ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບໜ້າທີ່ຂັ້ນກົມ ແລະ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-07-23 08:52:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



ວັນທີ 21 ກໍລະກົດ 2021 ນີ້, ຢູ່ທີ່ໂຮງໝໍສູນກາງ 103 ກອງ ທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ ຂັ້ນກົມ ແລະ ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກກະ ຊວງປ້ອງກັນປະເທດ, ເລຂາຄະນະອົງການກົມໃຫຍ່, ຫົວໜ້າກົມ ໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ ໂຮງໝໍສູນກາງ 103 ກອງທັບ, ຄະນະກົມ, ຫ້ອງການ, ວິທະຍາ ຄານ, ສະຖາບັນອ້ອມຂ້າງກົມ ໃຫຍ່ພະລາທິການ, ຕະຫຼອດຮອດ ຄະນະຫ້ອງ, ພະນັກງານຫຼັກແຫຼ່ງ ໃນທົ່ວໂຮງໝໍສູນກາງ 103 ກອງ ທັບເຂົ້າຮ່ວມ. ໂດຍປະຕິບັດຕາມການຕົກ ລົງຂອງກະຊວງປ້ອງກັນປະ ເທດ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານໄປຮັບໜ້າ ທີ່ໃໝ່ ໃນພິທີ ສະຫາຍ ພົນຈັດຕະ ວາ ຄຳແພງ ພູມມາແກ້ວ ຄະນະ ພັກອົງການກົມໃຫຍ່ພະລາທິການ ກອງທັບ, ເລຂາຄະນະພັກ, ຫົວ ໜ້າການເມືອງໂຮງໝໍສູນກາງ 103 ກອງທັບຜູ້ເກົ່າໄດ້ຂຶ້ນຜ່ານ ບົດສະຫຼຸບການເຄື່ອນໄຫວວຽກ ງານໃນໄລຍະຜ່ານມາ ແລະ ທິດ ທາງແຜນການຕໍ່ໜ້າໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ບົດ ຮຽນທີ່ຖອດຖອນໄດ້ໃນທຸກຂົງ ເຂດວຽກງານເປັນຕົ້ນແມ່ນວຽກ ງານເຂດໃຈກາງກໍຄືວຽກງານ ປິ່ນປົວບົວລະບັດຜູ້ບາດເຈັບ ແລະ ເຈັບປ່ວຍໂດຍຖືເອົາວຽກງານ ສຶກສາອົບຮົມການເມືອງ-ນຳພາ ແນວຄິດເປັນຕົ້ນຕໍ ເພື່ອເຮັດໃຫ້ ພະນັກງານ-ນັກຮົບ ຢູ່ພາຍໃນກົມ ກອງຂອງຕົນມີແນວຄິດການ ເມືອງໜັກແໜ້ນ, ມີຄວາມເຂັ້ມ ແຂງຮອບດ້ານ ແລະ ເຮັດສຳເລັດ ໜ້າທີ່ ທີ່ພັກ-ລັດ ແລະ ການຈັດ ຕັ້ງມອບໝາຍໃຫ້. ການມອບ-ຮັບໜ້າທີ່ໃນຄັ້ງນີ້ມີ 4 ຊຸດ ຄື: ລະ ຫວ່າງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ຜູ້ເກົ່າ ແລະ ຜູ້ໃໝ່, ຫົວໜ້າກົມເສ ນາຮັກຜູ້ເກົ່າ ແລະ ຜູ້ໃໝ່, ຫົວໜ້າ ການເມືອງໂຮງໝໍສູນກາງ 103 ກອງທັບ ແລະ ຫົວໜ້າຫ້ອງພະ ລາທິການ-ເຕັກນິກໂຮງໝໍສູນ ກາງ 103 ກອງທັບ. ໂອກາດນີ້, ສະຫາຍ ພົນຕີ ຄຳ ເພັດ ສີຊານົນ ໄດ້ໃຫ້ກຽດໂອ້ລົມ ເຊິ່ງສະຫາຍໄດ້ຕີ ລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາ ສະຫາຍທີ່ເຮັດສຳເລັດໜ້າທີ່ ປະກອບສ່ວນໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດແຕ່ລະໄລຍະ. ພ້ອມທັງ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຮັກສາມູນເຊື້ອອັນດີງາມ ແລະ ເສີມຂະຫຍາຍວຽກງານຮອບ ດ້ານ ແລະ ອຸທິດສະຕິປັນຍາ, ຄວາມຮູ້ ຄວາມສາມາດເຂົ້າໃນ ການນຳພາ-ຊີ້ນຳທຸກຂົງເຂດ ວຽກງານທີ່ຕົນຮັບຜິດຊອບໂດຍ ການຍຶດໝັ້ນຫຼັກການລວມສູນ ປະຊາທິປະໄຕຂອງພັກ, ຕັ້ງໜ້າ ຜັນຂະຫຍາຍ ມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ແລະ ຄັ້ງ ທີ V ຂອງອົງຄະນະພັກກະຊວງ ປ້ອງກັນປະເທດໃຫ້ປະກົດຜົນ ເປັນຈິງ. ໂດຍ: ສີຈັນ ເພັດວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ