ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງປິດຮຽນກໍ່ສ້າງນາຍສິບ ຊຸດທີ V
ເວລາອອກຂ່າວ: 2021-07-20 08:45:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2021 ນີ້, ໂຮງຮຽນການທະຫານທ້ອງ ຖິ່ນແຂວງເຊກອງ ໄດ້ຈັດພິທີປິດ ຮຽນກໍ່ສ້າງນາຍສິບຊຸດທີ V ປະຈຳສົກປີ 2020-2021,ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ທອງສີ ກຸນສະ ນະ, ຄະນະປະຈໍາພັກແຂວງ, ຫົວໜ້າການທະຫານ ກອງບັນ ຊາການທະຫານແຂວງເຊກອງ, ມີຄະນະພັກ-ຄະນະບັນຊາອົງ ການ 5 ຫ້ອງ, ຫ້ອງການ ປກຊ-ປກສ ຂັ້ນແຂວງ, ຄະນະອໍານວຍ ການໂຮງຮຽນ, ພະແນກການ ກ່ຽວຂ້ອງ, ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກຮຽນ ເຂົ້າ ຮ່ວມ. ສະຫາຍ ພັນຕີ ວິໄຊ ໄໝສະ ໝີ, ຄະນະອຳນວຍການ, ຫົວໜ້າ ການທະຫານໂຮງຮຽນການທະ ຫານທ້ອງຖິ່ນແຂວງເຊກອງ, ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ຄືນຜ່ານການຈັດຕັ້ງປະຕິບັດໂຄງ ການຫຼັກສູດກໍ່ສ້າງນັກຮຽນນາຍ ສິບທະຫານຮາບ ຊຸດທີ V ປະຈຳ ສົກປີ 2020-2021, ເຊິ່ງໄດ້ ຍົກໃຫ້ເຫັນເຖິງຜົນຂອງການ ຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງທີ່ຄະນະພັກ-ຄະນະອຳ ນວຍການ,ພະນັກງານຄູ-ອາ ຈານແຕ່ລະສະຫາຍ,ໄດ້ພ້ອມກັນ ເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ເຂົ້າໃນວຽກງານການຮຽນ-ການສອນດ້ວຍຄວາມຮັບຜິດ ຊອບສູງ, ມີການຕິດຕາມກວດ ກາ, ມີຄວາມຕັດສີນໃຈສູງ ແລະ ມີຄວາມເປັນເອກະພາບພາຍໃນ ໝູ່ຄະນະ, ຈິ່ງສາມາດເຮັດໃຫ້ນັກ ຮຽນແຕ່ລະສະຫາຍໄດ້ມີແນວຄິດ ຫຼັກໝັ້ນອຸ່ນອຽນທຸ່ນທ່ຽງພ້ອມ ກັນເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນ ການຄົ້ນຄວ້າຮໍ່າຮຽນ,ໂດຍປະ ຕິບັດ 7 ລະບອບ 18 ວຽກຂອງ ກອງທັບ ກໍຄືລະບຽບການຕ່າງໆ ທີ່ຄະນະພັກ-ຄະນະອໍານວຍການ ໂຮງຮຽນວາງອອກຢ່າງຖືກຕ້ອງ ເຂັ້ມງວດ, ສາມາດເຮັດໃຫ້ການ ຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບໃນຄັ້ງນີ້ໄດ້ 99,99 % ແລະມີຄວາມສະຫງົບປອດໄພ 100 % , ວິຊາທີ່ນຳມາຈັດຕັ້ງຮໍ່າ ຮຽນໃນຄັ້ງນີ້ປະກອບມີ : ວິຊາ ການເມືອງ, ວິຊາລະບຽບ -ກິລາ, ວິຊາສີລະປະຍຸດ-ຍຸດທະວິທີ, ວິ ຊາປືນໃຫຍ່ແບກຫາບ, ວິຊາແຜນ ທີ່, ວິຊາສື່ສານ, ວິຊາຊ່າງແສງ, ວິຊາວຽກງານພະລາທິການ, ວິ ຊາພາສາອັງກິດ, ວິຊາເສນາຮັກ, ເຊິ່ງມີຈຳນວນນັກຮຽນເຂົ້າຮ່ວມ ແລະ ມີໜ້າເຂົ້າສອບເສັງທັງໝົດ 98 ສະຫາຍ,ໃນນັ້ນມີຂັ້ນເກັ່ງ 36 ສະຫາຍ ເທົ່າກັບ 36,73 %, ຂັ້ນກາງ 61ສະຫາຍ ເທົ່າ ກັບ 62,24 % ,ຄາດໝາຍ 1 ສະຫາຍ ເທົ່າກັບ 1,02%, ຈາກ ຜົນງານດັ່ງກ່າວນັ້ນຈິ່ງ ໄດ້ຮັບ ການເລື່ອນຊັ້ນ ສິບໂທ ຂຶ້ນ ສິບເອກ 46 ສະຫາຍ, ສິບຕີ ຂຶ້ນ ສິບໂທ 29 ສະຫາຍ, ໄດ້ຮັບໃບຍ້ອງຍໍ ຂັ້ນຫ້ອງການເມືອງ ແລະ ຂັ້ນ ໂຮງຮຽນ, ປະເພດ I ມີ 18 ສະ ຫາຍ, ປະເພດ II ມີ 22 ສະຫາຍ, ພ້ອມກັນນັ້ນ ຍັງໄດ້ມອບໃບປະກາ ສະນີຍະບັດໃຫ້ນັກຮຽນກໍ່ສ້າງ ນາຍສິບທະຫານຮາບ ຊຸດທີ V ປະຈຳສົກປີ 2020-2021 ຢ່າງ ສົມກຽດ. ໃນໂອກາດດັ່ງກ່າວ ສະຫາຍ ພັນເອກ ທອງສີ ກຸນສະນະ ຕາງ ໜ້າຄະນະພັກ-ຄະນະບັນຊາ ການ, ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງ ບັນດາສະຫາຍຄະນະພັກ-ຄະນະ ອຳນວຍການ, ພະນັກງານຄູ-ອາ ຈານ ແລະ ນັກຮຽນກໍ່ສ້າງນາຍ ສິບຊຸດທີ V ທຸກໆສະຫາຍ, ທີ່ ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະ ຕິບັດການຮຽນ-ການສອນໃນ ຄັ້ງນີ້ ໄດ້ມີຜົນສຳເລັດ ແລະ ມີ ຄວາມສະຫງົບປອດໄພ 100%, ພ້ອມທັງຮຽກຮ້ອງໃຫ້ບັນດາ ອ້າຍນ້ອງນັກຮຽນແຕ່ລະສະ ຫາຍ, ພາຍຫຼັງທີ່ໄດ້ຈົບໂຄງການ ຫຼັກສູດການສຶກສາຮໍ່າຮຽນໃນ ຄັ້ງນີ້ແລ້ວ,ຈົ່ງພ້ອມກັນນໍາເອົາ ບັນດາເນື້ອໃນບົດຮຽນທີ່ຕົນເອງ ໄດ້ຮຽນມານຳໄປຈັດຕັ້ງປະຕິບັດ ໝູນໃຊ້ຢູ່ໃນກົມກອງຂອງຕົນໃຫ້ ຖືກຕ້ອງຕາມສະພາບເງື່ອນໄຂ ຕົວຈິງ, ເພື່ອແນໃສ່ເຮັດສຳເລັດ ໜ້າທີ່ການເມືອງຂອງພັກ-ລັດ, ກໍ ຄືຂອງກອງທັບວາງອອກ ແລະ ກຽມພ້ອມເຮັດໜ້າທີ່ເຂົ້າໃນການ ປົກປັກຮັກສາ ແລະ ສ້າງພັດທະ ນາປະເທດຊາດໃຫ້ມີຄວາມສະ ຫງົບ ແລະ ຈະເລີນງອກງາມຍິ່ງໆ ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ