ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການເມືອງ ກອງພົນທີ 2 ລົງຢ້ຽມຢາມ ສູນເສຍອົງຄະ 598
ເວລາອອກຂ່າວ: 2019-01-04 09:06:52 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ເພື່ອເປັນການສ້າງຂະບວນ ການຕ່າງໆເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ໃຫ້ເປັນຂະບວນການກວ້າງ ຂວາງ ແລະ ມີເນື້ອໃນຄວາມ ຫມາຍຄວາມສຳຄັນຢ່າງເລິກ ເຊິ່ງ ໃນວັນທີ 19 ທັນວາ 2018 ນີ້, ທ່ານພົນຈັດຕະວາ ພັນແສງ ບຸນພັນ ຫົວຫນ້າການເມືອງກອງ ພົນທີ 2 ພ້ອມດ້ວຍຄະນະໄດ້ລົງ ຢ້ຽມຢາມພົບປະໂອ້ລົມພະນັກ ງານຢູ່ສູນເສຍອົງຄະ 598. ຕ້ອນຮັບການລົງຢ້ຽມຢາມຄັ້ງ ນີ້ມີທ່ານ ຄຳຈວນ ຖົມຜາວັນ ຜູ້ ຊີ້ນຳວຽກງານການເມືອງສູນ 598, ທ່ານ ສີວອນ ວົງຄຳຈັນ ກຳມະການພັກແຂວງ ເລຂາພັກ ເມືອງເຈົ້າເມືອງໆນານພ້ອມ ດ້ວຍຄະນະຫ້ອງການແຮງງານ ສະຫວັດດີການສັງຄົມ, ສະຫະ ພັນນັກຮົບເກົ່າ, ພະນັກງານບຳ ນານ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານເສຍອົງຄະສູນ ດັ່ງກ່າວ. ພາຍຫຼັງທີ່ໄດ້ຮັບຟັງການລາຍ ງານສະພາບທົ່ວໄປຂອງສູນ ໂດຍຫຍໍ້ ແລະ ຄຳສະເຫນີຂອງ ບັນດາສະຫາຍພະນັກງານເສຍ ອົງຄະແລ້ວ, ທ່ານພົນຈັດຕະວາ ພັນແສງ ບຸນພັນ ກໍໄດ້ມີຄຳເຫັນ ໂອ້ລົມສະແດງຄວາມຍ້ອງຍໍຊົມ ເຊີຍ ແລະ ຄວາມຮູ້ບຸນຄຸນຢ່າງ ສູງຕໍ່ຜົນງານ ແລະ ຄຸນງາມ ຄວາມດີຂອງບັນດາສະຫາຍທີ່ ໄດ້ເສຍສະຫຼະເລືອດເນື້ອເພື່ອພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນ ເມື່ອກ່ອນ ພ້ອມທັງຍົກໃຫ້ເຫັນ ສະພາບການໃນພາກພື້ນ ແລະ ໃນໂລກ ພ້ອມນັ້ນກໍໄດ້ເນັ້ນຫນັກ ຫຼາຍບັນຫາທີ່ສຳຄັນເປັນຕົ້ນ ແມ່ນການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອ ປະຕິວັດຂອງກອງທັບປະຊາຊົນ ລາວ, ວີລະຊົນ, ເພີ່ມຄວາມສາ ມັກຄີກັບປະຊາຊົນລາວບັນດາ ເຜົ່າໃຫ້ເປັນປຶກແຜ່ນແຫນ້ນໜາ ເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດໃຫ້ປະຊາຊົນບັນ ດາເຜົ່າເຫັນແຈ້ງຕໍ່ກົນອຸບາຍເລ່ ຫຼ່ຽມຂອງກຸ່ມຄົນບໍ່ດີ, ຕ້ານ ແລະ ສະກັດກັ້ນການເຄື່ອນໄຫວ ໂຄສະນາບິດເບືອນຕໍ່ແນວທາງ ນະໂຍບາຍຂອງພັກ-ກົດຫມາຍ ຂອງລັດເພື່ອສ້າງຄວາມແຕກ ແຍກມູນເຊື້ອຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ, ເອົາ ໃຈໃສ່ຍົກສູງສະຕິລະວັງຕົວ, ຍຶດ ຫມັ້ນຕໍ່ອຸດົມການຂອງພັກ ແລະ ສືບຕໍ່ປະກອບສ່ວນສ້າງຂະບວນ ການດ້ານຕ່າງໆເພື່ອຂ່ຳນັບຮັບ ຕ້ອນວັນສ້າງຕັ້ງກອງທັບ ຄົບ ຮອບ 70 ປີ ໃຫ້ເປັນຂະບວນ ການຟົດຟື້ນມ່ວນຊື່ນ ແລະ ມີ ເນື້ອໃນຄວາມຫມາຍຢ່າງເລິກ ເຊິ່ງ. ໃນໂອກາດທີ່ລົງເຄື່ອນໄຫວພົບ ປະໂອ້ລົມພະນັກງານສູນເສຍອົງ ຄະ 598 ໃນຄັ້ງນີ້, ທ່ານພົນຈັດຕະ ວາ ພັນແສງ ບຸນພັນ ກໍໄດ້ມອບ ເງິນສົດ ຈຳນວນ 3.000.000 ກີບ ແລະ ເສື້ອຢືດ 70 ປີ ຈຳນວນ 50 ກວ່າຜືນ ມູນຄ່າ 3.000.000 ກີບ, ໃຫ້ພະນັກ ງານສູນເສຍອົງຄະ 598 ຕື່ມ ອີກ. ໂດຍ: ຄຳພັນ ຄອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ