ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມກອງຕ່າງໆ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົນປີ 2021
ເວລາອອກຂ່າວ: 2021-07-28 08:55:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



+ ນັບແຕ່ທ້າຍເດືອນກໍລະກົດ ເປັນຕົ້ນມາ, ກອງພົນທີ 5 , ກອງ ພົນທີ 4 , ກອງບັນຊາການທະຫານ ແຂວງໄຊຍະບູລີ, ຫ້ອງການບໍລິ ຫານ ທະຫານແຂວງບໍລິຄໍາໄຊ, ຄະນະບໍລິຫານງານຊາວໜຸ່ມ ກອງພັນທີ 2 ຂອງໂຮງຮຽນກໍ່ ສ້າງນາຍສິບ ເລກ 2 ວຽງໄຊ, ກອງພັນ 233 ທີ່ຂຶ້ນກັບກົມ 213 ແລະ ຫ້ອງການເມືອງ ທະ ຫານແຂວງບໍລິຄໍາໄຊ ຕ່າງກໍໄດ້ ຈັດຕັ້ງສະຫຼຸບຕີລາຄາການເຄື່ອນ ໄຫວວຽກງານຮອບດ້ານປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ປະຈຳ 6 ເດືອນ ຕົ້ນປີ ແລະ ວາງທິດທາງຄາດ ໝາຍສູ້ຊົນ 6 ເດືອນທ້າຍປີ 2021 ເຊິ່ງບົດສະຫຼຸບຂອງແຕ່ລະກົມ ກອງນັ້ນ ສັງລວມໄດ້ວ່າ ຄະນະ ພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ນຳພາພະນັກງານ-ນັກຮົບຈັດ ຕັ້ງປະຕິບັດແຕ່ລະຂົງເຂດວຽກ ງານດ້ວຍຄວາມຮັບຜິດຊອບສູງ ມີຫຼາຍດ້ານທີ່ພົ້ນເດັ່ນ. + ໃນນີ້, ກອງພົນທີ 5 : ອັນທີ່ ພົ້ນເດັ່ນໃນໄລຍະຜ່ານມາ ຄະນະ ພັກ-ຄະນະບັນຊາໄດ້ເອົາໃຈໃສ່ ຊີ້ນຳໂດຍກົງຮອບດ້ານກ່ຽວກັບ ຂົງເຂດວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ ພະນັກງານ-ນັກຮົບມີຄວາມອຸ່ນ ອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການ ນຳພາຂອງພັກ ປະຕິບັດຂໍ້ກຳນົດ ກົດລະບຽບຂອງພັກ, ກົດໝາຍ ຂອງລັດ, ຂອງກອງທັບຢ່າງເຂັ້ມ ງວດ, ມີສະຕີຕື່ນຕົວສູງຕອບຕ້ານ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງສັດຕູ, ຍົກສູງລະດັບຄວາມ ຮູ້, ຄວາມສາມາດ ວິຊາສະເພາະ ໃຫ້ແກ່ພະນັກງານ-ນັກຮົບມີ ຄວາມຊໍານິຊໍານານຄ່ອງແຄ້ວ ຮັບປະກັນເຮັດສຳເລັດໜ້າທີ່ ທີ່ ໄດ້ຮັບການມອບໝາຍ ຕໍ່ກັບວຽກ ງານຜະລິດສ້າງເສດຖະກິດແກ້ ໄຂຊີວິດການເປັນຢູ່ຕາມທິດນຳ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ໃນນີ້, ກົມກອງໄດ້ປູກເຂົ້ານາ ປີ ຈຳນວນ 126,4 ເຮັກຕາ, ເກັບກູ້ ໄດ້ 132.250 ໂຕນ, ປູກພືດຜັກ ຊະນິດຕ່າງໆ 69,9 ເຮັກຕາ ເກັບກູ້ໄດ້ 217.650 ກິໂລ ແລະ ປູກມັນຕົ້ນເກັບກູ້ໄດ້ 165.409 ກິໂລ, ປູກເຂົ້ານາແຊງ 2 ເຮັກຕາ ເກັບກູ້ໄດ້ 3.284 ກິໂລ, ລ້ຽງງົວ 414 ໂຕ, ຄວາຍ 55 ໂຕ, ແບ້ 20 ໂຕ, ລ້ຽງສັດປີກປະເພດເປັດໄກ່ 2.281 ໂຕ, ລ້ຽງປາ 50.760 ໂຕ, ຜະລິດດິນບ໋ອກຂາຍໄດ້ 36.000.000 ກີບ, ເຟີນີເຈີບໍລິ ການໄດ້ 8.000.000 ກີບ. ນອກ ຈາກນັ້ນ ຍັງໄດ້ຈາກການບໍລິ ການອື່ນໆ 236.964.000 ກີບ ລວມລາຍຮັບທັງໝົດ 1.350.375.000 ກີບ ສະເລ່ຍ ປະມານ 235.135 ກີບຕໍ່ຄົນ ທຽບໃສ່ແຜນການບັນລຸໄດ້ 55% . + ກອງພົນທີ 4: ຄະນະພັກ-ຄະ ນະບັນຊາ ໄດ້ສຸມໃສ່ຊີ້ນຳ-ນຳພາ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ແລະ ເປັນ ວຽກງານສຳຄັນ ສອດຫ້ອຍເຂົ້າ ໃນທຸກຂົງເຂດວຽກງານລວມ ຂອງກົມກອງ ຕິດພັນກັບ 4 ໜ້າ ທີ່ໃຫຍ່ 26 ແຜນງານ ຂອງອົງ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໃນນີ້, ໄດ້ສຶກສາ ອົບຮົມການເມືອງ-ແນວຄິດໃຫ້ ພະນັກງານ-ນັກຮົບ ໂດຍນຳເອົາ ແນວທາງນະໂຍບາຍຂອງພັກ, ລັດ, ມູນເຊື້ອຂອງພັກ, ຂອງຊາດ ແລະ ຂອງກອງທັບ ມາຈັດຕັ້ງ ເຜີຍແຜ່ໃຫ້ຮັບຮູ້ເຊື່ອມຊຶມ, ຈັດ ຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານ ການເມືອງໄດ້ 18 ກົມກອງເຮັດ ໜ້າທີ່ກໍ່ສ້າງຮາກຖານ ຕິດພັນ ແໜ້ນກັບອຳນາດການປົກຄອງ ຂັ້ນທ້ອງຖິ່ນ, ກຳລັງ ປກຊ-ປກສ ຢ່າງກວ້າງຂວາງ ຕິດຕາມກຳ ແໜ້ນສະພາບການເຄື່ອນໄຫວ ຂອງກຸ່ມຄົນບໍ່ຫວັງດີ, ຕ້ານສະ ກັດກັ້ນປະກົດການຫຍໍ້ທໍ້ທາງສັງ ຄົມຢູ່ບັນດາກົມກອງ, ໂຄສະນາ ເຜີຍແຜ່ການຕ້ານ ແລະ ສະກັດ ກັ້ນການລະບາດຂອງເຊື້ອພະ ຍາດໂຄວິດ-19 ຢ່າງເຂັ້ມງວດ. + ກອງບັນຊາການທະຫານ ແຂວງໄຊຍະບູລີ: ສັງລວມແລ້ວ 6 ເດືອນຕົ້ນປີຜ່ານມານີ້, ບັນດາ ໜ້າວຽກທີ່ເປັນຈຸດສຸມທົ່ວກອງ ບັນຊາການທະຫານແຂວງມີຜົນ ສຳເລັດຫຼາຍດ້ານ ໃນນີ້ ວຽກງານ ການເມືອງ-ນຳພາແນວຄິດໄດ້ ເຊື່ອມຊຶມເອກະສານມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ, ມະຕິກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງຄະນະ ພັກແຂວງໄຊຍະບູລີ ແລະ ມະຕິ ກອງປະຊຸມໃຫຍ່ຂອງຄະນະພັກ ກອງບັນຊາການທະຫານແຂວງ; ວຽກງານແກ້ໄຂຊີວິດການເປັນຢູ່ ຄະນະພັກ-ຄະນະບັນຊາໄດ້ເອົາ ໃຈໃສ່ຊີ້ນໍາ-ນໍາພາບັນດາກົມ ກອງໃຫ້ຮັບປະກັນເຂົ້າກິນ, ສະ ບຽງອາຫານ, ເບີກຈ່າຍເງິນ ເດືອນ, ສຸຂະພາບ, ການປັບປຸງ ຄ້າຍຄູ, ການປູກຝັງ-ລ້ຽງສັດ ແລະ ອື່ນໆ. + ຫ້ອງການບໍລິຫານ ທະຫານ ແຂວງບໍລິຄໍາໄຊ: ໃນໄລຍະຜ່ານ ມາ, ໄດ້ຊີ້ນຳ-ນຳພາສຶກສາອົບ ຮົມການເມືອງ-ນຳພາແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳ ພາ ແລະ ໜ້າທີ່ການເມືອງຂອງ ຄະນະພັກຂັ້ນເທິງໄດ້ເປັນຢ່າງ ດີ, ສາມາດເຮັດສຳເລັດໜ້າທີ່ ວຽກງານດ້ານຕ່າງໆທີ່ຕົນຮັບ ຜິດຊອບ, ຊີ້ນໍາແຕ່ລະພະແນກເອົາ ໃຈໃສ່ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ເຮັດສຳເລັດໜ້າທີ່ ທີ່ໄດ້ມອບ ໝາຍໃຫ້, ນອກນັ້ນ ຍັງໄດ້ເອົາໃຈ ໃສ່ຊີ້ນຳດ້ານວຽກງານພະລາທິ ການ, ເຕັກນິກ ຮັບປະກັນໄດ້ທາງ ດ້ານເຄື່ອງນຸ່ງຫົ່ມ, ເຂົ້າກິນ ແລະ ລະບົບເງິນເດືອນຂອງພະນັກ ງານ-ນັກຮົບໃນຫ້ອງຂອງຕົນ ໄດ້ເປັນປົກກະຕິ, ໄດ້ບົວລະບັດ ຜັດເຊັດ, ກວດກາພາຫະນະເຕັກ ນິກ ເພື່ອຮັບໃຊ້ໜ້າທີ່ວຽກງານ ທີ່ຄະນະພັກຂັ້ນເທິງມອບໝາຍ ໃຫ້ສຳເລັດ. + ຄະນະບໍລິຫານງານຊາວໜຸ່ມ ກອງພັນທີ 2 ໂຮງຮຽນກໍ່ສ້າງນາຍ ສິບ ເລກ 2 ວຽງໄຊ : ໄດ້ຍົກໃຫ້ ເຫັນຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ແມ່ນການສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃກ້ຊິດຕິດ ແທດຊີ້ນຳ-ນຳພາສະມາຊິກຊາວ ໜຸ່ມໃນກົມກອງຂອງຕົນໃຫ້ມີ ແນວຄິດຫຼັກໝັ້ນການເມືອງໜັກ ແໜ້ນ, ອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ ວຽກງານ ແລະ ເອົາໃຈໃສ່ຢ່າງ ຕັ້ງໜ້າໃນການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຢ່າງເຂັ້ມ ງວດ, ມີຄວາມຕື່ນຕົວຫ້າວຫັນ ເຂົ້າໃນຂະບວນການຄົ້ນຄວ້າຮ່ຳ ຮຽນ ສາມາດຕ້ານ, ສະກັດກັ້ນຕໍ່ກັບປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໄດ້, ນອກນັ້ນ ຍັງໄດ້ປະກອບ ສ່ວນເຂົ້າຮ່ວມຂະບວນການ ຕ່າງໆທີ່ພະແນກຊາວໜຸ່ມກົມ ກອງ ແລະ ໂຮງຮຽນຈັດຂຶ້ນຢ່າງ ຕັ້ງໜ້າ. ນອກນັ້ນ, ຊາວໜຸ່ມຍັງ ໄດ້ເພີ່ມພູນຜະລິດຜົນປູກຜັກຊະ ນິດຕ່າງໆສະໜອງເຂົ້າເຮືອນ ຄົວລວມ 12.087 ກິໂລ, ລ້ຽງ ສັດປີກ 74 ໂຕ, ໝູ 9 ໂຕ ແລະ ມີ ສະມາຊິກຊາວໜຸ່ມນຳໜ້າ 4 ບຸກ 105 ສະຫາຍ. + ກອງພັນ 233 ທີ່ຂຶ້ນກັບກົມ 213 : ໃນຜ່ານມາ ຄະນະພັກ-ຄະ ນະບັນຊາໄດ້ເອົາໃຈໃສ່ຕິດຕາມ ເຝົ້າລະວັງສະກັດກັ້ນຕ້ານການ ລະບາດຂອງພະຍາດໂຄວິດ- 19 ຕາມແຈ້ງການຂອງນາຍົກ ລັດຖະມົນຕີ ເລກທີ 15/ນຍ, ຢ່າງ ເຂັ້ມງວດໂດຍສະເພາະໄດ້ແຕ່ງ ຕັ້ງຄະນະສະເພາະກິດຕິດຕາມ ການລະບາດຂອງພະຍາດໂຄ ວິດ- 19 ຢູ່ພາຍໃນກົມກອງ ແລະ ຈັດຕັ້ງມອບໝາຍໜ້າທີ່ໃຫ້ຄະນະ ວິຊາການແພດໝໍຢູ່ກົມກອງຂອງ ຕົນ, ກວດກາວັດແທກອຸນຫະພູມ ໃຫ້ພະນັກງານ-ນັກຮົບຜູ້ທີ່ເຂົ້າ- ອອກຄ້າຍ ແລະ ແນະນໍາໃຫ້ໃສ່ ຜ້າອັດປາກ-ດັງ ໃຊ້ເຈວລ້າງມື ທຸກຄັ້ງ, ຊີ້ນໍາກຳລັງປ້ອງກັນເວນ ຍາມເຄື່ອນໄຫວປະຕິບັດໜ້າທີ່ ຢູ່ພາຍໃນ ແລະ ບ້ານອ້ອມຂ້າງ ກົມກອງຮັບຜິດຊອບໃຫ້ມີຄວາມ ສະຫງົບປອດໄພ. + ຫ້ອງການເມືອງທະຫານ ແຂວງບໍລິຄໍາໄຊ : ເຊິ່ງໃນໄລຍະ ຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ຖືສຳຄັນວຽກງານສຶກສາອົບ ຮົມການເມືອງ-ແນວຄິດຕິດພັນ ກັບວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໂດຍຈັດຕັ້ງ ພະນັກງານ-ນັກຮົບຫັນລົງກໍ່ສ້າງຮາກຖານການເມືອງສົມທົບກັບອຳນາດການປົກຄອງ ທ້ອງຖິ່ນເຄື່ອນໄຫວຕ້ານ ແລະ ສະ ກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດ ຂຶ້ນເຮັດໃຫ້ສະພາບຂອບເຂດກົມ ກອງຮັບຜິດຊອບມີຄວາມສະ ຫງົບປອດໄພໂດຍພື້ນຖານ, ວຽກ ງານປັບປຸງກໍ່ສ້າງກໍາລັງໄດ້ຈັດ ຕັ້ງເຊື່ອມຊືມມະຕິກອງປະຊຸມ ໃຫຍ ່ຄັ້ງທີ XI ຂອງພັກ ແລະ ປາ ຖະກະຖາວັນສໍາຄັນຕ່າງໆ 5 ຄັ້ງ, ຮັບມະຫາຊົນກ້າວໜ້າເຂົ້າພັກ ສໍາຮອງ 27 ສະຫາຍ, ເລື່ອນສະ ມາຊິກພັກສໍາຮອງຂຶ້ນສົມບູນ 28 ສະຫາຍ; ວຽກງານປູກຝັງ-ລ້ຽງ ສັດໄດ້ປູກຕົ້ນໄມ້ໃຫ້ໝາກ, ໄມ້ອຸດ ສາຫະກໍາ, ພືດລົ້ມລຸກ ແລະ ລ້ຽງ ສັດຈໍານວນໜຶ່ງມີງົວ ຈໍານວນ 10 ໂຕ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ