ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບເຜີຍແຜ່ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ
ເວລາອອກຂ່າວ: 2021-07-21 08:34:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 240 | ຄວາມນິຍົມ:



ໃນວັນທີ 14-15 ກໍລະກົດ 2021 ນີ້, ໂຮງຮຽນທິດສະດີການ ເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິຕ່າງໆ ຂອງກົມການເມືອງສູນກາງພັກ, ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ປອ ຄໍາຜາຍ ສະພັງເໜືອ ເລຂາຄະນະ ພັກ ຫົວໜ້າການເມືອງໂຮງຮຽນ ທິດສະດີການເມືອງກອງທັບ, ມີຄະນະພັກ, ຄະນະອໍານວຍການ, ຄະນະຫ້ອງ, ຄະນະວິຊາຄູ ພ້ອມ ດ້ວຍສະມາຊິກພັກ ແລະ ພະນັກ ງານ-ນັກຮົບທົ່ວໂຮງຮຽນ ເຂົ້າ ຮ່ວມ. ບັນດາເອກະສານທີ່ນໍາມາເຜີຍ ແຜ່ເຊື່ອມຊຶມໃນຄັ້ງນີ້ລວມມີ: ມະຕິວ່າດ້ວຍການຍົກສູງຄຸນ ນະພາບວຽກງານການເມືອງ- ແນວຄິດໃນໄລຍະໃໝ່ ແລະ ມະຕິວ່າດ້ວຍການເພີ່ມທະວີການ ນໍາພາຂອງພັກຕໍ່ວຽກງານວັດ ທະນະທໍາໃນໄລຍະໃໝ່, ໃຫ້ກຽດ ບັນລະຍາຍເອກະສານໂດຍ ສະ ຫາຍ ພົນຈັດຕະວາ ປອ ຄໍາຜາຍ ສະພັງເໜືອ ແລະ ສະຫາຍ ພັນ ເອກ ປອ ວິໄລ ເພັດມີໄຊ ຮອງຫົວ ໜ້າການເມືອງ ຫົວໜ້າຫ້ອງການ ເມືອງໂຮງຮຽນທິດສະດີການ ເມືອງກອງທັບ ບັນດາເນື້ອໃນເອ ກະສານໄດ້ຍົກໃຫ້ເຫັນສະພາບ ການຈັດຕັ້ງປະຕິບັດ ດ້ານດີ ແລະ ຜົນສໍາເລັດຂອງວຽກງານການ ເມືອງ-ແນວຄິດ ຂອງພັກເຮົາໃນ ໄລຍະຜ່ານມາ ລວມທັງທັດສະ ນະພື້ນຖານຂອງພັກ, ທິດທາງ ລວມ ແລະ ໜ້າທີ່ ຕົ້ນຕໍຂອງວຽກ ງານການເມືອງ-ແນວຄິດໃນ ໄລຍະໃໝ່, ທັດສະນະພື້ນຖານ ທິດທາງລວມ ຄາດໝາຍສູ້ຊົນ ແລະ ໜ້າທີ່ຕົ້ນຕໍຂອງພັກກ່ຽວ ກັບວຽກງານວັດທະນະທໍາໃນ ຊຸມປີຕໍ່ໜ້າ ແລະ ມາດຕະການ ຈັດຕັ້ງປະຕິບັດ, ທັງນີ້ກໍເພື່ອແນ ໃສ່ເຮັດໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນ ພະນັກງານສະ ມາຊິກພັກ-ນັກຮົບແຕ່ລະສະ ຫາຍໄດ້ມີຄວາມຮັບຮູ້ເຊື່ອມຊຶມກໍ ເແໜ້ນໄດ້ບັນດາມະຕິເອກະສານ ຕ່າງໆ ຂອງກົມການເມືອງສູນກາງພັກກໍຄືເນື້ອໃນຈິດໃຈທີ່ສໍາ ຄັນເພື່ອພ້ອມກັນນໍາໄປຈັດຕັ້ງ ຜັນຂະຫຍາຍເຂົ້າໃນວຽກງານ ຕົວຈິງ ໃຫ້ມີຜົນສໍາເລັດອັນອັນ ໃຫຍ່ຫຼວງກວ່າເກົ່າ. ໂດຍ: ຄໍາພັດ ມິ່ງມູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ