ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫະພັນແມ່ຍິງ ທະຫານນະຄອນຫຼວງວຽງຈັນ ເຂົ້າຊົມຫໍສະໝຸດ-ຫໍມູນເຊື້ອ
ເວລາອອກຂ່າວ: 2021-07-26 10:18:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 674 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2021, ໜ່ວຍສະຫະພັນແມ່ຍິງ ອົງການ 5 ຫ້ອງ, ກົມກອງຮາກຖານທະ ຫານນະຄອນຫຼວງວຽງຈັນ ໄດ້ ພ້ອມກັນເຂົ້າຢ້ຽມຊົມຫໍສະໝຸດ-ຫໍມູນເຊື້ອ ຂອງກົມກອງ ເນື່ອງໃນ ໂອກາດວັນສ້າງຕັ້ງສະຫະພັນ ແມ່ຍິງລາວ ຄົບຮອບ 66 ປີ ໂດຍການນໍາພາ-ຊີ້ນໍາຂອງ ສະ ຫາຍ ພັນໂທ ມະນີວັນ ວິບຸນມີ ຫົວໜ້າພະແນກ ສະຫະພັນແມ່ຍິງ ທະຫານນະຄອນຫຼວງວຽງຈັນ, ມີຄະນະຮັບຜິດຊອບແມ່ຍິງແຕ່ ລະໜ່ວຍ, ວິຊາການ ຕະຫຼອດ ຮອດພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂດຍລວມມີ 7 ຄະນະດ້ວຍ ກັນ ໃນນັ້ນ, ມີຄະນະສະຫະພັນ ແມ່ຍິງຫ້ອງການເມືອງ, ຫ້ອງ ເສນາທິການ, ຫ້ອງພະລາທິການ, ຫ້ອງການ, ຫ້ອງເຕັກນິກ, ໂຮງ ຮຽນ, ສື່ສານ ແລະ ໂຮງໝໍທະ ຫານນະຄອນຫຼວງວຽງຈັນ. ການເຂົ້າຢ້ຽມຊົມຫໍສະໝຸດ-ຫໍ ມູນເຊື້ອດັ່ງກ່າວ ແຕ່ລະຄະນະໄດ້ນຳເອົາກະຕ່າດອກໄມ້ເຂົ້າຂໍ່ານັບຮູບປັ້ນ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງວິລະບູລຸດທີ່ໄດ້ອຸທິດສະຕິປັນຍາຕໍ່ສູ້ກູ້ຊາດ ຈົນສາມາດ ຍາດໄດ້ໄຊຊະນະມາເຖິງປັດຈຸ ບັນນີ້ຢ່າງສະຫງ່າງາມ, ທັງເປັນ ການສ້າງຂະບວນການ ເຄື່ອນ ໄຫວໃນຂົງເຂດໜ່ວຍສະຫະພັນແມ່ຍິງດ້ວຍກັນພາຍໃນກົມກອງ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ທັງເປັນການເສີມສ້າງຄວາມສາ ມັກຄີພາຍໃນໃຫ້ແໜ້ນແຟ້ນຮູ້ ໄດ້ເຖິງໜ້າທີ່ພາລະບົດບາດເຮັດ ສຳເລັດໜ້າທີ່ການເມືອງຂອງກົມ ກອງ ສືບຕໍ່ພ້ອມກັນສ້າງຜົນງານ ໃນທຸກດ້ານໃຫ້ມີຜົນສຳເລັດເປັນ ກ້າວໆ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໜ່ວຍ ສະຫະພັນແມ່ຍິງ ແຕ່ລະຄະນະ ຍັງໄດ້ຮ່ວມກັນສ້າງກິດຈະກຳ ການອອກແຮງງານອະນາໄມ ລວມ ຕາມສະຖານທີ່ ທາງນອກ ແລະ ໃນກົມກອງເພື່ອໃຫ້ມີ ຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍຕື່ມອີກ ດ້ວຍ. ໂດຍ: ນາງ ສຸພາວະດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ