ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 497 ມອບເງິນອຸດໜູນໃຫ້ຄອບຄົວພະນັກງານທີ່ເສຍຊີວິດ
ເວລາອອກຂ່າວ: 2021-07-20 08:43:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:



ວັນທີ 15 ກໍລະກົດ 2021 ນີ້, ກອງພັນໃຫຍ່ 497 ໄດ້ຈັດພິທີ ມອບ-ຮັບເງິນອຸດໜູນໃຫ້ແກ່ ຄອບຄົວພະນັກງາຍຜູ້ທີ່ເສຍຊີ ວິດ, ຈຳນວນ 3 ສະຫາຍຄື: ສະ ຫາຍ ພັນຕີ ສຸດໃຈ ພົນອາສາ, ສະຫາຍ ພັນຕີ ວຽງຄຳ ແລະ ສະຫາຍ ຮ້ອຍໂທ ເພັດຈິນດາ ລວມເປັນເງິນທັງໝົດ: 230.100.130 ກີບ.ໂດຍ ການເປັນປະທານກ່າວມອບຂອງ ສະຫາຍ ພັນໂທ ພອນໄຊ ບໍ ລະດົມ ຮອງເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່ 497 ມີບັນດາສະຫາຍຈາກຂະແໜງ ການທີ່ກ່ຽວຂ້ອງ ແລະ ຄອບຄົວພະນັກງານທີ່ເສຍຊີວິດເຂົ້າຮ່ວມ. ສະຫາຍ ພັນໂທ ພອນໄຊ ບໍ ລະດົມ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງ ກ່ອນອື່ນສະຫາຍໄດ້ກ່າວວ່າ: ການມອບເງິນນະໂຍບາຍໃນຄັ້ງ ນີ້, ແມ່ນນະໂຍບາຍຂອງພັກ-ລັດ, ກໍຄືກະຊວງປ້ອງກັນປະເທດ, ຕໍ່ ຜູ້ທີ່ຜົນງານ, ຄຸນງາມຄວາມດີ,ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ, ເຂົ້າໃນພາລະກິດລວມຂອງຊາດ, ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ເວົ້າ ລວມເວົ້າສະເພາະກໍຄືການປະ ກອບສ່ວນເຂົ້າໃນການປັບປຸງກໍ່ ສ້າງກົມກອງ ໃຫ້ມີຄວາມເຂັ້ມ ແຂງ ໜັກແໜ້ນ. ສະຫາຍ ໄດ້ຮຽກ ຮ້ອງໃຫ້ຄອບຄົວພະນັກງານທີ່ ເສຍຊີວິດ, ຈົ່ງນໍາເອົາເງິນດັ່ງ ກ່າວ ເພື່ອເປັນກ້ອນທຶນໃຫ້ແກ່ ລູກ, ຫຼານໃນການສຶກສາຮໍ່າ ຮຽນ, ນຳໃຊ້ເຂົ້າໃນການດໍາລົງ ຊີ ວິດ ແລະ ສ້າງສາພັດທະນາເສດ ຖະກິດຄອບຄົວໃຫ້ມີຊີວິດການ ເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ. ໂດຍ: ເປີ້ນ ແສງຄໍາມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ