ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງສະຫວັນນະເຂດ ເລັ່ງກະກຽມສູນກັກກັນສຳລັບແຮງງານກັບມາຈາກຕ່າງປະເທດ
ເວລາອອກຂ່າວ: 2021-07-27 08:43:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ແຂວງສະຫວັນນະເຂດ ໄດ້ກະກຽມສະຖານທີ່ກັກກັນ ສຳລັບແຮງງານລາວທີ່ກັບມາ ຈາກຕ່າງປະເທດ, ເຊິ່ງໄດ້ກຳ ນົດເອົາອາຄານເກົ່າທີ່ຕັ້ງຢູ່ບ້ານ ໂນນສະຫວາດ ນະຄອນໄກສອນ ພົມວິຫານ ເປັນສູນກັກກັນຊົ່ວ ຄາວໂດຍໄດ້ເລັ່ງລະດົມແຮງ ງານຈາກອົງການຈັດຕັ້ງມະຫາ ຊົນຂອງພະແນກການ ແລະ ກໍາ ລັງປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບເພື່ອອະນາໄມສະຖາທີ່ ໃຫ້ມີຄວາມສະອາດ ແລະ ປອດ ໄພໂດຍການນຳພາ-ຊີ້ນຳຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງໆສະຫວັນນະເຂດ ແລະ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ທັງເປັນຫົວໜ້າ ຄະນະສະເພາະກິດປ້ອງກັນ, ສະ ກັດກັ້ນ ແລະ ແກ້ໄຂການລະບາດ ພະຍາດໂຄວິດ- 19 ຂັ້ນແຂວງ. ທ່ານ ນາງ ຫຼິງທອງ ແສງ ຕາວັນ ໄດ້ເປີດ ເຜີຍວ່າ: ເພື່ອເປັນ ການຮອງຮັບດ້ານສະຖານທີ່ ຈຳກັດບໍລິເວນ14 ວັນ ສໍາລັບ ແຮງງານລາວທີ່ກັບມາຈາກປະ ເທດໄທ ຜ່ານດ່ານສາກົນຂົວ ມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດທີ່ມີ ຄວາມສ່ຽງຕໍ່ການຕິດເຊື້ອພະ ຍາດໂຄວິດ-19 ພາຍໃນສູນ ກໍຄືການປ້ອງກັນພະຍາດບໍ່ໃຫ້ ມີການລະບາດອອກສູ່ຊຸມຊົນ ເຊິ່ງແຂວງສະຫວັນນະເຂດກໍ ເປັນແຂວງທີ່ໃຫຍ່ອັນດັບຕົ້ນໆ ຂອງປະເທດ ແລະ ໄດ້ມີແຮງງານ ເປັນຈຳນວນຫຼວງຫຼາຍທີ່ໄປ ອອກແຮງງານຢູ່ປະເທດໃກ້ຄຽງ ໂດຍສະເພາະແມ່ນປະເທດໄທໃນແຕ່ລະວັນໄດ້ມີແຮງງານ ກັບຄືນປະເທດຈຳນວນ 300 ກວ່າຄົນ ໃນນີ້, ໄດ້ກວດພົບຜູ້ຕິດ ເຊື້ອພະຍາດໂຄວິດ -19 ສູງເຖິງ 30-45% ເຊິ່ງຜ່ານມາແຂວງ ສະຫວັນນະເຂດ ໄດ້ມີສູນກັກ ກັນທັງໝົດຈໍານວນ 11 ສູນ ໃນ ນັ້ນ ໄດ້ຂະຫຍາຍລົງເມືອງມີ 3 ສູນ ຄື: ເມືອງອຸທຸມພອນ, ຈຳພອນ ແລະ ເມືອງສອງຄອນ ເມືອງລະ 1 ສູນ ແຕ່ຖ້າອີງໃສ່ກັບມາດຕະ ການໃນການປ້ອງກັນແລ້ວໂດຍ ສະເພາະແມ່ນມາດຕະການຮັກ ສາໄລຍະຫ່າງຂອງແຮງງານ ພາຍໃນສູນເຫັນວ່າຍັງບໍ່ທັນປະ ຕິບັດໄດ້ດີເທົ່າທີ່ຄວນ, ດັ່ງນັ້ນ ທາງຄະນະສະເພາະກິດຂັ້ນ ແຂວງ ຈຶ່ງໄດ້ ເລັ່ງໃສ່ສ້າງ ສູນກັກ ກັນຕື່ມອີກໂດຍກຳນົດເອົາສະ ຖານທີ່ອາຄານຫຼັງເກົ່າທີ່ຕັ້ງຢູ່ ບ້ານໂນນສະຫວາດ ນະຄອນ ໄກສອນ ພົມວິຫານ ເປັນສະ ຖານທີ່ກັກກັນແຮງງານແຫ່ງ ໃໝ່ຂອງແຂວງ ເຊິ່ງສະຖານທີ່ ດັ່ງກ່າວມີເນື້ອທີ່ກວ້າງຂວາງ ສາມາດຮອງຮັບແຮງງານໄດ້ ຫຼາຍເຖິງ 10.000 ກວ່າຄົນ. ທ່ານຮອງເຈົ້າແຂວງຍັງ ໄດ້ໃຫ້ຮູ້ຕື່ມອີກວ່າ: ແຮງງານ ທີ່ເຂົ້າມາແຂວງສະຫວັນນະເຂດ ຈາກຕົວເລກຫຼ້າສຸດປະຈຳວັນທີ 24 ກໍລະກົດ 2021 ມີທັງໝົດ 2.907 ຄົນ, ທົ່ວແຂວງມີຜູ້ຕິດ ເຊື້ອພະຍາດໂຄວິດ- 19 ທີ່ກຳລັງ ປິ່ນປົວຢູ່ໂຮງໝໍພາກສະໜາມ ຂອງແຂວງໃນປັດຈຸບັນມີຈຳ ນວນທັງໝົດ 1.020 ຄົນ ແລະ ໃນໂອກາດດັ່ງກ່າວນີ້ ທ່ານຮອງ ເຈົ້າແຂວງກໍໄດ້ຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນທຸກຄົນ ທັງໃນຕົວເມືອງ ແລະ ຊົນນະ ບົດ ຈົ່ງໄດ້ພ້ອມກັນເອົາໃຈໃສ່ ປະຕິບັດຕາມມາດຕະການ, ແຈ້ງ ການກໍຄືຄຳສັ່ງຕ່າງໆຂອງຄະ ນະສະເພາະກິດຂັ້ນສູນກາງ, ຂັ້ນ ແຂວງວາງອອກຢ່າງເຂັ້ມງວດ ໃນການປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ການລະບາດພະຍາດ ໂຄວິດ- 19.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ