ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກກອງພັນໃຫຍ່ 11 ເຄື່ອນໄຫວເຮັດວຽກຢູ່ເຂດຜະລິດພະລາທິການ
ເວລາອອກຂ່າວ: 2021-07-23 08:55:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ:



ໃນວັນທີ 8-9 ກໍລະກົດ 2021, ຄະນະພັກກອງພັນໃຫຍ່ 11 ໄດ້ເຄື່ອນໄຫວເຮັດວຽກຢູ່ ເຂດຜະລິດພະລາທິການ ຢູ່ທີ່ຜາ ກ້າ ບ້ານນາແຊງ ເມືອງເຟືອງ ແຂວງວຽງຈັນ. ສະຫາຍ ພັນໂທ ບົວລອງ ສອນປັນຍາໄຊ ກໍາມະການຄະ ນະພັກ ຫົວໜ້າພະແນກພະລາທິ ການກອງພັນໃຫຍ່ 11 ໄດ້ລາຍ ງານໃຫ້ຮູ້ວ່າ: ຄະນະພັກ-ຄະນະ ບັນຊາ ກອງພັນໃຫຍ່ 11 ໄດ້ເອົາ ໃຈໃສ່ຍົກສູງບົດບາດໃນການ ນໍາພາ-ຊີ້ນໍາ ບັນດາກົມກອງທີ່ ຂຶ້ນກັບກອງພັນໃຫຍ່ ໃຫ້ມີການ ເຄື່ອນໄຫວຕາມທິດນໍາ ຂອງຂັ້ນ ເທິງໂດຍປະຕິບັດຕາມ 4 ໜ້າທີ່ ໃຫຍ່ 26 ແຜນງານ ຂອງຄະນະ ພັກກະຊວງປ້ອງກັນປະເທດ, ການເຄື່ອນໄຫວເຮັດວຽກໃນ ຄັ້ງນີ້, ເພື່ອແນໃສ່ຜັນຂະຫຍາຍ ວຽກງານ 4 ປູກ 4 ລ້ຽງ ທີ່ກົມ ໃຫຍ່ ພະລາທິການວາງອອກ ແລະ ເຮັດໃຫ້ເຂດຜະລິດຂອງ ກົມກອງ ມີທ່າກ້າວຂະຫຍາຍ ຕົວຂຶ້ນ. ພ້ອມນີ້, ກໍເພື່ອເຮັດໃຫ້ ແຕ່ລະກົມກອງຮັບປະກັນ ເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂ ແລະ ທ່າແຮງບົ່ມ ຊ້ອນຂອງກົມກອງ, ເຮັດໃຫ້ຊີ ວິດການເປັນຢູ່ຂອງພະນັກງານ-ນັກຮົບດີຂຶ້ນ, ເຊິ່ງການເຄື່ອນ ໄຫວເຮັດວຽກດັ່ງກ່າວ ແມ່ນໄດ້ມີ ການແນະນໍາໃຫ້ວິຊາການທີ່ ຮັບຜິດຊອບ ຕັ້ງແຕ່ການເລີ່ມກະ ກຽມດິນຈົນເຖິງການປູກຫຍ້າ ພັນຕ່າງໆ ແລະ ວິທີຮັກສາພະ ຍາດລະບາດຕິດຕໍ່ກັບສັດໃນແຕ່ ລະລະດູ, ເຊິ່ງຢູ່ເຂດຜະລິດດັ່ງ ກ່າວ ໄດ້ປູກຫຍ້າ 2 ເຮັກຕາ, ລ້ຽງງົວ 60 ໂຕ ແລະ ແບ້ 50 ກວ່າໂຕ. ໂດຍ: ເຄນ ພົມສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ