພິມກອງທັບ
ເວລາອອກຂ່າວ: 2021-07-28 08:57:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ:



ວັນທີ 27 ກໍລະກົດ 2021 ນີ້, ຄະນະອະນຸກຳມະການກວດກາ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງ 3 ປອດ ກົມ ໃຫຍ່ການເມືອງກອງທັບ ນຳໂດຍ ສະຫາຍ ພັນເອກ ວັນໄຊ ຄຳພາ ວົງ ຮອງຫົວໜ້າຫ້ອງການ ກົມ ໃຫຍ່ການເມືອງກອງທັບ ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວກວດ ກາປະເມີນຜົນການກໍ່ສ້າງໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງ 3 ປອດ ຢູ່ກອງບັນນາ ທິການ ໜັງສືພິມກອງທັບ, ເຊິ່ງ ໃຫ້ການຕ້ອນຮັບໂດຍສະຫາຍ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າບັນນາທິການ ໜັງສືພິມ ກອງທັບ ພ້ອມດ້ວຍຄະນະ. ໃນພິທີ ສະຫາຍ ພັນເອກ ຄຳ ສາວ ແກ້ວວິເສດ ໄດ້ລາຍງານ ຫຍໍ້ກ່ຽວກັບສະພາບການເຄື່ອນ ໄຫວນໍາພາ-ຊີ້ນຳການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ແລະ ກອງປອດໃສ, ປອດ ໄພ, ປອດຄະດີ ໃນໄລຍະ 1 ປີຜ່ານ ມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາ ແນວຄິດຕໍ່ຖັນແຖວພະນັກງານ-ສະມາຊິກພັກ ແລະ ນັກຮົບ ເຮັດ ໃຫ້ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງ ພັກ, ເຂົ້າໃຈແຈ້ງຕໍ່ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງກອງ ທັບ, ກົດໝາຍຂອງລັດ, ຕ້ານ ແລະ ສະກັດກັ້ນໄດ້ປະກົດການຫຍໍ້ ທໍ້, ສ້າງໃຫ້ພາຍໃນມີຄວາມສະ ຫງົບປອດໄພໂດຍພື້ນຖານ, ພ້ອມ ກັນຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງຂອງຕົນ, ຈັດ ຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ. ດ້ານການນຳພາຂອງພັກໜ່ວຍ ພັກປະຕິບັດຕາມຫຼັກການລວມ ສູນປະຊາທິປະໄຕ ເຮັດວຽກເປັນ ໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນ ຮັບຜິດຊອບ, ສຽງສ່ວນໜ້ອຍ ຂຶ້ນກັບສຽງສ່ວນຫຼາຍ ກ່ອນຈະ ເຮັດວຽກອັນໃດກໍໄດ້ມີການວາງ ແຜນຢ່າງລະອຽດຈະແຈ້ງ, ມີການປຶກສາຫາລືຕົກລົງເປັນ ເອກະພາບໃນໝູ່ຄະນະ ແລະ ຈັດ ຕັ້ງເຜິຍແຜ່ໃຫ້ພະນັກງານ-ສະມາ ຊິກພັກຮັບຮູ້ເຊື່ອມຊຶມ ແລະ ພ້ອມ ກັນຈັດຕັ້ງປະຕິບັດເຂົ້າສູ່ວຽກ ງານຕົວຈິງໃຫ້ໄດ້ຮັບໝາກຜົນ ສູງ. ຈາກນັ້ນ, ຄະນະອະນຸກຳມະ ການກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງ 3 ປອດ ກົມໃຫຍ່ການເມືອງກອງ ທັບ ກໍໄດ້ພ້ອມກັນປະເມີນ, ກວດ ກາການນໍາພາ-ບັນຊາໜ່ວຍພັກ ໜັງສືພິມກອງທັບໃນໄລຍະ 1 ປີ ຜ່ານມາຕາມມາດຖານ, ເງື່ອນ ທີ່ໄດ້ກຳນົດໄວ້ເຫັນວ່າ: ໜ່ວຍ ພັກໜັງສືພິມກອງທັບ ສາມາດ ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງ 3 ປອດ: ປອດໃສ, ປອດໄພ, ປອດຄະດີ ປະຈຳປີ 2021.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ