ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານຕັດຫຍິບກອງທັບ ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2021-07-27 08:27:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:



ວັນທີ 22 ກໍລະກົດ 2021, ໂຮງງານຕັດຫຍິບເລກ 1 ກອງ ທັບ ໄດ້ສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ຈັນດີ ສິລິວົງສັກ ກຳມະ ການຄະນະພັກກະຊວງ ຮອງຫົວ ໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະກວດກາ, ມີເລຂາຄະນະພັກຮາກຖານພັກ, ຄະນະໜ່ວຍພັກ ແລະ ສະມາຊິກ ພັກສົມບູນ, ສຳຮອງ ເຂົ້າຮ່ວມ. ສະຫາຍ ພັນເອກ ນາງ ເນາະ ພົມມີໄຊ ເລຂາຄະນະພັກຮາກ ຖານ ຫົວໜ້າອຳນວຍການໂຮງ ງານຕັດຫຍິບເລກ 1 ກອງທັບ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ແລະ ວາງທິດ ທາງແຜນການຄາດໝາຍສູ້ຊົນ ໃນຊຸມປີຕໍ່ໜ້າ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນ ໄລຍະຜ່ານມາ, ໂດຍສະເພາະຄະ ນະພັກ-ຄະນະບັນຊາ ໄດ້ເອົາໃຈ ໃສ່ນໍາພາ-ຊີ້ນໍາສຶກສາອົບຮົມ ການເມືອງ-ນຳພາແນວຄິດ, ຈັດ ຕັ້ງເຊື່ອມຊຶມກຳແໜ້ນບັນດາ ມະຕິ, ຄຳສັ່ງ, ຂໍ້ກຳນົດກົດລະ ບຽບຂອງພັກ, ກອງທັບ ແລະ ກົດ ໝາຍຂອງລັດ ໄດ້ຢ່າງເຂັ້ມງວດ ແລະ ຖືເອົາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນໍາຂອງ ພັກວາງອອກ ໃຫ້ພະນັກງານ- ນັກຮົບມີຄຸນທາດການເມືອງ, ແນວຄິດຫຼັກໝັ້ນ, ເຂັ້ມແຂງດ້ານ ການຈັດຕັ້ງ, ສ້າງແບບແຜນວິທີ ນໍາພາຢ່າງຖືກຕ້ອງຕາມຫຼັກການ ລວມສູນປະຊາທິປະໄຕ, ສຽງ ສ່ວນໜ້ອຍຂຶ້ນກັບສຽງສ່ວນ ຫຼາຍ, ຕົກລົງເປັນໝູ່ຄະນະ, ບຸກ ຄົນຮັບຜິດຊອບ ໂດຍຕິດພັນສອດ ຫ້ອຍເຂົ້າໃນໜ້າທີ່ວິຊາສະເພາະ, ການເມືອງຂອງກົມກອງໃຫ້ແຂງ ແຮງບຸກທະລຸໄດ້ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດ ຢ່າງເປັນ ຮູບປະທໍາ, ຕິດພັນກັບການສ້າງ ກອງ ປອດໃສ ປອດໄພ ປອດຄະດີ ແລະ ສ້າງກອງວັດທະນະທຳ, ນັກ ຮົບວັດທະນະທຳໃຫ້ປະກົດຜົນ ເປັນຈິງເທື່ອລະກ້າວ. ບັນດາສະ ມາຊິກພັກພະນັກງານ-ນັກຮົບ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນໜ້າທີ່ວິຊາສະເພາະ, ການ ເມືອງຂອງຕົນດ້ວຍຄວາມຮັບຜິດ ຊອບສູງ ທັງມີຜົນສຳເລັດຢ່າງ ຕັ້ງໜ້າ ໃນນີ້, ວຽກງານຮັບປະ ກັນເຄື່ອງນຸ່ງຫົ່ມໃຫ້ກັບກອງທັບ ໃຫ້ໄດ້ທັງປະລິມານ ແລະ ຄຸນນະ ພາບ ເຊິ່ງໄດ້ເອົາໃຈໃສ່ຊີ້ນຳປະຕິ ບັດແຜນການງົບປະມານ ສົກປີ 2020-2021 ເປັນຈໍານວນເງິນ ມູນຄ່າ 47.379.887.149 ກີບ, ຜະລິດເຄື່ອງນຸ່ງຫົ່ມສົ່ງເຂົ້າສາງ ໄດ້ແລ້ວ 65%, ຄາດກະຈະສຳ ເລັດ 100% ທ້າຍເດືອນ ທັນວາ 2021. ພ້ອມນີ້, ກໍໄດ້ຊອກແຫຼ່ງ ລາຍຮັບເພີ່ມຈາກທ່າແຮງການ ຜະລິດຂອງກົມກອງ ໂດຍການ ຕັດ-ຫຍິບເຄື່ອງໃຫ້ບໍລິການຫ້າງ ຮ້ານ ແລະ ບໍລິສັດປີໜຶ່ງສາ ມາດສ້າງລາຍຮັບສະເລ່ຍໄດ້ 873.750.000 ກີບຕໍ່ຄົນຕໍ່ປີ ຖືວ່າລື່ນຄາດໝາຍ ແລະ ສາມາດ ຍົກລະດັບຊີວິດການເປັນຢູ່ຂອງ ພະນັກງານ-ກໍາມະກອນໄດ້ມີ ລາຍຮັບເປັນເງິນເດືອນຂັ້ນຕໍ່າ ສຸດແມ່ນ 1.500.000 ກີບ ຫາ 3.000.000 ກີບ ຕໍ່ຄົນ, ສາມາດ ຕີລາຄາສະມາຊິກພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 143 ສະ ຫາຍ, ກາງ 12 ສະຫາຍ, ໜ່ວຍ ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 6 ໜ່ວຍພັກ ເທົ່າກັບ 100% ແລະ ຄະນະພັກຮາກຖານນໍາສະເໜີຂັ້ນເທິງຄົ້ນຄວ້າຮັບຮອງເອົາເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ສົກປີ 2021-2022 ອີກສະໄໝໜຶ່ງ. ສະຫາຍ ພົນຈັດຕະວາ ຈັນ ດີ ສິລິວົງສັກ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ສ້າງມາໄດ້ໃນໄລຍະຜ່ານມາ ຂອງຄະນະພັກຮາກຖານ ໂຮງ ງານຕັດຫຍິບກອງທັບ, ມັນສະ ແດງໃຫ້ເຫັນຄວາມເປັນເອກະ ພາບ, ຄວາມເປັນເຈົ້າການຂອງ ຄະນະພັກ-ຄະນະບັນຊາຕໍ່ສະມາ ຊິກພັກທຸກຂັ້ນໃນການນໍາພາ- ຊີ້ນໍາດ້ວຍຄວາມເອົາໃຈໃສ່ຕໍ່ໜ້າ ທີ່ການເມືອງ, ຄວາມຮັບຜິດຊອບ ຂອງຕົນ, ເພື່ອເຮັດໃຫ້ວຽກງານ ວິຊາສະເພາະ, ການເມືອງຂອງ ກົມກອງມີຜົນສຳເລັດຢ່າງມີຄຸນ ນະພາບໃນສະເພາະໜ້າ ແລະ ຍາວນານ. ພ້ອມທັງ ເນັ້ນໜັກຫຼາຍ ບັນຫາສຳຄັນຕໍ່ຄະນະພັກ-ຄະນະ ບັນຊາ, ສະມາຊິກພັກ ຈົ່ງເພີ່ມທະວີຄວາມສາມັກຄີກັນໃຫ້ເປັນ ປຶກແຜ່ນແໜ້ນໜາພາຍໃນໜ່ວຍ ພັກ, ຕັ້ງໜ້າປະກອບສ່ວນເຮັດວຽກງານທີ່ໄດ້ຮັບມອບໝາຍ ຈາກຂັ້ນເທິງ, ຕ້ອງໄດ້ຍົກສູງນໍ້າ ໃຈຄວາມຮັບຜິດຊອບໜ້າທີ່ການ ເມືອງພາຍໃນໜ່ວຍພັກໃຫ້ສູງ ເດັ່ນ, ຕົກລົງເປັນໝູ່ຄະນະ, ແບ່ງ ວຽກບຸກຄົນຮັບຜິດຊອບຢ່າງຈະ ແຈ້ງ ແລະ ແທດເໝາະກັບຄວາມ ຮູ້ຄວາມສາມາດຕົວຈິງຂອງພະ ນັກງານ-ນັກຮົບ, ສະມາຊິກພັກ, ເອົາໃຈໃສ່ເຮັດວຽກງານສຶກສາ ອົບຮົມການເມືອງ-ນຳພາແນວ ຄິດ ຕິດພັນ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານພາຍກົມກອງໃຫ້ເປັນບູລິມະສິດແຖວໜ້າ ໃນກົມກອງ, ສ້າງແບບແຜນວິທີເຮັດວຽກໃຫ້ມີລັກສະນະນໍາໜ້າ, ແບບແຜນນໍາພາທີ່ທັນສະໄໝ, ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ຕົນເອງທາງດ້ານຄຸນສົມບັດ, ສິນ ທຳປະຕິວັດ, ທັດສະນະແນວຄິດ ຫຼັກໝັ້ນ, ສະຕິຕໍ່ການຈັດຕັ້ງ, ປະ ຕິບັດກົດລະບຽບຂອງພັກ, ຂອງ ກອງທັບຢ່າງເຂັ້ມງວດ ແລະ ມີ ແບບແຜນດຳລົງຊີວິດ ປອດໃສ ຂາວສະອາດ, ເພື່ອພ້ອມກັນກໍ່ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ຫຼາຍສະໄໝຕິດ ຕໍ່ກັນ. ໂດຍ: ຄຳໄພວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ