ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ການເມືອງກອງທັບສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2021
ເວລາອອກຂ່າວ: 2021-07-22 11:13:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານ ຮອບດ້ານປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021 ຂອງກົມໃຫຍ່ການ ເມືອງກອງທັບ ໄດ້ຈັດຂຶ້ນ ໃນ ວັນທີ 21 ກໍລະກົດ 2021 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະ ການສູນກາງພັກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນໍາກົມໃຫຍ່, ຄະ ນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ ພ້ອມດ້ວຍພະ ນັກງານຫຼັກແຫຼ່ງໃນກົມໃຫຍ່ ການເມືອງກອງທັບເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ພົນ ໂທ ທອງລອຍ ສິລິວົງ ໄດ້ກ່າວ ເປີດກອງປະຊຸມວ່າ: ກອງປະຊຸມ ສະຫຼຸບວຽກງານຮອບດ້ານປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍ ປີ 2021 ຂອງກົມໃຫຍ່ການ ເມືອງກອງທັບ ແມ່ນມີຄວາມໝາຍຄວາມສໍາຄັນ ຍິ່ງ ເປັນການສະຫຼຸບຕີລາຄາຄືນ ກ່ຽວກັບການເຄື່ອນໄຫວວຽກ ງານຮອບດ້ານໃນໄລຍະ 6 ເດືອນ ຕົ້ນປີ ແລະ ເອກະພາບຕໍ່ທິດທາງ ແຜນການ 6 ເດືອນທ້າຍປີ 2021 ເພື່ອພ້ອມກັນປັບປຸງແບບແຜນ ວິທີເຮັດວຽກ, ຍົກສູງຄຸນນະພາບ ຂອງການຈັດຕັ້ງປະຕິບັດບັນດາ ວຽກງານ ພ້ອມທັງຖອດຖອນບົດ ຮຽນ ແລະ ພ້ອມກັນຫາວິທີແກ້ ໄຂບັນຫາທີ່ຍັງຄົງຄ້າງ ເພື່ອສືບ ຕໍ່ເຮັດສໍາເລັດໜ້າທີ່ວຽກງານໃນ ຕໍ່ໜ້າ. ພ້ອມນີ້ສະຫາຍຍັງຮຽກ ຮ້ອງໃຫ້ທຸກສະຫາຍເອົາໃຈໃສ່ ໃນການປະກອບຄໍາເຫັນໃສ່ບົດ ສະຫຼຸບວຽກງານຮອບດ້ານຂອງ ກົມໃຫຍ່ການເມືອງກອງທັບ ໃຫ້ ສອດຄ່ອງພາວະວິໃສ ເພື່ອປັບປຸງອົງການກົມໃຫຍ່ການເມືອງ ກອງທັບໃນຕໍ່ໜ້າໃຫ້ມີບາດກ້າວ ອັນໃໝ່, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການເອົາໃຈໃສ່ຕິດຕາມ, ກໍາ ແໜ້ນແຕ່ລະເນື້ອໃນຕົ້ນຕໍຂອງການສະຫຼຸບຄືນການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ, ເປັນເຈົ້າການປະກອບຄໍາເຫັນ ໃນຂົງເຂດວຽກງານຄວາມຮັບ ຜິດຊອບຂອງຕົນເຮັດໃຫ້ບົດສະ ຫຼຸບ ແລະ ທິດທາງແຜນການມີ ເນື້ອໃນຄົບຖ້ວນ, ສົມບູນ. ໃນວາລະດໍາເນີນກອງປະຊຸມ, ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານຮອບດ້ານ 6 ເດືອນຕົ້ນ ປີ ແລະ ທິດທາງແຜນການ 6 ເດືືອນທ້າຍປີ 2021 ເຊິ່ງໄດ້ຍົກໃຫ້ເຫັນຫຼາຍຂົງເຂດວຽກງານທີ່ເຮັດໄດ້ເປັນຕົ້ນແມ່ນວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຕິດຕາມ-ຊຸກຍູ້ວຽກງານຫັນ ລົງກໍ່ສ້າງຮາກຖານການເມືອງ ໂດຍສຸມໃສ່ການສ້າງບ້ານພັດທະ ນາຕິດພັນກັບການສ້າງທ່າສະ ໜາມສົງຄາມປະຊາຊົນ 3 ຂັ້ນ ຢູ່ບັນດາຈຸດທີ່ຫຼໍ່ແຫຼມໃນຂອບ ເຂດທົ່ວປະເທດ, ເກັບກໍາສະພາບ ຮອບດ້ານ ແລະ ຕິດຕາມເປົ້າໝາຍ ກຸ່ມຄົນບໍ່ດີເພື່ອສະກັດກັ້ນໃຫ້ທັນ ເວລາ, ຊີ້ນໍາການພັດທະນາກຸ່ມ ບ້ານຊາຍແດນລະຫວ່າງລາວ-ຫວຽດນາມ, ການກໍ່ສ້າງຮາກ ຖານການເມືອງພັດທະນາຊົນ ນະບົດຢູ່ຈຸດສຸມຄັງວຽງ ແລະ ໂຄງການ 0137. ວຽກງານປັບ ປຸງກໍ່ສ້າງກໍາລັງຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ນໍາ ແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກໍາແໜ້ນແນວທາງ ນະໂຍບາຍຂອງພັກ, ມະຕິກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ, ພ້ອມກັນນີ້ກໍໄດ້ຕິດ ຕາມຊຸກຍູ້ການປະຕິບັດວຽກ ງານນະໂຍບາຍຢູ່ບັນດາກົມກອງ ກຳລັງຫຼວງ-ກໍາລັງທ້ອງຖິ່ນ, ຊີ້ ນໍາຊຸກຍູ້ອົງການຈັດຕັ້ງມະຫາຊົນ ໃນກອງທັບເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະຕາມພາລະບົດບາດ, ຕິດຕາມຊຸກຍູ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ, ບັນດາຂໍ້ກໍານົດ, ຄໍາ ສັ່ງ, ບົດແນະນໍາ, ລະບຽບການ ຕ່າງໆຂອງພັກ, ກົດໝາຍຂອງລັດ ກໍຄືຂອງກອງທັບ, ດ້ານວຽກງານ ການຮັບປະກັນພະລາທິການ-ເຕັກນິກ ແມ່ນໄດ້ສຸມໃສ່ແຜນງານ ຮັບປະກັນຊີວິດການເປັນຢູ່, ຍູ້ ຂະບວນການຜະລິດ, ການສ້າງ ລາຍຮັບ, ປັບປຸງຂະຫຍາຍການ ຜະລິດ ແລະ ວຽກງານບໍລິການ ຕ່າງໆທີ່ເປັນທ່າແຮງຂອງບັນດາ ກົມກອງ, ເອົາໃຈໃສ່ຄຸ້ມຄອງ ຊັບສິນ-ທີ່ດິນ, ບັນດາໂຄງການ ກໍ່ສ້າງ ແລະ ວຽກງານຮັບປະກັນ ຕ່າງໆສໍາເລັດຕາມແຜນການ, ຄຸ້ມຄອງວຽກງານອຸປະໂພກ-ບໍ ລິໂພກ, ພາຫະນະ-ເຕັກນິກ, ວັດ ຖຸຮັບໃຊ້ຕ່າງໆ ເພື່ອຮັບປະກັນ ໃຫ້ແກ່ການເຄື່ອນໄຫວວຽກງານ ວິຊາສະເພາະຂອງກົມກອງໃຫ້ມີຄວາມປອດໄພດີ. ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ເນັ້ນໜັກໃຫ້ຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ເຊື່ອມຊຶມກໍາແໜ້ນເນື້ອໃນ ຈິດໃຈກອງປະຊຸມ ແລະ ສ້າງເປັນ ແຜນງານລະອຽດ ແລະ ສອດ ຄ່ອງກັບຂົງເຂດຮັບຜິດຊອບ, ເສີມຂະຫຍາຍບົດບາດເປັນເສ ນາທິການດ້ານວຽກງານພັກ-ວຽກງານການເມືອງ, ວຽກງານ ນະໂຍບາຍຕ່າງໆໃຫ້ແກ່ກອງ ທັບ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ, ເອົາໃຈໃສ່ ລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຕາມ 4 ເນື້ອ ໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງຢ່າງເລິກເຊິ່ງໄປຄຽງຄູ່ ກັບການຍົກສູງຄວາມຮັບຜິດຊອບຕໍ່ການປ້ອງກັນພະຍາດ ໂຄວິດ 19 ຢ່າງເຂັ້ມງວດ, ສືບຕໍ່ປັບປຸງບູລະນະການຈັດຕັ້ງໃນແຕ່ລະບ່ອນໃຫ້ຮັບປະກັນທັງປະ ລິມານ ແລະ ຄຸນນະພາບ ໄປພ້ອມ ກັນກັບການສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ, ກອງ ປອດໃສ ປອດໄພ ປອດຄະດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ