ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມຄົບຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບປະຈຳ 6 ເດືອນຕົ້ນປີ 2021
ເວລາອອກຂ່າວ: 2021-07-22 11:07:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:



ກອງປະຊຸມຄົບຄະນະບໍ ລິຫານງານພັກອົງການກົມໃຫຍ່ ພະລາທິການກອງທັບປະຈໍາ 6 ເດືອນຕົ້ນປີ ແລະ ແຜນການ ນໍາ ພາປະຈໍາ 6 ເດືອນທ້າຍປີ 2021 ໄດ້ຈັດຂຶ້ນໃນວັນທີ 20 ກໍລະກົດ ນີ້, ໂດຍພາຍໃຕ້ການ ເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະ ການຄະນະປະຈໍາພັກກະຊວງ ປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ມີຄະນະປະຈໍາພັກ ແລະ ພັກອົງການກົມໃຫຍ່ພະລາທິການກອງທັບເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ພົນ ຕີ ຄໍາເພັດ ສີຊານົນ ໄດ້ມີຄໍາເຫັນ ຊີ້ນໍາກອງປະຊຸມວ່າ: ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ ແທນ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ວ່າ ດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ, ບົນຈິດໃຈບຸກທະລຸເຂົ້າແຜນງານ ທີ 3 ໃຫ້ມີທ່າກ້າວຂະຫຍາຍຕົວ, ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງ ຄະນະພັກອົງການກົມໃຫຍ່ພະ ລາທິການເຂົ້າສູ່ຊີວິດຕົວຈິງຂອງ ກົມກອງ, ສະນັ້ນ ເພື່ອເຮັດໃຫ້ພວກ ເຮົາມີຄວາມເປັນເອກະພາບພາຍ ໃນພັກ, ໃນການປັບປຸງ-ກໍ່ສ້າງ ກໍາລັງທີ່ນອນໃນຄວາມຮັບຜິດ ຊອບໃຫ້ມີຄວາມໜັກແໜ້ນທາງ ດ້ານການເມືອງ-ແນວຄິດ, ເຂັ້ມ ແຂງທາງດ້ານການຈັດຕັ້ງ, ຖັນ ແຖວພະນັັກງານຫຼັກແຫຼ່ງມີ ຄວາມຮູ້ໃນລະດັບທີ່ແນ່ນອນໃນການປະຕິບັດໜ້າທີ່ການເມືອງໃຫ້ ມີຜົນສໍາເລັດ, ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ສັງເກດ ຕີລາຄາຄືນໃນການນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 6 ເດືອນຕົ້ນປີ 2021 ຜ່ານມາ ຂອງຄະນະບໍລິຫານງານ ພັກກົມໃຫຍ່ພະລາທິການກອງ ທັບ, ກ່ຽວກັບບັນຫາດ້ານດີ-ດ້ານອ່ອນ, ຜົນງານທີ່ພົ້ນເດັ່ນ ແລະ ບາງຈຸດຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ ແລະ ພ້ອມທັງ ປະກອບຄໍາຄິດຄໍາເຫັນສະຫຼຸບ ລາຍງານສະພາບການໂດຍຫຍໍ້ທີ່ພົ້ນເດັ່ນຢູ່ພາຍໃນກອງກົມຂອງ ຕົນ ເພື່ອສຸມໃສ່ປັບປຸງແກ້ໄຂໃນ ຕໍ່ໜ້າໃຫ້ມີຜົນສໍາເລັດສູງຂຶ້ນ ກວ່າເກົ່າ. ໃນວາລະດໍາເນີນກອງປະ ຊຸມ, ສະຫາຍ ພົນຈັດຕະວາ ຄໍາ ແດງ ແພງວິໄລ ກໍາມະການຄະ ນະປະຈໍາພັກອົງການກົມໃຫຍ່ ຮອງເລຂາຄະນະພັກ ຮອງຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ ໄດ້ຜ່ານບົດສະຫຼຸບການນໍາພາ ຂອງຄະນະບໍລິຫານງານພັກອົງການໃຫຍ່ພະລາທິການປະ ຈໍາ 6 ເດືອນຕົ້ນປີ 2021 ແລະ ແຜນການນໍາພາປະຈໍາ 6 ເດືອນ ທ້າຍປີ 2021 ສະໄໝທີ VI, ເຊິ່ງໄດ້ຍົກໃຫ້ເຫັນວຽກງານ ຫຼາຍດ້ານທີ່ໄດ້ສຸມໃສ່ນໍາພາໃນ ໄລຍະ 6 ເດືອນຕົ້ນປີ 2021 ຜ່ານມາ, ໂດຍສະເພາະວຽກງານ ຮັບປະກັນໃຫ້ແກ່ການເຄື່ອນ ໄຫວເຮັດໃຫ້ສະພາບມີຄວາມ ສະຫງົບ, ຊີ້ນໍາບັນດາອົງການ, ກົມກອງພະລາທິການທີ່ກ່ຽວ ຂ້ອງຈັດຕັ້ງຮັບປະກັນພະລາທິ ການຮອບດ້ານ, ຕິດຕາມກໍາແໜ້ນ ສະພາບການທີ່ຜັນແປໃນແຕ່ລະ ໄລຍະຢ່າງໃກ້ສິດເພື່ອກຽມພ້ອມ ແລະ ຮັບປະກັນວັດຖຸພະລາທິ ການໃຫ້ໄດ້ຢ່າງທັນເວລາ, ໂດຍສະເພາະ ແມ່ນການຮັບປະ ກັນໃຫ້ແກ່ໂຄງການ 01728, ການເຄື່ອນໄຫວສູ້ຮົບຂອງບັນ ດາກົມກອງ-ທ້ອງຖິ່ນ ແລະ ຮັບ ປະກັນໃຫ້ການກອບກູ້ໄພພິບັດ ດ້ານຕ່າງໆ ທີ່ຈະເກີດຂຶ້ນໃຫ້ ທັນ ເວລາ, ວຽກງານການປັບປຸງກໍ່ ສ້າງກໍາລັງໄດ້ຊຸກຍູ້ຊີ້ນໍາຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນສຶກ ສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ສະມາຊິກພັກ-ພະ ນັກງານ, ນັກຮົບທີ່ຂຶ້ນກັບດ້ວຍ ຄວາມຮັບຜິດຊອບຂອງຕົນຢ່າງ ເປັນປົກກະຕິ ແລະ ຕໍ່ເນື່ອງ, ກໍ່ສ້າງ ພັກ-ພະນັກງານຢູ່ແຕ່ລະຂັ້ນຕາມ 5 ຫຼັການ 3 ທິດນໍາຂອງພັກ ເພື່ອ ແນໃສ່ເພີ່ມທະວີໃຫ້ພະນັກງານ- ສະມາຊິກພັກມີຄວາມຕື່ນຕົວ ຫ້າວຫັນປະຕິບັດຕໍ່ລະບຽບຂອງ ພັກຢ່າງເຂັ້ມງວດ, ປັບປຸງກໍ່ສ້າງ ພັກໃຫ້ມີຄວາມປອດໃສ, ເຂັ້ມ ແຂງ, ໜັກແໜ້ນທາງດ້ານການ ເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ, ເຄົາ ລົບຫຼັກການລວມສູນປະຊາທິ ປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍໃຫ້ບຸກຄົນຮັບຜິດ ຊອບ, ເຮັດວຽກຕາມມະຕິ, ສຽງ ສ່ວນໜ້ອຍຂື້ນກັບສຽງສ່ວນ ຫຼາຍ, ມີການສໍາຫຼວດກວດກາ ຕີລາຄາ ແລະ ສະຫຼຸບຖອດຖອນ ບົດຮຽນເປັນປົກກະຕິ, ວຽກ ງານຮັບປະກັນພະລາທິການ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງງົບປະ ມານຕາມແຜນການໂດຍສະເພາະ ການແກ້ໄຂເງິນເດືອນ, ວັດຖຸ ພະລາທິການເຊັ່ນ: ນໍ້າມັນເຊື້ອ ໄຟ, ເຄື່ອງອຸປະໂພກ-ບໍລິໂພກ, ເສນາຮັກ ແລະ ຂົນສົ່ງ, ຜະລິດ ແກ້ໄຂຊີວິດການເປັນຢູ່ ແລະ ຜະ ລິດສ້າງລາຍຮັບ, ເສີມຂະຫຍາຍ ທ່າແຮງບົ່ມຊ້ອນຂອງແຕ່ລະກົມ ກອງ, ທ້ອງຖິ່ນ, ຄຸ້ມຄອງປົກປັກຮັກທາງດ້ານວັດຖຸເຄື່ອງ ຂອງ, ເງິນຄໍາ, ຂອງສ່ວນລວມ, ຈັດຕັ້ງປະຕິບັດກວດສອບບັນຊີ, ກວດກາເອກະສານຮັບ-ຈ່າຍວັດ ຖຸຕົວຈິງຢູ່ບັນດາສາງ-ຄັງ ເພື່ອ ສະກັດກັ້ນບໍ່ໃຫ້ມີສະພາບການ ຫຍໍ້ທໍ້ເກີດຂຶ້ນ, ຜັນຂະຫຍາຍວຽກ ງານການພົວພັນຮ່ວມມືກັບບັນ ດາ ເພື່ອນມິດແບບພິເສດ, ເພື່ອນ ມິດຍຸດທະສາດ ຕາມເງື່ອນໄຂອະ ນຸສັນຍາວ່າດ້ວຍການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ໃນຕອນທ້າຍ ກອງປະຊຸມ ກໍໄດ້ຄົ້ນຄວ້າພິຈາລະ ນາການສະເໜີເລື່ອນຊັ້ນໃຫ້ພະ ນັກງານທົ່ວກົມໃຫຍ່ພະລາທິ ການກອງທັບ ງວດຕົ້ນປີ 2021 ອີກດ້ວຍ. ໂອກາດນີ້, ສະຫາຍ ພົນຕີ ຄໍາ ເພັດ ສີຊານົນ ໄດ້ມີຄໍາເຫັນຊີ້ນໍາ ແລະ ໂອ້ລົມຕໍ່ກອງປະຊຸມ ເຊິ່ງສະ ຫາຍໄດ້ຮຽກຮ້ອງໃຫ້ຄະນະບໍລິ ຫານງານພັກທຸກສະຫາຍ ຈົ່ງ ພ້ອມກັນສືບຕໍ່ຊີ້ນໍາບັນດາກົມ ກອງເຮັດໃຫ້ສະພາບມີຄວາມສະ ຫງົບປອດໄພ, ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດໃຫ້ພະນັກງານ-ສະມາ ຊິກພັກ, ນັກຮົບໃຫ້ມີແນວຄິດອຸ່ນອຽນ ທຸ່ນທ່ຽງ, ຫ້າວຫັນຕໍ່ໜ້າທີ່ວຽກ ງານທີ່ພັກ-ລັດ ແລະ ການຈັດ ຕັ້ງມອບໝາຍໃຫ້, ມິສະຕິລະວັງ ຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນ ຕິຂອງສັດຕູ, ຕ້ານສະກັດກັ້ນເພື່ອ ບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ໃນໝູ່ພະນັກງານ, ປັບປຸງກໍ່ສ້າງ ພັກໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ແລະ ເພີ່ມທະວີຄວາມສາ ມັກຄີພາຍໃນເປັນປຶກແຜ່ນແໜ້ນ ໜາ, ທັງກໍ່ສ້າງພະນັກງານ ໃຫ້ມີພະນັກງານສືບທອດປ່ຽນ ແທນ, ຄຸ້ມຄອງປົກປັກຮັກສາພາ ຫະນະ, ວັດຖຸ-ເງິນຄໍາບໍ່ໃຫ້ຕົກ ເຮ່ຍເສຍຫາຍໂດຍຂາດຄວາມ ຮັບຜິດຊອບຢ່າງເດັດຂາດ, ເອົາ ໃຈໃສ່ຮັບປະກັນດ້ານຊີວິດການ ເປັນຢູ່ຂອງກົມກອງໃຫ້ດີຂຶ້ນ ໂດຍສະເພາະ ຍົກສູງຈິດໃຈ ເພີ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ກວດກາສະຫຼຸບຖອດຖອນບົດ ຮຽນ, ດໍາເນີນລະບອບສ່ອງແສງ ການເມືອງພາຍໃນພັກເປັນປະຈໍາ ແລະ ນໍາເອົາເນື້ອໃນຈິດໃຈຜົນ ຂອງກອງປະຊຸມ ແລະ ທິດທາງ ແຜນການ 6 ເດືອນຕົ້ນປີ 2021 ໄປຈັດຕັ້ງປະຕິບັດຢູ່ໃນຂັ້ນກົມກອງຂອງຕົນໃຫ້ສໍາເລັດ ແລະ ພ້ອມກັນສຶບຕໍ່ເຂັ້ມງວດມາດ ຕະການ-ການປ້ອງກັນຕ້ານເຊື້ອ ພະຍາດ ໂຄວິດ - 19 ທີ່ກໍາລັງແຜ່ ລະບາດຢູ່ ໃນ ສປປ ລາວ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ