ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ສຳເລັດການປ້ອງກັນບົດວິທະຍານິພົນປະລິນຍາໂທ
ເວລາອອກຂ່າວ: 2021-07-19 10:15:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ວັນທີ 14 ກໍລະກົດ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ສຳເລັດພິທີປ້ອງກັນບົດວິທະຍານິພົນ ປະລິນຍາໂທການທະຫານ-ການເມືອງ ຊຸດທີ XII ສົກປີ 2020 - 2021. ປະລິນຍາໂທ ການທະຫານປະກອບມີ: ສາຂາ ວິຊາຍຸດທະສາດ, ຍຸດທະບັ້ນຮົບ ແລະ ສາຂາວິຊາບັນຊາເສນາ ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ວປກ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ. ປະລິນຍາໂທການເມືອງປະ ກອບມີ: ສາຂາວິຊາກໍ່ສ້າງພັກ ແລະ ສາຂາວິຊາປັດຊະຍາ ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ, ຫົວໜ້າ ກົມການເມືອງ ວປກ, ມີອະນຸກຳ ມະການ, ຄະນະຮັບຜິດຊອບພ້ອມດ້ວຍນັກສຶກສາເຂົ້າຮ່ວມ. ນັກສຶກສາແຕ່ລະສະຫາຍ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດ ປ້ອງກັນວິທະຍານິພົນຂອງຕົນ. ເຊິ່ງປະກອບມີ ປະລິນຍາໂທ ການທະຫານ 10 ຫົວບົດຄື: ກໍ່ສ້າງທ່າສະ ໜາມສູ້ຮົບປ້ອງ ກັນຍຸດທະສາດຢູ່ພາກກາງ ໂດຍສະຫາຍ ພັນໂທ ກວດແກ້ວ ໄຊປັນຍາ; ຈັດຕັ້ງ, ນຳໃຊ້ກຳລັງ ສູ້ຮົບເຄື່ອນທີ່ຍຸດທະສາດຢູ່ພາກ ໃຕ້ ໂດຍສະຫາຍ ພັນໂທ ວິຫານ ສົມຈະເລີນ; ສົມທົບການພັດທະ ນາເສດຖະກິດ-ສັງຄົມກັບການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຢູ່ພາກເໜືອ ໂດຍສະຫາຍ ພັນໂທ ຄຳໄຊ ພົມເຫຼັກວິໄລ; ໝູນໃຊ້ຮູບການຍຸດທະວິທີຕີບັ້ນ ກຸນແຈສັດຕູທະລຸເຂົ້າສະໜາມ ຈຸດໜັກໃນຍຸດທະບັ້ນຮົບຈັ້ງທ່າ ໂດຍສະຫາຍ ພັນໂທ ຈັນທີ ບົວສະຫວັນ; ສິລະປະນຳໃຊ້ກຳ ລັງເຄື່ອນທີ່ໃນຍຸດທະບັ້ນຮົບ ຕ່າວໂຈມຕີ ໂດຍສະຫາຍ ພັນໂທ ເພັດມະນີ ຈັນລາຄຳ; ສິລະປະ ຕີສັດຕູບຸກຕີຂ້າມຈຸດໃນຍຸດທະ ບັ້ນຮົບຈັ້ງທ່າ ໂດຍສະຫາຍ ພັນໂທ ສຳລານ ດວງມາລາ; ສິລະປະບັ້ນ ບຸກຕີກຸນແຈດັບສູນສັດຕູບຸກທະ ລຸເຂົ້າຂອບເຂດສະໜາມຈຸດໜັກ ໃນຍຸດທະບັ້ນຮົບຈັ້ງທ່າ ໂດຍ ສະຫາຍ ພັນໂທ ຄຳຫຼ້າ ທອງວິໄລ; ວຽກງານເສນາບັ້ນຕີທີ່ເປັນກຸນ ແຈດັບສູນສັດຕູຫົດເຂົ້າຕ້ານຄືນ ໃນຍຸດທະບັ້ນຮົບຕ່າວໂຈມຕີ ໂດຍ ສະຫາຍ ພັນໂທ ຄຳຫຼ້າ ສິດທິ ພັນ; ວຽກງານເສນາບັ້ນຕີທີ່ເປັນ ກຸນແຈເປີດສາກຍຸດທະບັ້ນຮົບ ບຸກຕີ ໂດຍສະຫາຍ ພັນໂທ ຄອນ ວິໄລ ສີວັນນະວົງ ແລະ ຈັດຕັ້ງວິທີຊີ້ນຳຊ້ອມຮົບບັນຊາອົງການຍຸດ ທະບັ້ນຮົບບຸກຕີສອງຂັ້ນຝ່າຍ ດຽວຢູ່ພູມິປະເທດພາກກາງ ໂດຍ ສະຫາຍ ພັນໂທ ບຸນຍັງ ທຸມມາ ລາ. ປະລິນຍາໂທການເມືອງມີ 9 ຫົວບົດຄື: ບຳລຸງຄວາມ ສາມາດວຽກງານແນວຄິດຂອງ ຖັນແຖວພະນັກງານຢູ່ກົມວິທະ ຍາສາດ-ປະຫວັດສາດ ໂດຍ ສະຫາຍ ພັນໂທ ອູເທບ ພົມມະ ເທບ; ຍົກສູງຄວາມສາມາດວຽກ ງານພັກ-ວຽກງານການເມືອງ ຂອງຫົວໜ້າການເມືອງກອງພັນ ນ້ອຍຢູ່ກົມ 213 ປັດຈຸບັນ ໂດຍ ສະຫາຍ ພັນໂທ ໜູທອງ ທຸມພະ ລາ; ປະຕິບັດຫຼັກການນຳພາເປັນ ໝູ່ຄະນະບຸກຄົນຮັບຜິດຊອບຂອງ ຄະນະພັກຮາກຖານຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໂດຍສະຫາຍ ພັນໂທ ອຸ້ຍອຳໄພ ແກ້ວບົວພັນ; ຍົກສູງຄຸນ ນະພາບການຈັດຕັ້ງຮາກຖານ ພັກຢູ່ກອງບັນຊາການທະຫານ ແຂວງຄຳມ່ວນໃນປັດຈຸບັນ ໂດຍສະຫາຍ ພັນໂທ ສົມໄຊ ເພັດສັງຄາ; ເພີ່ມທະວີການນຳພາຂອງຄະນະພັກບັນດາກອງພັນນ້ອຍທີ່ຂຶ້ນກັບກອງບັນຊາການທະ ຫານແຂວງຫົວພັນຕໍ່ກັບວຽກ ງານຊາວໜຸ່ມໃນໄລຍະປັດຈຸບັນ ໂດຍສະຫາຍ ພັນໂທ ບຸນມີໄຊ ຄຳພະຈັນ; ໝູນໃຊ້ປະລິມານ ແລະ ຄຸນນະພາບເຈົ້າໃນການສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ ພະນັກງານສະມາຊິກພັກ ຢູ່ວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໂດຍສະຫາຍ ພັນໂທ ບຸນຊົມ ໄຊຍະວົງ; ໝູນໃຊ້ຫຼັກມູນຂະຫຍາຍຕົວເຂົ້າໃນກາກໍ່ ສ້າງພະນັກງານສືບທອດຢູ່ວິທະ ຍາຄານພະລາທິການກອງທັບ ປັດຈຸບັນ ໂດຍສະຫາຍ ພັນໂທ ວອນສີ ສຸລິແພງ; ເສີມຂະຫຍາຍ ຈິນຕະນາການປັດຊະຍາເຂົ້າໃນ ການສຶກສາອົບຮົບການເມືອງ-ແນວຄິດໃຫ້ພະນັກງານ, ນັກຮົບ ຢູ່ກົມ 49 ໃນປັດຈຸບັນ ໂດຍສະ ຫາຍ ພັນໂທ ຄຳເພັດ ສີບຸນເຮືອງ ແລະ ໝູນໃຊ້ວິທີສັດຈະວິພາກວັດ ຖຸນິຍົມເຂົ້າໃນການຍົກສູງຄຸນນະ ພາບການຮຽນ- ການສອນ ຢູ່ວິທະ ຍາຄານສັນຕິບານປະຊາຊົນໃນ ປັດຈຸບັນ ໂດຍສະຫາຍ ພັນໂທ ວັນທອງ ດວງມະນີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ