ກອງພັນ 575 ກອງພັນໃຫຍ່ 584 ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2021-07-27 08:35:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 266 | ຄວາມນິຍົມ:
ໃນວັນທີ 20 ກໍລະກົດ 2021,
ກອງພັນ 575 ທີ່ຂຶ້ນກັບກອງ ພັນໃຫຍ່ 584 ໄດ້ສະຫຼຸບຖອດ
ຖອນບົດຮຽນວຽກງານຮອບ ດ້ານ 6 ເດືອນຕົ້ນປີ ແລະ ວາງ
ທິດທາງແຜນການ 6 ເດືອນ
ທ້າຍປີ 2021 ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ
ບຸນຊູ ມີຈັນຄໍາ ກໍາມະການຄະ
ນະພັກ ຮອງຫົວໜ້າການເມືອງ ກອງພັນໃຫຍ່ 584, ມີບັນດາຄະ ນະພັກ-ຄະນະບັນຊາ ຕະຫຼອດ
ຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ຄໍາເຮືອງ
ນັນທະວົງ ຮອງຫົວໜ້າການ
ເມືອງ ກອງພັນ 575 ໄດ້ສະຫຼຸບ ຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານ
ມາ, ເຊິ່ງໄດ້ຖືເອົາວຽກງານສຶກ
ສາອົບຮົມການເມືອງ-ນໍາພາ
ແນວຄິດໃຫ້ພະນັກງານ-ນັກຮົບ
ເປັນກົກ ໂດຍປິ່ນອ້ອມ 4 ໜ້າ
ທີ່ໃຫຍ່ 26 ແຜນງານຂອງກະ ຊວງປ້ອງກັນປະເທດ ຄຽງຄູ່ ກັບການຫັນລົງກໍ່ສ້າງຮາກຖານ ການເມືອງແບບມູນເຊື້ອຕິດພັນ ກັບການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດ ໝາຍ ໄປພ້ອມກັບການເອົາໃຈໃສ່ ເຮັດໃຫ້ສະພາບມີຄວາມຫງົບ; ໃນນີ້, ສາມາດເຄື່ອນໄຫວປະຕິບັດໜ້າທີ່ຕາມຂອບເຂດຮັບຜິດຊອບຂອງກົມກອງ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ປະຕິບັດຕາມ ທິດທາງ ເພິ່ງຕົນເອງ ກຸ້ມຕົນ
ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ຂອງກົມໃຫຍ່ພະ ລາທິການກອງທັບ ເພື່ອເພີ່ມພູນ ຜະລິດຜົນແກ້ໄຂຊີວິດການ ເປັນຢູ່ ຂອງພະນັກງານ-ນັກຮົບ
ພາຍໃນກົມກອງ. ສາມາດລ້ຽງ
ສັດປີກ 350 ໂຕ, ງົວ 5 ໂຕ, ແບ້ 7 ໂຕ, ເກັບກູ້ພຶດຜັກທຸກຊະນິດ 950 ກິໂລກຼາມ, ເກັບຜັກປ່າ ຕາມລະດູການ 60 ກິໂລກຼາມ ຄິດເປັນມູນຄ່າທັງໜົດ 30 ລ້ານກວ່າກີບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ