ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວພກ ປິດສົກຮຽນ 2020 - 2021
ເວລາອອກຂ່າວ: 2021-07-19 10:11:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ພິທີປິດສົກຮຽນ 2020- 2021 ຂອງວິທະຍາຄານພະລາ ທິການກອງທັບໄດ້ຈັດຂຶ້ນ ໃນ ຕອນເຊົ້າຂອງ ວັນທີ 15 ກໍລະ ກົດ 2021 ຢູ່ສະໂມສອນຂອງວິທະ ຍາຄານ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ບົວເຮືອງ ສົມຟອງບຸດຕາຂັນ ອຳນວຍການ ຫົວໜ້າການທະ ຫານ ວິທະຍາຄານພະລາທິການ ກອງທັບ, ມີຄະນະພັກ-ຄະນະອຳ ນວຍການ, ຄະນະພັກ-ຄະນະບັນ ຊາ 6 ຫ້ອງ 2 ກອງພັນ, ພະແນກ ການທີ່ກ່ຽວຂ້ອງຕະຫຼອດຮອດ ນັກຮຽນ-ນັກສຶກສາທີ່ຮຽນຈົບ ເຂົ້າຮ່ວມ. ພິທີປິດສົກຮຽນ 2020-2021 ຂອງວິທະຍາຄານພະລາທິການ ກອງທັບ ໄດ້ຈັດຂຶ້ນໂດຍປະຕິບັດ ຕາມມາດຕະການປ້ອງກັນການ ລະບາດຂອງພະຍາດ ໂຄວິດ- 19 ຢ່າງເຂັ້ມງວດເປັນຕົ້ນແມ່ນໃສ່ ຜ້າອັດປາກ-ອັດດັງ, ໃຊ້ເຈວລ້າງ ມື. ໃນພິທີ, ສະຫາຍ ພັນເອກ ສອນນວຍການ ຫົວໜ້າຫ້ອງອົບຮົມວິ ທະຍາຄານພະລາທິການ ກອງທັບ ໄດ້ຜ່ານບົດລາຍງານການກໍ່ສ້າງ ນັກຮຽນ-ນັກສຶກສາ ໄລຍະສັ້ນ ແລະ ໄລຍະຍາວປະຈຳສົກຮຽນ 2020-2021 ເຊິ່ງໄດ້ຍົກໃຫ້ ເຫັນຫຼາຍດ້ານທີ່ພົ້ນເດັ່ນໃນ ການຮຽນ-ການສອນໃນໄລຍະ ທີ່ຜ່ານມາ. ໂດຍອີງຕາມຂໍ້ຕົກ ລົງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ອະນຸມັດໃຫ້ວິທະຍາຄານພະລາ ທິການກອງທັບປິດສົກຮຽນ 2020-2021 ຢ່າງເປັນທາງ ການ. ນັກຮຽນ-ນັກສຶກສາທີ່ ຮຽນຈົບໃນຄັ້ງນີ້ ມີ 4 ລະບົບຄື: ກໍ່ສ້າງປະລິນຍາຕີຂັ້ນ ກອງພັນ ໃຫຍ່, ກອງພົນ ລະບົບ 2 ປີ, ກໍ່ສ້າງປະລິນຍາຕີຂັ້ນກອງພັນ ນ້ອຍ ລະບົບ 4 ປີ, ກໍ່ສ້າງຊັ້ນສູງ ລະບົບ 1 ປີ ແລະ ກໍ່ສ້າງຊັ້ນກາງ ລະບົບ 2 ປີ. ນັກຮຽນ-ນັກສຶກສາ ທີ່ຮຽນ ຈົບໃນຄັ້ງນີ້ມີທັງໝົດ 263 ສະຫາຍ, ຍິງ 20 ສະຫາຍ, ສາມາດສັງລວມຜົນການສອບ ເສັງ-ປ້ອງກັນບົດໄດ້ທັງໝົດຄື: ປະເພດ ດີເລີດ 51 ສະຫາຍ, ປະເພດ ດີຫຼາຍ 156 ສະຫາຍ, ປະເພດ ດີ 39 ສະຫາຍ, ປະເພດ ດີພໍໃຊ້ 17 ສະຫາຍ. ສະຫາຍຫົວໜ້າການທະຫານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາຄະນະຮັບຜິດຊອບ ແລະ ນັກຮຽນ-ນັກສຶກສາທີ່ຮຽນ ຈົບໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກ ບາງບັນຫາຄື: ບັນດານັກຮຽນ-ນັກສຶກສາທີ່ຮຽນຈົບ ພາຍຫຼັງກັບ ຄືນສູ່ກົມກອງແລ້ວຕ້ອງໄດ້ປະ ຕິບັດບັນດາຂໍ້ກຳນົດກົດລະບຽບ ຂອງກອງທັບ ກໍຄືກົມກອງວາງ ອອກຢ່າງເຂັ້ມງວດຄືກັບເຄີຍປະ ຕິບັດໃນວິທະຍາຄານ, ປະຕິບັດ ບັນດາມະຕິຄຳສັ່ງຂອງຂັ້ນເທິງ ໂດຍສະເພາະເວລາຖືກປະກອບ ເຂົ້າໃນໜ້າວຽກຕ່າງໆ, ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກ ງານທີ່ໄດ້ຮັບມອບໝາຍ, ຮັດ ແໜ້ນຄວາມສາມັກຄີເປັນປຶກ ແຜ່ນຕໍ່ກັບພໍ່ແມ່ປະຊາຊົນ ແລະ ເພື່ອນຮ່ວມອຸດົມການອັນດຽວ ກັນ. ໂດຍ: ສົມພອນ ນໍລະສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ