ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກວດກາ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ ກອງພັນໃຫຍ່ 101
ເວລາອອກຂ່າວ: 2021-07-28 08:52:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:



ວັນທີ 22 ກໍລະກົດ 2021, ໜ່ວຍງານກວດກາການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງກອງພົນທີ 1 ນໍາ ພາໂດຍ ສະຫາຍ ພັນໂທ ມໍລະ ສິດ ຊາຍທອງຄຳ ຮອງຫົວໜ້າ ຫ້ອງການເມືອງກອງພົນທີ 1 ພ້ອມດ້ວຍຄະນະໄດ້ເຄື່ອນໄຫວ ກວດກາຂະບວນການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງພັນໃຫຍ່ 101 ທີ່ຂຶ້ນກັບກອງພົນທີ 1 ໂດຍມີ ສະຫາຍ ພັນເອກ ບຸນຂູ້ມ ສີຄໍາໄຊ ເລຂາຄະນະພັກ, ຫົວໜ້າການ ເມືອງ ກອງພັນໃຫຍ່ 101 ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ ແລະ ອະນຸກຳມະການຂອງກອງ ພັນໃຫຍ່ 101 ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳມະນີ ທິບພະວົງ ກໍາມະການຄະນະພັກ, ຫົວໜ້າພະແນກການເມືອງ ກອງ ພັນໃຫຍ່ 101 ໄດ້ຜ່ານບົດສະຫຼຸບ ສັງລວມຂະບວນການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ໄດ້ ຍົກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບັນດາ ບົດຮຽນທີ່ຖອດຖອນໄດ້. ໃນນີ້, ຄະນະພັກ ກອງພັນໃຫຍ່ ຍາມໃດ ກໍໄດ້ເອົາໃຈໃສ່ກໍ່ສ້າງປັບປຸງພັກ ຕາມ 5 ຫຼັກການ 3 ທິດນຳຂອງ ພັກວາງອອກ ໂດຍຕິດພັນກັບ ຂະບວນການສ້າງກອງ 3 ປອດ, ຂະບວນການກໍ່ສ້າງນັກຮົບ-ກົມກອງວັດທະນະທຳ, ຂະບວນ ການຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ ຂະບວນການອື່ນໆ ທີ່ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງ ປ້ອງກັນປະເທດ. ເຊິ່ງປັດຈຸບັນ ທົ່ວຄະນະພັກ ກອງພັນໃຫຍ່ 101 ມີໜ່ວຍພັກທີ່ຖືກຮັບຮອງເປັນ ໜ່ວຍພັກ ປອດໃສ ເຂັ້ມເເຂງ ໜັກ ແໜ້ນ ຈຳນວນ 13 ໜ່ວຍພັກ, ນຳສະເໜີຂັ້ນເທິງຮັບຮອງໃໝ່ 04 ໜ່ວຍພັກ ແລະ ມີສະມາ ຊິກພັກເເຂງທັງໝົດ 368 ສະ ຫາຍ, ກາງ 33 ສະຫາຍ, ກໍ່ສ້າງ ແລະ ເລື່ອນສະມາຊິກພັກສຳ ຮອງຂຶ້ນສົມບູນໄດ້ 24 ສະຫາຍ ແລະ ຂະຫຍາຍສະມາຊິກພັກ ໃໝ່ ໄດ້ 25 ສະຫາຍ. ໂດຍ: ອົ້ນ ລໍພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ