ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສູນກາງຊາວໜຸ່ມ ຮ່ວມກັບມູນນິທິ ຊ່ວຍເຫຼືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ ມອບເຄື່ອງບໍລິໂພກໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-07-26 10:15:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ໃນວັນທີ 23 ກໍລະກົດ 2021 ນີ້, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮ່ວມກັບ ມູນນິທິ ຊ່ວຍເຫຼືອຄົນທຸກຍາກສາຂານະ ຄອນຫຼວງວຽງຈັນ ເຊິ່ງນໍາໂດຍ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາ ຄະນະບໍລິຫານງານຊາວໜຸ່ມປະ ຊາຊົນປະຕິວັດລາວ, ມີພຣະອາ ຈານ ພົງສະຫວັນ ອານຸສີ ພ້ອມ ດ້ວຍຄະນະ ໄດ້ນໍາເອົາເຄື່ອງບໍລິ ໂພກປະເພດເຄື່ອງດື່ມ ຈຳນວນ 2.000 ແພັກ ມາມອບໃຫ້ກະຊວງ ປ້ອງກັນປະເທດ ແລະ ຈໍານວນ 1.000 ແພັກ ມອບໃຫ້ຫ້ອງການ ຊາວໜຸ່ມກອງທັບ ລວມມູນຄ່າທັງ ໝົດ 300.000.000 ກີບ, ໂດຍການກ່າວຮັບຂອງ ສະຫາຍ ພົນ ໂທ ທອງລອຍ ສີລິວົງ ກໍາມະ ການສູນກາງພັກ, ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ. ໂອກາດນີ້ ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ການ ມອບເຄື່ອງໃນຄັ້ງນີ້ ເປັນການປະ ກອບສ່ວນເຂົ້າໃນຂົງເຂດວຽກ ງານປ້ອງກັນຊາດ ເວົ້າລວມ, ເວົ້າສະເພາະ ແມ່ນເປັນການປະ ກອບສ່ວນຊຸກຍູ້ພະນັກງານ-ນັກ ຮົບທີ່ກໍາລັງປະຕິບັດໜ້າທີ່ປ້ອງ ກັນ ແລະ ເຝົ້າລະວັງການລະບາດ ຂອງພະຍາດໂຄວິດ-19 ໂດຍສະ ເພາະພະນັກງານ-ນັກຮົບທີ່ເຮັດ ວຽກງານປ້ອງກັນຊາຍແດນ ຕະ ຫຼອດ 24 ຊົ່ວໂມງ ເພື່ອປ້ອງກັນ ການລັກລອບເຂົ້າເມືອງແບບບໍ່ ຖືກຕ້ອງ, ຈາກນັ້ນ ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ກ່າວສະ ແດງຄວາມຮູ້ບຸນຄຸນ ແລະ ຂອບ ໃຈຢ່າງສູງມາຍັງຄະນະບໍລິຫານ ງານສູນກາງຊາວໜຸ່ມ ພ້ອມດ້ວຍ ມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ທີ່ຍາມໃດກໍໄດ້ເປັນຫ່ວງເປັນໃຍສຸຂະພາບຂອງພະນັກງານ-ນັກຮົບ ໃນກອງທັບປະຊົນລາວເຮົາຈຶ່ງ ໄດ້ນຳເອົາວັດຖຸປັດໄຈມາມອບ ໃນຄັ້ງນີ້, ພ້ອມທັງກ່າວອວຍພອນ ໄຊ ໃຫ້ສະຫາຍ ອາລຸນໄຊ ສູນ ນະລາດ ພ້ອມດ້ວຍຄະນະ ຈົ່ງມີ ສຸຂະພາບແຂງແຮງ ປະສົບຜົນ ສຳເລັດໃນໜ້າທີ່ການງານທຸກ ປະການ ພ້ອມທັງກ່າວວ່າຈະນຳ ເອົາວັດຖຸປັດໄຈດັ່ງກ່າວນີ້ໄປ ແຈກຢາຍໃຫ້ບັນດາກົມກອງ ຕ່າງໆໃນທົ່ວກໍາລັງຫຼວງ ແລະ ກໍາ ລັງທ້ອງຖິ່ນ ຕະຫຼອດຮອດພະນັກ ງານ-ນັກຮົບ ທີ່ພວມປະຕິບັດໜ້າ ທີ່ວຽກງານໃຫ້ໄດ້ຮັບທົ່ວເຖິງກັນ, ໃນພິທີມອບ-ຮັບເຄື່ອງດັ່ງກ່າວ ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ໃຫ້ກຽດເຂົ້າ ຮ່ວມເປັນສັກຂີພະຍານອີກດ້ວຍ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ