ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 642 ມອບເງິນອຸດໜູນນະໂຍບາຍ ໃຫ້ພະນັກງານ-ນັກຮົບ
ເວລາອອກຂ່າວ: 2021-07-26 10:22:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2265 | ຄວາມນິຍົມ:



ວັນທີ 19 ກໍລະກົດ ນີ້, ກອງພັນໃຫຍ່ 642 ໄດ້ມອບເງິນ ອຸດໜູນໃຫ້ຄອບຄົວພະນັກງານ ທີ່ເສຍຊີວິດ ຈຳນວນ 1 ສະຫາຍ ຄື: ສະຫາຍ ຮ້ອຍຕີ ໄຊນະຄອນ ແລະ ມອບເງິນອຸດໜູນພັກ ການ ຈໍານວນ 2 ສະຫາຍ ຄື: ສະຫາຍ ວາທີ ຄໍາແດງ ແລະ ສະຫາຍ ສິບເອກ ພອນເພັດ ລວມຈຳນວນເງິນທັງໝົດ 101.771.870 ກີບ, ໂດຍການ ກ່າວມອບຂອງ ສະຫາຍ ພັນໂທ ສຸວັນ ນະຄີລີ ຮອງຫົວໜ້າການ ເມືອງ ກອງພັນໃຫຍ່ 642. ສະຫາຍ ພັນໂທ ສຸວັນ ນະຄີລີ ໄດ້ກ່າວວ່າ: ການມອບເງິນອຸດ ໜູນນະໂຍບາຍໃນຄັ້ງນີ້, ແມ່ນ ປະຕິບັດຕາມແນວທາງນະໂຍ ບາຍຂອງພັກ-ລັດ ກໍຄືກະຊວງ ປ້ອງກັນປະເທດ, ຕໍ່ຜູ້ທີ່ຜົນງານ, ຄຸນງາມຄວາມດີ, ທີ່ໄດ້ອຸທິດເຫື່ອ ແຮງ, ສະຕິປັນຍາເຂົ້າໃນພາລະ ກິດລວມຂອງຊາດໃນການປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ເວົ້າລວມ, ເວົ້າ ສະເພາະ ກໍຄືການປະກອບສ່ວນ ເຂົ້າໃນການປັບປຸງກໍ່ສ້າງກົມ ກອງໃຫ້ມີຄວາມເຂັ້ມແຂງໜັກ ແໜ້ນ ຈົນເຖິງວິນາທີສຸດທ້າຍ. ຕໍ່ກັບບັນດາສະຫາຍທີ່ພັກການ ກໍຕ້ອງໄດ້ສຶບຕໍ່ປະຕິບັດລະບຽບ ກົດໝາຍ ໃຫ້ການຮ່ວມມືກັບ ອໍານາດການປົກຄອງທ້ອງຖິ່ນ, ເປັນແບບຢ່າງທີ່ດີໃນການ ເຮັດ ໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢູ່ຮາກຖານ ບ້ານ ແລະ ນໍາໃຊ້ເງິນດັ່ງກ່າວ ເພື່ອເປັນກ້ອນທຶນໃຫ້ແກ່ຄອບຄົວ ລູກ, ຫຼານ ໃນການສຶກສາຮໍ່າ ຮຽນ, ນຳໃຊ້ເຂົ້າໃນການດໍາລົງ ຊີວິດ ແລະ ສ້າງສາພັດທະນາເສດຖະກິດຄອບຄົວໃຫ້ມີຊີວິດ ການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ. ໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ