ກົດຫມາຍ

ວັນພຸດ, ວັນທີ 28 ຕຸລາ 2020

ກົດຫມາຍ


ກົດໝາຍຕ່າງໆ

ກົດໝາຍວ່າດ້ວຍ ການປ້ອງກັນຊາດ

ກົດໝາຍວ່າດ້ວຍການປ້ອງກັນຊາດ
ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມກວດກາ ວຽກງານປ້ອງກັນຊາດເພື່ອຍົກສູງປະສິດທິພາບໃນການຊີ້ນຳບັນຊາການປະຕິບັດໜ້າທີ່ຂອງກຳລັງປ້ອງກັນຊາດ, ເຮັດໃຫ້ວຽກງານດັ່ງກ່າວເປັນ ຄວາມຮັບຜິດຊອບທົ່ວປວງຊົນລາວ ແນໃສ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມໝັ້ນຄົງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ມາດຕາ 2  ການປ້ອງກັນຊາດ
ການປ້ອງກັນຊາດ ແມ່ນການປົກປັກຮັກສາ ປະເທດຊາດ, ລະບອບການເມືອງ, ຄວາມເປັນເອກະ ລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນລວມທັງເຂດນ່ານນໍ້າ ແລະ ນ່ານຟ້າຂອງ ສປປ ລາວ ດ້ວຍກຳລັງແຮງສັງລວມຂອງທົ່ວປວງຊົນລາວທັງຊາດ ໂດຍມີກໍາລັງປະກອບອາວຸດປະຊາຊົນເປັນຫຼັກແຫຼ່ງ.
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ພື້ນຖານປ້ອງກັນຊາດທົ່ວປວງຊົນ   ໝາຍເຖິງ ກໍາລັງແຮງປ້ອງກັນຊາດຂອງປະເທດ ທີ່ສ້າງຂຶ້ນ ບົນພື້ນຖານຊັບພະຍາກອນມະນຸດ, ກຳລັງວັດຖຸ ແລະ ຈິດໃຈ, ມີລັກສະນະທົ່ວປວງຊົນຮອບ ດ້ານ, ເອກະລາດ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
2. ກຳລັງແຮງບົ່ມຊ້ອນປ້ອງກັນຊາດ  ໝາຍເຖິງກໍາລັງແຮງທາງດ້ານຊັບພະຍາກອນມະນຸດ, ວັດຖຸ, ການເງິນທີ່ສາມາດນໍາໃຊ້ໃນການປະຕິບັດໜ້າທີ່ປ້ອງກັນຊາດ.
3. ກຳລັງຫຼວງ   ໝາຍເຖິງກໍາລັງທະຫານທີ່ກະຊວງປ້ອງກັນປະເທດ ເປັນຜູ້ຊີ້ນໍາບັນຊາໂດຍກົງ.
4. ກຳລັງທ້ອງຖິ່ນ   ໝາຍເຖິງກໍາລັງທະຫານທີ່ຈັດຕັ້ງຂຶ້ນຢູ່ແຂວງ, ນະຄອນຫຼວງ ແລະ ເມືອງ, ເທດສະບານ, ນະຄອນໂດຍແມ່ນກອງບັນຊາການທະຫານແຂວງ, ນະຄອນຫຼວງຕາງໜ້າກະຊວງປ້ອງກັນປະເທດ ເປັນຜູ້ຊີ້ນຳບັນຊາ.
5. ເຂດປ້ອງກັນຈັ້ງທ່າ   ໝາຍເຖິງເຂດທີ່ໄດ້ຈັດຕັ້ງວຽກງານປ້ອງກັນຊາດ ຕາມເຂດພື້ນທີ່ການປົກ ຄອງແຕ່ລະຂັ້ນໃນເຂດຍຸດທະສາດປ້ອງກັນຊາດ.
6. ລະບົບປ້ອງກັນຈັ້ງທ່າລວມທົ່ວປະເທດ   ໝາຍເຖິງ ທ່າສະໜາມປ້ອງກັນຊາດທົ່ວປວງຊົນ ແລະ ທ່າສະໜາມຈັ້ງທ່າທົ່ວປວງຊົນ.
7. ເຈົ້າໜ້າທີ່ຍຸຕິທຳທະຫານ   ໝາຍເຖິງເຈົ້າໜ້າທີ່ຂອງການປ້ອງກັນພາຍໃນກອງທັບ, ກົມກວດກາກອງທັບ, ອົງການໄອຍະການທະຫານ ແລະ ສານທະຫານ.
ມາດຕາ 4  ນະໂຍບາຍຂອງລັດກ່ຽວກັບວຽກງານປ້ອງກັນຊາດ
ລັດຖືເອົາວຽກງານປ້ອງກັນຊາດ ເປັນຍຸດທະສາດພື້ນຖານສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າສ້າງກ້ອນກຳລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປ້ອງກັນຊາດເປັນຕົ້ນຕໍ, ສ້າງ ແລະ ພັດທະ ນາກຳລັງປະກອບອາວຸດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຮອບດ້ານ ທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ.
ລັດເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງ, ສະໜອງທີ່ດິນ, ງົບປະມານ, ວັດຖຸປະກອນ, ອາວຸດຍຸດໂທປະກອນ, ພາຫະນະເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ ແລະ ອື່ນໆ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວ ວຽກງານປ້ອງກັນຊາດ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ມາດຕາ 5  ຫຼັກການເຄື່ອນໄຫວວຽກງານປ້ອງກັນຊາດ
1. ການເຄື່ອນໄຫວວຽກງານປ້ອງກັນຊາດ ຕ້ອງຮັບປະກັນຫຼັກການດັ່ງນີ້:
2. ການຊີ້ນຳ ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ.
3. ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ, ການຮັກສາ ແລະ ເສີມຂະຫຍາຍມູນເຊື້ອ, ວັດທະນະທຳອັນດີງາມຂອງຊາດ ແລະ ການນຳໃຊ້ຄວາມ ກ້າວໜ້າຂອງຍຸກສະໄໝ.
4. ການປ້ອງກັນຊາດ ທົ່ວປວງຊົນຮອບດ້ານ ແລະ ການປຸກລະດົມ, ເຕົ້າໂຮມກໍາແຮງສັງລວມ   ຂອງທົ່ວປວງຊົນລາວທັງຊາດ ເຂົ້າໃນວຽກງານປ້ອງກັນຊາດ.
5. ການຕິດຕາມ ກວດກາ ແລະ ສົມທົບແໜ້ນວຽກງານປ້ອງກັນຊາດ ກັບການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພົວພັນຕ່າງປະເທດ.
6. ການສະກັດກັ້ນ ແລະ ຕ້ານທຸກເລລ່ຽມກົນອຸບາຍ, ການຮຸກຮານ, ການທຳລາຍມ້າງເພ  ສປປ ລາວ ຂອງບຸກຄົນ ແລະ ກຸ່ມຄົນບໍ່ດີທັງພາຍໃນ ແລະ ຕ່າງປະເທດຢ່າງທັນການ.
7. ການຮັກສາຄວາມລັບ ຢ່າງເດັດຂາດໃນວຽກງານປ້ອງກັນຊາດ.
ມາດຕາ 6   ພັນທະປ້ອງກັນຊາດ
ການປ້ອງກັນຊາດ ເປັນພັນທະຂອງພົນລະເມືອງທຸກຄົນ ເຊິ່ງຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າໃນການແຈ້ງ ແລະ ລາຍງານຂໍ້ມູນ, ສະກັດກັ້ນ, ຕອບຕ້ານທຸກເລ່ລ່ຽມກົນອຸບາຍຂອງບຸກຄົນ, ກຸ່ມຄົນບໍ່ດີທີ່ກໍ່ຄວາມບໍ່ສະຫງົບພາຍໃນ, ຮຸກຮານ, ລະເມີດອະທິປະໄຕ, ເຂດນໍ້າແດນດິນ, ເຂດນ່ານນໍ້າ ແລະ ເຂດນ່ານຟ້າ.
ມາດຕາ 7  ການປົກປ້ອງກຳລັງປ້ອງກັນຊາດ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເຊິ່ງປະຕິບັດໜ້າທີ່ປ້ອງກັນຊາດໄດ້ຮັບການປົກປ້ອງຕາມກົດໝາຍ ເມື່ອຖືກກ່າວຫາ, ຖືກຮ້ອງຟ້ອງ, ຖືກໃສ່ຮ້າຍ, ຖືກນາບຂູ່ໃນເວລາເຄື່ອນໄຫວປະຕິບັດໜ້າທີ່ ທີ່ຖືກຕ້ອງຕາມກົດໝາຍ ຫຼື ການມອບໝາຍຂອງການຈັດຕັ້ງ.
ມາດຕາ 8   ຂອບເຂດການນຳໃຊ້ກົດໝາຍ
ກົດໝາຍສະບັບນີ້ ນໍາໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດທີ່ດຳລົງຊີວິດຢູ່ບົນດິນແດນຂອງ ສ ປປ ລາວ .
ມາດຕາ 9  ການຮ່ວມມືສາກົນ
ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ໃນຂົງເຂດວຽກງານປ້ອງກັນ ຊາດ ດ້ວຍການແລກປ່ຽນບົດຮຽນ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ, ການບໍາລຸງຍົກລະດັບຄວາມຮູ້ດ້ານວິຊາສະເພາະ, ປະຕິບັດສັນຍາສາກົນ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ບົນຫຼັກການເຄົາລົບ ເອກະລາດ, ອຳນາດ ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງກິດຈະການພາຍໃນເຊິ່ງກັນ ແລະກັນ, ສະເໝີພາບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ລັດສົ່ງເສີມການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດກ່ຽວກັບວຽກງານປ້ອງກັນຊາດທົ່ວປວງ ຊົນຮອບດ້ານ.

ພາກທີ II
ວຽກງານປ້ອງກັນຊາດ

ມາດຕາ 10    ວຽກງານປ້ອງກັນຊາດ
ວຽກງານປ້ອງກັນຊາດປະກອບດ້ວຍ:
1. ການກຽມພ້ອມສູ້ຮົບ.
2. ການສ້າງທ່າສະໜາມປ້ອງກັນຊາດ.
3. ພາວະສຸກເສີນ.
4. ພາວະສົງຄາມ.
ມາດຕາ 11   ພື້ນຖານວຽກງານປ້ອງກັນຊາດ
ພື້ນຖານວຽກງານປ້ອງກັນຊາດມີດັ່ງນີ້:
1. ການສ້າງແຜນຍຸດທະສາດປ້ອງກັນຊາດ, ສ້າງກໍາລັງແຮງທີ່ແທ້ຈິງ ແລະ ກໍາລັງແຮງ  ດ້ານປ້ອງກັນຊາດໃຫ້ເຂັ້ມແຂງຮອບດ້ານ, ສ້າງກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ.
2. ການສ້າງກຳລັງປະກອບອາວຸດປະຊາຊົນເປັນຫຼັກແຫຼ່ງ, ເຂັ້ມແຂງຮອບດ້ານ, ມີກໍາລັງແຮງສູ້ຮົບ ແລະ ມີລະບຽບແບບແຜນທັນສະໄໝ.
3. ການໂຄສະນາ, ສຶຶກສາ, ອົບຮົມ ແລະ ບໍາລຸງວຽກງານປ້ອງກັນຊາດໃຫ້ທົ່ວການຈັດຕັ້ງລັດ ແລະ ພົນລະເມືອງ.
4. ການກໍ່ສ້າງພື້ນຖານທາງດ້ານວັດຖຸ, ເຕັກນິກໃຫ້ແກ່ການປ້ອງກັນຊາດທົ່ວປວງຊົນ, ການຄົ້ນ ຄວ້າຍຸດທະສາດ, ສິລະປະການທະຫານ, ການພັດທະນາອຸດສາຫະກໍາປ້ອງກັນຊາດ ແລະ ລະດົມກໍາລັງແຮງບົ່ມຊ້ອນທາງດ້ານວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝເພື່ອຮັບໃຊ້ວຽກ ງານປ້ອງກັນຊາດ.
5. ການສ້າງແຜນການລະດົມພົນ, ກໍາລັງສໍາຮອງປ້ອງກັນຊາດ ແລະ ບັນດາເງື່ອນໄຂທີ່ຈຳເປັນ ເພື່ອຮັບປະກັນໃນພາວະສຸກເສີນ ແລະ ພາວະສົງຄາມ.
6. ການສ້າງເຂດປ້ອງກັນຈັ້ງທ່າແນວຫຼັງຍຸດທະສາດປ້ອງກັນຊາດ ທີ່ແໜ້ນໜາ, ການເພີ່ມທະວີກໍາ ລັງແຮງບົ່ມຊ້ອນປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ພື້ນຖານທີ່ໄດ້ກໍານົດໄວ້ໃນຂອບເຂດ ທົ່ວປະເທດ.
7. ການກໍານົດນະໂຍບາຍທີ່ສອດຄ່ອງກັບເງື່ອນໄຂ ແລະ ລັກສະນະການເຄື່ອນໄຫວຂອງຜູ້ຮັບໃຊ້ ໃນກໍາລັງປະກອບອາວຸດປະຊາຊົນ ຫຼື ຄອບຄົວຂອງຜູ້ກ່ຽວ.
8. ການສ້າງ ແລະ ຈັດຕັ້ງປະຕິບັດແຜນການ, ມາດຕາການປ້ອງກັນຈັ້ງທ່າທ່ົວປວງຊົນໃນຂອບເຂດທົ່ວປະເທດ.

ໝວດທີ 1
ການກຽມພ້ອມສູ້ຮົບ

ມາດຕາ 12 ການກຽມພ້ອມສູ້ຮົບ
ການກຽມພອ້ມສູ້ຮົບມີດັ່ງນີ້:
1. ການກຽມພ້ອມສູ້ຮົບໃນພາວະປົກກະຕິ
2. ການກຽມພ້ອມສູ້ຮົບໃນພາວະເພີ່ມທະວີ
3. ການກຽມພ້ອມສູ້ຮົບໃນພາວະຄົບຖ້ວນ
ມາດຕາ 13 ການກຽມພ້ອມສູ້ຮົບໃນພາວະປົກກະຕິ
ການກຽມພ້ອມສູ້ຮົບໃນພາວະປົກກະຕິ ແມ່ນການກຽມພ້ອມສູ້ຮົບໃນເວລາສະພາບການ ຂອງປະເທດ, ຂອບເຂດພື້ນທີ່ກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ ແຕ່ບັນດາກົມກອງກໍາລັງ ຫຼວງ ແລະ ກໍາລັງທ້ອງຖິ່ນກໍຕ້ອງດຳເນີນວຽກງານປະຈຳການກຽມພ້ອມສູ້ຮົບທາງດ້ານກໍາລັງພົນ, ພາຫະນະ, ວັດຖຸຮັບໃຊ້, ອາວຸດ, ກະສູນຕາມແຜນການປົກກະຕິ.
ມາດຕາ 14 ການກຽມພ້ອມສູ້ຮົບໃນພາວະເພີ່ມທະວີ
ການກຽມພ້ອມສູ້ຮົບໃນພາວະເພີ່ມທະວີ ແມ່ນການກຽມພ້ອມສູ້ຮົບໃນວັນສໍາຄັນຂອງຊາດ,ມີການນາບຂູ່, ເກາະຜິດ, ບຽດຍຶດຢູ່ບາງທິດ ຫຼື ຫຼາຍທິດຂອງປະເທດ ຫຼື ຈະມີການກໍ່ການກະບົດ, ການລຸກຮືຂຶ້ນຢູ່ບໍລິເວນ. ນອກນັ້ນຍັງມີການກຽມພ້ອມຮັບມື ແລະ ຕອບຕ້ານສະພາບການ ແລະ ຜົນກະທົບຂອງໄພ ພິບັດທໍາມະຊາດ.
ການຈັດຕັ້ງ ແລະ ການເຄື່ອນໄຫວກ່ຽວກັບການກຽມພ້ອມສູ້ຮົບໃນພາວະເພີ່ມທະວີ ໄດ້ກໍານົດໄວ້ ໃນລະບຽບການຕ່າງຫາກ.
ມາດຕາ  15   ການກຽມພ້ອມສູ້ຮົບໃນພາວະຄົບຖ້ວນ
ການກຽມພ້ອມສູ້ຮົບໃນພາວະຄົບຖ້ວນ ແມ່ນການກຽມພ້ອມສູ້ຮົບໃນເວລາສະພາບການທາງດ້ານ ການເມືອງຢູ່ບາງທິດ ຫຼື ຫຼາຍທິດຂອງປະເທດ ຖືກນາບຂູ່ຢ່າງໜັກໜ່ວງ, ບາງບໍລິເວນ ຫຼື ຫຼາຍບໍລິເວນເຂດ ຊາຍແດນລະຫວ່າງປະເທດ ມີຄວາມສ່ຽງທີ່ຈະຖືກບຸກໂຈມຕີ, ຮຸກຮານຈາກສັດຕູພາຍນອກ, ກຸ່ມຄົນບໍ່ດີພາຍໃນມີການເຄື່ອນໄຫວແຫ່ຂະບວນປະທ້ວງ, ລຸກຮືຂຶ້ນໂຄ່ນລົ້ມ ແລະ ກໍ່ຄວາມບໍ່ສະຫງົບຕໍ່ຄວາມໝັ້ນຄົງ ຂອງຊາດ. ບັນດາກໍາລັງຫຼວງ, ກໍາລັງທ້ອງຖິ່ນ ແລະ ທຸກອົງການຈັດຕັ້ງລັດ, ນິຕິບຸກຄົນ, ບຸກຄົນຕ້ອງຫັນພາວະກຽມພ້ອມສູ້ຮົບຂຶ້ນສູ່ພາວະຄົບຖ້ວນ.
ການຈັດຕັ້ງ ແລະ ການເຄື່ອນໄຫວກ່ຽວກັບການກຽມພ້ອມສູ້ຮົບໃນພາວະຄົບຖ້ວນໄດ້ກໍານົດໄວ້ໃນ ລະບຽບການຕ່າງຫາກ.
ມາດຕາ 16   ການອອກ ຫຼື ຍົກເລີກຄຳສັ່ງ ພາວະເພີ່ມທະວີ ແລະ ພາວະຄົບຖ້ວນ
ລັດຖະມົນຕີກະຊວງປ້ອງກັນປະເທດ ຫຼື ຫົວໜ້າກົມໃຫຍ່ເສນາທິການກອງທັບ ອອກຄໍາສັ່ງເຖິງບັນ ດາກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນໃຫ້ກຽມພ້ອມສູ້ຮົບໃນພາວະເພີ່ມທະວີ ຫຼື ໃນພາວະຄົບຖ້ວນ.
ເມື່ອສະພາບການຫາກກັບຄືນສູ່ພາວະປົກກະຕິແລ້ວກໍອອກຄໍາສັ່ງຍົກເລີກພາວະເພີ່ມທະວີ ຫຼື ພາ ວະຄົບຖ້ວນ.

ໝວດທີ 2
ການສ້າງທ່າສະໜາມປ້ອງກັນຊາດ

ມາດຕາ 17   ການສ້າງທ່າສະໜາມປ້ອງກັນຊາດ
ການສ້າງທ່າສະໜາມປ້ອງກັນຊາດ
1. ການສ້າງທ່າສະໜາມທົ່ວປວງຊົນ.
2. ການຈັ້ງທ່າທົ່ວປວງຊົນ.
ມາດຕາ 18  ການສ້າງທ່າສະໜາມທົ່ວປວງຊົນ
ການສ້າງທ່າສະໜາມທົ່ວປວງຊົນ ແມ່ນການສ້າງປັດໄຈ ແລະ ເງື່ອນໄຂຮອບດ້ານໃຫ້ແກ່ການປ້ອງ ກັນຊາດ ແນໃສ່ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ຕິດພັນກັບການປ້ອງກັນຊາດ ແລະ ຂະຫຍາຍຕົວໄປຕາມທິດສັງຄົມນິຍົມ.
ອົງການປົກຄອງທ້ອງຖິ່ນຕ້ອງສ້າງເຂດທ່າສະໜາມທົ່ວປວງຊົນໃນລະບົບປ້ອງກັນຈັ້ງທ່າລວມທົ່ວປະເທດ.
ລັດຖະບານ ກໍານົດເນື້ອໃນການສ້າງເຂດທ່າສະໜາມທົ່ວປວງຊົນ ແລະ ກົນໄກການເຄື່ອນໄຫວຂອງເຂດປ້ອງກັນຈັ້ງທ່າ.
ມາດຕາ 19   ການຈັ້ງທ່າທົ່ວປວງຊົນ
ການຈັ້ງທ່າທົ່ວປວງຊົນ ແມ່ນການກໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ, ການຜະລິດກະສິກຳ ແລະ ອຸດສາຫະກໍາ, ການຄົມມະນາຄົມຂົນສົ່ງ ແລະ ກິດຈະການກໍ່ສ້າງຕ່າງໆທີ່ຢູ່ໃນເຂດຍຸດທະສາດປ້ອງກັນຊາດ ພ້ອມກັນນັ້ນກໍຕ້ອງຕ້ານ ແລະ ສະກັດກັ້ນສົງຄາມ, ປ້ອງກັນ ແລະ ຄວບຄຸມໄພພິບັດ ແລະ ພະຍາດລະບາດ, ປ້ອງກັນປະຊາຊົນ, ການຈັດຕັ້ງ ແລະ ຟື້ນຟູຜົນເສຍຫາຍ.
ມາດຕາ 20  ມາດຕະການຈັ້ງທ່າທົ່ວປວງຊົນ
ມາດຕະການຈັ້ງທ່າທົ່ວປວງຊົນແມ່ນການສ້າງທ່າສະໜາມສົງຄາມປະຊາຊົນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ເປັນລະບົບຄົບຊຸດ ດັ່ງນີ້:
1. ພິຈາລະນາແກ້ໄຂບັນດາກໍລະນີ ເມື່ອມີພາວະສຸກເສີນດ້ານການປ້ອງກັນຊາດ ຫຼື ພາວະສົງຄາມ.
2. ປົກປິດ, ປ້ອງກັນພື້ນຖານວັດຖຸ, ສາງຄັງ, ກິດຈະການເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ປະກອບອຸປະກອນ, ເຄື່ອງຈັກ, ວັດຖຸດິບ, ແຮໄວ້ ເຄື່ອງບໍລິໂພກ, ເຄື່ອງອຸປະໂພກ, ນໍ້າສະອາດ, ຢາປິ່ນປົວພະຍາດ, ບັນດາຜະລິດຕະພັນເຕັກໂນໂລຊີ ຊີວະພາບ, ປົກປັກຮັກສາແຫຼ່ງນໍ້າ, ບັນດາກິດຈະການ, ພູມີປະເທດ ທີ່ມີຄຸນຄ່າທາງດ້ານ ການປ້ອງກັນຈັ້ງທ່າ.
3. ຮັກສາ ແລະ ປ້ອງກັນສະພາບແວດລ້ອມ.
4. ແນະນໍາ, ອົບຮົມ, ຈັດການຫັດແອບ, ຊ້ອມຮົບໃຫ້ປະຊາຊົນ ແລະ ບັນດາກໍາລັງກັບທີ່, ນໍາໃຊ້ພາຫະນະລີ້ ໄພຂອງບຸກຄົນ, ອົບພະຍົບປະຊາຊົນໄປສູ່ເຂດປອດໄພ ຫຼື ມີຄວາມອັນຕະລາຍໜ້ອຍ.
5. ປ້ອງກັນການທໍາລາຍທາງອາກາດ, ກໍ່ສ້າງກິດຈະການລີ້ໄພ, ກໍານົດໄຟແສງສະຫວ່າງ, ການແຊມກາຍ ແລະ ການຕິດຕໍ່ສື່ສານ.
6. ຈັດຕັ້ງກໍາລັງຊອກຫາ, ກອບກູ້, ກູ້ໄພ, ຟື້ນຟູຜົນເສຍຫາຍຈາກສົງຄາມ, ໄພພິບັດ ແລະ ພະຍາດລະບາດ.
7. ສ້າງ ແລະ ຈັດຕັ້ງປະຕິບັດແຜນການກ່ຽວກັບການຕ້ານ ແລະ ສະກັດກັ້ນທາດເຄມີ,  ທາດລະເບີດກໍາມັນຕະພາບລັງສີ ແລະ ອາວຸດທໍາລາຍລ້າງຜານ.
ມາດຕາ 21  ຄວາມຮັບຜິດຊອບກ່ຽວກັບການຈັ້ງທ່າທົ່ວປວງຊົນ
ຄວາມຮັບຜິດຊອບກ່ຽວກັບການຈັັ້ງທ່າທົ່ວປວງຊົນມີດັ່ງນີ້:
1. ກະຊວງປ້ອງກັນປະເທດເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ອົງການລັດ ທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນໃນການຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດການຈັ້ງທ່າທົ່ວປວງຊົນໃນຂອບເຂດທົ່ວປະເທດ ຕາມການມອບໝາຍຂອງລັດຖະບານ.
2. ທະຫານທ້ອງຖິ່ນເປັນກໍາລັງ ແລະ ເປັນເສນາທິການໃຫ້ແກ່ອົງການປົກຄອງແຕ່ລະຂັ້ນໃນວຽກງານປ້ອງ ກັນຈັ້ງທ່າທົ່ວປວງຊົນ ພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ.
3. ຄະນະພັກ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນຊີ້ນຳ ບັນຊາໂດຍກົງການຈັດຕັ້ງປະຕິບັດບັນດາມາດຕະ ການປ້ອງກັນຈັ້ງທ່າທົ່ວປວງຊົນ, ເປັນເຈົ້າການປະສານສົມທົບ, ລະດົມກໍາລັງກັບທີ່ໃຫ້ປະຕິບັດວຽກງານ ປ້ອງກັນຈັ້ງທ່າທົ່ວປວງຊົນ ເພື່ອແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃນທ້ອງຖິ່ນຂອງຕົນ.
ລັດຖະບານຮັບຜິດຊອບຊີ້ນຳວຽກງານເຝິກອົບຮົມ, ຫັດແອບ ແລະ ສ້າງປ້ອງກັນຈັ້ງທ່າທົ່ວປວງຊົນ.

ໝວດທີ 3
ພາວະສຸກເສີນ

ມາດຕາ 22   ພາວະສຸກເສີນ
ພາວະສຸກເສີນ ແມ່ນສະພາບທາງດ້ານສັງຄົມ, ການເມືອງຂອງປະເທດທີ່ເກີດມີຄວາມວຸ້ນວາຍ, ມີການ ກໍ່ການຈາລະຈົນ ເຊິ່ງມີຄວາມສ່ຽງໂດຍກົງຕໍ່ຄວາມໝັ້ນຄົງຂອງຊາດ ຫຼື ມີການເຄື່ອນໄຫວທາງດ້ານອາ ວຸດຂອງກຸ່ມຄົນບໍ່ດີ ແຕ່ຍັງບໍ່ທັນເຖິງລະດັບສົງຄາມພາຍໃນປະເທດ.
ມາດຕາ 23   ການປະກາດພາວະສຸກເສີນ
ປະທານປະເທດ ປະກາດພາວະສຸກເສີນໃນກໍລະນີມີໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງດ້ານການເມືອງ, ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ, ຄວາມປອດໄພໃນບາງເຂດ ຫຼື ທ້ອງຖິ່ນທີ່ຜັນແປໄປຢ່າງສັບສົນກໍ່ໃຫ້ເກີດມີຄວາມ ບໍ່ສະຫງົບຢ່າງຮ້າຍແຮງ ເປັນຕົ້ນມີການແຫ່ຂະບວນປະທ້ວງ, ການກໍ່ການຈາລະຈົນ ແລະ ການລຸກຮືຂຶ້ນຕ້ານລະບອບ ປະຊາທິປະໄຕ ປະຊາຊົນ ຂອງກຸ່ມຄົນບໍ່ດີ ທີ່ປະກອບອາວຸດຢູ່ພາຍໃນ ຫຼື ສົມທົບກັບສັດຕູພາຍນອກ.
ການປະກາດພາວະສຸກເສີນຕ້ອງກໍານົດຂອບເຂດພື້ນທີ່, ເວລາເລີ່ມຕົ້ນແລະ ເວລາສິ້ນສຸດພາວະສຸກເສີນ.
ນາຍົກລັດຖະມົນຕີຊີ້ນໍາການຈັດຕັ້ງປະຕິບັດການປະກາດພາວະສຸກເສີນໃນທົ່ວປະເທດ.
ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນຈັດຕັ້ງປະຕິບັດການປະ ກາດພາວະສຸກເສີນຢູ່ໃນຂອບເຂດທີ່ຕົນຮັບຜິດຊອບ.
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດໃນເຂດປະກາດພາວະສຸກເສີນຕ້ອງປະ ຕິບັດຢ່າງເຂັ້ມງວດ.
ເມື່ອນສະພາບກັບຄືນສູ່ປົກກະຕິແລ້ວ ປະທານປະເທດກໍປະກາດຍົກເລີກພາວະສຸກເສີນ.
ມາດຕາ 24   ການປະກາດ ແລະ ການຍົກເລີກ ກົດໄອຍະການເສິກ
ກົດໄອຍະການເສິກ ແມ່ນມາດຕາການຄຸ້ມຄອງຂອງລັດ ໃນກໍລະນີບໍ່ມີຄວາມສະຫງົບທາງດ້ານການເມືອງ,  ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຄວາມປອດໄພໃນເຂດພື້ນທີ່, ບໍລິເວນໃດໜຶ່ງຂອງປະເທດຢ່າງຮ້າຍແຮງ ເຊິ່ງອົງການປົກຄອງທ້ອງຖິ່ນບໍ່ສາມາດຄວບຄຸມສະຖານະການໄດ້.
ປະທານປະເທດ ເປັນຜູ້ປະກາດກົດໄອຍະການເສິກຕາມການສະເໜີຂອງນາຍົກລັດຖະມົນຕີ.
ການປະກາດກົດໄອຍະການເສິກ ຕ້ອງກໍານົດຂອບເຂດພື້ນທີ່ບໍລິເວນໃຫ້ລະອຽດ, ພັນທະຂອງພົນລະເມືອງ, ມາດຕະການ ແລະ ກົນໄກຄຸ້ມຄອງ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
ການປະກາດໄອຍະການເສິກ ຕ້ອງດໍາເນີນຜ່ານສື່ມວນຊົນຢ່າງຕໍ່ເນື່ອງ.
ລັດຖະມົນຕີ ກະຊວງປ້ອງກັນປະເທດ ຫຼື ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນຜູ້ຈັດຕັ້ງປະຕິບັດການປະກາດກົດໄອຍະການເສິກ, ມີຄວາມຮັບຜິດຊອບຊີ້ນໍາ ບັນຊາບັນດາກົມກອງທະຫານທີ່ໄດ້ຮັບມອບໝາຍໃຫ້ປະຕິບັດໜ້າທີ່ໃນເຂດປະກາດກົດໄອຍະການເສິກ.
ຜູ້ບັນຊາກົມກອງທະຫານທີ່ໄດ້ຮັບມອບໝາຍ ມີສິດນໍາໃຊ້ມາດຕະການທີ່ຈໍາເປັນເພື່ອປະຕິບັດການປະກາດ  ກົດໄອຍະການເສິກ.
ເຈົ້າໜ້າທີ່ຍຸຕິທໍາທະຫານ ເປັນຜູ້ດໍາເນີນຄະດີຕາມກົດໝາຍຕໍ່ຜູ້ລະເມີດກົດໄອຍະການເສິກ.
ປະທານປະເທດ ປະກາດຍົກເລີກ ກົດໄອຍະການເສິກ ເມື່ອສະພາບກັບຄືນສູ່ປົກກະຕິຕາມການສະເໜີຂອງ ນາຍົກລັດຖະມົນຕີ.

ໝວດທີ 4
ພາວະສົງຄາມ

ມາດຕາ 25   ພາວະສົງຄາມ
ພາວະສົງຄາມ ແມ່ນສະພາບທີ່ມີການປະທະກັນດ້ວຍກໍາລັງປະກອບອາວຸດ, ມີການນາບຂູ່, ບຽດຍຶດ, ບຸກຕີ ແລະ ຮຸກຮານ ຈາກສັດຕູພາຍນອກ ເຮັດໃຫ້ສັງຄົມການເມືອງພາຍໃນປະເທດມີຄວາມວຸ້ນວາຍກໍ່ໃຫ້ເກີດມີຄວາມເສຍຫາຍຕໍ່ຊີວິດ, ຊັບສິນຂອງພົນລະເມືອງ, ມີຄວາມເປັນອັນຕະລາຍຮ້າຍແຮງຕໍ່ຄວາມໝັ້ນຄົງຂອງຊາດ.
ມາດຕາ 26   ການປະກາດ ຫຼື ການຍົກເລີກພາວະສົງຄາມ
ປະທານປະເທດ ປະກາດ ຫຼື ຍົກເລີກພາວະສົງຄາມ ແລະ ລະດົມກໍາລັງພົນຕາມການຕົກລົງຂອງສະພາແຫ່ງ ຊາດ.
ມາດຕາ 27  ການປະກາດ ຫຼື ການຍົກເລີກ ຄໍາສັ່ງລະດົມກໍາລັງພົນສໍາຮອງຄັ້ງໃຫຍ່
ນາຍົກລັດຖະມົນຕີ ອອກຄໍາສັ່ງລະດົມກໍາລັງພົນສໍາຮອງຄັ້ງໃຫຍ່, ຫັນທຸກການເຄື່ອນໄຫວທາງດ້ານເສດຖະ ກິດ, ວັດທະນະທໍາ, ສັງຄົມເພື່ອຮັບໃຊ້ການສູ້ຮົບໃນຍາມສົງຄາມ.
ລັດຖະມົນຕີກະຊວງປ້ອງກັນປະເທດຕົກລົງເພີ່ມກໍາລັງທະຫານສໍາຮອງ, ອາວຸດຍຸດໂທປະກອນ ແລະ ພາຫະ ນະເຕັກນິກໃຫ້ກໍາລັງສູ້ຮົບ.
ນາຍົກລັດຖະມົນຕີ ປະກາດຍົກເລີກຄໍາສັ່ງລະດົມກໍາລັງພົນສໍາຮອງຄັ້ງໃຫຍ່ເມື່ອສົງຄາມໄດ້ສິ້ນສຸດລົງຕາມ ການສະເໜີຂອງລັດຖະມົນຕີກະຊວງປ້ອງກັນປະເທດ.
ມາດຕາ 28    ການປະກາດ ຫຼື ການຍົກເລີກຄໍາສັ່ງລະດົມກໍາລັງພົນສໍາຮອງບາງສ່ວນ
ລັດຖະມົນຕີກະຊວງປ້ອງກັນປະເທດ ອອກຄໍາສັ່ງລະດົມກໍາລັງພົນສໍາຮອງບາງສ່ວນຕາມການຕົກລົງຂອງນາ ຍົກລັດຖະມົນຕີ ເພື່ອປະກອບໃຫ້ກົມກອງ ແລະ ທ້ອງຖິ່ນທີ່ຖືກຮຸກຮານໂດຍກົງຫຼື ເພື່ອປະກອບເພີ່ມເຕີມໃຫ້ກົມກອງ ແລະ ທ້ອງຖີ່ນໃກ້ຄຽງ.
ລັດຖະມົນຕີກະຊວງປ້ອງກັນປະເທດ ປະກາດຍົກເລີກຄໍາສັ່ງລະດົມພົນສຳຮອງບາງສ່ວນ ເມື່ອສົງຄາມໄດ້ສິ້ນສຸດລົງ.

ພາກທີ III
ກຳລັງປະກອບອາວຸດປະຊາຊົນ ແລະ ການສຶກສາອົບຮົມວຽກງານປ້ອງກັນຊາດ
ໝວດທີ 1
ກຳລັງປະກອບອາວຸດປະຊາຊົນ

ມາດຕາ 29  ກຳລັງປະກອບອາວຸດປະຊາຊົນ
ກຳລັງປະກອບອາວຸດປະຊາຊົນ ແມ່ນການຈັດຕັ້ງໜຶ່ງຂອງລັດ ເຊິ່ງມີໜ້າທີ່ກຽມພ້ອມສູ້ຮົບ, ສູ້ຮົບເພື່ອປົກປັກ ຮັກສາ ເອກະລາດ, ອຳນາດ ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ, ລະບອບປະຊາທິປະໄຕ ປະຊາຊົນ ແລະ ໝາກຜົນຂອງການປະຕິວັດ ຮ່ວມກັບທົ່ວປວງຊົນ.
ກຳລັງປະກອບອາວຸດປະຊາຊົນ ເປັນຫຼັກແຫຼ່ງຕອບຕ້ານທຸກເລ່ລ່ຽມ ກົນອຸບາຍຂອງບຸກຄົນ, ກຸ່ມຄົນບໍ່ດີ ແລະ ການແຊກແຊງຮຸກຮານຈາກພາຍນອກ ຮັບປະກັນໃຫ້ປະເທດຊາດມີຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ.
ກໍາລັງປະກອບອາວຸດປະຊາຊົນ ປະກອບດ້ວຍ:
1. ກອງທັບປະຊາຊົນລາວ.
2. ກຳລັງປ້ອງກັນຄວາມສະຫງົບປະຊາຊົນ.
3. ກອງຫຼອນ, ກຳລັງປ້ອງກັນຕົວ ແລະ ກຳລັງສຳຮອງ.
ມາດຕາ 30   ກອງທັບປະຊາຊົນລາວ
ກອງທັບປະຊາຊົນລາວ ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ກອງທັບປະຊາຊົນລາວ ແມ່ນກຳລັງຫຼັກຂອງກຳລັງປະກອບອາວຸດປະຊາຊົນ ໃນການປະຕິບັດໜ້າທີ່ປ້ອງກັນ ຊາດ ເຊິ່ງມີກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ.
ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງທັບປະຊາຊົນລາວໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 31  ການບັນຊາກອງທັບປະຊາຊົນລາວ
ປະທານປະເທດ ເປັນປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ, ເປັນແມ່ທັບກຳລັງປະ ກອບອາວຸດປະຊາຊົນ.
ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຮອງປະທານ, ຜູ້ປະຈຳການສະພາປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແຫ່ງຊາດ ຕາມການມອບໝາຍຂອງລັດຖະມົນຕີກະຊວງປ້ອງກັນປະເທດ.
ມາດຕາ 32   ກຳລັງປ້ອງກັນຄວາມສະຫງົບປະຊາຊົນ
ກຳລັງປ້ອງກັນຄວາມສະຫງົບປະຊາຊົນ  ນອກຈາກການປະຕິບັດໜ້າທີ່ປົກປັັກຮັກສາຄວາມສະຫງົບພາຍ ໃນ, ຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມແລ້ວ ຍັງມີ ຄວາມຮັບຜິດຊອບໃນການປ້ອງກັນຊາດອີກດ້ວຍ.
ການປະສານສົມທົບລະຫວ່າງ ກຳລັງປະກອບອາວຸດປະຊາຊົນດ້ວຍກັນໃນການປະຕິບັດໜ້າທີ່ປ້ອງກັນຊາດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 33  ກອງຫຼອນ, ກໍາລັງປ້ອງກັນຕົວ ແລະ ກຳລັງສຳຮອງ
ກອງຫຼອນ ແມ່ນກໍາລັງປ້ອງກັນຊາດຂັ້ນບ້ານ ເຊິ່ງປະຕິບັດໜ້າທີ່ປົກປັກຮັັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານ ຫຼື ປະສານສົມທົບກັບກຳລັງອື່ນ ເພື່ອປ້ອງກັນຂອບເຂດໃດໜຶ່ງຕາມ ການມອບໝາຍຂອງຂັ້ນເທິງ.
ກຳລັງປ້ອງກັນຕົວ ແມ່ນພະນັກງານ, ກຳມະກອນ, ນັກສຶກສາປະກອບອາວຸດ ເຊິ່ງຈັດຕັ້ງຂຶ້ນຕາມສຳນັກງານ, ອົງການ, ສະຖານການສຶກສາ, ໂຮງໝໍ, ໂຮງຈັກ, ໂຮງງານ ແລະ ສາງຄັງ ທີ່ເປັນຂອງລັດ, ມີໜ້າທີ່ປົກປັກຮັກສາຄວາມ ສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຂອບເຂດທີ່ຕັ້ງຂອງຕົນ.
ກຳລັງສຳຮອງ ແມ່ນກຳລັງບໍ່ປະຈຳການໃນກອງທັບປະຊາຊົນລາວ ໃນຍາມປົກກະຕິ ແຕ່ປະກອບຢູ່ໃນການ ຈັດຕັ້ງຂອງກອງທັບປະຊາຊົນລາວ ໃນຍາມສຸກເສີນ, ປະຕິບັດໜ້າທີ່ເປັນກອງໜູນໃຫ້ແກ່ກໍາລັງປະຈໍາການໃນກອງທັບເມື່ອມີຄວາມຕ້ອງການ.
ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງຫຼອນ, ກໍາລັງປ້ອງກັນຕົວ ແລະ ກໍາລັງສໍາຮອງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 34  ການເຄື່ອນໄຫວ ແລະ ນໍາໃຊ້ກໍາລັງປະກອບອາວຸດປະຊາຊົນລາວ
ການເຄື່ອນໄຫວ ແລະ ນໍາໃຊ້ກໍາລັງປະກອບອາວຸດປະຊາຊົນລາວໃຫ້ປະຕິບັດດັ່ງນີ້:
1. ກໍາລັງປະກອບອາວຸດປະຊາຊົນຢູ່ພາຍໃຕ້ການນໍາພາເດັດຂາດ, ໂດຍກົງ  ແລະ ຮອບດ້ານຂອງພັກປະ ຊາຊົນປະຕິວັດລາວ, ໃຕ້ການບັນຊາຂອງປະທານປະເທດ ແລະ ການຄຸ້ມຄອງຢ່າງເປັນເອກະພາບຂອງ ລັດຖະບານ.
2. ລັດຖະມົນຕີກະຊວງປ້ອງກັນປະເທດ ອອກຄໍາສັ່ງໃຫ້ກົມໃຫຍ່ເສນາທິການກອງທັບ ນໍາໃຊ້ກໍາລັງປະກອບອາວຸດປະຊາຊົນ ແລະ ມາດຕາການດ້ານການທະຫານໃນພາວະສຸກເສີນ ແລະ ພາວະສົງຄາມ.
3. ການເຄື່ອນຍ້າຍ ແລະ ການນໍາໃຊ້ກໍາລັງປະກອບອາວຸດປະຊາຊົນໃຫ້ປະຕິບັດຕາມການປະກາດພາວະສຸກເສີນ ໃນກໍລະນີມີໄພພິບັດ, ພະຍາດລະບາດ ຫຼື ສະພາບຂົ່ມຂູ່ຮ້າຍແຮງຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ.
4. ຜູ້ບັນຊາກົມກອງທະຫານບໍ່ມີສິດເຄື່ອນຍ້າຍກໍາລັງພົນ, ພາຫະນະ, ອາວຸດ ແລະ ກະສູນຂອງກົມກອງ ຢ່າງເດັດຂາດ ຖ້າຫາກບໍ່ມີຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບ.
ໃນກໍລະນີມີຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບໃຫ້ເຄື່ອນໄຫວປ້ອງກັນຊາດ ເຊິ່ງບໍ່ມີໃນແຜນ ການອົບຮົມ,  ຫັດແອບ, ຊ້ອມຮົບຕາມປົກກະຕິນັ້ນ ຜູ້ບັນຊາກົມກອງທະຫານກໍຕ້ອງປະຕິບັດຢ່າງເຂັ້ມ ງວດ.
ມາດຕາ 35  ການຮັບປະກັນການເຄື່ອນໄຫວຂອງກໍາລັງປະກອບອາວຸດປະຊາຊົນ
ການຮັບປະກັນການເຄື່ອນໄຫວຂອງກໍາລັງປະກອບອາວຸດປະຊາຊົນ ແມ່ນການລະດົມກໍາລັງແຮງຂອງທົ່ວ ສັງຄົມ ເພື່ອເປັນພື້ນຖານໃຫ້ແກ່ການເຄື່ອນໄຫວ ປະຕິບັດໜ້າທີ່ຂອງກໍາລັງປະກອບອາວຸດ ປະຊາຊົນ.
ລັດຮັບປະກັນທາງດ້ານການຈັດຕັ້ງ, ການນໍາພາ, ການບັນຊາ, ຂໍ້ມູນຂ່າວສານ, ການເງິນ, ພະລາທິການ, ອາວຸດ, ອຸປະກອນເຕັກນິກ, ພາຫະນະ, ກິດຈະການ, ການເຝິກອົບຮົມກໍາລັງພົນ, ການຄົມມະນາຄົມ,  ສາທາລະນະສຸກ, ຊັບພະຍາກອນທໍາມະຊາດ ທີ່ນໍາໃຊ້ເຂົ້າໃນຈຸດປະສົງປ້ອງກັນຊາດ ແລະ ລະບອບນະໂຍບາຍທີ່ສອດຄ່ອງກັບລັກສະນະການເຄື່ອນໄຫວສະເພາະຂອງກໍາລັງປະກອບອາວຸດປະຊາຊົນ.

ໝວດທີ 2
ການສຶກສາອົບຮົມວຽກງານປ້ອງກັນຊາດ

ມາດຕາ 36  ເຂດ ແລະ ເປົ້າໝາຍການສຶກສາອົບຮົມວຽກງານປ້ອງກັນຊາດ
ການສຶກສາອົບຮົມວຽກງານປ້ອງກັນຊາດໃຫ້ປະຕິບັດໃນຂອບເຂດທົ່ວປະເທດດ້ວຍເນື້ອໃນ, ຮູບການ, ວິທີ ການທີ່ສອດຄ່ອງກັບແຕ່ລະເຂດ ແລະ ແຕ່ລະເປົ້າໝາຍ.
ການສຶກສາອົບຮົມວຽກງານປ້ອງກັນຊາດ ໃຫ້ຈັດເຂົ້າໃນຫຼັກສູດການຮຽນ-ການສອນ ໂດຍຖືເປັນວິຊາບັງຄັບ ຢູ່ໃນໂຮງຮຽນແຕ່ຊັ້ນມັດທະຍົມຕອນປາຍຂຶ້ນໄປ.
ສຳລັບ ຜູ້ທີ່ມີຕໍາແໜ່ງນໍາພາ, ຄຸ້ມຄອງໃນການຈັດຕັ້ງລັດ ຕ້ອງໄດ້ຮັບການເຝິກອົບຮົມວຽກງານປ້ອງກັນຊາດ.
ເຂດ, ເປົ້າໝາຍ, ມາດຕະຖານ ແລະ ເງື່ອນໄຂກ່ຽວກັບການສຶກສາອົບຮົມວຽກງານປ້ອງກັນຊາດ ໄດ້ກໍານົດ ໄວ້ໃນລະບຽບການຕ່າງຫາກ.
ມາດຕາ 37  ເນື້ອໃນການສຶກສາອົບຮົມວຽກງານປ້ອງກັນຊາດ
ການສຶກສາອົບຮົມວຽກງານປ້ອງກັນຊາດ ຕ້ອງສຸມໃສ່ເນື້ອໃນຕົ້ນຕໍດັ່ງນີ້:
1. ສິດ ແລະ ພັນທະຂອງພົນລະເມືອງໃນການປົກປັກຮັກສາປະເທດຊາດ.
2. ມູນເຊື້ອຂອງປະຊາຊົນ ໃນການຕໍ່ສູ້ຕ້ານການຮຸກຮານຈາກພາຍນອກ, ນໍ້າໃຈຮັກຊາດ ແລະ ການພັດທະ ນາ, ຮັກລະບອບປະຊາທິປະໄຕ ປະຊາຊົນ.
3. ສະຕິລະວັງຕົວຕໍ່ກົນອຸບາຍຂອງບັນດາອິດທິກໍາລັງປໍລະປັກທີ່ຕ້ານ ແລະ ທໍາລາຍ ສປປ ລາວ.
4. ຄວາມຮູ້ທາງດ້ານວຽກງານປ້ອງກັນຊາດ ແລະ ຄວາມອາດສາມາດ ດ້ານການທະຫານທີ່ຈໍາເປັນ, ການ ເຝິກຝົນຫຼໍ່ຫຼອມກໍາລັງກາຍເພື່ອກຽມພ້ອມໃນການປະຕິບັດພັນທະປ້ອງກັນຊາດ.
5. ຄວາມຮູ້ພື້ນຖານກ່ຽວກັບແນວທາງການທະຫານ ແລະ ວຽກງານຄຸ້ມຄອງລັດ ດ້ານວຽກງານປ້ອງກັນຊາດ.
ມາດຕາ 38  ຄວາມຮັບຜິດຊອບໃນການສຶກສາອົບຮົມວຽກງານປ້ອງກັນຊາດ
ກະຊວງປ້ອງກັນປະເທດ ເປັນເຈົ້າການປະສານສົມທົບກັບກະຊວງສຶກສາທິການ ແລະ ກີລາ ສ້າງຫຼັກສູດສຶກ ສາອົບຮົມວຽກງານປ້ອງກັນຊາດ ໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍ ແລະ ຊັ້ນຮຽນ ພ້ອມທັງຊີ້ນໍາ ແລະ ກວດກາການ ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
ການຈັດຕັ້ງລັດ ແລະ ເອກະຊົນ ມີຄວາມຮັບຜິດຊອບຈັດຕັ້ງປະຕິບັດການສຶກສາອົບຮົມວຽກງານປ້ອງກັນຊາດ ຕາມຫຼັກສູດໃນຂອບເຂດສິດ ແລະ ໜ້າທີ່ຂອງຕົນ.
ພົນລະເມືອງລາວທຸກຄົນ ຕ້ອງຖືເອົາການສຶກສາອົບຮົມວຽກງານປ້ອງກັນຊາດ ເປັນໜ້າທີ່ຂອງຕົນ ແລະ ຕື່ນ ຕົວເຂົ້າຮ່ວມ.

ພາກທີ IV
ອຸດສາຫະກໍາປ້ອງກັນຊາດ

ມາດຕາ 39   ອຸດສາຫະກຳປ້ອງກັນຊາດ
ອຸດສາຫະກຳປ້ອງກັນຊາດ ແມ່ນພາກສ່ວນໜຶ່ງຂອງອຸດສາຫະກໍາແຫ່ງຊາດ ມີໜ້າທີ່ໃນການຄົ້ນຄວ້າວິໄຈ, ພັດທະນາ, ປະດິດສ້າງ, ຜະລິດ, ຄຸ້ມຄອງ, ບໍາລຸງຮັກສາ, ສ້ອມແປງ, ດັດແປງ, ຫັນເປັນອຸດສາຫະກໍາທັນສະໄໝ, ນໍາ ໃຊ້ເຕັກນິກ, ເທັກໂນໂລຊີ, ປະກອບອຸປະກອນ, ພາຫະນະການຜະລິດ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ ແລະ ການພັດທະນາປະເທດຊາດ.
ມາດຕາ 40  ພື້ນຖານອຸດສາຫະກໍາປ້ອງກັນຊາດ
ພື້ນຖານອຸດສາຫະກໍາປ້ອງກັນຊາດປະກອບດ້ວຍ:
1. ຫົວໜ່ວຍການຜະລິດອຸດສາຫະກໍາ ທີີ່ລັດຖະບານ ແລະ ຂະແໜງການທີ່ກ່ຽວຂ້ອງລົງທຶນ ໃນການກໍ່ສ້າງ ພື້ນຖານການຜະລິດຮັບໃຊ້ວຽກງານປ້ອງກັນຊາດ.
2.ຫົວໜ່ວຍທີ່ເຮັດໜ້າທີ່ຄົ້ນຄວ້າວິໄຈ, ຜະລິດ, ສ້ອມແປງພາຫະນະເຕັກນິກ, ຍຸດໂທປະກອນ, ອຸປະກອນເຕັກນິກການທະຫານ ແລະ ວັດຖຸເຄມີທາດລະເບີດ ທີ່ກະຊວງປ້ອງກັນປະເທດລົງທຶນໂດຍກົງ.
ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງລວມສູນເປັນເອກະພາບຕໍ່ພື້ນຖານອຸດສາຫະກໍາປ້ອງກັນຊາດ ແລະ ອຸດສາຫະກໍາທີ່ກ່ຽວພັນກັບຄວາມໝັ້ນຄົງ.

ພາກທີ V
ການຮັບປະກັນການປ້ອງກັນຊາດ
ມາດຕາ 41  ການຮັບປະກັນການປ້ອງກັນຊາດ

             ການຮັບປະກັນການປ້ອງກັນຊາດ ປະກອບດ້ວຍ:
1. ການນໍາພາ, ການບັນຊາ.
2. ແຫຼ່ງຊັບພະຍາກອນມະນຸດ.
3. ການເງິນ.
4. ຊັບສິນ.
5. ພະລາທິການ ແລະ ເຕັກນິກ.
6. ກິດຈະການປ້ອງກັນຊາດ ແລະ ເຂດຍຸດທະສາດການທະຫານ.
7. ການຄົມມະນາຄົມ, ຂົນສົ່ງ, ການສື່ສານ ແລະ ການບໍລິການຂໍ້ມູນຂ່າວສານ.
8. ສາທາລະນະສຸກ.
ມາດຕາ 42  ການຮັບປະກັນດ້ານການນໍາພາ, ການບັນຊາ
ການຮັບປະກັນດ້ານການນໍາພາ, ການບັນຊາການປ້ອງກັນຊາດມີດັ່ງນີ້:
1. ກຳລັງປະກອບອາວຸດປະຊາຊົນ ຢູ່ໃຕ້ການນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ.
2. ປະທານປະເທດ ເປັນປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ.
3. ນາຍົກລັດຖະມົນຕີ ເປັນຜູ້ຊີ້ນໍາ ແລະ ກວດກາການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປ້ອງກັນຊາດ.
4. ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຮອງປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຫ່ງຊາດ ທັງເປັນຜູ້ປະຈໍາການ, ເຮັດໜ້າທີ່ປະສານສົມທົບກັບບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ ເພື່ອວາງແຜນຍຸດທະສາດປ້ອງກັນຊາດ.
ມາດຕາ 43  ການຮັບປະກັນດ້ານແຫຼ່ງຊັບພະຍາກອນມະນຸດ
ພົນລະເມືອງລາວ ເປັນແຫຼ່ງຊັບພະຍາກອນຕົ້ນຕໍຂອງການປ້ອງກັນຊາດ.ລັດ ຊຸກຍູ້ ແລະ ສົ່ງເສີມການສ້າງ ແລະ ບໍາລຸງແຫຼ່ງຊັບພະຍາກອນມະນຸດເພື່ອຮັບປະກັນໃຫ້ແກ່ການປ້ອງກັນຊາດ.
ມາດຕາ 44  ການຮັບປະກັນດ້ານການເງິນ
ການຮັບປະກັນດ້ານການເງິນມີດັ່ງນີ້:
1. ລັດ ຮັບປະກັນງົບປະມານເພື່ອຮັບໃຊ້ການປະຕິບັດໜ້າທີ່ປ້ອງກັນຊາດ ຕາມກົດໝາຍວ່າດ້ວຍງົບປະ ມານແຫ່ງລັດ.
2. ການຈັດຕັ້ງ, ຫົວໜ່ວຍເສດຖະກິດປະກອບສ່ວນການໃຊ້ຈ່າຍ ຮັບໃຊ້ການປະຕິບັດໜ້າທີ່ປ້ອງກັນຊາດ.
3. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນຊັບສິນຮັບໃຊ້ການ ປ້ອງກັນຊາດ ດ້ວຍຄວາມສະໝັກໃຈ.
ມາດຕາ 45  ການຮັບປະກັນດ້ານຊັບສິນ
ຊັບສິນທີ່ຮັບໃຊ້ການປ້ອງກັນຊາດ ແມ່ນຊັບສິນຂອງລັດ.ການຮັບປະກັນດ້ານຊັບສິນມີດັ່ງນີ້:
1. ວັດຖຸປະກອນ, ພາຫະນະເຕັກນິກ, ອາວຸດ, ຍຸດໂທປະກອນ.
2. ທີ່ດິນ ແລະ ຊັບພະຍາກອນທໍາມະຊາດອື່ນໆ.
3. ຊັບສິນຂອງບັນດາກົມກອງ ແລະ ຫົວໜ່ວຍທຸລະກິດທີ່ຂຶ້ນກັບ ກະຊວງປ້ອງກັນປະເທດ.
4. ພາຫະນະ, ວັດຖຸປະກອນທີ່ການຈັດຕັ້ງ ແລະ ປະຊາຊົນປະດິດອອກມາ ເຊິ່ງລັດໄດ້ລະດົມມາຮັບໃຊ້ວຽກງານປ້ອງກັນຊາດ.
5. ເອກະສານ, ຕໍາລາຮຽນການທະຫານ ແລະ ບັນດາກິດຈະການຄົ້ນຄວ້າກ່ຽວກັບການປ້ອງກັນຊາດ.
6. ພາຫະນະເຕັກນິກທີ່ໄດ້ເກັບເກນ, ເຊົ່າ ຫຼື ເໝົາຊື້.

ສຳລັບຊັບສິນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ເໝົາຊື້ ໃນກໍລະນີທີ່ມີຄວາມຈໍາເປັນ ຍ້ອນເຫດຜົນການປ້ອງກັນຊາດນັ້ນ ລັດຕ້ອງທົດແທນຄືນຕາມລາຄາເໝົາຊື້ ໃນເວລານັ້ນ ຫຼື ສ້ອມແປງໃຫ້ຄືນ ສູ່ສະພາບເດີມ.
ນອກຈາກນີ້ ລັດຍັງສ້າງຄັງສໍາຮອງປ້ອງກັນຊາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກ ງານປ້ອງກັນຊາດ.
ຊັບສິນຮັບໃຊ້ ແລະ ຄັງສໍາຮອງປ້ອງກັນຊາດ ບໍ່ອະນຸຍາດໃຫ້ນໍາໃຊ້ເຂົ້າໃນເປົ້າໝາຍອື່ນ.
ມາດຕາ 46  ການຮັບປະກັນດ້ານພະລາທິການ ແລະ ເຕັກນິກ
ລັດ ຮັບປະກັນດ້ານພະລາທິການ ແລະ ເຕັກນິກ ເພື່ອຮັບໃຊ້ວຽກງານປັບປຸງກໍ່ສ້າງກໍາລັງ ແລະ ປະຕິບັດໜ້າທີ່ປ້ອງກັນຊາດ.
ກະຊວງປ້ອງກັນປະເທດ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານພະລາທິ ການ ແລະ ເຕັກນິກ ເພື່ອຮັບໃຊ້ການປ້ອງກັນຊາດ ໃນຍາມສັນຕິພາບ ແລະ ຍາມສົງຄາມ.
ມາດຕາ 47  ການຮັບປະກັນດ້ານກິດຈະການປ້ອງກັນຊາດ ແລະ ເຂດຍຸດທະສາດການທະຫານ
ລັດກໍ່ສ້າງບັນດາກິດຈະການປ້ອງກັນຊາດ ແລະ ເຂດຍຸດທະສາດການທະຫານໃນຂອບເຂດທົ່ວປະເທດ.
ກະຊວງປ້ອງກັນປະເທດ ຄຸ້ມຄອງ ແລະ ນໍາໃຊ້ກິດຈະການປ້ອງກັນຊາດ ແລະ ເຂດຍຸດທະສາດການທະຫານ.
ມາດຕາ 48   ການຮັບປະກັນດ້ານການຄົມມະນາຄົມ, ຂົນສ່ົງ, ການສື່ສານ ແລະ ການບໍລິການຂໍ້ມູນຂ່າວສານ.
ລັດຮັບປະກັນດ້ານຄົມມະນາຄົມ, ຂົນສົ່ງ, ການສື່ສານ ແລະ ການບໍລິການຂໍ້ມູນຂ່າວສານ ເພື່ອຮັບໃຊ້ການ ປ້ອງກັນຊາດ.
ກະຊວງປ້ອງກັນປະເທດ ປະສານສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ກະຊວງຖະແຫຼງຂ່າວ ແລະ ທ່ອງທ່ຽວ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງໃນການຈັດ ຕັ້ງປະຕິບັດ ເພື່ອຮັບໃຊ້ການປ້ອງກັນຊາດ ໃນຍາມສັນຕິພາບ ແລະ ຍາມສົງຄາມ.
ມາດຕາ 49  ການຮັບປະກັນດ້ານສາທາລະນະສຸກ
ລັດຮັບປະກັນໃຫ້ມີການສົ່ງເສີມການກັນພະຍາດ ແລະ ສົ່ງເສີມສຸຂະພາບທາງດ້ານສາທາລະນະສຸກ ເພື່ອຮັບ ໃຊ້ການປ້ອງກັນຊາດ.
ກະຊວງປ້ອງກັນປະເທດ ປະສານສົມທົບກັບກະຊວງ ສາທາລະນະສຸກ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງຈັດຕັ້ງ ປະຕິບັດວຽກງານສາທາລະນະສຸກ ເພື່ອຮັບໃຊ້ປ້ອງກັນຊາດ ໃນຍາມສັນຕິພາບ ແລະ ຍາມສົງຄາມ.

ພາກທີ  VI
ຂໍ້ຫ້າມ

ມາດຕາ 50   ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ
ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງມີພຶດຕິກຳດັ່ງນີ້:
1. ຈັດຕັ້ງເຕົ້າໂຮມກຸ່ມຄົນເຄື່ອນໄຫວສ້າງຄວາມປັ່ນປ່ວນບໍ່ໃຫ້ປວງຊົນເຂົ້າຮ່ວມວຽກງານປ້ອງກັນຊາດ.
2. ເຄື່ອນໄຫວທຸກປະເພດທີ່ເປັນການແບ່ງແຍກ ຄວາມສາມັກຄີພາຍໃນຂອງປະຊາຊົນລາວບັນດາເຜົ່າ.
3. ເມີນເສີຍ, ຫຼົບຫຼີກ ບໍ່ໃຫ້ການຮ່ວມມື, ບໍ່ໃຫ້ການຊ່ວຍເຫຼືອໃນເວລາປະເທດຊາດມີການລະດົມພົນ, ລະດົມວັດຖຸ  ແລະ ຊັບສິນເພື່ອຮັບໃຊ້ວຽກງານປ້ອງກັນຊາດ.
4. ສະໜອງຂໍ້ມູນຂ່າວສານ, ເອກະສານທີ່ເປັນຄວາມລັບຂອງລັດ ຫຼື ຄວາມລັບທາງການທະຫານ, ເງິນ, ຊັບສິນ, ພາຫະນະ, ວັດຖຸປະກອນເຕັກນິກ, ສະຖານທີ່ໃຫ້ກຸ່ມຄົມບໍ່ດີ.
5. ຊື້-ຂາຍ, ມີໄວ້ໃນຄອບຄອງ ແລະ ນໍາໃຊ້ອາວຸດເສິກທີ່ບໍ່ຖືກຕ້ອງ ຕາມກົດໝາຍ, ຊື້-ຂາຍ, ແລກປ່ຽນ ແລະ ນໍາໃຊ້ເຄື່ອງແບບຂອງທະຫານ.
6. ຂັດຂວາງການປະຕິບັດໜ້າທີ່ຂອງກໍາລັງປ້ອງກັນຊາດ.
7. ລ່ວງລະເມີດເຂດຕັ້ງທັບ, ເຂດຍຸດທະສາດການທະຫານ.
8. ສ້າງຕັ້ງກໍາລັງປະກອບອາວຸດ.
9. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
ມາດຕາ 51  ຂໍ້ຫ້າມສຳລັບກໍາລັງປະກອບອາວຸດປະຊາຊົນ
ຫ້າມກໍາລັງປະກອບອາວຸດປະຊາຊົນມີພຶດຕິກໍາດັ່ງນີ້:
1. ລະເມີດຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ.
2. ອອກຄໍາສັ່ງ, ລະບຽບການ, ທີ່ຂັດກົດໝາຍ.
3. ປະລະໜ້າທີ່ ແລະ ລະເມີດຄໍາສັ່ງຂອງຂັ້ນເທິງ.
4. ສວຍໃຊ້ອໍານາດ, ໜ້າທີ່, ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ.
5. ຊື້-ຂາຍ, ເອົາອາວຸດ, ລູກກະສູນ, ເຄື່ອງແບບທະຫານໃຫ້ຜູ້ອື່ນຢືມ ຫຼື ນໍາໃຊ້.
6. ເປີດເຜີຍ, ສະໜອງຂໍ້ມູນຂ່າວສານ, ເອກະສານທີ່ເປັນຄວາມລັບຂອງລັດ ຫຼື ຄວາມລັບທາງການທະຫານ.
7. ນາບຂູ່ ແລະ ໃຊ້ຄວາມຮຸນແຮງຕໍ່ຜູ້ອື່ນ ເປັນຕົ້ນແມ່ຍິງ ແລະ ເດັກນ້ອຍ.
8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ພາກທີ VII
ການຄຸ້ມຄອງ ແລະ ກວດກາວຽກງານປ້ອງກັນຊາດ
ໝວດທີ 1
ການຄຸ້ມຄອງວຽກງານປ້ອງກັນຊາດ

ມາດຕາ 52   ອົງການຄຸ້ມຄອງວຽກງານປ້ອງກັນຊາດ
ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານປ້ອງກັນຊາດ ຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ ໂດຍມອບໃຫ້ກະຊວງປ້ອງກັນປະເທດເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບກະຊວງ, ອົງການທຽບເທົ່າກະຊວງອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
ອົງການຄຸ້ມຄອງວຽກງານປ້ອງກັນຊາດ ປະກອບດ້ວຍ:
1. ກະຊວງປ້ອງກັນປະເທດ.
2. ກອງບັນຊາການທະຫານແຂວງ, ນະຄອນຫຼວງ.
3. ກອງບັນຊາການທະຫານເມືອງ, ເທດສະບານ, ນະຄອນ.
ມາດຕາ 53   ສິດ ແລະ ໜ້າທີ່ຂອງກະຊວງປ້ອງກັນປະເທດ
ໃນການຄຸ້ມຄອງວຽກງານປ້ອງກັນຊາດ ກະຊວງປ້ອງກັນປະເທດມີສິດ ແລະ ໜ້າທີ່ດັ່ງນີ້:
1. ຄົ້ນຄວ້າສ້າງແຜນຍຸດທະສາດ, ຮ່າງນະໂຍບາຍ, ກົດໝາຍ ແລະ ນິຕິກໍາກ່ຽວກັບວຽກງານປ້ອງກັນຊາດ ເພື່ອສະເໜີລັດຖະບານພິຈາລະນາ.
2. ຜັນຂະຫຍາຍແຜນຍຸດທະສາດ, ນະໂຍບາຍ ແລະ ກົດໝາຍເປັນແຜນການ, ແຜນງານ ແລະ ໂຄງການ ລະອຽດຂອງຕົນ  ພ້ອມທັງຈັດຕັ້ງປະຕິບັດ.
3. ໂຄສະນາ, ສຶກສາອົບຮົມການເມືອງແນວຄິດ, ແນວທາງຂອງພັກ, ກົດໝາຍຂອງລັດ ແລະ ບັນດາຂໍ້ກໍາ ນົດ, ກົດລະບຽບຂອງກອງທັບໃຫ້ພະນັກງານ, ນາຍ ແລະ ພົນທະຫານໃນທົ່ວປະເທດ.
4. ນໍາພາ, ບັນຊາ, ຄຸ້ມຄອງ, ປັບປຸງກໍ່ສ້າງກໍາລັງໃຫ້ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ເຂັ້ມແຂງທາງດ້ານລະບຽບວິໄນ ແລະ ການຈັດຕັ້ງໃຫ້ສົມເປັນກອງທັບປະຕິວັດຂອງປະຊາຊົນ, ມີລະບຽບແບບແຜນທັນສະໄໝ.
5. ຊີ້ນໍາ, ນຳພາກໍ່ສ້າງພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ໃຫ້ພະນັກງານ-ນັກຮົບທັງສາມປະເພດກໍາລັງຮໍ່າຮຽນການເມືອງ, ເຝິກແອບການທະຫານ, ຍົກລະດັບສິນລະປະຍຸດ, ຍຸດທະວິທີ, ຍຸດທະບັ້ນຮົບ, ຍຸດທະສາດ.
6. ປະຕິບັດໜ້າທີ່ຍຸດທະສາດໃນການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຕິດພັນກັບການກໍ່ ສ້າງທ່າສະໜາມປ້ອງກັນຊາດ, ປ້ອງກັນຄວາມສະຫງົບສາມຂັ້ນ ແລະ ປະຕິບັດວຽກງານສາມສ້າງ ແລະ ແກ້ໄຂໜໍ່ແໜງທີ່ກໍ່ຄວາມບໍ່ສະຫງົບ.
7. ກໍ່ສ້າງ ແລະ ຮັບປະກັນດ້ານພະລາທິການ, ເຕັກນິກການທະຫານທີ່ທັນສະໄໝ, ສ້າງພະລາທິການກັບທີ່ ເພື່ອກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
8. ປະກາດ ຫຼື ຍົກເລີກຄໍາສັ່ງກ່ຽວກັບວຽກງານປ້ອງກັນຊາດຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
9. ພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານປ້ອງກັນຊາດ.
10. ສະຫລຸບ ແລະ ລາຍງານການປະຕິບັດວຽກງານປ້ອງກັນຊາດໃຫ້ຂັ້ນເທິງຢ່າງເປັນປົກກະຕິ.
11. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 54   ສິດ ແລະ ໜ້າທີ່ຂອງກອງບັນຊາການທະຫານແຂວງ, ນະຄອນຫຼວງ.
ໃນການຄຸ້ມຄອງວຽກງານປ້ອງກັນຊາດ ກອງບັນຊາການທະຫານແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ໃນ ຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:
1. ຈັດຕັ້ງປະຕິບັດແຜນຍຸດທະສາດ, ນະໂຍບາຍ,  ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປ້ອງກັນຊາດ.
2. ໂຄສະນາ ສຶກສາອົບຮົມກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປ້ອງກັນຊາດ.
3. ສະເໜີ ການກໍ່ສ້າງ, ປັບປຸງ, ຄຸ້ມຄອງກໍາລັງ, ກອງບັນຊາການທະຫານຂອງຕົນ ຕໍ່ກະຊວງປ້ອງກັນປະເທດ.
4. ກໍ່ສ້າງ, ປັບປຸງ, ຄຸ້ມຄອງກໍາລັງ, ກອງບັນຊາການທະຫານເມືອງ, ເທດສະບານ, ນະຄອນ ແລະ ກອງຫຼອນ ທີ່ຂຶ້ນກັບຕົນໃນການປະຕິບັດໜ້າທີ່ປ້ອງກັນຊາດ.
5. ປະຕິບັດຄໍາສັ່ງກ່ຽວກັບວຽກງານປ້ອງກັນຊາດ.
6. ປະສານສົມທົບກັບແຂວງ, ນະຄອນຫຼວງ  ທີ່ມີຊາຍແດນຕິດຈອດ, ອົງການຈັດຕັ້ງພາຍໃນແຂວງ, ນະ ຄອນຫຼວງ ແລະ ພາກສ່ວນອື່ນໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ.
7. ພົວພັນ, ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານປ້ອງກັນຊາດ ຕາມການມອບ ໝາຍ.
8. ສະຫລຸບ ແລະ ລາຍງານການປະຕິບັດວຽກງານປ້ອງກັນຊາດ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ.
9. ນໍາໃຊ້ສິດ  ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍຂອງຂັ້ນເທິງ.
ມາດຕາ 55 ສິດ ແລະ ໜ້າທີ່ຂອງກອງບັນຊາການທະຫານເມືອງ, ເທດສະບານ, ນະຄອນ
ໃນການຄຸ້ມຄອງວຽກງານປ້ອງກັນຊາດ ກອງບັນຊາການທະຫານເມືອງ, ເທດສະບານ, ນະຄອນ ມີສິດ ແລະ ໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:
1. ຈັດຕັ້ງປະຕິບັດແຜນຍຸດທະສາດ, ນະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປ້ອງກັນຊາດ.
2. ເຜີຍແຜ່ ສຶກສາອົບຮົມກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປ້ອງກັນຊາດ.
3. ສະເໜີການກໍ່ສ້າງ, ປັບປຸງ, ຄຸ້ມຄອງກອງບັນຊາການທະຫານຂອງຕົນຕໍ່ກອງບັນຊາການທະຫານແຂວງ,  ນະຄອນຫຼວງ.
4. ກໍ່ສ້າງ, ປັບປຸງ, ຄຸ້ມຄອງກໍາລັງກອງຫຼອນ ທີ່ຂຶ້ນກັບຕົນ.
5. ປະຕິບັດຄໍາສັ່ງກ່ຽວກັບວຽກງານປ້ອງກັນຊາດ.
6. ປະສານສົມທົບກັບເມືອງ, ເທດສະບານ, ນະຄອນ ທີ່ມີຊາຍແດນຕິດຈອດ, ອົງການຈັດຕັ້ງພາຍໃນເມືອງ,  ເທດສະບານ, ນະຄອນ  ແລະ ພາກສ່ວນອື່ນ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ.
7. ສະຫລຸບ ແລະ ລາຍງານການປະຕິບັດວຽກງານປ້ອງກັນຊາດໃຫ້ຂັ້ນເທິງຢ່າງເປັນປົກກະຕິ.
8. ນໍາໃຊ້ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍຂອງຂັ້ນເທິງ.
ມາດຕາ 56   ສິດ ແລະ ໜ້າທີ່ຂອງຂະແໜງການ, ພາກສ່ວນອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ
ໃນການຄຸ້ມຄອງວຽກງານປ້ອງກັນຊາດ ຂະແໜງການ, ພາກສ່ວນອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງມີສິດ ແລະ ໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ກໍານົດແຜນການ, ໂຄງການ ແລະ ພັດທະນາວຽກງານຂອງຕົນ ທີ່ຕິດພັນກັບວຽກງານປ້ອງກັນ ຊາດ.
2. ຈັດຕັ້ງກໍາລັງປ້ອງກັນຕົວ ເພື່ອຮັກສາຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສໍານັກງານຂອງຕົນ.
3. ຈັດຕັ້ງເຜີຍແຜ່, ສຶກສາອົບຮົມວຽກງານປ້ອງກັນຊາດໃຫ້ພະນັກງານ, ລັດຖະກອນວິຊາການ ຫຼື ກໍາມະກອນ, ນັກຮຽນ, ນັກສຶກສາເຂົ້າຮ່ວມໃນວຽກງານປ້ອງກັນຊາດ.
4. ແຈ້ງ, ລາຍງານ, ສະໜອງຂໍ້ມູນຂ່າວສານ, ເອກະສານຕ່າງໆທີ່ກ່ຽວຂ້ອງກັບວຽກງານປ້ອງກັນຊາດ ໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ ຕໍ່ຂະແໜງການປ້ອງກັນຊາດທີ່ກ່ຽວຂ້ອງຢ່າງທັນການ.
5. ປະຕິບັດຄໍາສັ່ງກ່ຽວກັບວຽກງານປ້ອງກັນຊາດ.
6. ປະສານສົມທົບກັບກະຊວງປ້ອງກັນປະເທດ ຫຼື ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຕາມຂອບເຂດຄວາມຮັບຊອບຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ.
7. ສະຫລຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ໃຫ້ກະຊວງປ້ອງກັນປະເທດ ຫຼື ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
8. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ໝວດທີ 2
ການກວດກາວຽກງານປ້ອງກັນຊາດ

ມາດຕາ 57   ອົງການກວດກາວຽກງານປ້ອງກັນຊາດ
ອົງການກວດກາວຽກງານປ້ອງກັນຊາດ ປະກອບດ້ວຍ ອົງການກວດກາພາຍໃນ ແລະ ອົງການກວດກາພາຍນອກ.
ອົງການກວດກາພາຍໃນ ແມ່ນກະຊວງປ້ອງກັນປະເທດ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ.
ອົງການກວດກາພາຍນອກ ແມ່ນສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ, ລັດຖະບານ, ອົງການປົກຄອງ ທ້ອງຖິ່ນ.
ມາດຕາ 58   ເນື້ອໃນການກວດກາ.
ການກວດກາວຽກງານປ້ອງກັນຊາດ ມີເນື້ອໃນດັ່ງນີ້:
1. ການປະຕິບັດສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງວຽກງານປ້ອງກັນຊາດ.
2. ການປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປ້ອງກັນຊາດ.
3. ການປະຕິບັດນະໂຍບາຍ ແລະ ການນໍາໃຊ້ມາດຕາການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວ ກັບວຽກງານປ້ອງກັນຊາດ.
4. ບັນຫາອື່ນ ທີ່ພົວພັນກັບການປ້ອງກັນຊາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.
ມາດຕາ 59   ຮູບການ ການກວດກາ
ຮູບການ ການກວດກາມີດັ່ງນີ້:
1. ການກາດກາ ຕາມແຜນການປົກກະຕິ.
2. ການກວດກາ ຕາມຄໍາສັ່ງທາງລັດຖະການ ຫຼື ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ.
3. ການກວດກາ ແບບກະທັນຫັນ.
ໃນການດຳເນີນກວດກາວຽກງານປ້ອງກັນຊາດ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ພາກທີ VIII
ວັນສ້າງຕັ້ງ ແລະ ເຄື່ອງໝາຍຂອງກອງທັບປະຊາຊົນລາວ

ມາດຕາ 60    ວັນສ້າງຕັ້ງກອງທັບ ປະຊາຊົນລາວ
ວັນສ້າງຕັ້ງກອງທັບປະຊາຊົນລາວ ແມ່ນ ວັນທີ 20 ມັງກອນ 1949 ທຸກປີກອງທັບປະຊາຊົນລາວ ພ້ອມກັບ ປະຊາຊົນລາວ ບັນດາເຜົ່າ ຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນຂະບວນໃນທົ່ວປະເທດ.
ມາດຕາ 61   ເຄື່ອງແບບ, ເຄື່ອງໝາຍ, ຕາປະທັບຂອງກອງທັບປະຊາຊົນລາວ
ກອງທັບປະຊາຊົນລາວ ມີເຄື່ອງແບບ, ເຄື່ອງໝາຍ, ກາໝາຍ, ເຄື່ອງໝາຍຊັ້ນ, ເຄື່ອງແບບເຫຼົ່າຮົບ, ຕາປະທັບ ແລະ ບັດປະຈໍາຕົວຂອງຕົນ ເຊິ່ງໄດ້ກໍານົດໄວ້ໃນລະບຽບການຕາງຫາກ.

ພາກທີ IX
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕາການຕໍ່ຜູ້ລະເມີດ

ມາດຕາ 62  ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ,  ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍ ສະບັບນີ້ ຈະໄດ້ຮັບການ ຍ້ອງຍໍ ແລະ ນະໂຍບາຍອື່ນຕາມລະບຽບການ.
ພະນັກງານ ລັດຖະກອນວິຊາການ ແລະ ນັກຮົບທີ່ປະຕິບັດໜ້າທີ່ປ້ອງກັນຊາດ ມີຜົນງານດີເດັ່ນ ຈະໄດ້ຮັບ ການຍ້ອງຍໍເຊັ່ນ: ນາມະຍົດວີລະຊົນ, ນັກຮົບແຂ່ງຂັນ, ຫຼຽນໄຊ, ຫຼຽນກາ, ໃບຍ້ອງຍໍ, ເລື່ອນຊັ້ນ, ເລື່ອນໜ້າທີ່ຮັບຜິດ ຊອບ ແລະ ຮໍ່າຮຽນຍົກລະດັບ ຕາມລະບຽບການ.
ສຳລັບພະນັກງານ, ລັດຖະກອນວິຊາການ, ນັກຮົບ ແລະ ພົນລະເມືອງທີ່ເສຍອົງຄະ, ເສຍສະຫລະຊີວິດ ຍ້ອນການປະຕິບັດໜ້າທີ່ປ້ອງກັນຊາດ ຈະໄດ້ຮັບນະໂຍບາຍອຸດໜູນຕາມກົດໝາຍ ແລະ ລະບຽບການ.
ມາດຕາ 63:  ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ, ນິຕິບຸກຄົນ ແລະ ການຈັັດຕັ້ງທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ ຫຼື ລົງໂທດຕາມກົດໝາຍ.

ພາກທີ X
ບົດບັນຍັດສຸດທ້າຍ

ມາດຕາ 64   ການຈັດຕັ້ງປະຕິບັດ
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້:
ມາດຕາ 65:   ຜົນສັກສິດ
ກົດໝາຍສະບັບນີ້ມີຜົນສັກສິດ  ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ອອກລັດຖະດໍາລັດ ປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ.
ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍ ສະບັບນີ້ ລ້ວນແຕ່ຖືກຍົກເລີກ
ປະທານສະພາແຫ່ງຊາດ
ປານີ ຢາທໍ່ຕູ້
ກົດໝາຍວ່າດ້ວຍ ສື່ມວນຊົນ

ກົດໝາຍ ວ່າດ້ວຍ ສື່ມວນຊົນ
ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ1. ຈຸດປະສົງ
ກົດໝາຍວ່າດ້ວຍສື່ມວນຊົນກໍານົດຫຼັກການ,ລະບຽບການ ແລະ ມາດຕາການຕ່າງໆ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການພັດທະນາ, ການຄຸ້ມຄອງ, ການກວດກາສື່ສານ ມວນຊົນ ເພື່ອເສີມຂະຫຍາຍບົດບາດ, ຍົກສູງຄຸນນະພາບຂອງສື່ມວນຊົນ ແລະ ຮັບປະກັນ ການປະຕິບັດສິດເສລີພາບດ້ານຂອງສື່ມວນຊົນຂອງພົນລະເມືອງເພື່ອແນໃສ່ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ມາດຕາ 2  ສື່ມວນຊົນ
ສື່ມວນຊົນແມ່ນເວທີຖະແຫຼງຂ່າວທີ່ປະກອບດ້ວຍສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ຜະລິດຕະ ຕະພັນສື່ມວນຊົນ, ມີພາລະບົດບາດເປັນກະບອກສຽງຂອງອົງການຈັດຕັ້ງພັກ, ລັດ ແລະ ສັງ ຄົມໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມ ນໍ້າໃຈຮັກຊາດ, ສະໜອງຂໍ້ມູນ, ຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາ ສາດ, ເນັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ ໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຖ້ອຍທຳນອງທີ່ບິດເບືອນຄວາມຈິງ, ເປັນເວລາທີ່ເສີມຂະຫຍາຍປະຊາທິ ປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ.
ມາດຕາ 3: ການອະທິບາຍຄໍາສັບ
ຄໍາສັບຕ່າງໆທີ່ນໍາມາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້:
1.ພາຫະນະສື່ມວນຊົນ ໝາຍເຖິງສື່ສິ່ງພິມ, ສື່ເອເລັກໂຕຣນິກ ລວມທັງຜະລິດຕະພັນສື່ມວນ
ຊົນ;
2.ຜະລິດຕະພັນສື່ມວນຊົນ ໝາຍເຖິງໜັງສືພິມ, ໃບຂ່າວສານ, ຈົດໝາຍເຫດ, ວາລະສານ, ລາຍການວິທະຍຸ, ລາຍການໂທລະພາບ, ລາຍການໂທລະໂຄ່ງ, ອິນເຕີເນັດ, ເວັບໄຊ, ກະ ກະແຊັດ, ຊີດີ, ວີຊີດີ, ດີວີດີ ແລະ ອື່ນໆ;
3. ບັນນາທິການໝາຍເຖິງຜູ້ກວດແກ້, ກວດຜ່ານເນື້ອໃນ ແລະ ຮູບແບບຂອງບົດ, ຂ່າວ ແລະ ລາຍການຂອງສື່ມວນຊົນຕ່າງໆ;
4. ນັກຂ່າວ ໝາຍເຖິງບຸກຄະລາກອນຂອງອົງການສື່ມວນຊົນທີ່ເຮັດໜ້າທີ່ຊອກເກັບກໍາຂໍ້ມູນ ຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດ ແລ້ວແຕ່ງເປັນບົດ, ຂ່າວ ແລະ ລາຍການສະໜອງໃຫ້ແກ່ພາຫະນະສື່ມວນຊົນ;
5. ອິນເຕີເນັດ ໝາຍເຖິງລະບົບເຄືອຂ່າຍຄອມຜິວເຕີເຊິ່ງສາມາດສົ່ງຂໍ້ມູນຂ່າວສານຫາກັນ ຫລື ສື່ສານກັນ ໂດຍຜ່ານໄປສະນີເອເລັກໂຕຣນິກ, ດ້ວຍການສົ່ງສັນຍານສຽງ ແລະ ພາບ ຫາກັນ ທາງສາຍ ຫລື ທາງອາກາດ. ຂໍ້ມູນຂ່າວສານທີ່ສ້າງຂຶ້ນມາສາມາດຝາກໄວ້ໃນເວັບໄຊ.
6, ເວັບໄຊໝາຍເຖິງໜ້າຂໍ້ມູນຂ່າວສານກ່ຽວກັບເນື້ອໃນສະເພາະໃດໜຶ່ງທີ່ເປັນຕົວໜັງສື,ຮູບພາບ,ແສງ, ສີ, ສຽງທີ່ສ້າງຂຶ້ນດ້ວຍບຸກຄົນ,ອົງການຈັດຕັ້ງຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດຊຶ່ງສົ່ງສັນຍານຜ່ານລະບົບເຄື່ອຂ່າຍອິນເຕີເນັດ ແລະ ສາມາດເຂົ້າເຖິງໄດ້ທາງຄອມພີວເຕີ, ໂທລະພາບດີຈີຕອນ, ໂທລະສັບມືຖືດ້ວຍລະຫັດສະເພາະ.
7, ການຈໍາໜ່າຍເປັນໄລຍະໝາຍເຖິງການຈໍາໜ່າຍເປັນລາຍຕອນ, ລາຍວັນ, ລາຍສັບປະດາ, ລາຍປັກ, ລາຍເດືອນ, ລາຍໄຕມາດ ແລະ ອືີ່ນໆ.
ມາດຕາ 4  ນະໂຍບາຍຂອງລັດກ່ຽວກັບວຽກງານສື່ມວນຊົນ
ລັດສົ່ງເສີມ ແລະ ພັດທະນາວຽກງານສື່ມວນຊົນຂອງລັດໃຫ້ມີການຂະຫຍາຍຕົວຢ່າງ ກ້ວາງຂວາງ, ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບດ້ວຍການປະຕິບັດນະໂຍບາຍດ້ານຕ່າງໆ ເຊັ່ນ: ການສ້າງ ແລະ ປະກອບບຸກຄະລະກອນ, ສະໜອງງົບປະມານ, ພາຫະນະ, ວັດຖຸອຸປະ ກອນເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ.
ລັດຊຸກຍູ້ການຈັດຕັ້ງ ແລະ ບຸກຄົນທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເຂົ້າ ໃນການພັດທະນາສື່ມວນຊົນດ້ວຍການສະໜອງພາຫະນະ, ວັດຖຸອຸປະກອນ, ທຶນຮອນ ແລະ ອື່ນໆໃຫ້ແກ່ວຽກງານສື່ມວນຊົນລາວ.
ລັດມີນະໂຍບາຍໃຫ້ການຈັດຕັ້ງ ແລະ ບຸກຄົນມີສ່ວນຮ່ວມໃນການດໍາເນີນວຽກງານດ້ານສື່ມວນຊົນຕາມລະບຽບກົດໝາຍ.
ລັດອໍານວຍຄວາມສະດວກໃຫ້ແກ່ການຜະລິດ, ການກະຈາຍ ແລະ ການຈໍາໜ່າຍຜະລິດ ຕະພັນສື່ມວນຊົນທີ່ຖືກຕ້ອງຕາມກົດໝາຍຢ່າງກ້ວາງຂວາງ ແລະ ທົ່ວເຖິງໃນຂອບເຂດທົ່ວປະ ເທດ ແລະ ອອກສູ່ຕ່າງປະເທດຕາມຄວາມເໝາະສົນ.
ລັດສົ່ງເສີມ ແລະ ປົກປ້ອງເຈົ້າຂອງອົງການສື່ມວນຊົນ, ອົງການສື່ມວນຊົນ, ນັກຂ່າວ, ຜູ້ຮ່ວມງານ ແລະ ນັກວິຊາການດ້ານສື່ມວນຊົນທີ່ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ.
ລັດຮັບປະກັນໃຫ້ພົນລະເມືອງລາວໄດ້ປະຕິບັດສິດເສລີພາບ ແລະ ພັນທະຂອງຕົນ ດ້ານສື່ມວນຊົນ, ສ້າງເງື່ອນໄຂ, ອຳນວຍຄວາມສະດວກ ແລະ ປົກປ້ອງຜູ້ສະໜອງຂໍ້ມູນຂ່າວ ສານ, ປະກອບຄຳເຫັນ, ສະແດງທັດສະນະ, ຕຳນິຕິຊົມທີ່ບໍ່ຂັດກັບລະບຽບກົດໝາຍ, ບໍ່ຂັດກັບຜົນປະໂຫຍດຂອງຊາດ ແລະ ປະຊາຊົນຜ່ານສື່ມວນຊົນ.
ມາດຕາ 5  ການຮ່ວມມືສາກົນ.
ລັດສົ່ງເສີມການພົວພັນ, ຮ່ວມມືດ້ານສື່ມວນຊົນກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ດ້ວຍການຊຸກຍູ້ການເຄື່ອນໄຫວດ້ານວິຊາການ, ການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະ ຍາສາດ, ເຕັກໂນໂລຊີ, ການສ້າງບຸກຄະລະກອນ, ການຍາດແຍ່ງການສະໜັບສະໜູນ ແລະ ຊ່ວຍເຫລືອດ້ານຕ່າງໆເພື່ອຜົນປະໂຫຍດລວມຂອງຊາດ, ເຮັດໃຫ້ວຽກງານສື່ມວນຊົນມີຄຸນນະ ພາບ ແລະ ທັນສະໄໝບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕເຊິ່ງກັນ ແລະ ກັນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ໝວດທີ II
ປະເພດ ແລະ ລັກສະນະຂອງສື່ມວນຊົນ

ມາດຕາ 6   ປະເພດຂອງສື່ມວນຊົນ.
ສື່ມວນຊົນແບ່ງອອກເປັນສອງປະເພດຄື: ສື່ສີ່ງພີມ ແລະ ສື່ເອເລັກໂຕຣນິກທີ່ເຮັດ ເປັນພາສາລາວ, ພາສາຊົນເຜົ່າ ແລະ ພາສາຕ່າງປະເທດ,
ມາດຕາ 7  ສື່ສິ່ງພີມ.
ສື່ສິ່ງພີມແມ່ນພາຫະນະໂຄສະນາທີ່ເປັນແຜ່ນເຈ້ຍຊື່ງປັນຈຸຂໍ້ມູນຂ່າວສານດ້ວຍຕົວ ໜັງສື ຫຼື ຮູບພາບໂດຍມີຊື່ສະເພາະ.
ສື່ສິ່ງພີມອາດຈະຈໍາໜ່າຍເປັນລາຍວັນ ຫຼື ເປັນໄລຍະຊື່ງປະກອບດ້ວຍໜັງສືພີມ, ວາລະສານ, ໃບຂ່າວສານ, ຈົດໝາຍເຫດ.
ມາດຕາ 8  ສື່ເອເລັກໂຕຣນິກ.
ສື່ເອເລັກໂຕຣນິກແມ່ນພາຫະນະໂຄສະນາດ້ວຍການສ້າງເປັນລາຍການວິທະຍຸ, ລາຍການໂທລະພາບ ຫຼື ລາຍການອິນເຕີເນັດປະເພດຕ່າງໆແລ້ວກະຈ່າຍອອກຜ່ານ ເຄື່ອງສົ່ງທາງສາຍ, ທາງອາກາດ ຫຼື ຄື້ນຄວາມຖີ່.
ສື່ເອເລັກໂຕຣນິກປະກອບດ້ວຍວິທະຍຸກະຈ່າຍສຽງ, ໂທລະພາບ, ໂທລະໂຄ່ງ  ແລະ ອິນເຕີເນັກ.
ມາດຕາ 9   ລັກສະນະຂອງສື່ມວນຊົນລາວ.
ສື່ມວນຊົນລາວມີລັກສະນະຕົ້ນຕໍດັ່ງນີ້:
1.ລັກສະນະຕົວຈິງ
2.ລັກສະນະສຶກສາອົບຮົມ
3.ລັກສະນະຈັດຕັ້ງຊີ້ນໍາ
4.ລັກສະນະຕໍ່ສູ້
ມາດຕາ 10  ລັກສະນະຕົວຈິງ
ເນື້ອໃນ ແລະ ຮູບການຂອງສື່ມວນຊົນລາວທຸກປະເພດຕ້ອງພາວະວິໄສ, ຖືກຕ້ອງຕາມຄວາມເປັນຈິງ, ຊັດເຈນ, ວ່ອງໄວທັນການ ແລະ ສອດຄ່ອງກັບສິດຜົນປະໂຫຍດ ຂອງຊາດ ແລະ ປະຊາຊົນ.
ມາດຕາ 11   ລັກສະນະສຶກສາອົບຮົມ.
ເນື້ອໃນ ແລະ ຮູບການຂອງສື່ມວນຊົນລາວທຸກປະເພດຕ້ອງແນໃສ່ສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ. ລະບຽບກົດໝາຍຂອງລັດ, ຄວາມຮູ້ ດ້ານຕ່າງໆ, ສົ່ງເສີມວຽກດີຄົນເດັ່ນ, ປຸກລະດົມນໍ້າໃຈຮັກຊາດ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ,
ມາດຕາ 12   ລັກສະນະຈັດຕັ້ງຊີ້ນຳ.
ເນື້ອໃນ ແລະ ຮູບການຂອງສື່ມວນຊົນລາວທຸກປະເພດຕ້ອງແນໃສ່ປຸກລະດົມ,ຈັດຕັ້ງ,ຊີ້ນຳມະຫາຊົນປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແນະນໍາອະທິບາຍ,ໃຫ້ຄວາມກະຈ່າງແຈ້ງຕໍ່ຫ່າງສຽງສັງຄົມຢ່າງຖືກຕ້ອງ.
ມາດຕາ 13   ລັກສະນະຕໍ່ສູ້.
ເນື້ອໃນ ແລະ ຮູບການຂອງສື່ມວນຊົນລາວທຸກປະເພດຕ້ອງປົກປ້ອງຄວາມຖືກຕ້ອງຂອງແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕໍານິວິຈານປາກົດການລະເມີດລະບຽບກົດໝາຍ, ສິ່ງຫຍໍ້ທໍ້ໃນສັງຄົມ ແລະ ຕອບຕ້ານຖ້ອຍທຳນອງທີ່ບິດເບື່ອນ, ໃສ່ຮ້າຍປ້າຍສີທີ່ສ້າງຄວາມເສື່ອມເສຍຕໍ່ກຽດສັກສີ, ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.

ໝວດທ່ີ່ III
ສິດເສລີພາບຂອງພົນລະເມືອງລາວດ້ານສື່ມວນຊົນ

ມາດຕາ 14   ສິດເສລີພາບຂອງພົນລະເມືອງລາວດ້ານສື່ມວນຊົນ
ພົນລະເມືອງລາວມີສິດເສລີພາບດ້ານສື່ມວນຊົນດ້ວຍການປະກອບຄໍາຄິດຄໍາເຫັນ, ສະແດງທັດສະນາທີ່ບໍ່ຂັດກັບລະບຽບກົດໝາຍ, ສິດຜົນປະໂຫຍດ ຂອງຊາດ, ຂອງປະຊາຊົນ ແລະ ການໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບສະພາບການພາຍໃນ ແລະ ຕ່າງປະເທດ, ສາລະຄວາມຮູ້, ສາລະບັນເທິງ ແລະ ບັນຫາອື່ນໆທີ່ເປັນຜົນປະໂຫຍດ.
ມາດຕາ 15 ສິດເສລີພາບຂອງພົນລະເມືອງລາວໃນການປະກອບຄຳຄິດຄຳເຫັນ
ພົນລະເມືອງລາວມີສິດເສລີພາບໃນການປະກອບຄໍາຄິດຄໍາເຫັນຜ່ານສື່ມວນຊົນກ່ຽວກັບ.
1.ການສ້າງ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ,ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ.
2. ທັດສະນະຕໍ່ສະພາບການພາຍໃນ ແລະ ຕ່າງປະເທດ.
3. ການຕໍານິຕິຊົມແບບສ້າງສັນຕໍ່ບຸກຄົນ ແລະ ການຈັດຕັ້ງ
ມາດຕາ 16  ສິດເສລີພາບຂອງພົນລະເມືອງລາວກ່ຽວກັບຂໍ້ມູນຂ່າວສານ
ພົນລະເມືອງລາວມີສິດເສລີພາບກ່ຽວກັບຂໍ້ມູນຂ່າວສານຜ່ານສື່ມວນຊົນດັ່ງນີ້:
1.ເຂົ້າເຖິງ ແລະ ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບສະພາບການພາຍໃນ ແລະ ຕ່າງປະ ເທດສາລະຄວາມຮູ້, ສາລະບັນເທິງ ແລະ ອື່ນໆ
2. ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນຢ່າງຖືກຕ້ອງຊັດເຈນ, ທັນການ ແລະ ຮັບ ຜິດຊອບຕໍ່ໜ້າກົດໝາຍກ່ຽວກັບເນື້ອໃນຂໍ້ມູນຂ່າວສານນັ້ນ.
ມາດຕາ 17  ການປະຕິບັດສິດເສລີພາບຂອງພົນລະເມືອງລາວ.
ພົນລະເມືອງລາວໄດ້ຮັບການປະຕິບັດສິດເສລີພາບຂອງຕົນຜ່ານສື່ມວນຊົນດ້ວຍການ ລົງພີມ ຫຼື ກະຈ່າຍຂ່າວ,ບົດ,ຄຳເຫັນ, ກະຈ່າຍພາບ, ຕອບຂໍ້ສະເໜີ, ຂໍ້ຂ້ອງໃຈຂອງຕົນ ໂດຍສື່ມວນຊົນເອງ ຫຼື ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງໃນກໍລະນີທີ່ບໍ່ສາມາດລົງພີມ, ກະຈ່າຍ ຫຼື ຕອບໄດ້ນັ້ນສື່ມວນຊົນຕ້ອງແຈ້ງເຫດຜົນໃຫ້ພົນລະເມືອງຮັບຊາບຢ່າງເປັນທາງ ການ.

ໝວດທີ່ IV
ວຽກງານສື່ມວນຊົນ

ມາດຕາ 18  ວຽກງານສື່ມວນຊົນ
ສື່ມວນຊົນມີວຽກງານຕົ້ນຕໍດັ່ງນີ້:
1.ການຊອກຮູ້, ເກັບກໍາຂໍ້ມູນຂ່າວສານ.
2.ການໄດ້ຮັບການສະໜອງຂໍ້ມູນຂ່າວສານຈາກສັງຄົມ
3.ການເຜີຍແຜ່ບົດ,ຂ່າວ ແລະ ແຈ້ງການຕ່າງໆ
4.ການໃຫ້ຄໍາຕອບ
5.ການແກ້ຂ່າວ
6.ການບໍລິການ
7. ການບັນເທິງ.
ມາດຕາ 19  ການຊອກຮູ້, ເກັບກຳຂໍ້ມູນຂ່າວສານ
ສື່ມວນຊົນຕ້ອງເຄື່ອນໄຫວຊອກຮູ້,ເກັບກໍາຂໍ້ມູນຂ່າວສານຢ່າງກ້ວາງຂວາງ, ຄົບຖ້ວນ,ຊັດເຈນ,ວ່ອງໄວ ແລະ ທັນການເພື່ອຄົ້ນຄ້ວາແຕ່ງເປັນບົດ, ຂ່າວ ແລະ ແຈ້ງການຕ່າງໆ
ມາດຕາ 20  ການໄດ້ຮັບການສະໜອງຂໍ້ມູນຂ່າວສານຈາກສັງຄົມ
ສື່ມວນຊົນມີສິດໄດ້ຮັບຂໍ້ມູນຂ່າວສານຈາກການຈັດຕັ້ງ ແລະ ບຸກຄົນເພື່ອພິຈາລະນາ ອອກຂ່າວຕາມຄວາມເໝາະສົມ.
ໃນກໍລະນີທີ່ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບການລະເມີດລະບຽບກົດໝາຍ ແລະ ປາ ກົດການຫຍໍ້ທໍ້ໃນສັງຄົມ ສື່ມວນຊົນກໍສາມາດແຈ້ງໃຫ້ການຈັດຕັ້ງ ຫຼື ບຸກຄົນທີ່ກ່ຽວຂ້ອງ ຊາບເພື່ອພິຈາລະນາ.
ສໍາລັບຂ່າວກ່ຽວກັບຄະດີທີ່ພວມສືບສວນ-ສອບສວນຫຼື ຄະດິທີ່ຍັງບໍ່ທັນຕັດສິນນັ້ນອົງ ການທີ່ດຳເນີນຄະດີມີສິດສະຫງວນຄວາມລັບກ່ຽວກັບຂໍ້ມູນຂ່າວສານຕໍ່ສື່ມວນຊົນ, ແຕ່ສື່ມວນຊົນກໍມີສິດອອກຂ່າວຕາມແຫລ່ງຂ່າວທີ່ໜ້າເຊື່ອຖືໄດ້ ແລະ ເປັນປະໂຫຍດໃຫ້ແກ່ສັງ ຄົມດ້ວຍຄວາມຮັບຜິດຊອບຂອງຕົນຕໍ່ໜ້າກົດໝາຍເວັ້ນເສຍແຕ່ມີຄຳສັ່ງຫ້າມ ຫຼື ໂຈະການ ອອກຂ່າວຈາກອົງການທີ່ກ່ຽວຂ້ອງ.
ສື່ມວນຊົນຈະບໍ່ເປີດເຜີຍຊື່ຂອງຜູ້ສະໜອງຂໍ້ມູນຂ່າວສານຖ້າເຫັນວ່າມີຜົນເສຍຫາຍ ຕໍ່ຜູ້ສະໜອງຂໍ້ມຸນຂ່າວສານນັ້ນເວັ້ນເສຍແຕ່ຈະສະໜອງໃຫ້ຕາມການສະເໜີຂອງອົງການ ສືບສວນ-ສອບສວນ ຫຼື ອົງການໄອຍະການປະຊາຊົນ ຫຼື ສານປະຊາຊົນ.
ມາດຕາ 21   ການເຜີຍແຜ່ບົດ, ຂ່າວ ແລະ ແຈ້ງການຕ່າງໆ.
ເມື່ອສື່ມວນຊົນໄດ້ເກັບກໍາຂໍ້ມູນຂ່າວສານ ຫຼື ຮັບຂໍ້ມູນຂ່າວສານຈາກສັງຄົມແລ້ວ ຕ້ອງຄົ້ນຄ້ວາພິຈາລະນາຢ່າງຖີ່ຖ້ວນຖ້າເຫັນວ່າເປັນຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ສັງຄົມຈີ່ງແຕ່ງເປັນບົດ, ຂ່າວ, ແຈ້ງການ ແລະ ລາຍການຕ່າງໆເພື່ອເຜີຍແຜ່ໃຫ້ສັງຄົມຮັບ ຮູ້ຢ່າງທົ່ວເຖິງ ແລະ ທັນເວລາຜ່ານພາຫະຂອງຕົນ.
ມາດຕາ 22   ການໃຫ້ຄຳຕອບ.
ສື່ມວນຊົນມີສິດສະເໜີໃຫ້ການຈັດຕັ້ງ ຫຼື ບຸກຄົນທີ່ກ່ຽວຂ້ອງຕອບບັນຫາທີ່ພົນລະ ເມືອງລາວ ຫຼື ອົງການຈັດຕັ້ງຕ່າງໆຂໍຄວາມກະຈ່າງແຈ້ງ, ເມື່ອການຈັດຕັ້ງ ຫຼື ບຸກຄົນໄດ້ ຮັບຄຳສະເໜີດັ່ງກ່າວແລ້ວກໍຕ້ອງຕອບຢ່າງທັນການ ແລະ ມີຄວາມຮັບຜິດຊອບຕໍ່ຄໍາຕອບ ຂອງຕົນ.
ພົນລະເມືອງລາວ ຫຼື ອົງການຈັດຕັ້ງຕ່າງໆມີສິດສະເໜີໃຫ້ສື່ມວນຊົນຊີ້ແຈງກ່ຽວກັບ ຂ່າວທີ່ໄດ້ເຜີຍແຜ່ອອກໄປທີ່ຍັງບໍ່ຈະແຈ້ງນັ້ນ ແລະ ສື່ມວນຊົນຕ້ອງໃຫ້ຄໍາຕອບຢ່າງວ່ອງໄວ.
ມາດຕາ 23  ການແກ້ຂ່າວ.
ການຈັດຕັ້ງ ຫຼື ບຸກຄົນມີສິດສະເໜີໃຫ້ສື່ມວນຊົນແກ້ຂ່າວທີ່ອອກບໍ່ຖືກຄວາມຈິງ.
ອົງການສື່ມວນຊົນທີ່ອອກຂ່າວບໍ່ຖືກຄວາມຈິງ, ຂາດຫຼັກຖານ, ແຕະຕ້ອງເຖິງບົດບາດ, ກຽດສັກສີຂອງການຈັດຕັ້ງ ຫຼື ບຸກຄົນນັ້ນຕ້ອງໄດ້ແກ້ຂ່າວ ແລະ ຂໍໂທດຜ່ານສື່ມວນຊົນ ຕາມລະບຽບກົດໝາຍ.
ໃນກໍລະນີທີ່ອົງການສື່ມວນຊົນບໍ່ແກ້ຂ່າວ ຫຼື ໄດ້ແກ້ຂ່າວຢ່າງບໍ່ເໝາະສົມແລ້ວການຈັດ ຕັ້ງ ຫຼື ບຸກຄົນທີ່ກ່ຽວຂ້ອງນັ້ນມີສິດສະເໜີຕໍ່ອົງການຄຸ້ມຄອງສື່ມວນຊົນ ຫຼື ຮ້ອງຟ້ອງຕໍ່ສານ ປະຊາຊົນເມື່ອເຫັນວ່າມີຄວາມເສຍຫາຍເກີດຂຶ້ນ
ມາດຕາ 24  ການບໍລິການ
ການບໍລິີການຂອງສື່ມວນຊົນແມ່ນການທີ່ສື່ມວນຊົນໂຄສະນາສິນຄ້າ ຫຼື ບໍລິການໃຫ້ລູກຄ້າໂດຍເກັບຄ່າບໍລິການ
ສື່ມວນຊົນທຸກປະເພດສາມາດໂຄສະນາສິນຄ້າ ຫຼື ບໍລິການໃຫ້ລູກຄ້າແຕ່ຕ້ອງໄດ້ຮັບ ອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
ເນື້ອໃນໂຄສະນາສິນຄ້າ ຫຼື ການບໍລິການຜ່ານສື່ມວນຊົນທຸກປະເພດຕ້ອງໃຫ້ຖືກກັບ ຄວາມເປັນຈິງ, ບໍ່ເວົ້າໂຍກ, ເວົ້າເກີນ, ຄຸນນະພາບຂອງສິນຄ້າ ຫຼື ຂອງການບໍລິການນັ້ນ ແລະ ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງວຽກງານທີ່ກ່ຽວຂ້ອງ.
ການໂຄສະນາສິນຄ້າ ຫຼື ບໍລິການໃຫ້ລູກຄ້າຜ່ານສື່ມວນຊົນລວມທັງການເກັບຄ່າບໍລິ ການນັ້ນໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 25    ການບັນເທິງ
ການບັນເທິງເປັນວຽກງານໜຶ່ງຂອງສື່ມວນຊົນເພື່ອສ້າງບັນຍາກາດ, ຄວາມເບີກບານ ມ່ວນຊື່ນໃຫ້ແກ່ສັງຄົມທັງເປັນການໂຄສະນາ, ສຶກສາອົບຮົມ, ແນະນຳ, ປຸກລະດົມພົນລະ ເມືອງໃຫ້ມີຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມໃນການປົກປັກຮັກສາ ແລະ ພັດທະນາປະ ເທດຊາດ.
ການບັນເທິງທີ່ນໍາອອກຜ່ານສື່ມວນຊົນນັ້ນປະກອບດ້ວຍການສະແດງສິນລະປະວັນ ນະຄະດີ, ການຮ້ອງເພງ,ການຂັບ, ການລຳ, ການບັນເລງສຽງດົນຕີ, ການສະແດງລະ ຄອນ, ການກີລາກາຍຍະກຳ ແລະ ອືື່ນໆທີ່ສອງຄ່ອງກັບແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ, ຮີດຄອງ, ວັດທະນະທຳປະເພນີອັນດີງາມຂອງຊາດ, ຂອງຊົນເຜົ່າ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ໝວດທີ່ V
ການຈັດຕັ້ງ ແລະ ບຸກຄະລາກອນຂອງສື່ມວນຊົນ

ມາດຕາ 26    ການຈັດຕັ້ງຂອງສື່ມວນຊົນ
ການຈັດຕັ້ງຂອງສື່ມວນຊົນປະກອບດ້ວຍ.
1. ເຈົ້າຂອງອົງການສື່ມວນຊົນ
2. ອົງການສື່ມວນຊົນ
3. ສະມາຄົມນັກຂ່າວແຫ່ງ ສປປ ລາວ
ມາດຕາ 27  ເຈົ້າຂອງອົງການສື່ມວນຊົນ
ເຈົ້າຂອງອົງການສື່ມວນຊົນແມ່ນອົງການຈັດຕັ້ງພັກ, ລັດ ແນວລາວສ້າງຊາດ, ອົງ ການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ການຈັດຕັ້ງ ແລະ ບຸກຄົນທີ່ໄດ້ອະນຸມັດໃຫ້ ສ້າງຕັ້ງອົງການສື່ມວນຊົນ ແລະ ດໍາເນີນວຽກງານດ້ານສື່ມວນຊົນຕາມລະບຽບກົດໝາຍ.
ມາດຕາ 28   ໜ້າທີ່ ແລະ ສິດຂອງເຈົ້າຂອງອົງການສື່ມວນຊົນ.
ເຈົ້າຂອງອົງການສື່ມວນຊົນມີໜ້າທີ່ຕົ້ນຕໍດັ່ງນີ້:
1. ກຳນົດທິດທາງ, ຈຸດປະສົງ, ເປົ້າໝາຍຮັບໃຊ້, ຂອບເຂດການພີມ ແລະ ຈໍາໜ່າຍສື່ສິ່ງພີມ ຫຼື ຄວາມແຮງຂອງເຄື່ອງສົ່ງ, ຄື້ນຄວາມຖີ່, ເວລາການກະຈ່າຍ, ຂອບເຂດ ການກະຈ່າຍພາບ, ສຽງ ແລະ ພາສາ.
2. ຈັດຕັ້ງກົງຈັກຊ່ວຍວຽກ, ສ້າງບຸກຄະລາກອນ ແລະ ຊີ້ນຳ, ຄຸ້ມຄອງ, ກວດກາການປະຕິບັດພາລະບົດບາດ, ໜ້າທີ່, ສິດ, ທິດທາງ, ແຜນການ ແລະ ການເຄື່ອນໄຫວ ຂອງອົງການສື່ມວນຊົນຂອງຕົນ.
3. ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ.
4. ຮັບຜິດຊອບຕໍ່ກົດໝາຍຕາມພາລະບົດບາດ, ໜ້າທີ່ ແລະ ສິດຂອງຕົນໃນວຽກງານສື່ມວນຊົນ.
ເຈົ້າຂອງອົງການສື່ມວນຊົນມີສິດຕົ້ນຕໍດັ່ງນີ້:
1.ສະເໜີສ້າງຕັ້ງ ແລະ ຍຸບເລີກອົງການສື່ມວນຊົນຂອງຄຕົນ
2.ຕົກລົງທິດທາງ, ແຜນການ ແລະ ການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ
3.ແຕ່ງຕັ້ງ ຫຼື ປົດຕໍາແໜ່ງຫົວໜ້າ ຫຼື ຮອງຫົວໜ້າອົງການສື່ມວນຊົນຂອງຕົນຕາມລະບຽບການ.
4.ຕິດຕາມ,ກວດກາການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ
5.ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດຕາມການ ມອບໝາຍ.
6.ພົວພັນ ແລະ ຮ່ວມມືສາກົນດ້ານສື່ມວນຊົນຕາມລະບຽບກົດໝາຍ.
ມາດຕາ 29   ອົງການສື່ມວນຊົນ
ອົງການສື່ມວນຊົນແມ່ນການຈັດຕັ້ງໜຶ່ງຂອງເຈົ້າຂອງອົງການສື່ມວນຊົນທີ່ດໍາເນີນວຽກງານດ້ານສື່ມວນຊົນ, ປະເພດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ 6 ຂອງກົດໝາຍ ສະບັບນີ້.
ມາດຕາ 30  ໜ້າທີ່ ແລະ ສິດຂອງອົງການສື່ມວນຊົນ
ອົງການສື່ມວນຊົນມີໜ້າທີ່ຕົ້ນຕໍດັ່ງນີ້:
1.ໂຄສະນາ, ເຜີຍແຜ່, ປົກປ້ອງແນວທາງແຜນນະໂຍບາຍ, ນະໂຍບາຍລະບຽບກົດໝາຍ ແລະ ປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມສາມັກຄີເປັນປຶກແຜ່ນຂອງວົງ ຄະນະຍາດແຫ່ງຊາດ.
2.ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານວິທະຍາສາດ, ເຕັກນິກ, ເຕັກໂນໂລຊີໃຫ້ສາລະຄວາມ ຮູ້,ສາລະບັນເທິງ, ສົ່ງເສີມການສຶກສາເພື່ອຍົກລະດັບຄວາມຮູ້ຂອງປະຊາຊົນ, ເສີມຂະຫຍາຍ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ, ສົ່ງເສີມບົດບາດຍິງ- ຊາຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ.
3.ເຜີຍແຜ່ວຽກດີຄົນເດັ່ນ ແລະ ແນະນໍາທາງສຽງສັງຄົມ
4.ຮັກສາຄວາມຖືກຕ້ອງຂອງພາສາລາວ ແລະ ພາສາຊົນເຜົ່າໃນ ສປປ ລາວ.
5.ສົ່ງເສີມການພົວພັນ, ການຮ່ວມມື, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະເທດ ເພື່ອນມິດ ແລະ ປະຊາຊາດ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ຂອງບັນດາປະຊາຊາດເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
6.ດໍາເນີນກິດຈະການການພີມ ແລະ ຈໍາໜ່າຍສື່ສິ່ງພີມ, ການກະຈາຍພາບ, ສຽງ ແລະ ພາ ສາຕາມທີ່ໄດ້ກໍານົດໄວ້ໃນໃບອະນຸມັດສ້າງຕັ້ງ.
7.ຄຸ້ມຄອງກົງຈັກຊ່ວຍວຽກ, ສ້າງບຸກຄະລະກອນ ແລະ ປະຕິບັດພາລະບົດບາດໜ້າທີ,ສິດ, ທິດທາງ,ແຜນການເຄື່ອນໄຫວຂອງຕົນ, ລາຍງານຜົນການເຄື່ອນໄຫວວຽກງານໃຫ້ເຈົ້າຂອງ ອົງການສື່ມວນຊົນ ແລະ ອົງການຄຸ້ມຄອງສື່ມວນຊົນຢ່າງເປັນປົກກະຕິ.
8. ຮັບປະກັນການປະຕິບັດສິດເສລີພາບດ້ານສື່ມວນຊົນຂອງພົນລະເມືອງລາວ
9. ຮັບຜິດຊອບຕໍ່ກົດໝາຍ ແລະ ຕໍ່ເຈົ້າຂອງອົງການສື່ມວນຊົນກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ.
ອົງການສື່ມວນຊົນມີສິດຕົ້ນຕໍດັ່ງນີ້:
1.ອອກຂ່າວຢ່າງຖືກຕ້ອງກັບຄວາມເປັນຈິງກ່ຽວກັບສະພາບການພາຍໃນ ແລະ ຕ່າງປະ ເທດທີ່ມີຜົນປະໂຫຍດຕໍ່ຊາດ ແລະ ປະຊາຊົນ.
2. ຕໍານິຕິຊົມແບບສ້າງສັນຕໍ່ການກະທໍາທີ່ເປັນການລະເມີດລະບຽບກົດໝາຍ,ປາກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ການສໍ້ລາດບັງຫລວງຢາເສບຕິດ.
3.ຕອບໂຕ້ທຸກຖ້ອຍທໍານອງໂຄສະນາໃສ່ຮ້າຍປ້າຍສີ, ບິດເບືອນຄວາມຈິງທີ່ສ້າງຄວາມເສື່ອມເສຍໃຫ້ແກ່ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.
4.ພັດທະນາຕົນໃຫ້ມີຄວາມເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝ.
5. ພິຈາລະນາເນື້ອໃນ, ຮູບການຂອງຜະລິດຕະພັນສື່ມວນຊົນຂອງຕົນ
6. ສະເໜີ, ປະກອບຄໍາຄິດຄໍາເຫັນຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວວຽກງານສື່ມວນຊົນຂອງຕົນ.
7. ໄດ້ຮັບການປົກປ້ອງຈາກກົດໝາຍໃນການເຄື່ອນໄຫວວຽກງານທີ່ຖືກຕ້ອງຂອງຕົນ
8. ສ້າງບັນຍາກາດ, ຄວາມເບີກບານມ່ວນຊື່ນໃຫ້ແກ່ສັງຄົມ
9. ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດຕາມການ ມອບໝາຍ.
10. ພົວພັນ ແລະ ຮ່ວມມືກັບສາກົນຕາມການເຫັນດີຂອງເຈົ້າຂອງອົງການສື່ມວນຊົນ ແລະ ຕາມລະບຽບກົດໝາຍ.
ມາດຕາ 31: ສະມາຄົມນັກຂ່າວແຫ່ງ ສປປ ລາວ
ສະມາຄົມນັກຂ່າວແຫ່ງ ສປປ ລາວແມ່ນອົງການຈັດຕັ້ງການເມືອງ, ສັງຄົມ, ວິຊາຊີບຂອງູຜູ້ເຮັດວຽກງານດ້ານສື່ມວນຊົນ ຊຶ່ງມີພາລະບົດບາດສຶກສາອົບຮົມ,ເຕົ້າໂຮມຄວາມສາມັກຄີ ແລະ ມີໜ້າທີ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກຂອງຕົນ ແລະ ຜູ້ເຮັດວຽກດ້ານສື່ມວນຊົນ,ເຂົ້າຮ່ວມໃນການປະຕິບັດແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ ແລະ ນະໂຍບາຍສື່ມວນຊົນ.
ໜ້າທີ່ ແລະ ສິດຂອງສາມະຄົມນັກຂ່າວແຫ່ງ ສປປ ລາວໄດ້ກໍານົດໄວ້ໃນກົດລະບຽບສະເພາະ
ມາດຕາ 32   ບຸກຄະລາກອນຂອງສື່ມວນຊົນ
ບຸກຄະລາກອນຂອງສື່ມວນຊົນປະກອບດ້ວຍຫົວໜ້າ, ຮອງຫົວໜ້າອົງການສື່ມວນຊົນ, ນັກຂ່າວ, ນັກວິຊາການດ້ານສື່ມວນຊົນ ແລະ ຜູ້ຮ່ວມງານ.
ມາດຕາ 33   ຫົວໜ້າ ແລະ ຮອງຫົວໜ້າຂອງອົງການສື່ມວນຊົນ
ຫົວໜ້າ ແລະ ຮອງຫົວໜ້າອົງການສື່ມວນຊົນ:
-ປະເພດສື່ສິງພີມເອີ້ນວ່າ: ຫົວໜ້າຄະນະບັນນາທິການ ແລະ ຮອງຫົວໜ້າຄະນະບັນນາທິການ
-ປະເພດສື່ເອເລັກໂຕຣນິກເອີ້ນວ່າ: ຜູ້ອໍານວຍການ ແລະ ຮອງຜູ້ອໍານວຍການ
ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງຫົວໜ້າ ແລະ ຮອງຫົວໜ້າອົງການສື່ມວນຊົນແມ່ນເຈົ້າຂອງອົງການສື່ມວນຊົນເປັນຜູ້ຕົກລົງໂດຍປະສານສົມທົບກັບອົງ ການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ ຫຼື ເປັນຜູ້ສະເໜີໃຫ້ອົງການທີ່ມີສິດກ່ຽວຂ້ອງພິ ຈາລະນາຕາມລະບຽບການ.
ມາດຕາ 34  ມາດຕະຖານຂອງຫົວໜ້າ ແລະ ຮອງຫົວໜ້າຂອງອົງການສື່ມວນຊົນ
ຫົວໜ້າ ແລະ ຮອງຫົວໜ້າອົງການສື່ມວນຊົນມີມາດຕະຖານຕົ້ນຕໍດັ່ງນີ້:
1.ມີພູມລໍາເນົາຖາວອນຢູ່ ສປປ ລາວ
2.ມີສັນຊາດລາວ ແລະ ມີອາຍຸຊາວສາມປີຂຶ້ນໄປ
3.ມີປະກາສະນີຍະບັດຊັ້ນສູງຂຶ້ນໄປ, ມີປະສົບການດ້ານສື່ມວນຊົນ, ມີຄວາມສາມາດ ບໍລິຫານອົງການສື່ມວນຊົນ
4.ມີຄຸນສົມບັດສິນທໍາປະຕິວັດ, ຄຸນທາດການເມືອງໜັກແໜ້ນ
5.ຮູ້ພາສາຕ່າງປະເທດໃດໜຶ່ງ
6.ມີສຸຂະພາບແຂງແຮງ
ມາດຕາ 35  ໜ້າທີ່ ແລະ ສິດຂອງຫົວໜ້າ ແລະ ຣອງຫົວໜ້າຂອງອົງການສື່ມວນຊົນ
ຫົວໜ້າອົງການສື່ມວນຊົນເປັນຜູ້ຊີ້ນໍາ ແລະ ຄຸ້ມຄອງການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ, ມີໜ້າທີ່ ແລະ ສິດພິຈາລະນາອະນຸມັດການລົງຂ່າວ, ບົດໃນສື່ສິ່ງພີມ, ລາຍການກະຈ່າຍສຽງ ແລະ ພາບທັງມີຄວາມຮັບຜິດຊອບຕໍ່ເຈົ້າ ຂອງອົງການສື່ມວນຊົນ ກ່ຽວກັບເນື້ອໃນໂຄສະນາ ແລະ ການເຄື່ອນໄຫວຂອງອົງ ການສື່ມວນຊົນທີ່ຕົນຮັບຜິດຊອບ.
ຮອງຫົວໜ້າອົງການສື່ມວນຊົນມີໜ້າທີ່ ແລະ ສິດຊ່ວຍຫົວໜ້າໃນວຽກງານໃດ ໜຶ່ງ ແລະ ຮັກສາການແທນໃນເວລາຫົວໜ້າບໍ່ຢູ່ຕາມການມອບໝາຍຂອງຫົວໜ້າ
ມາດຕາ 36  ມາດຕະຖານຕົ້ນຕໍດັ່ງນີ້:
1.ມີພູມລໍາເນົາຖາວອນຢູ່ ສປປ ລາວ
2. ມີສັນຊາດລາວ ແລະ ມີອາຍຸແຕ່ສິບແປດປີຂຶ້ນໄປ
3.ມີຈັນຍາບັນຂອງນັກຂ່າວຢ່າງຄົບຖ້ວນ
4.ມີປະກາສະນີຍະບັດຊັ້ນກາງຂຶ້ນໄປ ຫຼື ມີໃບຢັ້ງຢືນ,ມີຄວາມຮູ້, ມີປະສົບການ ແລະ ມີພອນສະຫວັນດ້ານສື່ມວນຊົນ.
5.ມີສຸຂະພາບດີ.
ມາດຕາ 37  ໜ້າທີ່ ແລະ ສິດຂອງນັກຂ່າວ.
ນັກຂ່າວມີໜ້າທີ່ຕົ້ນຕໍດັ່ງນີ້:
1.ຊອກຮູ້, ເກັບກໍາຂໍ້ມູນ, ຂ່າວສານເພື່ອຂຽນເປັນຂ່າວ, ບົດ ແລະ ລາຍການໂຄສະນາເຜີຍແຜ່ຜ່ານສື່ມວນຊົນ
2.ຂຽນຂ່າວ, ບົດຢ່າງຖືກຕ້ອງ, ຊັດເຈນກ່ຽວກັບສະພາບການພາຍໃນ ແລະ ຕ່າງປະເທດໂດຍສອດຄ່ອງກັບສິດຜົນປະໂຫຍດຂອງຊາດ ແລະ ສ່ອງແສງເຖິງຄວາມມຸ່ງມາດປາຖະໜາອັນຊອບທຳຂອງປະຊາຊົນ.
3. ເຜີຍແຜ່ແນວທາງນະໂຍບາຍ ແລະ ລະບຽບກົດໝາຍ, ຂຸດຄົ້ນສົ່ງເສີມປັດໄຈທີ່ຕັ້ງໜ້າ, ຕໍ່ສູ້ຕ້ານບັນດາແນວຄິດ ແລະ ການກະທຳທີ່ລະເມີດລະບຽບກົດໝາຍ, ຕອບໂຕ້ຖ້ອຍທໍານອງບິດເບືອນ ແລະ ໃສ່ຮ້າຍປ້າຍສີທີ່ສ້າງຄວາມເສື່ອມເສຍໃຫ້ແກ່ ກຽດສັກສີ, ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.
4. ຄົ້ນຄ້ວາ, ຮໍ່າຮຽນ, ຝຶກຝົນຫລໍ່ຫລອມຕົນເອງເພື່ອຍົກລະດັບທາງດ້ານການເມືອງ, ຄຸນສົມບັດ, ຈັນຍາບັນ, ວິຊາສະເພາະ, ພາສາຕ່າງປະເທດ ແລະ ອື່ນໆ
5. ແກ້ຂ່າວ ແລະ ຂໍໂທດຜ່ານສື່ມວນຊົນໃນກໍລະນີທີ່ຂຽນຂ່າວຜິດພາດ ຫຼື ບໍ່ ມີມູນຄວາມຈິງ.
6. ຮັບການຕໍານິີຕິຊົມຈາກສັງຄົມ, ຮັບຜິດຊອບຕໍ່ກົດໝາຍ ແລະ ຕໍ່ອົງການ ສື່ມວນຊົນກ່ຽວກັບເນື້ອໃນຂ່າວ, ບົດ ແລະ ການກະທຳທີ່ບໍ່ຖືກຕ້ອງຂອງຕົນ.
ນັກຂ່າວມີສິດຕົ້ນຕໍດັ່ງນີ້:
1. ໄດ້ຮັບບັດນັກຂ່າວ, ສັງກັດ ແລະ ເຄື່ອນໄຫວຢູ່ໃນອົງການສື່ມວນຊົນໃດ ໜຶ່ງ
2. ປະຕິບັດວຽກງານດ້ານການຂ່າວຢູ່ພາຍໃນ ແລະ ຕ່າງປະເທດຕາມການ ມອບໝາຍ.
3. ພົວພັນ, ຮ່ວມມືກັບຜູ້ຮ່ວມງານຢ່າງເປັນປົກກະຕິ,ຊອກຮູ້,ເກັບກໍາ ແລະ ຮັບຂໍ້ມູນຂ່າວສານໃນວຽກງານສື່ມວນຊົນຕາມລະບຽບກົດໝາຍ.
4. ວິເຄາະ, ວິໄຈ, ຂຽນຂ່າວ, ບົດຖ່າຍທໍາຮູບພາບຕ່າງໆສ້າງຜະລິດຕະພັນສື່ມວນຊົນທີີ່ສ້າງສັນ ແລະ ມີຄຸນປະໂຫຍດ, ໃສ່ນາມປາກກາເປັນຊື່ຕົນເອງຫຼືຊື່ແຝງ
5. ໄດ້ຮັບການບໍາລຸງ, ຍົກລະດັບທາງດ້ານການເມືອງ, ວິຊາສະເພາະດ້ານສື່ ມວນຊົນ, ຮັບນາມມະຍົດ, ເງິນອູດໜູນ ຫຼື ນະໂຍບາຍອື່ນ.
6. ໄດ້ຮັບບູລິມະສິດໃນການເຄື່ອນໄຫວດ້ານວຽກງານສື່ມວນຊົນຕາມລະບຽບກົດໝາຍ.
7. ໄດ້ຮັບການປົກປ້ອງຈາກກົດໝາຍໃນການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະທີ່ຖືກຕ້ອງຂອງຕົນ
ມາດຕາ 38  ນັກວິຊາການດ້ານສື່ມວນຊົນ.
ນັກວິຊາການດ້ານສື່ມວນຊົນແມ່ນບຸກຄະລະກອນທີ່ປະຕິບັດງານໃນອົງການສື່ມວນຊົນຊຶ່ງມີນັກປະພັນ, ນັກກະວີ, ໂຄສົກ, ພິທີກອນ, ຜູ້ຈັດການ, ຜູ້ກໍາກັບການສະແດງ, ຜູ້ອອກແບບການພີມ, ນັກແຕ້ມ, ນັກປະດັບປະດານາຍຊ່າງເຕັກນິກ ແລະ ນັກວິຊາການອື່ນທີ່ຮັບໃຊ້ການສ້າງຜະລິດຕະພັນສື່ມວນຊົນປະເພດຕ່າງໆ.
ໜ້າທີ່ ແລະ ສິດຂອງນັກວິຊາການດ້ານສື່ມວນຊົນໄດ້ກໍານົດໄວ້ໃນລະບຽບ ການສະເພາະຂອງແຕ່ລະອົງການສື່ມວນຊົນ.
ມາດຕາ 39  ຜູ້ຮ່ວມງານ
ຜູ້ຮ່ວມງານແມ່ນຜູ້ທີ່ມີອາຊີບເປັນນັກຂ່າວແຕ່ເປັນຜູ້ຂຽນຂ່າວ, ບົດ, ຖ່າຍພາບສະໜອງໃຫ້ອົງການສື່ມວນຊົນຢ່າງເປັນປົກກະຕິໂດຍໄດ້ຮັບຄ່າແຮງງານ ແລະ ນະໂຍບາຍອື່ນຈາກອົງການສື່ມວນຊົນ.

ໜ້າທີ່ ແລະ ສິດຂອງຜູ້ຮ່ວມງານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ

ໝວດທີ່ VI
ການສ້າງຕັ້ງ ແລະ ການເຄື່ອນໄຫວຂອງອົງການສື່ມວນຊົນ

ມາດຕາ 40  ເງື່ອນໄຂການສ້າງຕັ້ງອົງການສື່ມວນຊົນ
ການສ້າງຕັ້ງອົງການສືື່ມວນຊົນມີເງື່ອນໄຂດັ່ງນີ້:
1, ກໍານົດຊື່, ຈຸດປະສົງ,ເປົ້າໝາຍຮັບໃຊ້,ຂອບເຂດການພີມ ແລະ ຈໍາໜ່າຍສື່ສິ່ງພີມ, ກຳລັງແຮງຂອງເຄື່ອງສົ່ງ, ກໍານົດເວລາການກະຈາຍ,ຄື້ນຄວາມຖີ່, ຂອບເຂດການກະຈາຍຄື້ນ ແລະ ພາສາທີ່ຈະນໍາໃຊ້ຂອງອົງການສື່ມວນຊົນນັ້ນ
2. ມີກົງຈັກການຈັດຕັ້ງ, ມີບຸກຄະລາກອນທີີ່ມີມາດຕະຖານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34,36 ແລະ 38 ຂອງກົດໝາຍສະບັບນີ້.
3. ມີສໍານັກງານ, ພາຫະນະ,ອຸປະກອນເຕັກນິກ, ທຶນເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ.
4. ໄດ້ຮັບອະນຸມັດຈາກອົງການຄຸ້ມຄອງສື່ມວນຊົນຕາມລະບຽບການ
ມາດຕາ 41  ການສ້າງຕັ້ງສຳນັກງານຜູ້ຕາງໜ້າອົງການສື່ມວນຊົນ
ລັດຖະບານເປັນຜູ້ອະນຸມັດການສ້າງຕັ້ງສໍານັກງານຜູ້ຕາງໜ້າອົງ ການສື່ມວນຊົນລາວປະຈຳຢູ່ຕ່າງປະເທດ ແລະ ໃຫ້ອົງການສື່ມວນຊົນຕ່າງປະເທດ ເຂົ້າມາປະຈຳ ຫຼື ສ້າງຕັ້ງສໍານັກງານຜູ້ຕາງໜ້າຂອງອົງການສື່ມວນຊົນຕ່າງປະເທດຢູ່ ສປປ ລາວນັກຂ່າວ, ນັກວິຊາການດ້ານສື່ມວນຊົນ ແລະ ຄະນະຮັບຜິດຊອບອົງການສື່ມວນຊົນຕ່າງປະເທດທີ່ມາເຄື່ອນໄຫວຢູ່ ສປປ ລາວຕ້ອງປະຕິບັດ ຕາມລະບຽບກົດໝາຍຂອງ ສປປ ລາວ.
ລະບຽບການສ້າງຕັ້ງ ແລະ ເຄື່ອນໄຫວຂອງຜູ້ຕາງໜ້າອົງການສື່ມວນຊົນຂອງພາຍໃນ ແລະ ຕ່າງປະເທດໄດ້ກໍານົດໄວ້ຕ່າງຫາກ.
ມາດຕາ 42  ການພີມ ແລະ ຈຳໜ່າຍສື່ສິ່ງພີມ
ການພີມສື່ສີ່ງພີມລາວແມ່ນໃຫ້ພີມຢູ່ ສປປ ລາວເປັນຕົ້ນຕໍສື່ສິ່ງພີມໃດທີ່ຈະສົ່ງໄປພີມ ຫຼື ຈໍາໜ່າຍຢູ່ຕ່າງປະເທດຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
ອົງການສື່ມວນຊົນເປັນຜູ້ຈັດຕັ້ງການຈໍາໜ່າຍສື່ສິ່ງພີມຂອງຕົນເອງ ຫຼື ມອບສິດໃຫ້ແກ່ອົງການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງຮັບຜິດຊອບການບໍລິ ການຈໍາໜ່າຍແທນກໍໄດ້.
ອົງການຈັດຕັ້ງ ແລະ ບຸກຄົນທັງພາຍໃນ ແລະ ຕ່າງປະເທດທີ່ມີ ຈຸດປະສົງນໍາເອົາສື່ສິ່ງພີມຕ່າງປະເທດເຂົ້າມາພີມ, ຈຳໜ່າຍຢູ່ ສປປ ລາວ ຕ້ອງຂໍອະນຸມັດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
ມາດຕາ 43    ການເພີ່ມໜ້າພີມຂອງສື່ສິ່ງພີມ.
ອົງການສື່ມວນຊົນທີ່ຕ້ອງການພີມ ແລະ ຈໍາໜ່າຍສື່ສິ່ງພີມເພີ່ມ, ເພີ່ມຈຳນວນໜ້າ, ພີມສະບັບສອດໃນຫຼືຊ້ອນທ້າຍ,ພີມເພີ່ມໃບຂ່າວພິເສດ ສາມາດເຮັດໄດ້ຕາມໜ້າທີ່ ແລະ ສິດຂອງຕົນແຕ່ຕ້ອງໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
ມາດຕາ 44   ການເພີ່ມລາຍການວິທະຍຸກະຈາຍສຽງ ແລະ ໂທລະພາບ
ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບທີ່ມີຄວາມຕ້ອງການເພີ່ມລາຍການໃດໜຶ່ງນັ້ນຕ້ອງໄດ້ຮັບອຸນຸຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
ມາດຕາ 45  ລາຍການກະຈາຍສຽງ ແລະ ພາບ
ລາຍການກະຈາຍສຽງ ແລະ ພາບຂອງສື່ມວນຊົນລາວຕ້ອງຜະລິດ ແລະ ອອກອາກາດຈາກດິນແດນ ສປປ ລາວໃນກໍລະນີທີ່ມີຈຸດປະສົງ ກະຈາຍລາຍການເຫລົ່ານັ້ນຢູ່ຕ່າງປະເທດຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
ລາຍການກະຈາຍສຽງ ແລະ ພາບຂອງຕ່າງປະເທດທີ່ມີຈຸດປະສົງ ອອກອາກາດຢູ່ ສປປ ລາວຕ້ອງໄດ້ຮັບອະນຸຍາດຈາກລັດຖະບານແຫ່ງ ສປປ ລາວ.
ມາດຕາ 46  ການນຳໃຊ້ສື່ຜ່ານອິນເຕີເນັດ
ການນໍາໃຊ້ການບໍລິການສື່ຜ່ານອິນເຕີເນັດຕ້ອງໄດ້ປະສານສົມທົບ ແລະ ໄດ້ຮັບອະນຸຍາດຈາກອົງການທີ່ມີສິດກ່ຽວຂ້ອງພ້ອມທັງປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.
ມາດຕາ 47   ການສຳເນົາຜະລິດຕະພັນສື່ມວນຊົນ
ຜະລິດຕະພັນສື່ມວນຊົນທຸກປະເພດຕ້ອງສະຫງວນລິຂະສິດ, ສໍາເນົາ ແລະ ເກັບຮັກສາໄວ້ເປັນຢ່າງດີຢ່າງໜ້ອຍຊາວຫ້າປີ.
ມາດຕາ 48  ການຈັດກອງປະຊຸມຖະແຫລງຂ່າວ
ການຈັດຕັ້ງ ແລະ ບຸກຄົນທີ່ມີຈຸດປະສົງຈັດກອງປະຊຸມຖະແຫລງຂ່າວກ່ຽວກັບບັນຫາໃດໜຶ່ງຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນພາຍຫລັງທີ່ໄດ້ປະສານສົມທົບ ແລະ ເຫັນດີຈາກອົງການທີ່ກ່ຽວຂ້ອງແລ້ວ.
ມາດຕາ 49  ການເງິນຂອງອົງການສື່ມວນຊົນ
ການເງິນຂອງອົງການສື່ມວນຊົນຂອງລັດແມ່ນໄດ້ມາຈາກງົບປະມານຂອງລັດ, ລາຍຮັບວິຊາການ, ການຊ່ວຍເຫລືອ, ສະໜັບສະໜູນຈາກບຸກຄົນ ແລະ ການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດ.
ອົງການສື່ມວນຊົນສາມາດສ້າງກອງທຶນເພື່ອພັດທະນາສື່ມວນຊົນຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍກ່ຽວກັບການເງິນ.
ການຄຸ້ມຄອງ ແລະ ນໍາໃຊ້ການເງິນ, ກອງທຶນຂອງອົງການສື່ມວນຊົນຂອງລັດໄດ້ກຳນົດໄວ້ໃນລະບຽບການສະເພາະໂດຍສອດຄ່ອງກັບກົດໝາຍວ່າດ້ວຍງົບ ປະມານແຫ່ງລັດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.
ອົງການສື່ມວນຊົນມີສິດດໍາເນີນທຸລະກິດ ແລະ ໃຫ້ການບໍລິການໃດໜຶ່ງຕາມຄວາມສາມາດຂອງຕົນ ແລະ ຕາມລະບຽບກົດໝາຍເພື່ອສ້າງລາຍຮັບເພີ່ມສໍາລັບພັດທະນາຕົນເອງ.

ໝວດທີ່ VII
ຂໍ້ຫ້າມ
ມາດຕາ 50  ຂໍ້ຫ້າມສຳລັບອົງການສື່ມວນຊົນ

ຂໍ້ຫ້າມສໍາລັບອົງການສື່ມວນຊົນມີດັ່ງນີ້:
1.ຫ້າມຍຸຍົງສົ່ງເສີມການກະທໍາທີ່ເປັນການສ້າງຄວາມເສື່ອມເສຍໃຫ້ແກ່ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.
2. ຫ້າມເປີດເຜີຍຄວາມລັບຂອງຊາດ ແລະ ຄວາມລັບທາງລັດຖະການ
3. ຫ້າມແບ່ງແຍກຄວາມສາມັກຄີ ແລະ ສ້າງຄວາມອາຄາດບາດໝາງລະຫວ່າງປະ ຊາຊົນບັນດາເຜົ່າ ແລະ ຄວາມສາມັກຄີລະຫວ່າງຊາດ.
4. ຫ້າມສົ່ງເສີມການໃຊ້ຄວາມຮຸນແຮງ ແລະ ການໂຄສະນາຮັບໃຊ້ສົງຄາມຮຸກຮານທຸກປະເພດ.
5. ຫ້າມອອກຂ່າວບິດເບືອນຄວາມຈິງແຕະຕ້ອງເຖິງກຽດສັກສີຂອງການຈັດຕັ້ງແລະ ບຸກຄົນ
6. ຫ້າມໂຄສະນາຍຸຍົງສົ່ງເສີມການກໍ່ອາຊະຍາກໍາ ແລະ ອະບາຍຍະມຸກເຊັ່ນ: ການເສບສິ່ງເສບຕິດ,ການຫຼີ້ນການພະນັນ, ການເປັນນັກເລງອັນຕະພານ, ການທໍາສິ່ງລາມົກອະນາຈານ.
7. ຫ້າມໂຄສະນາສົ່ງເສີມສິ່ງມຶນເມົາເກີນຂອບເຂດ, ການເຊື່ອຖືງົມງວາຍ ແລະ ສິ່ງຫຍໍ້ທໍ້ອື່ນໆ
8. ຫ້າມເຜີຍແຜ່ຂ່າວ,ບົດ ແລະ ລາຍການທີ່ມີຄໍາສັ່ງຫ້າມຫຼືຖືກຍຶດໄວ້ແລ້ວ
9. ຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ 51  ຂໍ້ຫ້າມສຳລັບບຸກຄະລາກອນສື່ມວນຊົນ
ຫ້າມນັກຂ່າວ, ຜູ້ເຂົ້າຮ່ວມງານ, ນັກວິຊາການດ້ານສື່ມວນຊົນສ້າງຂໍ້ມູນຂ່າວ ສານທຸກປະເພດທີ່ຝືນກັບຈັນຍາບັນຂອງນັກຂ່າວລາວ, ໃຊ້ພາສາຊອດກະຈາ, ໃຊ້ ຄວາມຫຍາບຊ້າລວມທັງຂໍ້ຫ້າມສຳລັບອົງການສື່ມວນຊົນທີ່ໄດ້ກໍານົດໄວ້ໃນມາດ 50 ຂອງກົດໝາຍສະບັບນີ້ສຳລັບໂຄສົກ, ພິທີກອນແມ່ນຫ້າມນຸ່ງຖື, ແຕ່ງຕົວບໍ່ສຸພາບໃນ ເວລາອອກອາກາດທາງໂທລະພາບ.
ມາດຕາ 52  ຂໍ້ຫ້າມສຳລັບການຈັດຕັ້ງ ແລະ ບຸກຄົນອື່ນ
ຂໍ້ຫ້າມສໍາລັບການຈັດຕັ້ງ ແລະ ບຸກຄົນອື່ນມີດັ່ງນີ້:
1.ຫ້າມຂັດຂວາງການເຄື່ອນໄຫວຂອງນັກຂ່າວ ແລະ ແຊກແຊງເນື້ອໃນຂອງຂ່າວ,ບົດ ແລະ ລາຍການທີ່ຖືກຕ້ອງຕາມລະບຽບກົດໝາຍ.
2. ຫ້າມຂັດຂວາງການຜະລິດ ແລະ ການເຜີຍແຜ່ຜະລິດຕະພັນສື່ມວນຊົນທຸກປະເພດທີ່ຖຶກຕ້ອງຕາມລະບຽບກົດໝາຍ.
3.ຫ້າມຜະລິດ,ນໍາເຂົ້າແລະເຜີຍແຜ່ຜະລິດຕະພັນສື່ມວນຊົນໂດຍບໍ່ໄດ້ຮັບອະນຸຍາດ.
4. ຫ້າມໃຫ້ສິນບົນແກ່ນັກຂ່າວ ຫຼື ອົງການສື່ມວນຊົນເພື່ອອອກຂ່າວ, ບົດຕາມຈິດໃຈ ຂອງຕົນ.
5. ຫ້າມໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່,ໃສ່ຮ້າຍປ້າຍສີ,ໝີ່ນປະໝາດ, ຮ້າຍດ່າ,ໃຊ້ຄວາມຫຍາບຊ້າຕໍ່ນັກຂ່າວ ຫຼື ອົງການສື່ມວນຊົນ.
6. ຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ໝວດທີ່ VIII
ການຄຸ້ມຄອງ ແລະ ກວດກາສື່ມວນຊົນ

ມາດຕາ 53  ອົງການຄຸ້ມຄອງສື່ມວນຊົນ
ລັດຖະບານຄຸ້ມຄອງສື່ມວນຊົນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາປະສານສົມທົບກັບບັນດາກະຊວງ, ຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງ ທ້ອງຖີ່ນໃນການຄຸ້ມຄອງສື່ມວນຊົນໂດຍກົງອົງການຄຸ້ມຄອງສື່ມວນຊົນປະກອບດ້ວຍ.
-ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ
- ພະແນກຖະແຫລງຂ່າວ ແລະ ວັດທະນະທໍາ,ແຂວງ, ນະຄອນ
- ຫ້ອງການຖະແຫລງຂ່າວ ແລະ ວັດທະນະທໍາເມືອງ, ເທດສະບານ
ມາດຕາ 54  ໜ້າທີ່ ແລະ ສິດຂອງກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ.
ໃນການຄຸ້ມຄອງສື່ມວນຊົນກະຊວງຖະແຫລງຂ່າວ ແລະ ວັດທະນະທໍາໃນຖານະເປັນເສນາທິການໃຫ້ລັດຖະບານມີໜ້າທີ່ ແລະ ສິດດັ່ງນີ້:
1. ຄົ້ນຄ້ວາຮ່າງກົດໝາຍ, ນະໂຍບາຍ, ແຜນຍຸດທະສາດ, ແຜນງານ, ແຜນ ການພັດທະນາສື່ມວນຊົນເພື່ອສະເໜີຕໍ່ລັດຖະບານພິຈາລະນາ, ຕົກລົງແລ້ວຈັດຕັ້ງປະຕິບັດ.
2. ໂຄສະນາ, ເຜີຍແຜ່ລະບຽບກົດໝາຍກ່ຽວກັບສື່ມວນຊົນ
3. ຈັດຕັ້ງ, ຄຸ້ມຄອງ ແລະ ຊີ້ນໍາການເຄື່ອນໄຫວຂອງອົງການສື່ມວນຊົນໃນ ຂອບເຂດທົ່ວປະເທດ.
4. ກໍ່ສ້າງ, ບໍາລຸງ,ຍົກລະດັບໃຫ້ແກ່ພະນັກງານສື່ມວນຊົນທາງດ້ານການເມືອງ,ວິຊາສະເພາະ ແລະ ຈັນຍາບັນ.
5. ຄົ້ນຄ້ວາ, ກໍານົດມາດຕະຖານເຕັກນິກ ແລະ ນໍາໃຊ້ວິທະຍາສາດ,ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝໃນຂົງເຂດສື່ມວນຊົນ.
6. ຄົ້ນຄ້ວາ, ພິຈາລະນາອະນຸມັດ ແລະ ຖອນໃບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວຂອງອົງການສື່ມວນຊົນ, ອະນຸຍາດການຖ່າຍທອດສົດ, ການໃຊ້ຊ່ອງ ຄື້ນຄວາມຖີ່ຂອງສື່ເອເລັກໂຕຣນິກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
7. ອະນຸຍາດ ແລະ ຍົກເລີກການນໍາເຂົ້າ-ສົ່ງອອກຜະລິດຕະພັນສື່ມວນຊົນ ທຸກຊະນິດຕາມຄວາມຮັບຜິດຊອບຂອງຕົນ.
8. ຄຸ້ມຄອງສື່ສ່ິງພີມ ແລະ ການສໍາເນົາຜະລິດຕະພັນສື່ມວນຊົນໃນຂອບເຂດທີ່ຕົນຮັບຜິດຊອບ.
9. ປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆຕໍ່ອົງການສື່ມວນຊົນ ແລະ ບຸກຄະລາກອນຂອງສື່ມວນຊົນທີ່ຕົນຮັບຜິດຊອບ
10. ສະກັດກັ້ນ, ແກ້ໄຂຄໍາສະເໜີ ແລະ ການເຄື່ອນໄຫວຂອງສື່ມວນຊົນທີ່ຂັດກັບລະບຽບກົດໝາຍຕາມພາລະບົດບາດຂອງຕົນ.
11. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງແລະ ອົງການປົກຄອງ ແຂວງ, ນະຄອນໃນການຄຸ້ມຄອງການເຄື່ອນໄຫວຂອງສື່ມວນຊົນລວມທັງສື່ມວນ ຊົນລາວທີ່ພົວພັນກັບຕ່າງປະເທດ ແລະ ຄຸ້ມຄອງການເຄື່ອນໄຫວຂອງສ່ືມວນຊົນ ຕ່າງປະເທດຢູ່ ສປປ ລາວ.
12. ຕິດຕາມ ແລະ ສັງລວມຜົນການໂຄສະນາ,ຖະແຫລງຂ່າວຂອງສື່ມວນ ຊົນໃນແຕ່ລະໄລຍະ, ສັງລວມວິໄຈຂ່າວຂອງສື່ມວນຊົນຕ່າງປະເທດກ່ຽວກັບ ສປປ ລາວເພື່ອເປັນຂໍ້ມູນ ແລະ ລາຍງານຕໍ່ລັດຖະບານຢ່າງເປັນປົກກະຕິ.
13. ພົວພັນ ແລະ ຮ່ວມມືສາກົນທາງດ້ານສື່ມວນຊົນຕາມການມອບໝາຍ.
14. ປະຕິບັດໜ້າທີ່ ແລະ ສິດອື່ນກ່ຽວກັບການຄຸ້ມຄອງສື່ມວນຊົນຕາມທີ່ໄດ້ ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ 55  ໜ້າທີ່ ແລະ ສິດຂອງພະແນກຖະແຫລງຂ່າວ ແລະ ວັດທະນະທໍາແຂວງ, ນະຄອນ.
ໃນການຄຸ້ມຄອງສື່ມວນຊົນພະແນກຖະແຫລງຂ່າວ ແລະ ວັດທະນະທໍາແຂວງ ແລະ ນະຄອນມີໜ້າທີ່ ແລະ ສິດດັ່ງນີ້:
1. ຄົ້ນຄວ້າ,ເຜີຍແຜ່ ແລະ ຈັດຕັ້ງປະຕິບັດນະໂຍບາຍ,ແຜນງານ,ແຜນການ, ລະບຽບກົດໝາຍ,ຄຳສັ່ງ, ຄຳແນະນໍາ,ແຈ້ງການກ່ຽວກັບສື່ມວນຊົນ.
2. ຄົ້ນຄ້ວາ ແລະ ຕົກລົງທິດທາງແຜນການໂຄສະນາໃຫ້ແກ່ສື່ມວນຊົນຂອງ ຕົນໃນແຕ່ລະໄລຍະ,
3. ຄຸ້ມຄອງ ແລະຊີ້ນໍາການເຄື່ອນໄຫວຂອງສື່ມວນຊົນທີ່ຕົນຮັບຜິດຊອບ
4. ຂຶ້ນແຜນຄຸ້ມຄອງ,ປັບປຸງ ແລະ ຂະຫຍາຍວຽກງານສື່ມວນຊົນເພື່ອຮັບໃຊ້ ໜ້າທີ່ການເມືອງ ແລະ ການບໍລິການປະຊາຊົນບັນດາເຜົ່າຢູ່ພາຍໃນແຂວງ, ນະ ຄອນໃຫ້ວ່ອງໄວ, ແຫລມຄົມ ແລະ ມີປະສິດທິຜົນ.
5. ຄຸ້ມຄອງການເຄື່ອນໄຫວຂອງນັກຂ່າວພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວເກັບກໍາຂ່າວຢູ່ພາຍໃນແຂວງ,ນະຄອນ
6. ຄຸ້ມຄອງສື່ສິ່ງພີມ ແລະ ການນໍາເຂົ້າ-ສົ່ງອອກຜະລິດຕະພັນສື່ມວນຊົນທຸກຊະນິດຕາມຄວາມຮັບຜິດຊອບຂອງຕົນ.
7. ຄົ້ນຄ້ວາ ແລະ ສະເໜີສ້າງຕັ້ງ ຫຼື ຍຸບເລີກອົງການສື່ມວນຊົນທີ່ຂຶ້ນກັບຕົນຕໍ່ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາເພື່ອພິຈາລະນາຕາມການເຫັນດີຂອງ ອົງການປົກຄອງແຂວງ,ນະຄອນ
8. ແນະນໍາ, ປຸກລະດົມ, ຊຸກຍູ້ການຈັດຕັ້ງ, ບຸກຄົນທີ່ກ່ຽວຂ້ອງເພື່ອເກັບກໍາຂ່າວ ແລະ ສະໜອງຂ່າວໃຫ້ແກ່ສື່ມວນຊົນ
9. ແກ້ໄຂຄໍາສະເໜີ, ປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆຕໍ່ອົງການສື່ມວນຊົນ ແລະ ບຸກຄະລາກອນຂອງສື່ມວນຊົນທີ່ຕົນຮັບຜິດຊອບ
10. ຕິດຕາມ, ສະຫຼຸບ ແລະ ປະເມີນຜົນວຽກງານສື່ມວນຊົນແລ້ວລາຍງານໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນ ແລະ ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາຢ່າງເປັນປົກກະຕິ
11. ພົວພັນຮ່ວມມືດ້ານສື່ມວນຊົນກັບຕ່າງປະເທດຕາມການມອບໝາຍຂອງ ອົງການທີ່ມີສິດກ່ຽວຂ້ອງ
12. ປະຕິບັດໜ້າທີ່ ແລະ ສິດອື່ນກ່ຽວກັບການຄຸ້ມຄອງວຽກງານສື່ມວນຊົນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດມາຍ.
ມາດຕາ 56  ໜ້າທີ່ ແລະ ສິດຂອງຫ້ອງການຖະແຫລງຂ່າວ ແລະ ວັດທະນະທໍາ ເມືອງ, ເທດສະບານ.
ໃນການຄຸ້ມຄອງສື່ມວນຊົນຫ້ອງການຖະແຫລງຂ່າວ ແລະ ວັດທະນະທໍາເມືອງ, ເທດສະບານມີໜ້າທີ່ ແລະ ສິດດັ່ງນີ້:
1. ເຜີຍແຜ່ ແລະ ຈັດຕັ້ງປະຕິບັດລະບຽບກົດໝາຍ, ຄໍາສັ່ງ, ຄໍາແນະນໍາແຈ້ງການກ່ຽວກັບສື່ມວນຊົນຢູ່ພາຍໃນເມືອງ, ເທດສະບານຂອງຕົນ.
2. ແນະນໍາ, ປຸກລະດົມ,ຊຸກຍູ້ການຈັດຕັ້ງຮາກຖານຢູ່ພາຍໃນເມືອງ, ເທດ ສະບານຂອງຕົນເພື່ອເກັບກໍາຂ່າວ ແລະ ສະໜອງຂ່າວໃຫ້ແກ່ສື່ມວນຊົນ,
3. ຄຸ້ມຄອງພາຫະນະສື່ມວນຊົນທີ່ເຄື່ອນໄຫວຢູ່ເມືອງ, ເທດສະບານຂອງຕົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
4. ຄຸ້ມຄອງການເຄື່ອນໄຫວຂອງນັກຂ່າວພາຍໃນ ແລະ ຕ່າງປະເທດທີ່ເຄື່ອນ ໄຫວເກັບກໍາຂ່າວຢູ່ພາຍໃນເມືອງ,ເທດສະບານຂອງຕົນ.
5. ຄຸ້ມຄອງການນໍາເຂົ້າ-ສົ່ງອອກຜະລິດຕະພັນສື່ມວນຊົນທຸກຊະນິດຕາມຄວາມຮັບຜິດຊອບຂອງຕົນ.
6. ຕິດຕາມ, ສະຫຼຸບ ແລະ ປະເມີນຜົນວຽກງານສື່ມວນຊົນແລ້ວລາຍງານໃຫ້ ເຈົ້າເມືອງ, ຫົວໜ້າເທດສະບານ ແລະ ພະແນກຖະແຫລງຂ່າວ ແລະ ວັດທະນະທໍາແຂວງ, ນະຄອນ.
7. ປະຕິບັດໜ້າທີ່ ແລະ ສິດອື່ນກ່ຽວກັບການຄຸ້ມຄອງວຽກງານສື່ມວນຊົນຕາມ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ 57  ໜ້າທີ່ ແລະ ສິດຂອງຂະແຫນງການ ແລະ ພາກສ່ວນອື່ນ
ບັນດາຂະແຫນງການ, ອົງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງມີໜ້າທີ່ ແລະ ສິດປະສານສົມທົບກັບຂະແຫນງການຖະແຫລງຂ່າວ ແລະ ວັດທະນະທໍາ ໃນການຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານສື່ມວນຊົນຕາມພາລະບົດ ບາດຂອງຕົນ.
ມາດຕາ 58  ອົງການກວດກາສື່ມວນຊົນ
ອົງການກວດກາສື່ມວນຊົນປະກອບດ້ວຍ:
- ອົງການກວດກາພາຍໃນຊື່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງສື່ມວນຊົນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 53 ຂອງກົດໝາຍສະບັບນີ້
- ອົງການກວດກາພາຍນອກຊຶ່ງແມ່ນເຈົ້າຂອງອົງການສື່ມວນຊົນ, ຄະນະສະເພາະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ
ມາດຕາ 59  ໜ້າທີ່ ແລະ ສິດຂອງອົງການກວດກາສື່ມວນຊົນ
ອົງການກວດກາສື່ມວນຊົນມີໜ້າທີ່ ແລະ ສິດດັ່ງນີ້:
1. ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບສື່ມວນຊົນ
2. ກວດກາວຽກງານກໍ່ຄືການເຄື່ອນໄຫວຂອງອົງການສື່ມວນຊົນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ
3. ອອກຄໍາສັ່ງ, ຄໍາແນະນໍາ, ແຈ້ງການໃຫ້ອົງການສື່ມວນຊົນທີ່ຂຶ້ນກັບຕົນເພື່ອປັບປຸງ ປ່ຽນແປງ ຫຼື ຢຸດເຊົາການເຄື່ອນໄຫວວຽກງານສື່ມວນຊົນທີ່ເຫັນວ່າບໍ່ສອດຄ່ອງກັບລະ ບຽບກົດໝາຍ.
4. ສະເໜີໃຫ້ການຈັດຕັ້ງທີ່ກ່ຽວຂ້ອງອອກຄໍາສັ່ງແນະນໍາ ຫຼື ແຈ້ງການໃຫ້ປັບປຸງ,ປ່ຽນແປງ ຫລືໃຫ້ຢຸດເຊົາການເຄື່ອນໄຫວວຽກງານສື່ມວນຊົນຖ້າເຫັນວ່າບໍ່ຖຶກຕ້ອງກັບລະບຽບກົດຫມາຍ ຫລື ມີການລະເມີດຂໍ້ຫ້າມຕາມແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ 50,51 ແລະ 52 ຂອງກົດໝາຍສະບັບນີ້.
5. ພົວພັນປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖີ່ນໃນ ການປະຕິບັດວຽກງານກວດກາຂອງຕົນ
6. ສະຫຼຸບ ແລະ ລາຍງານຜົນຂອງການປະຕິບັດວຽກງານກວດກາແຕ່ລະໄລຍະໃຫ້ຂັ້ນ ເທິງຂອງຕົນຢ່າງເປັນປົກກະຕິ.
7. ປະຕິບັດໜ້າທີ່ ແລະ ສິດອື່ນກ່ຽວກັບການກວດກາສື່ມວນຊົນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ 60   ເນື້ອໃນການກວດກາ
ການກວດກາສື່ມວນຊົນມີເນື້ອໃນຕົ້ນຕໍດັ່ງນີ້:
1. ກວດກາການສ້າງ ແລະ ປະຕິບັດແຜນການ,ໂຄງການຂອງອົງການສື່ມວນຊົນແຕ່ລະໄລຍະ
2. ກວດກາເນື້ອໃນການອອກຂ່າວຜ່ານສື່ສິ່ງພີມ ແລະ ສື່ເອເລັກໂຕຣນິກ
3. ກວດກາການສ້າງ, ບໍາລຸງ,ນໍາໃຊ້ ແລະ ປະຕິບັດນະໂຍບາຍຕໍ່ບຸກຄະລາກອນຂອງສື່ມວນຊົນ
4. ກວດກາການປະກອບ ແລະ ການນໍາໃຊ້ພື້ນຖານວັດຖຸ, ພາຫະນະ, ອຸປະກອນ ແລະ ງົບປະມານຂອງສື່ມວນຊົນ
5. ກວດກາການປະຕິບັດລະບຽບກົດໝາຍຂອງສື່ມວນຊົນ
ມາດຕາ 61   ຮູບການກວດກາ
ການກວດກາສື່ມວນຊົນດໍາເນີນດ້ວຍສາມຮູບການດັ່ງນີ້:
1. ການກວດກາຕາມລະບົບປົກກະຕິ
2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ
3. ການກວດກາແບບກະທັນຫັນ
ການກວດກາລະບົບປົກກະຕິແມ່ນການກວດກາທີ່ໄດ້ດໍາເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.
ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈຳເປັນໂດຍແຈ້ງໃຫ້ຜູ້ທີ່ຈະຖືກກວດກາຮູ້ລ່ວງໜ້າ.
ການກວດກາແບບກະທັນຫັນແມ່ນການກວດກາຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈຳຖືກກວດກາຮູ້ລ່ວງໜ້າ
ໃນການດໍາເນີນການກວດກາສື່ມວນຊົນເຈົ້າໜ້າທີ່ຂອງອົງການກວດກາຕ້ອງປະຕິບັດ ໜ້າທີ່ ແລະ ສິດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ໝວດທີ່ IX
ວັນ, ເຄື່ອງໝາຍ ແລະ ຕາປະທັບຂອງສື່ມວນຊົນ
ມາດຕາ 62   ວັນຂອງສື່ມວນຊົນ
ວັນທີ 13 ສິງຫາ ແມ່ນວັນສື່ມວນຊົນແຫ່ງຊາດພ້ອມກັນນັ້ນສື່ມວນຊົນແຕ່ລະປະເພດກໍມີວັນສະເພາະຂອງຕົນເພື່ອສະເຫລີມສະຫລອງ ແລະ ຫວນຄືນເຖິງມູນເຊື້ອ, ຜົນງານ, ບົດຮຽນເພື່ອປັບປຸງ, ພັດທະນາວຽກງານສື່ມວນຊົນໃຫ້ດີຂຶ້ນ
ມາດຕາ 63   ເຄື່ອງໝາຍ ແລະ ຕາປະທັບຂອງສື່ມວນຊົນ
ສື່ມວນຊົນແຕ່ລະປະເພດມີເຄື່ອງໝາຍ ແລະ ຕາປະທັບເປັນຂອງຕົນເອງເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ຊຶ່ງກະຊວງຖະແຫລງຂ່າວ ແລະ ວັດທະ ນະທໍາ ແລະ ທ່ອງທ່ຽວເປັນຜູ້ວາງອອກ

ໝວດທີ່ X
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 64  ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານສື່ມວນຊົນຈະໄດ້ຮັບການຍ້ອງຍໍເຊັ່ນ: ຫລຽນໄຊ, ຫລຽນກາ, ໃບຍ້ອງຍໍ, ນາມະຍົດ ແລະ ນະໂຍບາຍອື່ນຕາມຄວາມເໝາະສົມ.
ມາດຕາ 65  ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກງານສື່ມວນຊົນລວມທັງຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນມາດຕາ 50,51 ແລະ 52 ຂອງກົດໝາຍສະບັບນີ້ຈະຖືກປະຕິບັດ ມາດຕະການຕາມກໍລະນີເບົາ ຫຼືໜັກຄື: ສຶກສາອົບຮົມ, ກ່າວເຕື່ອນ, ປັບໄໝ, ໂຈະການ ເຄື່ອນໄຫວຊົ່ວຄາວ, ຖອນໃບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວວຽກງານສື່ມວນຊົນ, ບັດນັກຂ່າວ, ບັດນັກວິຊາການດ້ານສື່ມວນຊົນ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງ ໂທດທາງອາຍາ.

ໝວດທີ່ XI
ບົດບັນຍັດສຸດທ້າຍ

ມາດຕາ 66  ການຈັດຕັ້ງປະຕິບັດ
ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້
ມາດຕາ 67   ຜົນສັກສິດ
ກົດໝາຍສະບັບນີ້ມີຜົນສັກສິດພາຍຫລັງຫົກສິບວັນນັບແຕ່ວັນປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ
ຂໍ້ກໍານົດ, ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລິກ.
                                      ປະທານສະພາແຫ່ງຊາດ
ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)

ກົດໝາຍ
ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)
ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1   (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບ, ພັນທະ, ມາດຕະຖານ, ຂັ້ນ, ຊັ້ນ, ຕໍາແໜ່ງ, ນະໂຍບາຍ, ຂໍ້ຫ້າມ, ການຍ້ອງຍໍ ແລະ ການລົງວິໄນ ຕໍ່ນາຍທະຫານ ເພື່ອຮັບປະກັນການກໍ່ສ້າງ, ນຳພາ, ບັນຊາ, ຄຸ້ມຄອງ ແລະ ກວດກາການ ເຄື່ອນໄຫວວຽກງານຂອງນາຍທະຫານ ແນໃສ່ເຮັດໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນ ແລະ ທັນສະໄໝ, ເປັນກຳລັງຫຼັກແຫຼ່ງ, ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ມາດຕາ 2   ນາຍທະຫານກອງທັບປະຊາຊົນລາວ
ນາຍທະຫານກອງທັບປະຊາຊົນລາວ ແມ່ນພະນັກງານຂອງພັກ ແລະ ລັດ ທີ່ມີຊັ້ນ, ແຕ່ຊັ້ນຮ້ອຍຕີ ເຖິງຊັ້ນພົນເອກ ໂດຍມີເຄື່ອງໝາຍຊັ້ນ, ເຄື່ອງໝາຍທຽບຊັ້ນ, ເຄື່ອງໝາຍເຫຼົ່າຮົບ ເຄື່ອງໝາຍເຫຼົ່າທັບ ແລະ ເຄື່ອງແບບສະເພາະ ເຊິ່ງລັດຖະບານເປັນຜູ້ກຳນົດ.
ມາດຕາ 3   (ໃໝ່) ການອະທິບາຍຄໍາສັບ
ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:
1. ເຂດທະຫານ: ໝາຍເຖິງການແບ່ງພື້ນທີ່ປ້ອງກັນຊາດ ລວມທັງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ.
2. ຂັ້ນນາຍທະຫານ: ໝາຍເຖິງ ຂັ້ນນາຍຮ້ອຍ, ຂັ້ນນາຍພັນ ແລະ ຂັ້ນນາຍພົນ.
3. ຊັ້ນນາຍທະຫານ: ໝາຍເຖິງ ຊັ້ນຮ້ອຍຕີ, ຮ້ອຍໂທ, ຮ້ອຍເອກ, ພັນຕີ, ພັນໂທ, ພັນເອກ, ພົນຈັດຕະ ວາ, ພົນຕີ, ພົນໂທ ແລະ ພົນເອກ.
4. ການປະດັບຊັ້ນ: ໝາຍເຖິງ ການມອບຊັ້ນໃຫ້ຜູ້ທີ່ຮຽນຈົບໂຮງຮຽນນາຍທະຫານ ແລະ ຜູ້ທີ່ມີຜົນງານ ດີເດັ່ນ.
5. ການປະດັບທຽບຊັ້ນ: ໝາຍເຖິງ ການມອບທຽບຊັ້ນ ໃຫ້ຜູ້ທີ່ຮຽນຈົບວິຊາສະເພາະ ນອກກອງທັບ.
6. ການເລື່ອນຊັ້ນ: ໝາຍເຖິງ ການຂຶ້ນຊັ້ນສູງກວ່າຊັ້ນເກົ່າໃຫ້ຜູ້ທີ່ເຮັດໜ້າທີ່ນໍາພາ-ບັນຊາ, ຜູ້ທີ່ໄດ້ຮຽນ ຈົບຈາກໂຮງຮຽນນາຍທະຫານ ທັງພາຍໃນ ແລະ ຕ່າງປະເທດ.
7. ການເລື່ອນທຽບຊັ້ນ: ໝາຍເຖິງການຂຶ້ນທຽບຊັ້ນສູງກວ່າຊັ້ນເກົ່າໃຫ້ຜູ້ເຮັດໜ້າທີ່ວິຊາສະເພາະຕ່າງໆ, ຜູ້ບໍ່ໄດ້ເຮັດໜ້າທີ່ນຳພາ, ບັນຊາ ແລະ ບໍ່ໄດ້ຮຽນຜ່ານໂຮງຮຽນນາຍທະຫານ.
ມາດຕາ 4   (ໃໝ່) ນະໂຍບາຍຂອງລັດຕໍ່ນາຍທະຫານ
ລັດຊຸກຍູ້, ສົ່ງເສີມ, ກໍ່ສ້າງ ແລະ ປະຕິບັດນະໂຍບາຍ ຕໍ່ນາຍທະຫານໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ, ມີຄວາມຫນັກແຫນ້ນທາງດ້ານການເມືອງແນວຄິດ, ຄວາມຮູ້, ຄວາມສາມາດ, ລະດັບວິທະຍາສາດ, ເຕັກໂນ ໂລຊີ, ສ້າງເງື່ອນໄຂໃຫ້ນາຍທະຫານໄດ້ເຄື່ອນໄຫວວຽກງານ ແລະ ເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ເພື່ອຮັບປະກັນໃຫ້ນາຍທະຫານ ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ.
ມາດຕາ 5   (ໃໝ່) ຫຼັກການພື້ນຖານໃນການຄຸ້ມຄອງນາຍທະຫານ
ການຄຸ້ມຄອງນາຍທະຫານຕ້ອງປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:
1. ຢູ່ພາຍໃຕ້ການຊີ້ນຳ, ນຳພາ, ບັນຊາ ເດັດຂາດໂດຍກົງ, ຮອບດ້ານຂອງພັກປະຊາຊົນປະຕິວັດລາວ, ຄະນະພັກກະຊວງປ້ອງກັນປະເທດ ແລະ ຄະນະພັກ, ຄະນະບັນຊາແຕ່ລະຂັ້ນ.
2. ຮັບປະກັນການເຄົາລົບ ແລະ ປະຕິບັດຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດຫມາຍ ແລະ ລະບຽບການຂອງກອງທັບ.
3. ລວມສູນປະຊາທິປະໄຕ, ເປັນເອກະພາບໃນທົ່ວກອງທັບ ບົນພື້ນຖານແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມ ຮັບຜິດຊອບ ແລະ ປະສານສົມທົບແຫນ້ນແຟ້ນກົມກຽວ ລະຫວ່າງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ.
4. ກໍ່ສ້າງ, ບັນຈຸ, ສັບຊ້ອນ ນາຍທະຫານ ໃຫ້ມີຄຸນນະພາບ ແລະ ຖືກຕ້ອງຕາມຄວາມຮູ້ຄວາມສາມາດ.
5. ຮັກສາຄວາມລັບຂອງຊາດ ແລະ ຄວາມລັບການທະຫານຢ່າງເດັດຂາດ.
ມາດຕາ 6   (ໃໝ່) ການປົກປ້ອງນາຍທະຫານ
ນາຍທະຫານກອງທັບປະຊາຊົນລາວ ໄດ້ຮັບການປົກປ້ອງຕາມກົດຫມາຍເມື່ອຖືກກ່າວຫາ, ຖືກຮ້ອງ ຟ້ອງ, ຖືກໃສ່ຮ້າຍ, ຖືກນາບຂູ່ ໃນເວລາເຄື່ອນໄຫວປະຕິບັດຫນ້າທີ່ ທີ່ຖືກຕ້ອງຕາມກົດຫມາຍ ແລະ ຕາມການມອບຫມາຍຂອງການຈັດຕັ້ງ.
ມາດຕາ 7   (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ສຳລັບຖັນແຖວ ນາຍທະຫານປະຊາຊົນລາວ.
ມາດຕາ 8   (ປັບປຸງ) ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ແລະ ປະເທດອື່ນ ກ່ຽວກັບວຽກງານ ພັດທະນານາຍທະຫານ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ-ຂ່າວສານ, ຄົ້ນຄວ້າວິທະຍາສາດ, ເຕັກໂນໂລ ຊີ, ການເຝິກອົບຮົມ, ສຳມະນາ, ທັດສະນະສຶກສາ ແລະ ການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິ ຊາການ ຕາມການຕົກລົງຂອງການຈັດຕັ້ງ ເພື່ອກໍ່ສ້າງນາຍທະຫານໃຫ້ມີຄຸນນະພາບ, ເຂັ້ມແຂງ ແລະ ທັນສະ ໄໝ.

ພາກທີ II
ນາຍທະຫານກອງທັບປະຊາຊົນລາວ
ໝວດທີ 1
ທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບ, ສິດ ແລະ ພັນທະຂອງນາຍທະຫານ

ມາດຕາ 9: (ປັບປຸງ) ທີ່ຕັ້ງ, ພາລະບົດບາດຂອງນາຍທະຫານ
ນາຍທະຫານເປັນກໍາລັງຫຼັກແຫຼ່ງຂອງກອງທັບປະຊາຊົນລາວ.
ນາຍທະຫານມີພາລະບົດບາດຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ, ຕິດຕາມກວດກາ, ສຶກສາອົບຮົມ, ເຝິກຝົນຮໍ່າຮຽນ, ກໍ່ສ້າງກຳລັງ, ກຽມພ້ອມສູ້ຮົບ, ສູ້ຮົບ, ລ້ຽງດູທັບ ແລະ ຮັບປະກັນເຕັກນິກການທະຫານ ເພື່ອປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ຄວາມໝັ້ນຄົງຂອງຊາດ, ລະບອບປະຊາທິປະໄຕປະຊາຊົນລາວ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.
ມາດຕາ 10: (ປັບປຸງ) ໜ້າທີ່ ຂອງນາຍທະຫານ
ໜ້າທີ່ຂອງນາຍທະຫານມີດັ່ງນີ້:
1. ປະຕິບັດແນວທາງ, ນະໂຍບາຍ, ກົດໝາຍ, ລະບຽບການຂອງກອງທັບ, ຮັກສາຄວາມລັບຂອງລັດ, ຂອງກອງທັບຢ່າງເດັດຂາດ, ປະຕິບັດຄຳສັ່ງຂອງຜູ້ບັນຊາ, ນຳພາ ແລະ ການຈັດຕັ້ງຂັ້ນເທິງຂອງຕົນຢ່າງເຂັ້ມງວດ.
2. ກຽມພ້ອມສູ້ຮົບ ແລະ ສູ້ຮົບຢ່າງພິລາດອາດຫານ ເພື່ອປົກປັກຮັກສາປະເທດຊາດ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນ, ປົກປັກຮັກສາຊັບສົມບັດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງລວມໝູ່ ແລະ ຂອງປະຊາຊົນລາວບັນດາເຜົ່າ.
3. ຕັ້ງໜ້າປັບປຸງ ແລະ ກໍ່ສ້າງກໍາລັງໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີທາດແທ້ປະຕິວັດ, ມີລະບຽບວິໄນເຂັ້ມງວດ ແລະ ມີແບບແຜນທັນສະໄໝ, ມີລະດັບວິທະຍາສາດ, ເຕັກນິກ, ເຕັກໂນໂລຊີ, ສິລະປະຍຸດ, ຍຸດທະວິທີໃນການສູ້ຮົບ ແລະ ມີຄວາມສາມາດປະຕິບັດສຳເລັດຫນ້າທີ່.
4. ກໍ່ສ້າງຮາກຖານການເມືອງ, ເຂົ້າຮ່ວມການພັດທະນາທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ຊ່ວຍເຫລືອປະຊາຊົນລາວບັນດາເຜົ່າເປັນຕົ້ນໃນເວລາເກີດໄພພິບັດ.
5. ຄຸ້ມຄອງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງນາຍ ແລະ ພົນທະຫານບົນພື້ນຖານຍົກສູງຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກໍ່ສ້າງແນວຫລັງພະລາທິການ ເພື່ອຮັບປະກັນການປະຕິບັດຫນ້າທີ່ຂອງຕົນ.
6. ຄຸ້ມຄອງ, ປົກປັກຮັກສາ, ບົວລະບັດສ້ອມແປງ, ດັດແປງພາຫະນະ, ອາວຸດຍຸດໂທປະກອນເຕັກນິກການທະຫານ.
7. ປະຕິບັດຫລັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີເປັນເອກະພາບພາຍໃນກອງທັບ ແລະ ປະຊາຊົນ, ຕຳນິຕິຊົມ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢູ່ພາຍໃນກົມກອງ ແລະ ລະຫວ່າງຂັ້ນລຸ່ມກັບຂັ້ນເທິງ ເພື່ອພ້ອມກັນກ້າວຫນ້າ.
8. ຄົ້ນຄວ້າວິທະຍາສາດ-ເຕັກນິກ, ເຕັກໂນໂລຊີທາງດ້ານການທະຫານ.
9. ເປັນຜູ້ສັງເກດການ, ເຈລະຈາ, ໄກ່ເກ່ຍຂໍ້ຂັດແຍ່ງລະຫວ່າງລັດກັບລັດ, ທີ່ປຶກສາ ແລະ ເປັນກໍາລັງຮັກສາສັນຕິພາບຕາມການຕົກລົງຂອງລັດຖະບານ.
10. ປະຕິບັດຫນ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 11: ຄວາມຮັບຜິດຊອບຂອງນາຍທະຫານ
ນາຍທະຫານມີຄວາມຮັບຜິດຊອບຊີ້ນໍາ, ນໍາພາ, ບັນຊາ, ຄຸ້ມຄອງກົມກອງຂອງຕົນ, ປະຕິບັດແນວທາງນະໂຍບາຍ, ກົດໝາຍ, ລະບຽບການຂອງກອງທັບ, ມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບຕໍ່ຄຳສັ່ງຂອງຕົນ.
ໃນຍາມສູ້ຮົບຕ້ອງປະຕິບັດຄໍາສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດ ແລະ ເດັດຂາດ.
ມາດຕາ 12: (ປັບປຸງ) ສິດ ແລະ ພັນທະຂອງນາຍທະຫານ
ນາຍທະຫານມີສິດດັ່ງນີ້:
1. ໄດ້ຮັບຂໍ້ມູນຂ່າວສານທີ່ຈຳເປັນ,
2. ຕຳນິຕິຊົມຊ່ວຍເຫລືອເຊິ່ງກັນ ແລະ ກັນ, ປະກອບຄຳຄິດຄຳເຫັນໃນການປັບປຸງກໍ່ສ້າງກົມກອງ,
3. ໄດ້ຮັບການສຶກສາຍົກລະດັບທາງດ້ານການເມືອງ, ການທະຫານ, ພະລາທິການ, ເຕັກນິກການທະຫານ ແລະ ວິຊາສະເພາະອື່ນ.
4. ຕົກລົງ ແລະ ຕັດສິນບັນຫາຕ່າງໆຕາມຂອບເຂດຄວາມຮັບຜິດຊອບ ແລະ ຕາມການມອບໝາຍ,
5. ໄດ້ຮັບນະໂຍບາຍ ຕາມລະບຽບການຂອງກອງທັບປະຊາຊົນລາວ.
ນາຍທະຫານ ມີພັນທະດັ່ງນີ້:
1. ຄົ້ນຄວ້າ, ກຳແຫນ້ນ ແລະ ເປັນແບບຢ່າງປະຕິບັດແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງກອງທັບປະຊາຊົນລາວ.
2. ກຽມພ້ອມສູ້ຮົບ, ສູ້ຮົບຢ່າງພິລາດອາດຫານ, ຍອມເສຍສະຫລະຊີວິດເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ.
3. ເປັນເຈົ້າການປະຕິບັດຫນ້າທີ່ປົກປັກຮັກສາລະບອບ ປະຊາທິປະໄຕ ປະຊາຊົນ ແລະ ເຂົ້າຮ່ວມໃນການສ້າງສາພັດທະນາປະເທດຊາດ.
4. ເຝິກຝົນ, ຫລໍ່ຫລອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງໃນທຸກວຽກງານເຝິກແອບຮໍ່າຮຽນ, ຍົກສູງລະດັບຄວາມຮູ້, ຄວາມສາມາດທາງດ້ານການເມືອງ,  ການທະຫານ, ເສດຖະກິດ, ເຕັກນິກ, ເຕັກໂນໂລຊີ, ວັດທະນະທຳ-ສັງຄົມ ແລະ ວິຊາສະເພາະອື່ນ      ເພື່ອເຮັດສຳເລັດຫນ້າທີ່ ທີ່ໄດ້ຮັບມອບໝາຍ.
5. ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ປະຕິບັດຄຳສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດ ແລະ ເດັດຂາດ.
6. ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ນອກຈາກນີ້ແລ້ວນາຍທະຫານ ກໍຍັງມີສິດ ແລະ ພັນທະຄືກັນກັບພົນລະເມືອງລາວ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.

ໝວດທີ 2
ປະເພດ, ທີ່ມາ, ເງື່ອນໄຂ ແລະ ມາດຕະຖານ, ການນຳພາ, ບັນຊາ ແລະ ການກໍ່ສ້າງນາຍທະຫານ

ມາດຕາ 13: (ປັບປຸງ) ປະເພດນາຍທະຫານ
ປະເພດນາຍທະຫານກອງທັບປະຊາຊົນລາວມີດັ່ງນີ້:
1. ນາຍທະຫານການເມືອງ ເຊິ່ງແມ່ນນາຍທະຫານທີ່ເຮັດຫນ້າທີ່ວຽກງານພັກ, ວຽກງານການເມືອງໃນກອງທັບ,
2. ນາຍທະຫານເສນາທິການເຊິ່ງແມ່ນາຍທະຫານທີ່ເຮັດຫນ້າທີ່ບັນຊາ, ຄຸ້ມຄອງ, ປັບປຸງ, ກໍ່ສ້າງກຳລັງທາງດ້ານການທະຫານ ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ,
3. ນາຍທະຫານພະລາທິການ ເຊິ່ງແມ່ນນາຍທະຫານທີ່ເຮັດຫນ້າທີ່ຮັບປະກັນໃນການລ້ຽງດູທັບ,
4. ນາຍທະຫານເຕັກນິກ ເຊິ່ງແມ່ນນາຍທະຫານທີ່ເຮັດຫນ້າທີ່ຮັບປະກັນເຕັກນິກການທະຫານ,
5. ນາຍທະຫານວິຊາສະເພາະອື່ນ ເຊິ່ງແມ່ນນາຍທະຫານທີ່ບໍ່ໄດ້ກຳນົດໄວ້ໃນຂໍ້ 1, 2, 3 ແລະ ຂ້ໍ 4 ຂອງມາດຕານີ້.
ມາດຕາ 14: (ປັບປຸງ) ທີ່ມາຂອງນາຍທະຫານ
ທີ່ມາຂອງຂອງນາຍທະຫານມີດັ່ງນີ້:
1. ນາຍສິບ ຜູ້ທີ່ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດ, ສູ້ຮົບຢ່າງພິລາດອາດຫານ, ຫ້າວຫັນ ແລະ ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານຕ່າງໆ;
2. ນາຍສິບ ທີ່ຮຽນຈົບວິຊາສະເພາະໃດໜຶ່ງລະດັບຊັ້ນກາງຂຶ້ນໄປຢູ່ໃນ ແລະ ນອກກອງທັບ ທັງພາຍໃນ ແລະ ຕ່າງປະເທດ;
3. ພະນັກງານ-ລັດຖະກອນ ທີ່ຖືກເລືອກເຟັ້ນຕາມຄວາມຕ້ອງການເຂົ້າມາເຮັດໜ້າທີ່ຮັບໃຊ້ໃນກອງທັບ;
4. ນັກສຶກສາ ນອກກອງທັບ ທີ່ຮຽນຈົບຊັ້ນກາງຂຶ້ນໄປ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບການ ຄັດເລືອກເຂົ້າເປັນທະຫານອາຊີບ.
ມາດຕາ 15 : (ປັບປຸງ) ເງື່ອນໄຂ ແລະ ມາດຕະຖານຂອງນາຍທະຫານ
ເງື່ອນໄຂ ແລະ ມາດຕະຖານຂອງນາຍທະຫານມີດັ່ງນີ້:
1. ຕ້ອງເປັນຄົນເຊື້ອຊາດ ແລະ ສັນຊາດລາວ, ມີອາຍຸແຕ່ຊາວເອັດປີຂຶ້ນໄປ, ມີຊີວະປະຫວັດຈະແຈ້ງ ທີ່ກຳເນີດຈາກຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ, ບໍ່ຖືກສານຕັດສິນລົງໂທດຕັດອິດສະຫຼະພາບໃນສະຖານະການກະທຳຜິດໂດຍເຈດຕະນາ;
2. ມີທັດສະນະຫຼັກໝັ້ນການເມືອງຂອງຊົນຊັ້ນກຳມະກອນໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ລັດ ແລະ ປະຊາຊົນ, ມີອຸດົມການສັງຄົມນິຍົມ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການ ຈັດຕັ້ງ, ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງກອງທັບຢ່າງ ເຂັ້ມງວດ, ມີນ້ຳໃຈຕໍ່ສູ້ເດັດດ່ຽວ ພິລາດອາດຫານ, ມີຄວາມເສຍສະຫຼະສູງ ແລະ ທົນທານ ໜຽວແໜ້ນ;
3. ມີຄວາມຮູ້ພື້ນຖານທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມີຄວາມສາມາດກຳ ແໜ້ນ ແລະ ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງກອງທັບ;
4. ມີຄວາມຮູ້ເປັນລະບົບກ່ຽວກັບວິຊາການທະຫານ, ວິຊາສະເພາະເຕັກນິກ, ໄດ້ຜ່ານການທົດສອບໃນວຽກງານຕົວຈິງ;
5. ມີສຸຂະພາບສົມບູນ ແລະ ແຂງແຮງດີ.
ສຳລັບນາຍທະຫານບັນຊາແຕ່ລະຂັ້ນຕ້ອງໄດ້ຮຽນຜ່ານ ຫຼື ຈົບຫຼັກສູດດັ່ງນີ້:

1. ຂັ້ນໝວດ, ກອງຮ້ອຍ, ກອງພັນນ້ອຍ ຫຼື ທຽບເທົ່າ ຕ້ອງໄດ້ຮຽນຜ່ານ ຫຼື ຈົບຫຼັກສູດການເມືອງ, ການທະຫານ, ພະລາທິການ ຫຼື ເຕັກນິກ ຂັ້ນໝວດ, ກອງຮ້ອຍ, ກອງພັນນ້ອຍ ຂຶ້ນໄປ;
2. ຂັ້ນກອງພັນໃຫຍ່, ກອງພົນນ້ອຍ, ກອງພົນໃຫຍ່, ເຫຼົ່າຮົບ, ກອງບັນຊາການທະຫານແຂວງ, ນະ ຄອນຫຼວງ, ເຂດທະຫານ ແລະ ທຽບເທົ່າຂຶ້ນໄປ ຕ້ອງໄດ້ຮຽນຜ່ານ ຫຼື ຈົບຫຼັກສູດການເມືອງ, ການທະຫານ, ພະລາທິການ ຫຼື ເຕັກນິກ ຂັ້ນກອງພັນໃຫຍ່, ກອງພົນ ຂຶ້ນໄປ.
ມາດຕາ 16: (ປັບປຸງ) ການນຳພາ, ບັນຊານາຍທະຫານ
ນາຍທະຫານກອງທັບປະຊາຊົນລາວ ຢູ່ພາຍໃຕ້ການນຳພາເດັດຂາດ, ໂດຍກົງ, ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ. ປະທານປະເທດ ເປັນປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ທັງເປັນຜູ້ບັນຊາການສູງສຸດຂອງນາຍທະຫານກອງທັບປະຊາຊົນລາວ.
ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູງກາງ ທັງເປັນຜູ້ປະຈຳການ ແລະ ເປັນຜູ້ນຳພາ, ບັນຊາການສູງສຸດກອງທັບປະຊາຊົນລາວ.
ບັນດາຫົວໜ້າກົມໃຫຍ່ ຫຼື ທຽບເທົ່າ ເປັນຜູ້ນຳພາ, ບັນຊາ, ຄຸ້ມຄອງ, ກວດກາການຈັດຕັ້ງປະຕິບັດໜ້າທີ່ໂດຍກົງຕາມເຫຼົ່າຮົບວິຊາສະເພາະຕໍ່ນາຍທະຫານກອງທັບປະຊາຊົນລາວ.
ບັນດາຫົວໜ້າກອງບັນຊາການທະຫານແຂວງ, ນະຄອນຫຼວງ ເປັນຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ນະຄອນຫຼວງ ແລະ ເປັນຜູ້ນຳພາ, ບັນຊາ, ຄຸ້ມ ຄອງ, ກວດກາ ການຈັດຕັ້ງປະຕິບັດໜ້າທີ່ໂດຍກົງຕໍ່ນາຍທະຫານຢູ່ໃນຂັ້ນຂອງຕົນຮັບຜິດຊອບ.
ມາດຕາ 17: (ປັບປຸງ) ການກໍ່ສ້າງນາຍທະຫານ
ການກໍ່ສ້າງນາຍທະຫານແມ່ນຄວາມຮັບຜິດຊອບຂອງພາກສ່ວນຕ່າງໆດັ່ງນີ້:
1. ພັກ, ລັດຖະບານ ມີຄວາມຮັບຜິດຊອບໂດຍກົງຕໍ່ການບຳລຸງ, ກໍ່ສ້າງນາຍທະຫານກອງທັບປະຊາຊົນລາວ;
2. ຄະນະພັກ, ຄະນະບັນຊາຂັ້ນຕ່າງໆຢູ່ໃນກອງທັບມີຄວາມຮັບຜິດຊອບໂດຍກົງໃນການຈັດຕັ້ງບຳລຸງ, ກໍ່ສ້າງນາຍທະຫານທີ່ຂຶ້ນກັບຕົນໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ, ມີຄວາມຮູ້ຄວາມສາມາດ, ມີລະບຽບວິໄນ ແລະ ແບບແຜນທັນສະໄໝ;
3. ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາພາກລັດ, ເອກະຊົນ ແລະ ພົນລະເມືອງລາວ ມີພັນທະປະກອບສ່ວນກໍ່ສ້າງ, ບຳລຸງ ແລະ ສຶກສາອົບຮົມນາຍທະຫານກອງທັບປະຊາຊົນລາວ.

ໝວດທີ 3
ລະບົບຂັ້ນ ແລະ ຊັ້ນ ຂອງນາຍທະຫານກອງທັບປະຊາຊົນລາວ

ມາດຕາ 18: ຂັ້ນ ແລະ ຊັ້ນ ຂອງນາຍທະຫານ
ນາຍທະຫານກອງທັບປະຊາຊົນລາວ ປະກອບມີສາມຂັ້ນຄື: ຂັ້ນນາຍຮ້ອຍ, ຂັ້ນນາຍພັນ ແລະ ຂັ້ນ ນາຍພົນ ແລະ ສິບຊັ້ນ ດັ່ງນີ້:
ຂຶ້ນນາຍຮ້ອຍມີ ສາມ ຊັ້ນ:
- ຊັ້ນ ຮ້ອຍຕີ;
- ຊັ້ນ ຮ້ອຍໂທ;
- ຊັ້ນ ຮ້ອຍເອກ.
ຂັ້ນນາຍພັນມີ ສາມ ຊັ້ນ:
- ຊັ້ນ ພັນຕີ;
- ຊັ້ນ ພັນໂທ;
- ຊັ້ນ ພັນເອກ.
ຂັ້ນນາຍພົນມີ ສີ່ ຊັ້ນ:
- ຊັ້ນ ພົນຈັດຕະວາ;
- ຊັ້ນ ພົນຕີ;
- ຊັ້ນ ພົນໂທ
- ຊັ້ນ ພົນເອກ.
ມາດຕາ 19: (ປັບປຸງ) ອາຍຸກະສຽນປະດັບຊັ້ນ, ເລື່ອນຊັ້ນ, ປະດັບທຽບຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານແຕ່ລະຂັ້ນ
ອາຍຸກະສຽນສູງສຸດໃນການປະດັບຊັ້ນ, ເລື່ອນຊັ້ນ, ປະດັບທຽບຊັ້ນ, ເລື່ອນທຽບຊັ້ນ ຕໍ່ນາຍທະຫານປະຈຳການແຕ່ລະຂັ້ນມີດັ່ງນີ້:
1. ຂັ້ນນາຍຮ້ອຍບໍ່ໃຫ້ເກີນ 40 ປີ;
2. ຂັ້ນນາຍພັນບໍ່ໃຫ້ເກີນ 50 ປີ;
3. ຂຶ້ນນາຍພົນບໍ່ໃຫ້ເກີນ 60 ປີ.
ມາດຕາ 20: (ປັບປຸງ) ການປະດັບຊັ້ນ ແລະ ປະດັບທຽບຊັ້ນເປັນນາຍທະຫານ
ການປະດັບຊັ້ນ ແລະ ປະດັບທຽບຊັ້ນ ເປັນນາຍທະຫານໃຫ້ປະຕິບັດດັ່ງນີ້:
1. ນາຍສິບທີ່ໄດ້ຮຽນຈົບວິຊາສະເພາະຈາກບັນດາວິທະຍາຄານ ແລະ ໂຮງຮຽນຂອງກອງທັບທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ຮັບການປະດັບຊັ້ນເປັນນາຍທະຫານຕາມວຸດທິການສຶກສາ:
- ຊັ້ນກາງ ປະດັບຊັ້ນຮ້ອຍຕີ;
- ຊັ້ນສູງ ຂຶ້ນໄປ ປະດັບຊັ້ນຮ້ອຍໂທ.
2. ນາຍສິບທີ່ໄດ້ຮຽນຈົບວິຊາສະເພາະ ນອກຈາກກອງທັບທັງພາຍໃນ ແລະ ຕ່າງປະເທດຕາມແຜນກໍ່ສ້າງຂອງກອງທັບ ພາຍຫຼັງຮຽນຈົບມາຮັບໃຊ້ຢູ່ໃນກອງທັບຕາມສາຍວິຊາສະເພາະເປັນ ເວລາ 6 ເດືອນຈະໄດ້ຮັບການຄົ້ນຄວ້າປະດັບທຽບຊັ້ນເປັນນາຍທະຫານຕາມວຸດທິການສຶກສາ.
- ຊັ້ນກາງ ປະດັບທຽບ ຊັ້ນຮ້ອຍຕີ.
- ຊັ້ນສູງ ຂຶ້ນໄປ ປະດັບທຽບ ຊັ້ນຮ້ອຍໂທ.
3. ນາຍສິບ ທີ່ມີຜົນງານດີເດັ່ນໃນການສູ້ຮົບ ຫຼື ໃນການປະຕິບັດຫນ້າທີ່ວຽກງານອື່ນ ຈະໄດ້ຮັບການປະດັບຊັ້ນ ຮ້ອຍຕີ ຫຼື ຮ້ອຍໂທ ຕາມຄວາມເຫມາະສົມ.
4. ນັກສຶກສາທີ່ໄດ້ຮຽນຈົບວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ ທີ່ຖືກເລືອກເຟັ້ນຕາມຄວາມຕ້ອງການຂອງຫນ້າທີ່ວຽກງານໃນກອງທັບຕາມສາຍວິຊາສະເພາະທີ່ໄດ້ຮຽນມາ ເຊິ່ງໄດ້ ຜ່ານການຮັບໃຊ້ໃນກອງທັບເປັນໄລຍະເວລາ 2 ປີ ຂຶ້ນໄປ ແລະ ຕ້ອງໄດ້ຮັບການບຳລຸງວິຊາ ການທະຫານ ຈຶ່ງມີສິດສະເຫນີປະດັບທຽບຊັ້ນເປັນນາຍທະຫານຕາມວຸດທິການສຶກສາ.
- ຊັ້ນກາງ ປະດັບທຽບ ຊັ້ນຮ້ອຍຕີ.
- ຊັ້ນສູງ ຂຶ້ນໄປ ປະດັບທຽບ ຊັ້ນຮ້ອຍໂທ.
5. ພະນັກງານ-ລັດຖະກອນ ທີ່ຖືກເລືອກເຟັ້ນຕາມຄວາມຕ້ອງການເຂົ້າມາເຮັດໜ້າທີ່ຮັບໃຊ້ໃນກອງທັບຕາມສາຍວິຊາສະເພາະ ຈະໄດ້ຮັບການທຽບຊັ້ນຕາມຊັ້ນ, ຂັ້ນເງິນເດືອນ ທີ່ຍົກຍ້າຍຈາກປົກຄອງ ແລະ ອີງຕາມການຕົກລົງໃຫ້ຕຳແຫນ່ງໃນກອງທັບ.
ມາດຕາ 21   ສິດຕົກລົງກ່ຽວກັບຊັ້ນນາຍທະຫານ
ສິດຕົກລົງປະດັບຊັ້ນ, ເລື່ອນຊັ້ນ, ທຽບຊັ້ນ ແລະ ປົດຊັ້ນ ນາຍທະຫານມີດັ່ງນີ້:
1. ປະທານປະເທດເປັນຜູ້ຕົກລົງ ປະດັບຊັ້ນ, ເລື່ອນຊັ້ນ ແລະ ປົດຊັ້ນຂັ້ນນາຍພົນ ຕາມການສະ ເຫນີຂອງນາຍົກລັດຖະມົນຕີ.
2. ນາຍົກລັດຖະມົນຕີ ເປັນຜູ້ຕົກລົງ ປະດັບຊັ້ນ, ເລື່ອນຊັ້ນ ແລະ ປົດຊັ້ນ ພັນເອກ ຕາມການສະ ເຫນີຂອງລັດຖະມົນຕີກະຊວງປ້ອງກັນປະເທດ.
3. ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຜູ້ຕົກລົງ ປະດັບຊັ້ນ, ເລື່ອນຊັ້ນ, ທຽບຊັ້ນ ແລະ ປົດ ຊັ້ນຮ້ອຍເອກ, ພັນຕີ ແລະ ພັນໂທ ຕາມການສະເຫນີຂອງຫົວຫນ້າກົມໃຫຍ່ການເມືອງກອງທັບ.
4. ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນຜູ້ຕົກລົງ ປະດັບຊັ້ນ, ເລື່ອນຊັ້ນ, ທຽບຊັ້ນ, ປົດຊັ້ນຮ້ອຍຕີ ແລະ ຮ້ອຍໂທ ຕາມການສະເຫນີຂອງກົມກອງທີ່ກ່ຽວຂ້ອງ.
ມາດຕາ 22   ເງື່ອນໄຂການເລື່ອນຊັ້ນນາຍທະຫານ.
ການເລື່ອນຊັ້ນາຍທະຫານ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
1. ເຖິງກຳນົດເວລາພິຈາລະນາການເລື່ອນຊັ້ນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 23 ຂອງກົດຫມາຍ ສະບັບນີ້:
2. ມີຜົນສຳເລັດໃນການປະຕິບັດຫນ້າທີ່ວຽກງານທີ່ໄດ້ຮັບມອບຫມາຍ ຫຼື ມີຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານ.
3. ມີເງື່ອນໄຂ ແລະ ມາດຕະຖານຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 15,19 ແລະ 23 ຂອງ ກົດຫມາຍສະບັບນີ້.
ສຳລັບຊັ້ນຂອງນາຍທະຫານ ທີ່ເຮັດຫນ້າທີ່ວິຊາສະເພາະ ຫຼື ວິຊາການທີ່ບໍ່ມີຕຳແຫນ່ງໃຫ້ເລື່ອນ ຕາມມາດຕາ 23 ຂອງກົດຫມາຍສະບັບນີ້ ສູງສຸດບໍ່ໃຫ້ເກີນພັນໂທ.
ສໍາລັບຊັ້ນຂອງນາຍທະຫານ ທີ່ເຮັດໜ້າທີ່ວຽກງານພິເສດຢູ່ເຂດຫຍຸ້ງຍາກທຸລະກັນດານ, ກົມກອງເຫຼົ່າຮົບເອກະລາດ ແລະ ດ່ານຮົບຈະສູງກວ່າຕຳແຫນ່ງທີ່ໄດ້ກຳນົດໄວ້ໃນມາດຕາ 25 ກໍໄດ້ແຕ່ ບໍ່ໃຫ້ເກີນໜຶ່ງຊັ້ນ.
ມາດຕາ 23   (ປັບປຸງ) ກໍານົດເວລາການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ນາຍທະຫານ.
ການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນນາຍທະຫານໃຫ້ປະຕິບັດຕາມກຳນົດເວລາ ດັ່ງນີ້:
1. ຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ ກຳນົດ 3 ປີ ຂຶ້ນໄປ.
2. ຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ ກຳນົດ 3 ປີ ຂຶ້ນໄປ.
3. ຊັ້ນຮ້ອຍເອກ ຂຶ້ນ ພັນຕີ ກຳນົດ 4 ປີ ຂຶ້ນໄປ.
4. ຊັ້ນພັນຕີ ຂຶ້ນ ພັນໂທ ກຳນົດ 4 ປີ ຂຶ້ນໄປ.
5. ຊັ້ນພັນໂທຂຶ້ນພັນເອກ ກຳນົດ 4 ປີຂຶ້ນໄປ.
ການເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນນາຍພົນ, ນາຍພົນຂຶ້ນນາຍພົນ ຕາມລໍາດັບຊັ້ນ ແມ່ນບໍ່ມີກໍານົດເວລາໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ.
ໄລຍະເວລາທີ່ນາຍທະຫານສຶກສາຢູ່ໂຮງຮຽນຕ່າງໆ ກໍໃຫ້ຄິດໄລ່ໃສ່ກໍານົດເວລາການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ. ນາຍທະຫານທີ່ມີຜົນງານດີເດັ່ນໃນການສູ້ຮົບ, ໃນການປະຕິບັດຫນ້າທີ່ຢູ່ເຂດຫຍຸ້ງຍາກທຸລະກັນ ດານ ຫຼື ຫນ້າທີ່ພິເສດ ຈະໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນ ຫຼື ຂ້າມຊັ້ນ ກ່ອນເວລາທີ່ໄດ້ກຳນົດ ໄວ້.
ໃນກໍລະນີທີ່ຮອດກໍານົດເວລາການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນແລ້ວແຕ່ບໍ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 22 ຂອງກົດຫມາຍສະບັບນີ້ ຈະບໍ່ທັນໄດ້ເລື່ອນ ຊັ້ນ ແລະ ເລື່ອນທຽບຊັ້ນແຕ່ຈະມີການພິຈາລະນາໄປແຕ່ລະປີ ໂດຍບໍ່ໃຫ້ເກີນຫນຶ່ງຮອບຂອງກຳນົດ ເວລາການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ,ຂອງແຕ່ລະຊັ້ນ ຖ້າຫາກບໍ່ໄດ້ເລື່ອນຊັ້ນແລ້ວຈະໄດ້ຍົກຂັ້ນເງິນເດືອນຂຶ້ນໜຶ່ງຂັ້ນ ແລະ ອາດຈະຍົກຍ້າຍຜູ້ກ່ຽວໄດ້ເຮັດຫນ້າທີ່ໃຫມ່ຕາມຄວາມສາມາດ ຫຼື ໃຫ້ຮັບບຳນານ ຫຼື ເງິນອຸດໜູນຕາມລະບຽບການ.
ນາຍທະຫານທີ່ຍົກຍ້າຍໄປເຮັດຫນ້າທີ່ຢູ່ຝ່າຍພົນລະເຮືອນເມື່ອກັບຄືນກອງທັບ ຈະໄດ້ພິຈາລະ ນາເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ຫຼື ຂ້າມຊັ້ນຕາມຄວາມເຫມາະສົມ ແຕ່ຕ້ອງມີເງື່ອນໄຂ, ມາດຕະ ຖານຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 22 ຂອງກົດຫມາຍສະບັບນີ້.

ໝວດທີ 4
ຕຳແໜ່ງນາຍທະຫານກອງທັບປະຊາຊົນລາວ

ມາດຕາ 24: (ປັບປຸງ) ຕຳແໜ່ງບັນຊາຂອງນາຍທະຫານ.
ຕຳແໜ່ງບັນຊາຂອງນາຍທະຫານກອງທັບປະຊາຊົນລາວ ປະກອບມີຂັ້ນດັ່ງນີ້:
1. ຂັ້ນກະຊວງປ້ອງກັນປະເທດ:
- ລັດຖະມົນຕີ ແລະ ຮອງລັດຖະມົນຕີ;
- ຫົວໜ້າ ແລະ ຮອງຫົວໜ້າກົມໃຫຍ່;
- ຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການກະຊວງ;
- ຫົວໜ້າ ແລະ ຮອງຫົວໜ້າກົມ ຂຶ້ນກັບກົມໃຫຍ່ ແລະ ຫ້ອງວ່າການກະຊວງ;
- ຫົວໜ້າ ແລະ ຮອງຫົວໜ້າວິທະຍາຄານ, ໂຮງຮຽນຊັ້ນສູງ, ຊັ້ນກາງ;
- ຫົວໜ້າ ແລະ ຮອງຫົວໜ້າພະແນກ ຂຶ້ນກັບກົມຂອງກົມໃຫຍ່ ແລະ ຫ້ອງວ່າການກະຊວງ;
- ຫົວໜ້າ ແລະ ຮອງຫົວໜ້າອົງການ ແລະ ກົມກອງທຽບເທົ່າ.
2. ຂັ້ນເຂດທະຫານ:
- ຫົວໜ້າ ແລະ ຮອງຫົວໜ້າເຂດທະຫານ;
- ຫົວໜ້າ ແລະ ຮອງຫົວໜ້າກົມ;
- ຫົວໜ້າ ແລະ ຮອງຫົວໜ້າພະແນກ.
3. ຂັ້ນກອງພົນໃຫຍ່:
- ຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການກອງພົນໃຫຍ່;
- ຫົວໜ້າ ແລ ຮອງຫົວໜ້າຫ້ອງ;
- ຫົວໜ້າ ແລະ ຮອງຫົວໜ້າພະແນກ.
4. ຂັ້ນກອງພົນນ້ອຍ:
- ຫົວໜ້າ ແລະ ຮອງຫົວໜ້າກອງພົນນ້ອຍ;
- ຫົວໜ້າ ແລະ ຮອງຫົວໜ້າຫ້ອງ;
- ຫົວໜ້າ ແລະ ຮອງຫົວໜ້າພະແນກ.
5. ຂັ້ນກອງບັນຊາການເຫຼົ່າຮົບ:
- ຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການເຫຼົ່າຮົບ;
- ຫົວໜ້າ ແລະ ຮອງຫົວໜ້າຫ້ອງ;
- ຫົວໜ້າ ແລະ ຮອງຫົວໜ້າພະແນກ.
6. ຂັ້ນກອງພັນໃຫຍ່:
- ຫົວໜ້າ ແລະ ຮອງຫົວໜ້າກອງພັນໃຫຍ່;
- ຫົວໜ້າ ແລະ ຮອງຫົວໜ້າພະແນກ;
- ຫົວໜ້າຂະແໜງ.
7. ຂັ້ນກອງພັນນ້ອຍ:
- ຫົວໜ້າ ແລະ ຮອງຫົວໜ້າກອງພັນນ້ອຍ;
- ຫົວໜ້າ ແລະ ຮອງຫົວໜ້າກອງຮ້ອຍ;
- ຫົວໜ້າ ແລະ ຮອງຫົວໜ້າໝວດ.
8. ຂັ້ນແຂວງ:
- ຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການທະຫານແຂວງ, ນະຄອນຫຼວງ;
- ຫົວໜ້າ ແລະ ຮອງຫົວໜ້າຫ້ອງ;
- ຫົວໜ້າ ແລະ ຮອງຫົວໜ້າພະແນກ.
9. ຂັ້ນເມືອງ:
- ຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການທະຫານເມືອງ, ເທສະບານ, ນະຄອນ;
- ຫົວໜ້າ ແລະ ຮອງຫົວໜ້າພະແນກ;
- ຫົວໜ້າຂະແໜງ.
ມາດຕາ 25 (ປັບປຸງ) ການກຳນົດຊັ້ນໃສ່ຕຳແໜ່ງບັນຊາຂອງນາຍທະຫານ
ການກຳນົດຊັ້ນໃສ່ຕຳແໜ່ງບັນຊາຂອງນາຍທະຫານມີດັ່ງນີ້:
1. ຂັ້ນໜຶ່ງ: ລັດຖະມົນຕີກະຊວງປ້ອງກັນປະເທດ ຊັ້ນ ພົນໂທ ຫຼື ພົນເອກ;
2. ຂັ້ນສອງ: ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຊັ້ນ ພົນໂທ ຫຼື ພົນເອກ;
3. ຂັ້ນສາມ: ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຊັ້ນ ພົນຈັດຕະວາ ຫຼື ພົນຕີ;
4. ຂັ້ນສີ່: ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຫົວໜ້າກົມ 213, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ປະທານສານທະຫານຂັ້ນສູງ, ຫົວໜ້າສະຖາບັນວິທະຍາສາດປ້ອງກັນຊາດ, ຫົວໜ້າສະຖາບັນການຮ່ວມມືສາກົນປ້ອງກັນຊາດ, ຫົວໜ້າເຂດທະຫານ ຊັ້ນ ພົນຈັດຕະວາ ຫຼື ພົນຕີ;
5. ຂັ້ນຫ້າ: ຫົວໜ້າກອງພົນໃຫຍ່, ຫົວໜ້າກົມ, ຫົວໜ້າກອງບັນຊາການທະຫານເຫຼົ່າຮົບ, ຮອງຫົວໜ້າວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຮອງຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງຫົວໜ້າກົມ 213, ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ, ຮອງປະທານສານທະຫານຂັ້ນສູງ, ຫົວໜ້າຫ້ອງການຊາວໜຸ່ມ, ຫົວໜ້າຫ້ອງການສະຫະພັນແມ່ຍິງ, ຫົວໜ້າຫ້ອງການກຳມະບານ, ຫົວໜ້າກອງບັນຊາການທະຫານແຂວງ, ນະຄອນຫຼວງ, ຫົວໜ້າຫ້ອງການກົມໃຫຍ່, ຫົວໜ້າວິທະຍາຄານ, ຮອງຫົວໜ້າສະຖາບັນວິທະຍາສາດປ້ອງກັນຊາດ, ຮອງຫົວໜ້າສະຖາບັນການຮ່ວມມືສາກົນປ້ອງກັນຊາດ, ຮອງຫົວໜ້າເຂດທະຫານ, ທີ່ປຶກສາທູດດ້ານການທະຫານ, ຫົວໜ້າບັນດາອົງການ ແລະ ກົມກອງທຽບເທົ່າ ຊັ້ນ ພັນເອກ ຫຼື ພົນຈັດຕະວາ;
6. ຂັ້ນຫົກ: ຫົວໜ້າກອງພົນນ້ອຍ, ຮອງຫົວໜ້າກົມ, ຮອງຫົວໜ້າກອງບັນຊາການທະຫານເຫຼົ່າຮົບ, ຮອງຫົວໜ້າກອງພົນໃຫຍ່, ຫົວໜ້າກົມຂຶ້ນກັບເຂດທະຫານ, ຮອງຫົວໜ້າກອງບັນຊາການທະຫານແຂວງ, ນະຄອນຫຼວງ, ຮອງຫົວໜ້າຫ້ອງການກົມໃຫຍ່, ຫົວໜ້າອົງການໄອຍະການທະຫານພາກ, ປະທານສານທະຫານພາກ, ຮອງຫົວໜ້າວິທະຍາຄານ, ຫົວໜ້າຄະນະວິຊາວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຫົວໜ້າຫ້ອງການເມືອງ, ຫົວໜ້າຫ້ອງການບໍລິຫານຂອງບັນດາກົມໃຫຍ່ ແລະ ຫ້ອງວ່າການກະຊວງ, ຮອງທີ່ປຶກສາທູດດ້ານການທະຫານ, ຮອງຫົວໜ້າຫ້ອງການຊາວໜຸ່ມ, ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງ, ຮອງຫົວໜ້າຫ້ອງການກຳມະບານ, ຫົວໜ້າຫ້ອງກອງພົນ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ຮອງຫົວໜ້າບັນດາອົງການ ແລະ ກົມກອງທຽບເທົ່າ ຊັ້ນ ພັນໂທ ຫຼື ພັນເອກ;
7. ຂັ້ນເຈັດ: ຫົວໜ້າກອງພັນໃຫຍ່, ຮອງຫົວໜ້າກອງພົນນ້ອຍ, ຮອງຫົວໜ້າຫ້ອງກອງພົນ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ຫົວໜ້າພະແນກຂອງບັນດາກົມໃຫຍ່ ແລະ ຫ້ອງວ່າການກະຊວງ, ຮອງຫົວໜ້າກົມຂຶ້ນກັບເຂດທະຫານ, ຫົວໜ້າກອງບັນຊາການທະຫານເມືອງ, ເທສະບານ, ນະຄອນ, ຮອງຫົວໜ້າອົງການໄອຍະການທະຫານພາກ, ຮອງປະທານສານທະຫານພາກ, ຮອງຫົວໜ້າຄະນະວິຊາວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຮອງຫົວໜ້າຫ້ອງການເມືອງ, ຮອງຫົວໜ້າຫ້ອງການບໍລິຫານຂອງບັນດາກົມໃຫຍ່ ແລະ ຫ້ອງວ່າການກະຊວງ, ບັນດາອົງການ ແລະ ກົມກອງທຽບເທົ່າ ຊັ້ນ ພັນໂທ ຫຼື ພັນເອກ;
8. ຂັ້ນແປດ: ຫົວໜ້າກອງພັນນ້ອຍ, ຮອງຫົວໜ້າກອງພັນໃຫຍ່, ຮອງຫົວໜ້າກອງບັນຊາການທະຫານເມືອງ, ເທສະບານ, ນະຄອນ, ຮອງຫົວໜ້າພະແນກຂອງບັນດາກົມໃຫຍ່ ແລະ ຫ້ອງວ່າການກະຊວງ, ຫົວໜ້າພະແນກເຂດທະຫານ, ກອງພົນ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ກອງພັນໃຫຍ່, ຫົວໜ້າຄະນະວິຊາບັນດາວິທະຍາຄານ, ບັນດາອົງການ ແລະ ກົມກອງທຽບເທົ່າ ຊັ້ນ ພັນຕີ ຫຼື ພັນໂທ;
9. ຂັ້ນເກົ້າ: ຫົວໜ້າກອງຮ້ອຍ, ຮອງຫົວໜ້າກອງພັນນ້ອຍ, ຫົວໜ້າຂະແໜງກອງພັນໃຫຍ່, ຮອງຫົວໜ້າພະແນກເຂດທະຫານ, ກອງພົນ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ຮອງຫົວໜ້າຄະນະວິຊາບັນດາວິທະຍາຄານ, ຜູ້ຊ່ວຍວຽກພະແນກອົງການກະຊວງ, ບັນດາອົງການ ແລະ ກົມກອງທຽບເທົ່າ ຊັ້ນ ພັນຕີ ຫຼື ພັນໂທ;
10. ຂັ້ນສິບ: ຫົວໜ້າໝວດ, ຮອງຫົວໜ້າກອງຮ້ອຍ, ຜູ້ຊ່ວຍວຽກບັນດາພະແນກ, ບັນດາອົງການ ແລະ ກົມກອງທຽບເທົ່າ ຊັ້ນ ຮ້ອຍເອກ ຫຼື ພັນຕີ;
11. ຂັ້ນສິບເອັດ: ຮອງຫົວໜ້າໝວດ, ຜູ້ຊ່ວຍວຽກຂະແໜງ, ບັນດາອົງການ ແລະ ກົມກອງທຽບເທົ່າ ຊັ້ນ ຮ້ອຍຕີ ຫາ ຮ້ອຍເອກ.
ມາດຕາ 26 (ປັບປຸງ) ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງນາຍທະຫານ
ຜູ້ມີສິດຕົກລົງແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງນາຍທະຫານມີດັ່ງນີ້:
1. ລັດຖະມົນຕີກະຊວງປ້ອງກັນປະເທດຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍປະທານປະເທດຕາມການສະເໜີຂອງນາຍົກລັດຖະມົນຕີ ພາຍຫຼັງທີ່ສະພາແຫ່ງຊາດຮັບຮອງ;
2. ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ແລະ ຮອງຫົວໜ້າກົມໃຫຍ່, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າ ແລະ ຮອງຫົວໜ້າເຂດທະຫານ, ຫົວໜ້າວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຫົວໜ້າກົມ 213, ຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຫົວໜ້າກອງພົນ, ຫົວໜ້າກອງບັນຊາການທະຫານແຂວງ, ນະຄອນຫຼວງ, ຫົວໜ້າກອງບັນຊາການເຫຼົ່າຮົບ ແລະ ທຽບເທົ່າຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງໂດຍນາຍົກລັດຖະມົນຕີ ຕາມການສະເໜີຂອງລັດຖະມົນຕີກະຊວງປ້ອງກັນປະເທດ;
3. ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ປະທານສານທະຫານຂັ້ນສູງ ຖືກແຕ່ງຕັ້ງ, ຍົກ ຍ້າຍ ຫຼື ປົດຕຳແໜ່ງ ໂດຍປະທານປະເທດ ຕາມການສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ພາຍຫຼັງທີ່ໄດ້ຮັບການເຫັນດີຈາກລັດຖະມົນຕີກະຊວງປ້ອງກັນປະເທດ;
4. ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ, ຫົວໜ້າ ແລະ ຮອງຫົວໜ້າອົງການໄອຍະການທະຫານພາກ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຫົວໜ້າອົງການໄອຍະການປະຊາຊົນ ສູງສຸດ ຕາມການສະເໜີຂອງຫົວໜ້າອົງການໄອຍະການທະຫານຂັ້ນສູງ ພາຍຫຼັງໄດ້ຮັບການເຫັນດີ ຈາກລັດຖະມົນຕີ ກະຊວງປ້ອງກັນປະເທດ;
5. ຮອງປະທານສານທະຫານຂັ້ນສູງ, ປະທານ ແລະ ຮອງປະທານສານທະຫານພາກ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຄະນະປະຈຳສະພາແຫ່ງຊາດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ ພາຍຫຼັງໄດ້ຮັບຄຳສະເໜີຂອງປະທານສານທະຫານຂັ້ນສູງ ແລະ ຄຳເຫັນດີ ຈາກລັດຖະມົນຕີກະຊວງປ້ອງກັນປະເທດ;
6. ທີ່ປຶກສາ ແລະ ຮອງທີ່ປຶກສາທູດດ້ານການທະຫານຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີກະຊວງການຕ່າງປະເທດ ຕາມການສະເໜີຂອງລັດຖະມົນຕີກະຊວງປ້ອງກັນປະ ເທດ;
7. ຫົວໜ້າ ແລະ ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຮອງຫົວໜ້າວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຫົວໜ້າ ແລະ ຮອງຫົວໜ້າວິທະຍາຄານ, ຮອງຫົວໜ້າກອງພົນ, ຮອງຫົວໜ້າກອງບັນຊາການທະຫານແຂວງ, ນະຄອນຫຼວງ, ຫົວໜ້າ ແລະ ຮອງຫົວໜ້າກອງພັນໃຫຍ່, ຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການທະຫານເມືອງ, ເທສະບານ, ນະ ຄອນ, ຫົວໜ້າ, ຮອງຫົວໜ້າກົມກອງທຽບເທົ່າຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍລັດຖະມົນຕີ ກະຊວງປ້ອງກັນປະເທດ ຕາມການສະເໜີຂອງຫົວໜ້າກົມໃຫຍ່ການເມືອງກອງທັບ;
8. ຫົວໜ້າ ແລະ ຮອງຫົວໜ້າພະແນກຂອງບັນດາອົງການຂັ້ນຕ່າງໆ, ຫົວໜ້າ ແລະ ຮອງຫົວໜ້າກອງພັນນ້ອຍ, ຫົວໜ້າຂະແໜງຂອງກອງພັນໃຫຍ່ເອກະລາດ, ຫົວໜ້າ ແລະ ຮອງຫົວໜ້າກົມກອງທຽບເທົ່າຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຫົວໜ້າກົມໃຫຍ່ການເມືອງກອງທັບ ຕາມການສະເໜີຂອງກົມກອງທີ່ກ່ຽວຂ້ອງ;
9. ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຫົວໜ້າກົມກອງທຽບເທົ່າເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຂັ້ນກອງຮ້ອຍ ແລະ ຂັ້ນຂະແໜງທີ່ຂຶ້ນກັບຕົນຕາມການສະເໜີຂອງກົມກອງທີ່ກ່ຽວຂ້ອງ;
10. ຫົວໜ້າເຂດທະຫານ, ຫົວໜ້າກອງບັນຊາການເຫຼົ່າຮົບ, ຫົວໜ້າວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຫົວໜ້າວິທະຍາຄານ, ຫົວໜ້າກອງພົນໃຫຍ່, ຫົວໜ້າກອງພົນນ້ອຍ, ຫົວໜ້າກອງບັນຊາການທະຫານແຂວງ, ນະຄອນຫຼວງ ແລະ ຫົວໜ້າກົມກອງທຽບເທົ່າ ເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຂັ້ນຂະແໜງ, ກອງຮ້ອຍ, ໝວດ, ໝູ່ທີ່ຂຶ້ນກັບຕົນ ຕາມການສະເໜີຂອງກົມ ກອງທີ່ກ່ຽວຂ້ອງ;
11. ຫົວໜ້າກອງພັນໃຫຍ່ເອກະລາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຂັ້ນກອງຮ້ອຍ, ໝວດ ແລະ ໝູ່ທີ່ຂຶ້ນກັບຕົນ ຕາມການສະເໜີຂອງກົມກອງທີ່ກ່ຽວຂ້ອງ.
ມາດຕາ 27 ການປົດ ແລະ ແຕ່ງຕັ້ງນາຍທະຫານໃຫ້ດຳລົງຕຳແໜ່ງຊົ່ວຄາວ
ໃນກໍລະນີຮີບດ່ວນນາຍທະຫານທີ່ມີຕຳແໜ່ງ ແຕ່ຂັ້ນຫົວໜ້າກອງຮ້ອຍເອກະລາດ, ຫົວໜ້າກອງພັນນ້ອຍເອກະລາດ, ຫົວໜ້າກອງພັນໃຫຍ່ ຫຼື ທຽບເທົ່າຂຶ້ນໄປມີສິດປົດຕຳແໜ່ງຊົ່ວຄາວຂອງນາຍ ທະຫານທີ່ຂຶ້ນກັບຕົນທີ່ບໍ່ປະຕິບັດຄຳສັ່ງ ເຊິ່ງຈະກໍ່ຄວາມເສຍຫາຍໃຫ້ແກ່ກົມກອງ ແລະ ຜົນປະໂຫຍດຂອງຊາດ ແລ້ວແຕ່ງຕັ້ງຜູ້ໃໝ່ຂຶ້ນຮັບຜິດຊອບແທນ, ພ້ອມກັນນັ້ນກໍຕ້ອງລາຍງານໃຫ້ຂັ້ນເທິງຖັດຕົນຊາບ ແລະ ສະເໜີຂັ້ນເທິງແຕ່ງຕັ້ງເປັນທາງການຢ່າງຮີບດ່ວນ.
ມາດຕາ 28 ການງົດຕຳແໜ່ງ ແລະ ການໃຫ້ຕຳແໜ່ງຕ່ຳກວ່າຊັ້ນນາຍທະຫານ
ການງົດຕຳແໜ່ງຂອງນາຍທະຫານຈະປະຕິບັດໄດ້ໃນກໍລະນີດັ່ງນີ້:
1. ກົງຈັກການຈັດຕັ້ງມີການປ່ຽນແປງ ເຊິ່ງບໍ່ຈຳເປັນຕ້ອງມີຕຳແໜ່ງທີ່ກ່ຽວຂ້ອງນັ້ນອີກ;
2. ນາຍທະຫານບໍ່ຄົບເງື່ອນໄຂທີ່ຈະຮັບຜິດຊອບຕຳແໜ່ງນັ້ນ;
3. ນາຍທະຫານທີ່ເຖິງອາຍຸກະສຽນຮັບເບ້ຍບຳນານ.
ນາຍທະຫານອາດຈະຖືກໃຫ້ຕຳແໜ່ງຕ່ຳກວ່າຊັ້ນໃນກໍລະນີດັ່ງນີ້:
1. ມີການເພີ່ມທະວີການບັນຊາໃນການປະຕິບັດໜ້າທີ່ພິເສດ;
2. ມີການປ່ຽນແປງການຈັດຕັ້ງຂອງກົມກອງ;
3. ມີການສັບຊ້ອນໃສ່ຕຳແໜ່ງໃໝ່ທີ່ແທດເໝາະກັບຄວາມສາມາດ ແລະ ສຸຂະພາບຂອງນາຍທະຫານ.

ພາກທີ III
ການປະຕິບັດນະໂຍບາຍ, ຂໍ້ຫ້າມ ແລະ ມາດຕະການຕໍ່ນາຍທະຫານກອງທັບປະຊາຊົນລາວ
ໝວດທີ 1
ການປະຕິບັດນະໂຍບາຍ

ມາດຕາ 29 (ໃໝ່) ການລາພັກ ແລະ ການພັກທາງລັດຖະການ
ການລາພັກແມ່ນການຂໍອະນຸຍາດຢຸດການປະຕິບັດໜ້າທີ່ຊົ່ວຄາວຂອງນາຍທະຫານການລາພັກມີດັ່ງນີ້ິ້:
1. ການລາພັກປະຈຳປີ ເປັນເວລາສິບຫ້າວັນ ໂດຍບໍ່ນັບວັນພັກທາງລັດຖະການ. ໃນກໍລະນີມີພາວະສຸກເສີນ ຫຼື ສົງຄາມ ບໍ່ອະນຸຍາດໃຫ້ມີການລາພັກ, ສຳລັບນາຍທະຫານທີ່ກຳລັງລາພັກຢູ່ນັ້ນຕ້ອງໄດ້ກັບຄືນກົມກອງດ່ວນ;
2. ການລາພັກປິ່ນປົວສຸຂະພາບ ຖ້າຫາກເກີນຫົກເດືອນໃຫ້ແຕ່ງຕັ້ງຜູ້ໃໝ່ຮັກສາການແທນ;
3. ການພັກລໍຖ້າການສັບຊ້ອນວຽກງານສູງສຸດບໍ່ໃຫ້ເກີນສອງເດືອນແຕ່ການຈັດຕັ້ງຕ້ອງຮີບຮ້ອນສັບຊ້ອນຜູ້ກ່ຽວເຂົ້າເຮັດວຽກງານຕາມຕຳແໜ່ງງານທີ່ເໝາະສົມ;
4. ການລາພັກໃນກໍລະນີອື່ນ:
- ການລາພັກແຕ່ງດອງບໍ່ໃຫ້ເກີນເຈັດວັນ;
- ການລາພັກເບິ່ງແຍງເມຍອອກລູກ ຫຼື ຫຼຸລູກ ບໍ່ໃຫ້ເກີນສິບຫ້າວັນ;
- ການລາພັກເບິ່ງແຍງເວລາເຈັບເປັນ ຫຼື ເສຍຊີວິດຂອງເມຍ ຫຼື ຜົວ, ພໍ່, ແມ່ ແລະ ລູກຂອງ ນາຍທະຫານບໍ່ໃຫ້ເກີນສິບຫ້າວັນ;
- ການລາພັກໄປຢ້ຽມຢາມຜົວ ຫຼື ເມຍ ທີ່ຖືກແຕ່ງຕັ້ງໄປປະຈຳການ ຫຼື ຄົ້ນຄວ້າຮ່ຳຮຽນຢູ່ຕ່າງປະເທດແຕ່ໜຶ່ງປີຂຶ້ນໄປໃຫ້ລາພັກຕາມລະບຽບການ.
ສຳລັບການພັກທາງລັດຖະການນັ້ນໃຫ້ປະຕິບັດຕາມກົດໝາຍ ຫຼື ແຈ້ງການທາງລັດຖະການ.
ມາດຕາ 30   (ໃຫມ່)ການລາພັກອອກລູກ
ການລາພັກອອກລູກຂອງນາຍທະຫານເພດຍິງດັ່ງນີ້:
1. ການລາພັກອອກລູກເປັນເວລາຫ້າເດືອນໃນກໍລະນີທີ່ອອກລູກແຝດໃຫ້ພັກຕື່ມອີກສອງເດືອນ
2. ການລາພັກຫຼູລູກເຊິ່ງຖືພາໄດ້ສອງ ຫາ ຫົກ ເດືອນໃຫ້ພັກສາມເດືອນ ຖ້າຫຼຸລູກເຊິ່ງຖືພາໄດ້ເກີນກວ່າ ຫົກ ເດືອນໃຫ້ພັກຫ້າເດືອນ
3. ການລາພັກອອກລູກ ດ້ວຍການຜ່າຕັດໃຫ້ພັກ ຫົກເດືອນ
ມາດຕາ 31   (ໃໝ່) ເງື່ອນໄຂການແຕ່ງດອງ
ນອກຈາກເງື່ອນໄຂການແຕ່ງດອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຄອບຄົວແລ້ວນາຍທະຫານທີ່ຈະສ້າງຄອບຄົວ ຕ້ອງມີອາຍຸການເຂົ້າທະຫານ ສາມ ປີຂຶ້ນໄປ.
ມາດຕາ 32   (ໃໝ່) ການຮັບອຸດໜູນເທື່ອດຽວ
ນາຍທະຫານ ທີ່ບໍ່ມີເງື່ອນໄຂຮັບອຸດໜູນບຳນານ ຈະໄດ້ຮັບອຸດໜູນເທື່ອດຽວຕາມລະບຽບການ.
ມາດຕາ 33   (ໃໝ່) ອາຍຸກະສຽນຮັບບຳນານ
ອາຍຸການສຽນຮັບບຳນານຂອງນາຍທະຫານທີ່ປະຈຳການ ໃຫ້ປະຕິບັດດັ່ງນີ້:
1. ຫົກສິບປີ ແລະ ມີອາຍຸການຊາວຫ້າປີ ຂຶ້ນໄປສໍາລັບນາຍທະຫານເພດຊາຍທີ່ປະຈໍາການຢູ່ສໍານັກງານ, ອົງການກະຊວງປ້ອງກັນປະເທດ.
2. ຫ້າສິບຫ້າ ປີ ແລະ ມີອາຍຸການຊາວຫ້າປີ ຂຶ້ນໄປສໍາລັບນາຍທະຫານເພດຍິງທີ່ປະຈໍາການຢູ່ສຳນັກງານ ອົງການກະຊວງປ້ອງກັນປະເທດ ໃນກໍລະນີິພິເສດຫາກມີຄວາມຮຽກຮ້ອງຕ້ອງການບໍ່ໃຫ້ເກີນ ຫົກສິບປີ.
3. ຫ້າສິບເຈັດປີ ແລະ ມີອາຍຸການ ຊາວຫ້າປີຂຶ້ນໄປ ສໍາລັບນາຍທະຫານທີ່ປະຈໍາການຢູ່ກົມກອງສູ້ຮົບ, ເຂດຫຍຸ້ງຍາກທຸລະກັນດານ.
4. ຫ້າສິບປີ ສໍາລັບນາຍທະຫານ ທີ່ເຮັດວຽກກັບທາດເບື່ອ. ທາດເຄມີສິບຫ້າປີຢ່າງຕໍ່ເນື່ອງ
ນາຍທະຫານ ເມື່ອເຖິງກະສຽນອາຍຸຮັບບຳນານ ແລະ ຄົບປີການແລ້ວຕ້ອງໄດ້ຮັບບຳນານ ໂດຍບໍ່ຈໍາເປັນຕ້ອງຂຽນຄຳຮ້ອງ ເຊິ່ງກົມໃຫຍ່ການເມືອງກອງທັບ ແລະ ກົມກອງທີ່ກ່ຽວຂ້ອງ ຈະເປັນຜູ້ແຈ້ງໃຫ້ຮູ້ກ່ອນລ່ວງໜ້າຫົກເດືອນ.
ສຳລັບ ນາຍທະຫານຊັ້ນ ພັນເອກ ທີ່ປະຈຳການຢູ່ສໍານັກງານ, ອົງການກະຊວງປ້ອງກັນປະເທດ ສູງສຸດບໍ່ໃຫ້ເກີນ ຫົກສິບສາມປີ ຊັ້ນ ນາຍພົນ ສູງສຸດບໍ່ໃຫ້ເກີນ ຫົກສິບຫ້າປີ ໃນກໍລະນີພິເສດອາດຈະເກີນ ຫົກສິບຫ້າປີ ໂດຍການຕົກລົງຂອງກົມການເມືອງສູນກາງພັກ.
ມາດຕາ 34   (ໃໝ່ ) ການຍົກຂັ້ນເງິນເດືອນ
ການຍົກຂັ້ນເງິນເດືອນໃຫ້ນາຍທະຫານ ປະຈຳການ ແລະ ຮັບບຳນານປະຕິບັດດັ່ງນີ້:
1.ກໍານົດເວລາຄົ້ນຄ້ວາພິຈາລະນາ ເລື່ອນຊັ້ນໄດ້ແກ່ຍາວໄປອີກໜຶ່ງຮອບແຕ່ບໍ່ສາມາດເລື່ອນຊັ້ນໄດ້
2. ບໍ່ມີເງື່ອນໄຂໄປຍົກລະດັບໃຫ້ສູງຂຶ້ນ ເພື່ອຮັບຕໍາແໜ່ງໃໝ່ສູງກວ່າເກົ່າ.
3. ຍົກໄດ້ແຕ່ຄັ້ງດຽວຕາມລໍາດັບຂັ້ນເທົ່ານັ້ນ ແລະ ບໍ່ໄດ້ຍົກຂ້າມຊັ້ນ.
4. ຍົກໃຫ້ນາຍທະຫານແຕ່ຊັ້ນຮ້ອຍຕີເຖິງຊັ້ນພັນເອກ.
ສຳລັບນາຍທະຫານ ທີ່ບໍ່ທັນໄດ້ຮັບການຍົກຂັ້ນເງິນເດືອນ ໃນເວລາປະຈຳການເມື່ອເຂົ້າຮັບບຳນານຈະໄດ້ຮັບການຍົກຂັ້ນເງິນເດືອນຂຶ້ນອີກໜຶ່ງຂັ້ນ
ມາດຕາ 35   (ໃໝ່) ການເສຍສະຫຼະຊີວິດ
ນາຍທະຫານທີ່ເຮັດໜ້າທີ່ສູ້ຮົບ ແລະ ຮັບໃຊ້ຢູ່ສະໜາມຮົບຢ່າງພິລາດອາດຫານຫາກເສຍສະຫຼະຊີວິດຈະໄດ້ຮັບການເລື່ອນຊັ້ນໃຫ້ຕື່ມສາມຊັ້ນ ແລະ ຄິດໄລ່ເງິນອຸດໜູນເສຍຊີວິດຕາມຊັ້ນໃໝ່, ພ້ອມທັງເບິ່ງ ແຍງຄອບຄົວຂອງຜູ້ກ່ຽວຕາມລະບຽບການ ແລະ ມີນະໂຍບາຍໃຫ້ບູລິມະສິດຮັບເອົາລູກຜູ້ທີ່ມີມາດຕະຖານ, ເງື່ອນໄຂເຂົ້າເປັນທະຫານ ຫຼື ອົງການຈັດຕັ້ງອື່ນຂອງລັດຕາມຄວາມເໝາະສົມ.
ສຳລັບນາຍທະຫານ ທີ່ເສຍຊີວິດໃນການປະຕິບັດໜ້າທີ່ທາງລັດຖະການຢູ່ເຂດຫຍຸ້ງຍາກທຸລະກັນ ດານ ຈະໄດ້ຮັບການເລື່ອນຊັ້ນຂຶ້ນໜຶ່ງຊັ້ນ ແລະ ຄິດໄລ່ເງິນອຸດໜູນເສຍຊີວິດ ຕາມຊັ້ນໃໝ່ຕາມລະບຽບການ.
ມາດຕາ 36   (ໃໝ່) ການເສຍອົງຄະ.
ນາຍທະຫານ ທີ່ເສຍອົງຄະຍ້ອນຖືກບາດເຈັບຢູ່ສະໜາມຮົບ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ ປ້ອງກັນຊາດ ຈະໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ ແລະ ໄດ້ຮັບນະໂຍບາຍຕາມລະບຽບການ.
ມາດຕາ 37   ການຍ້ອງຍໍຕໍ່ນາຍທະຫານ
ນາຍທະຫານທີ່ມີຜົນງານດີເດັ່ນ ໃນການສູ້ຮົບ ຫຼື ການປະຕິບັດໜ້າທີ່ວຽກງານອື່ນ ຈະໄດ້ຮັບການ ຍ້ອງຍໍເຊັ່ນ: ນາມະຍົດ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຫຼຽນໄຊ, ຫຼຽນກາ, ໃບຍ້ອງຍໍ, ການເລື່ອນຊັ້ນ ກ່ອນກຳນົດ ແລະ ນະໂຍບາຍອື່ນຕາມຄວາມເໝາະສົມ.

ໝວດທີ 2
ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 38   ( ປັບປຸງ) ຂໍ້ຫ້າມຕໍ່ນາຍທະຫານ
ຫ້າມນາຍທະຫານມີພຶດຕິກຳດັ່ງນີ້:
1.ລະເມີດຮີດຄອງປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ.
2. ອອກຄໍາສັ່ງ, ລະບຽບການທີ່ຂັດກັບກົດໝາຍ.
3. ປະລະໜ້າທີ່ ແລະ ລະເມີດຄໍາສັ່ງຂອງຂັ້ນເທິງ.
4. ສວຍໃຊ້ອໍານາດ, ໜ້າທີ່, ຕໍາແໜ່ງເ ພື່ອຫາຜົນປະໂຫຍດສ່ວນຕົວ.
5. ໃຊ້ອໍານາດເກີນຂອບເຂດ ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.
6. ຊື້-ຂາຍ, ໃຫ້ຜູ້ອື່ນຢືມ ຫຼື ນໍາໃຊ້ອາວຸດເສິກເຊັ່ນ ປືນ,ລູກກະສູນ, ໝາກແຕກ, ສິ້ນສ່ວນອາວຸດເສິກ
7. ຊື້-ຂາຍ, ໃຫ້ຜູ້ອື່ນຢືມ ຫຼື ນໍາໃຊ້ເຄື່ອງແບບທະຫານ, ເອກະສານທາງການທະຫານ.
8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການຂອງກອງທັບ.
ມາດຕາ 39   (ໃໝ່) ມາດຕະການທາງດ້ານບໍລິຫານ
ນາຍທະຫານທີ່ໄດ້ລະເມີດ ລະບຽບການຂອງກອງທັບປະຊາຊົນລາວ, ຄໍາສັ່ງຂອງຜູ້ບັນຊາຈະຖືກລົງວິໄນທາງບໍລິຫານ ຕາມແຕ່ລະກໍລະນີເຊັ່ນ: ຕຳນິ, ກ່າວເຕື່ອນ, ງົດການເລື່ອນຊັ້ນ, ງົດການຍ້ອງຍໍ, ຍົກ  ຍ້າຍໜ້າທີ່, ປົດຕຳແໜ່ງ, ປົດຊັ້ນ, ປົດອາວຸດ, ຖອດເຄື່ອງແບບ ແລະ ບັດປະຈຳຕົວນາຍທະຫານ, ໃຫ້ເງິນອຸດໜູນຕາມຊັ້ນທີ່ຍັງເຫຼືອ ຫຼື ໄລ່ອອກຈາກກອງທັບ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
ມາດຕາ 40   (ໃໝ່) ມາດຕະການທາງດ້ານກົດໝາຍ
ການປະຕິບັດມາດຕະການທາງດ້ານກົດໝາຍໃຫ້ປະຕິບັດດັ່ງນີ້:
1.ນາຍທະຫານທີ່ໄດ້ກະທໍາຜິດທາງອາຍາ ແລະ ການກະທໍາຜິດທາງທະຫານ ທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາຈະຖືກລົງໂທດຕາມກົດໝາຍ.
2. ນາຍທະຫານ ທີ່ຖືກສານຕັດສິນລົງໂທດຕັດອິດສະຫຼະພາບ ໃນສະຖານໝົດສິດການເປັນນາຍ ທະຫານ ແລະ ບໍ່ໄດ້ຮັບນະໂຍບາຍໃດ ໃນກໍລະນີການກະທຳຜິດດ້ວຍຄວາມບໍ່ລະມັດລະວັງຈະພິຈາລະນາ ຕາມຄວາມເໝາະສົມ.
3. ນາຍທະຫານ ທີ່ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ບຸກຄົນ ແລະ ການຈັດຕັ້ງອື່ນຈະໄດ້ຮັບຜິດຊອບໃຊ້ແທນເສຍຫາຍທາງແພ່ງທີ່ຕົນໄດ້ກໍ່ຂຶ້ນ.

ໝວດທີ IV
ການຄຸ້ມຄອງ, ຄວາມຮັບຜິດຊອບ ແລະ ການກວດກາຕໍ່ນາຍທະຫານກອງທັບປະຊາຊົນລາວ
ໝວດທີ 1
ການຄຸ້ມຄອງ ແລະ ຄວາມຮັບຜິດຊອບ

ມາດຕາ 41   (ໃໝ່) ອົງການຄຸ້ມຄອງນາຍທະຫານ
ອົງການຄຸ້ມຄອງນາຍທະຫານປະກອບດ້ວຍ:
1.ລັດຖະບານ
2. ກະຊວງປ້ອງກັນປະເທດ
3. ອົງການປົກຄອງທ້ອງຖິ່ນ
ມາດຕາ 42   (ປັບປຸງ) ຄວາມຮັບຜິດຊອບຂອງລັດຖະບານຕໍ່ນາຍທະຫານ
ລັດຖະບານ ມີຄວາມຮັບຜິດຊອບຕໍ່ນາຍທະຫານດັ່ງນີ້:
1.ປະຕິບັດຫຼັກການລວມສູນ ເປັນເອກະພາບໃນການກໍ່ສ້າງ ແລະ ຄຸ້ມຄອງຖັນແຖວນາຍທະຫານ
2. ສະເໜີອອກກົດໝາຍ ແລະ ນິຕິກໍາອື່ນ ກ່ຽວກັບການຄຸ້ມຄອງນາຍທະຫານກອງທັບປະຊາຊົນລາວ.
3. ຊີ້ນໍາ, ກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາອື່ນກ່ຽວກັບນາຍທະຫານ.
4. ສະໜອງງົບປະມານ, ປະກອບວັດຖຸ, ພາຫະນະອາວຸດຍຸດໂທປະກອນ,ເຕັກນິກການທະຫານ
5. ຄົ້ນຄ້ວາ ແລະ ນໍາໃຊ້ບັນດານະໂຍບາຍຕ່າງໆຕໍ່ຖັັນແຖວນາຍທະຫານ
ມາດຕາ 43  (ປັບປຸງ) ຄວາມຮັບຜິດຊອບຂອງກະຊວງປ້ອງກັນປະເທດ
ກະຊວງປ້ອງກັນປະເທດ ມີຄວາມຮັບຜິດຊອບຕໍ່ລັດຖະບານ ກ່ຽວກັບການຄຸ້ມຄອງບັນຊານາຍທະຫານດັ່ງນີ້:
1.ຄຸ້ມຄອງໂດຍກົງຢ່າງຮອບດ້ານຕໍ່ນາຍທະຫານ, ເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ແຂວງ, ນະຄອນຫຼວງ, ເມືອງ ເທສະບານ, ນະຄອນ ເພື່ອຄຸ້ມຄອງນາຍທະຫານ ຕາມພາລະບົດບາດຂອງຕົນ.
2. ກໍານົດ, ຈັດຕັ້ງປະຕິບັດແຜນການກໍ່ສ້າງ ແລະ ບໍາລຸງນາຍທະຫານໃຫ້ເປັນລະບົບຄົບຊຸດ, ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ.
3.ຊີ້ນຳ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານພັກ, ວຽກງານການເມືອງໂຄສະນາສຶກສາອົບຮົມການເມືອງແນວຄິດ, ແນວທາງນະໂຍບາຍຂອງພັກ, ລັດຖະທຳມະມູນ, ກົດໝາຍ ແລະ ລະບຽບການຂອງກອງທັບ.
4. ຈັດຕັ້ງ, ນໍາໃຊ້, ຄຸ້ມຄອງປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ລົງວິໄນຕໍ່ນາຍທະຫານ.
5. ສ້າງແຜນງົບປະມານ ແລະ ນໍາໃຊ້ງົບປະມານ, ວັດຖຸ, ພາຫະນະ, ອາວຸດຍຸດໂທປະກອນເຕັກນິກການທະຫານ.
6. ຊີ້ນໍາ, ນໍາພາ ແລະ ບັນຊານາຍທະຫານທັງສາມປະເພດກໍາລັງ, ກໍາລັງຫຼວງ, ກໍາລັງທ້ອງຖິ່ນ ແລະ ກອງຫຼອນ-ກອງປ້ອງກັນຕົວ.
7. ພິຈາລະນາ, ແກ້ໄຂຄໍາສະເໜີ, ຄໍາຮ້ອງຟ້ອງ ແລະ ຄໍາຮ້ອງຂໍຄວາມເປັນທໍາຂອງນາຍທະຫານ
8. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 44   ( ປັບປຸງ ) ຄວາມຮັບຜິດຊອບຂອງບັນດາກະຊວງ ແລະ ອົງການຈັດຕັ້ງຕ່າງໆ
ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາຂັ້ນຕ່າງໆ ມີຄວາມຮັບຜິດຊອບຕໍ່ນາຍທະຫານດັ່ງນີ້:
1.ສຶກສາອົບຮົມ, ກໍ່ສ້າງ, ບໍາລຸງ ແລະ ຍົກລະດັບວິຊາການ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ນາຍທະຫານເຮັດສຳເລັດໜ້າທີ່ຂອງຕົນ.
2. ຄົ້ນຄ້ວາ, ສັບຊ້ອນນາຍທະຫານທີ່ຍົກຍ້າຍຈາກກອງທັບມາເຮັດໜ້າທີ່ຢູ່ຝ່າຍພົນລະເຮືອນຢ່າງ  ເໝາະສົມ,
3. ຊ່ວຍເຫຼືອເບິ່ງແຍງທາງດ້ານວັດຖຸ, ຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວ ເປັນຕົ້ນຄອບຄົວນາຍທະຫານຜູ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ພະນັກງານບຳນານ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ຄອບຄົວນາຍທະຫານ ທີ່ພວມປະຕິບັດໜ້າທີ່ພິເສດ, ຢູ່ເຂດທຸລະກັນດານ, ຫ່າງໄກສອກຫຼີກ.
ມາດຕາ 45   ຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ.
ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ມີຄວາມຮັບຜິດຊອບດັ່ງນີ້:
1. ກໍ່ສ້າງ, ບຳລຸງຍົກລະດັບດ້ານການສຶກສາ ແລະ ວິຊາການອື່ນ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ນາຍທະຫານເຮັດສຳເລັດໜ້າທີ່.
2. ຄົ້ນຄ້ວາ, ສັບຊ້ອນນາຍທະຫານທີ່ຍົກຍ້າຍຈາກກອງທັບມາເຮັດໜ້າທີ່ຢູ່ຝ່າຍພົນລະເຮືອນຢ່າງ  ເໝາະສົມ.
3. ຊ່ວຍເຫຼືອເບິ່ງແຍງທາງດ້ານວັດຖຸ, ຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວ ເປັນຕົ້ນຄອບຄົວນາຍທະຫານຜູ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ພະນັກງານບໍານານ, ວີລະຊົນ ແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ຄອບຄົວນາຍທະຫານທີ່ພວມປະຕິບັດໜ້າທີ່ພິເສດ, ຢູ່ເຂດທຸລະກັນດານ, ຫ່າງໄກສອກຫຼີກ.
4. ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ພ້ອມກັບປະຊາຊົນລາວບັນດາເຜົ່າສຶກສາອົບຮົມ, ປະກອບ ຄຳຄິດຄຳເຫັນ, ຕໍານິຕິຊົມ, ຊ່ວຍເຫຼືອນາຍທະຫານໃນການປະຕິບັດໜ້າທີ່ຢູ່ທ້ອງຖິ່ນຂອງຕົນ.

ໝວດທີ 2
ການກວດກາ

ມາດຕາ 46   (ໃໝ່) ອົງການກວດກາຕໍ່ນາຍທະຫານ
ອົງການກວດກາຕໍ່ນາຍທະຫານກອງທັບປະຊາຊົນລາວ ປະກອບດ້ວຍ:
1.ອົງການກວດກາພາຍໃນເຊິ່ງແມ່ນກະຊວງປ້ອງກັນປະເທດ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ເມືອງ, ເທສະບານ, ນະຄອນ.
2. ອົງການກວດກາພາຍນອກ ເຊິ່ງແມ່ນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ມາດຕາ 47   (ໃໝ່) ເນື້ອໃນກວດກາ
ການກວດກາຕໍ່ນາຍທະຫານກອງທັບປະຊາຊົນລາວ ມີເນື້ອໃນດັ່ງນີ້:
1.ການປະຕິບັດໜ້າທີ່ຂອງນາຍທະຫານ
2. ການປະຕິບັດກົດໝາຍ ແລະ ລະບຽບການຂອງກອງທັບ
3. ການປະຕິບັດນະໂຍບາຍ ແລະ ການນໍາໃຊ້ມາດຕະການຕໍ່ນາຍທະຫານທີ່ລະເມີດກົດໝາຍ ແລະ ລະບຽບການ.
ມາດຕາ 48    (ໃໝ່) ຮູບການກວດກາ
ຮູບການກວດກາມີດັ່ງນີ້:
1.ການກວດກາຕາມແຜນການປົກກະຕິ ເຊິ່ງແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປົກກະຕິ,  ມີກໍານົດເວລາອັນແນ່ນອນ ແລະ ຕ້ອງປະຕິບັດຢ່າງໜ້ອຍສອງຄັ້ງຕໍ່ປີ.
2. ການກວດກາໂດຍແຈ້ງໃຫ້ຊາບລ່ວງໜ້າ ເຊິ່ງແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈຳເປັນ ແລະ ຕ້ອງແຈ້ງໃຫ້ຜູ້ຖືກກວດກາຊາບກ່ອນລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ.
3. ການກວດກາແບບກະທັນຫັນ ເຊິ່ງແມ່ນການກວດກາຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.
ໃນການດໍາເນີນການກວດກາຕໍ່ນາຍທະຫານໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງ ເຂັ້ມງວດ.

ພາກທີ V
ບົດບັນຍັດສຸດທ້າຍ

ມາດຕາ 49   ການຈັດຕັ້ງປະຕິບັດ
ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້
ມາດຕາ 50   ( ປັບປຸງ ) ຜົນສັກສິດ
ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ແລະ ພາຍຫລັງໄດ້ລົງຈົດໝາຍເຫດທາງລັດຖະການສິບຫ້າວັນ.
ກົດໝາຍສະບັບນີ້ ປ່ຽນແທນ ກົດໝາຍວ່າດ້ວຍ ນາຍທະຫານກອງທັບ ປະຊາຊົນລາວ ສະບັບ ເລກທີ 07/ສພຊ ລົງວັນທີ 22 ຕຸລາ 2004
ຂໍ້ກໍານົດ, ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.
ປະທານສະພາແຫ່ງຊາດ.
ປານີ ຢາທໍ່ຕູ້
ກົດໝາຍວ່າດ້ວຍ ອົງການໄອຍະການທະຫານ

ກົດໝາຍວ່າດ້ວຍ ອົງການໄອຍະການທະຫານ
ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1   ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບການຈັດຕັ້ງ, ການ ເຄື່ອນໄຫວ, ການຕິດຕາມກວດກາຂອງອົງການໄອຍະການທະຫານ ເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະການທະຫານໃຫ້ມີປະສິດທິພາບສູງ, ປົກປ້ອງຜົນປະໂຫຍດຂອງກອງທັບ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງນາຍ, ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດ ແນໃສ່ເຮັດໃຫ້ກອງທັບມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເພີ່ມທະວີນິຕິທຳ, ສ້າງກອງທັບໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານກົດໝາຍ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະ ນາປະເທດຊາດ.
ມາດຕາ 2   ອົງການໄອຍະການທະຫານ
ອົງການໄອຍະການທະຫານ ແມ່ນອົງການຈັດຕັ້ງໜຶ່ງໃນລະບົບອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ທີ່ສ້າງຕັ້ງຂຶ້ນໃນກອງທັບປະຊາຊົນລາວ, ເຮັດໜ້າທີ່ເປັນເສນາທິການທາງດ້ານກົດ     ໝາຍໃຫ້ແກ່ກະຊວງປ້ອງກັນປະເທດ, ມີພາລະບົດບາດຕິດຕາມກວດກາການປະຕິບັດກົດໝາຍໃນທົ່ວກຳລັງປະກອບອາວຸດປ້ອງກັນຊາດ ແລະ ການສັ່ງຟ້ອງຂຶ້ນສານທະຫານກ່ຽວກັບການກະທຳຜິດຂອງນາຍ, ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດ ແລະ ບຸກຄົນນອກກອງທັບໃນເຂດຍຸດທະສາດການທະຫານ ແລະ ເຂດຈັ້ງທັບຂອງທະຫານ.
ມາດຕາ 3   ຂອບເຂດການດຳເນີນຄະດີຂອງອົງການໄອຍະການທະຫານ
ຂອບເຂດການດຳເນີນຄະດີຂອງອົງການໄອຍະການທະຫານມີດັ່ງນີ້:
1. ຄະດີທີ່ພົວພັນເຖິງການກະທຳຜິດທາງອາຍາຂອງນາຍ, ພົນທະຫານ, ກຳມະກອນ ແລະ ພາລະກອນປ້ອງກັນຊາດ.
2. ຄະດີທີ່ພົວພັນເຖິງການກະທຳຜິດທາງອາຍາຂອງກຳລັງສຳຮອງ, ກຳລັງປ້ອງກັນຕົວ, ກອງ ຫຼອນ ແລະ ຂອງບຸກຄົນທີ່ພວມເຮັດໜ້າທີ່ໃນໄລຍະອົບຮົມ, ຫັດແອບ, ກຽມພ້ອມສູ້ຮົບ, ເຄື່ອນໄຫວສູ້ຮົບ ຫຼື ລາດຕະເວນ ເຊິ່ງກອງທັບເປັນຜູ້ຄຸ້ມຄອງໂດຍກົງ.
3. ຄະດີທີ່ພົວພັນເຖິງການກະທຳຜິດທາງອາຍາຂອງບຸກຄົນນອກກອງທັບທີ່ກໍ່ຄວາມເສຍຫາຍຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມລັບທາງການທະຫານ ແລະ ຕໍ່ຜົນປະໂຫຍດຂອງກອງ ທັບ, ຊີວິດ, ຊັບສິນ, ສຸຂະພາບ ຫຼື ກຽດສັກສີຂອງນາຍ ແລະ ພົນທະຫານ.
ມາດຕາ 4    ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:
1. ພະນັກງານອົງການໄອຍະການທະຫານ ໝາຍເຖິງຫົວໜ້າ, ຮອງຫົວໜ້າ, ບັນດາພະນັກ ງານໄອຍະການທະຫານ, ຜູ້ຊ່ວຍພະນັກງານໄອຍະການທະຫານ ແລະ ພະນັກງານບໍລິ ຫານ.
2. ພະນັກງານໄອຍະການທະຫານ ໝາຍເຖິງນາຍທະຫານແຕ່ຊັ້ນຮ້ອຍເອກຂຶ້ນໄປທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍໃຫ້ປະຕິບັດວຽກງານໄອຍະການທະຫານ.
3. ຜູ້ຊ່ວຍພະນັກງານໄອຍະການທະຫານ ໝາຍເຖິງ ນາຍ ຫຼື ພົນທະຫານທີ່ໄດ້ຮັບການແຕ່ງ ຕັ້ງ ແລະ ມອບໝາຍໃຫ້ປະຕິບັດວຽກງານຊ່ວຍພະນັກງານໄອຍະການທະຫານ.
4. ກຳມະກອນ ໝາຍເຖິງ ນາຍ, ພົນທະຫານ ແລະ ບຸກຄົນທີ່ເຮັດວຽກຢູ່ໂຮງຈັກ, ໂຮງງານຂອງກອງທັບ.
5. ພາລະກອນປ້ອງກັນຊາດ ໝາຍເຖິງບຸກຄົນທີ່ຖືກລະດົມເຂົ້າມາຮັບໃຊ້ໃນກອງທັບໃນເວລາທີ່ເຫັນວ່າມີຄວາມຈຳເປັນ.
6. ໂຮງຮຽນໃຫຍ່ ໝາຍເຖິງ ໂຮງຮຽນການທະຫານທີ່ມີຈໍານວນພົນແຕ່ໜຶ່ງພັນຄົນຂຶ້ນໄປ.
7. ໂຮງໝໍໃຫຍ່ ໝາຍເຖິງ ໂຮງໝໍທະຫານທີ່ມີພະນັກງານພະຍາບານ ແລະ ທ່ານໝໍ ແຕ່ໜຶ່ງພັນຄົນຂຶ້ນໄປ.
8. ກອງຫຼອນ ໝາຍເຖິງ ກໍາລັງປ້ອງກັນຊາດຢູ່ບ້ານ ເຊິ່ງປະຕິບັດໜ້າທີ່ປ້ອງກັນບ້ານ ຫຼື ປະສານສົມທົບກັບກຳລັງອື່ນ ເພື່ອປ້ອງກັນຂອບເຂດໃດໜຶ່ງຕາມການມອບໝາຍ.
9. ກຳລັງສຳຮອງ ໝາຍເຖິງ ກໍາລັງທີ່ບໍ່ປະຈໍາການໃນກອງທັບປະຊາຊົນລາວ ໃນຍາມສັນຕິ ພາບ ເຊິ່ງນອນໃນແຜນການຈັດຕັ້ງປະກອບຂອງກອງທັບປະຊາຊົນລາວ, ໃນຍາມສຸກເສີນ ແລະ ປະຕິບັດໜ້າທີ່ເປັນກອງໜູນໃຫ້ແກ່ກຳລັງປະຈຳການໃນກອງທັບເມື່ອມີຄວາມຕ້ອງ ການ.
10. ກຳລັງປ້ອງກັນຕົວ ໝາຍເຖິງ ພະນັກງານ, ກໍາມະກອນທີ່ໄດ້ປະກອບອາວຸດ ໄດ້ຈັດຕັ້ງຂຶ້ນຢູ່ ສຳນັກງານ, ອົງການ, ໂຮງຈັກ, ໂຮງງານ, ມີໜ້າທີ່ຮັກສາຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຂອບເຂດທີ່ຕັ້ງຂອງຕົນ.
11. ເຂດທີ່ຕັ້ງທັບ ໝາຍເຖິງເຂດພື້ນທີ່ຄ້າຍ, ກົມກອງທະຫານ, ສະໜາມຫັດແອບການທະຫານ, ສະໜາມຍິງປືນ, ໂຮງຮຽນ, ໂຮງໝໍ, ໂຮງຈັກ, ໂຮງງານ, ຄັງສາງ, ທ່າເຮືອການທະຫານ, ສະ ໜາມບິນການທະຫານ ແລະ ເຂດພື້ນທີ່ທຳການຜະລິດຂອງກອງທັບ.
12. ເຂດຍຸດທະສາດການທະຫານ ໝາຍເຖິງ ເຂດພື້ນທີ່ພູມີປະເທດພູຜາປ່າດົງ, ພູພຽງ, ຖໍ້າ, ຫ້ວຍນໍ້າລຳເຊ ທີ່ມີຄຸນຄ່າທາງການທະຫານ ເປັນເຂດຕ້ອງໄດ້ສະຫງວນຢ່າງເດັດຂາດ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
13. ນິຕິທໍາ ໝາຍເຖິງ ການເຄົາລົບ ແລະ ປະຕິບັດກົດໝາຍຢ່າງຖືກຕ້ອງ ແລະ ເຂັ້ມງວດ.
14. ຄຳສັ່ງຟ້ອງ ໝາຍເຖິງ ຄໍາສັ່ງຂອງຫົວໜ້າ ຫຼື ຮອງຫົວໜ້າອົງການໄອຍະການທະຫານ ເຊິ່ງໄດ້ສັ່ງຟ້ອງຜູ້ຖືກຫາຂຶ້ນສານທະຫານຕາມຂໍ້ກ່າວຫາ ແລະ ຕາມສະຖານຂອງການກະທຳຜິດ.
15. ຄຳຖະແຫຼງ ໝາຍເຖິງຄໍາກ່າວຟ້ອງຂອງຫົວໜ້າ ຫຼື ຮອງຫົວໜ້າອົງການໄອຍະການທະຫານ ເຊິ່ງຈຳແນກການກະທຳຜິດຂອງຈຳເລີຍຕໍ່ຄະນະສານ ຢູ່ທີ່ປະຊຸມສານ.
16. ຄຳຕົກລົງຂອງຫົວໜ້າອົງການໄອຍະການທະຫານ ໝາຍເຖິງຄໍາສະເໜີຄັດຄ້ານ, ຄໍາຕົກລົງ ບໍ່ຄັດຄ້ານ.
17. ຜູ້ຖືກສົງໄສ ໝາຍເຖິງ ບຸກຄົນທີ່ຖືກສົງໄສວ່າ ເປັນຜູ້ກະທໍາຜິດທາງອາຍາ ແຕ່ຍັງບໍ່ທັນມີຄຳສັ່ງເປີດການສືບສວນ-ສອບສວນ.
18. ຜູ້ຖືກຫາ ໝາຍເຖິງບຸກຄົນທີ່ຖືກນໍາມາດໍາເນີນຄະດີ ພາຍຫຼັງມີຄໍາສັ່ງເປີດການສືບສວນ-ສອບສວນ.
19. ຈຳເລີຍ ໝາຍເຖິງ ຜູ້ຖືກສັ່ງຟ້ອງຂຶ້ນສານທະຫານແລ້ວ.
20. ຜູ້ກະທຳຜິດ ໝາຍເຖິງ ຜູ້ຖືກສານຕັດສິນລົງໂທດ.
21. ນັກໂທດ ໝາຍເຖິງ ຜູ້ຖືກຄຸມຂັງ ພາຍຫຼັງທີ່ມີຄຳຕັດສິນລົງໂທດຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ.
22. ສະຖານທີ່ກັກຕົວ ໝາຍເຖິງ ບ່ອນຄວບຄຸມຕົວຜູ້ຖືກສົງໄສພາຍໃນກໍານົດເວລາທີ່ກົດໝາຍໄດ້ບົ່ງໄວ້.
23. ສະຖານທີ່ກັກຂັງ ໝາຍເຖິງ ບ່ອນຄຸມຂັງຜູ້ຖືກຫາ ໃນໄລຍະດໍາເນີນຄະດີກ່ອນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ.
24. ຄ້າຍຄຸມຄັງ-ດັດສ້າງ ໝາຍເຖິງສະຖານທີ່ປະຕິບັດໂທດຂອງນັກໂທດຕາມຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.
ມາດຕາ 5   ນະໂຍບາຍຂອງລັດກ່ຽວກັບວຽກງານໄອຍະການທະຫານ
ລັດສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃນດ້ານຕ່າງໆໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງອົງການໄອຍະການທະຫານດ້ວຍການສະໜອງງົບປະມານ, ການປະກອບບຸກຄະລາກອນ, ພາຫະ ນະ, ອຸປະກອນຮັບໃຊ້ທີ່ຈໍາເປັນ ແລະ ສ້າງພື້ນຖານໂຄງລ່າງໃຫ້ເໝາະສົມ ແນໃສ່ເຮັດໃຫ້ການດໍາເນີນ8ຕິດຕາມກວດກາການປະຕິບັດກົດໝາຍໃນກອງທັບ ມີປະສິດທິຜົນ, ໂປ່ງໃສ, ຍຸຕິທຳ ປະກອບສ່ວນເຂົ້າໃນການຄຸ້ມຄອງກອງທັບໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຜົນປະໂຫຍດຂອງກອງທັບ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງນາຍ, ພົນທະຫານ, ກໍາມະກອນ, ພາລະກອນປ້ອງກັນຊາດ.
ລັດເອົາໃຈໃສ່, ຊຸກຍູ້, ຍົກລະດັບວິຊາສະເພາະ, ໂຄສະນາ, ສຶກສາອົບຮົມກົດໝາຍໃຫ້ນາຍ, ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດຮັບຮູ້, ເຂົ້າໃຈ ແລະ ເຂົ້າເຖິງຂະບວນຍຸຕິທຳ, ປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດຕາມລະບຽບກົດໝາຍ, ປະກອບສ່ວນສ້າງກອງທັບປະຊາຊົນລາວໃຫ້ມີແບບແຜນທັນສະໄໝ.
ມາດຕາ 6   ຫຼັກການເຄື່ອນໄຫວວຽກງານໄອຍະການທະຫານ
ການເຄື່ອນໄຫວວຽກງານຂອງອົງການໄອຍະການທະຫານໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:
1. ຮັບປະກັນຫຼັກການນິຕິທໍາ ເພື່ອເພີ່ມທະວີຄວາມສັກສິດຂອງກົດໝາຍ.
2. ຮັບປະກັນການຕິດຕາມກວດກາການປະຕິບັດກົດໝາຍຂອງກອງທັບຢ່າງຄົບຖ້ວນ, ຮອບ ດ້ານ ແລະ ພາວະວິໄສ.
3. ຮັບປະກັນຄວາມຊັັດເຈນ, ຍຸຕິທຳ, ທັນເວລາ ແລະ ເປີດເຜີຍຕາມລະບຽບການ.
4. ຮັບປະກັນຫຼັກການລວມສູນປະຊາທິປະໄຕ, ເອກະພາບ, ປະຕິບັດລະບອບຫົວໜ້າຕາມ ສາຍຕັ້ງ ແລະ ສາຍຂວາງ.
5. ຮັບປະກັນໃຫ້ຜູ້ກະທຳຜິດຕ້ອງຖືກລົງໂທດຕາມກົດໝາຍ ແລະ ບໍ່ໃຫ້ຜູ້ບໍ່ໄດ້ກະທຳຜິດຖືກລົງໂທດ.
6. ຮັບປະກັນການສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການປະຕິບັດວຽກກງານ.
ມາດຕາ 7   ການພິຈາລະນາຄຳຮ້ອງຟ້ອງ ແລະ ຄຳສະເໜີ
ຫົວໜ້າອົງການໄອຍະການທະຫານ ພິຈາລະນາຄຳຮ້ອງຟ້ອງ ແລະ ຄຳສະເໜີຂອງບຸກຄົນ, ການຈັດຕັ້ງ, ກົມກອງ, ບັນດາຫົວໜ່ວຍທຸລະກິດ, ນາຍ, ພົນທະຫານ, ກໍາມະກອນ, ພາລະກອນປ້ອງກັນຊາດຕາມລະບຽບກົດໝາຍ, ວາງມາດຕະການທີ່ຈຳເປັນ ເພື່ອຟື້ນຟູສິດທີ່ໄດ້ຖືກລະເມີດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບຸກຄົນ ແລະ ການຈັດຕັ້ງດັ່ງກ່າວ.
ມາດຕາ 8   ການປົກປ້ອງ
ຫົວໜ້າ, ຮອງຫົວໜ້າອົງການໄອຍະການທະຫານ, ພະນັກງານ, ຜູ້ຊ່ວຍພະນັກງານໄອຍະການ ທະຫານ ລວມທັງຜູ້ເຂົ້າຮ່ວມໃນວຽກງານ, ຕິດຕາມກວດກາ ເຊັ່ນ: ຜູ້ລາຍງານ, ຜູ້ໃຫ້ຂໍ້ມູນຂ່າວສານ, ພະຍານ, ຜູ້ຊ່ຽວຊານ ຕ້ອງໄດ້ຮັບການປົກປ້ອງຕາມກົດໝາຍຈາກການບັງຄັບນາບຂູ່, ການກະທຳທີ່ເປັນ ອັນຕະລາຍຕໍ່ຊີວິດ, ສຸຂະພາບ, ຊັບສິນ, ຊື່ສຽງ ແລະ ກຽດສັກສີ.
ມາດຕາ 9   ຂອບເຂດການນຳໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ສຳລັບອົງການໄອຍະການທະຫານ, ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ທະຫານ ແລະ ຜູ້ເຂົ້າຮ່ວມໃນການດຳເນີິນຄະດີອາຍາຕາມທີ່ໄດ້ກຳນົດໄວ້ໃນມາດຕາ 3 ຂອງກົດໝາຍສະບັບນີ້.
ມາດຕາ 10   ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນຮ່ວມກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານໄອຍະການທະຫານເປັນຕົ້ນ ການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທຳ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ເຕັກໂນໂລຊີ, ການເຝິກອົບຮົມ ຫຼື ສຳມະນາ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິ ຊາການ ເພື່ອພັດທະນາວຽກງານໄອຍະການທະຫານໃຫ້ມີຄຸນນະພາບ,ເຂັ້ມແຂງ ແລະ ທັນສະໄໝ ລວມທັງປະຕິບັດສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ II
ອົງການໄອຍະການທະຫານ
ໝວດທີ 1
ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່

ມາດຕາ 11  ທີ່ຕັ້ງ ແລະ ພາລະບົດບາດຂອງອົງການໄອຍະການທະຫານ
ອົງການໄອຍະການທະຫານ ແມ່ນອົງການຈັດຕັ້ງໜຶ່ງໃນລະບົບອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ທີ່ສ້າງຕັ້ງຂຶ້ນໃນກອງທັບປະຊາຊົນລາວ, ມີພາລະບົດບາດຕິດຕາມກວດກາການເຄົາ ລົບ ແລະ ປະຕິບັດກົດໝາຍຂອງນາຍ, ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດ ແລະ ຂອງ ບຸກຄົນນອກກອງທັບທີ່ກະທຳຜິດໃນເຂດຍຸດທະສາດການທະຫານ, ເຂດຕັ້ງທັບຂອງທະຫານ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານທະຫານຕາມກົດໝາຍ.
ມາດຕາ 12   ສິດ ແລະ ໜ້າທີ່ລວມຂອງອົງການໄອຍະການທະຫານ
ອົງການໄອຍະການທະຫານມີສິດ ແລະ ໜ້າທີ່ດັ່ງນີ້:
1. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃຫ້ຖືກຕ້ອງເປັນເອກະພາບຢູ່ໃນທົ່ວກອງທັບເອີ້ນວ່າ: ການຕິດຕາມກວດກາທົ່ວໄປ.
2. ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ທະ ຫານ.
3. ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ກຳລັງປ້ອງກັນຊາດ ແລະ ເປັນເສນາທິການດ້ານກົດ ໝາຍໃຫ້ແກ່ກະຊວງປ້ອງກັນປະເທດ.
4. ອອກຄຳສັ່ງພາຕົວ, ກັກຕົວ, ຈັບຕົວ, ກັກຂັງພາງ, ປ່ອຍຕົວພາງ, ປ່ອຍຕົວ, ກວດຄົ້ນເຄຫະສະຖານ, ພາຫະນະ, ຕົວບຸກຄົນ, ຍຶດ ແລະ ອາຍັດຊັບ ເວັ້ນເສຍແຕ່ກໍລະນີ ເຊິ່ງໜ້າ ແລະ ຮີບດ່ວນ.
5. ສະເໜີ, ທວງເອົາສຳນວນຄະດີທີ່ມີການກະທຳຜິດທາງອາຍາຕາມທີິ່ໄດ້ກຳນົດໄວ້ໃນມາດ ຕາ 3 ຂອງກົດໝາຍສະບັບນີ້.
6. ດຳເນີນການສືບສວນ-ສອບສວນຄະດີໃດໜຶ່ງເປັນບາງສ່ວນ ຫຼື ທັງໝົດຢູ່ໃນຂອບເຂດສິດອຳນາດ ແລະ ໜ້າທີ່ຂອງຕົນ.
7. ສັ່ງຟ້ອງຜູ້ຖືກຫາຂຶ້ນສານທະຫານຕາມກົດໝາຍ.
8. ຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີ ແລະ ການປະຕິບັດຄຳຕັດສິນ, ຄຳພິພາກສາຂອງສານທະຫານ.
9. ສະເໜີຄັດຄ້ານຄຳສັ່ງ, ຄຳຊີ້ຊາດ, ຄຳຕັດສິນ, ຄຳພິພາກສາຂອງສານທະຫານ, ລົບລ້າງຄຳສັ່ງ, ຄຳຊີ້ຂາດຂອງອົງການໄອຍະການທະຫານຂັ້ນລຸ່ມທີ່ບໍ່ຖືກຕ້ອງຕາມກົດໝາຍ.
10. ຕິດຕາມກວດກາການປະຕິບັດກົດໝາຍຂອງຜູ້ກະທຳຜິດທີ່ໄດ້ກຳນົດໄວ້ໃນມາດຕາ 3 ຂອງກົດໝາຍສະບັບນີ້ໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງໃນເວລາປະຕິບັດໂທດຕັດອິດສະລະພາບ.
11. ຄົ້ນຄວ້າ, ສະເໜີຕໍ່ຄະນະກຳມະການອະໄພຍະໂທດທີ່ກ່ຽວຂ້ອງກ່ຽວກັບການໃຫ້ອະໄພຍະໂທດ ດ້ວຍການຜ່ອນໂທດ ແລະ ປ່ອຍຕົວນັກໂທດໃນກອງທັບຕາມລະບຽບກົດໝາຍ.
12. ນຳສະເໜີຄຳຮ້ອງຂໍຮື້ຟື້ນຄະດີຂອງຜູ້ກະທຳຜິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 3 ຂອງກົດ ໝາຍສະບັບນີ້ ເຊິ່ງມີຫຼັກຖານໃໝ່ຕໍ່ອົງການໄອຍະການປະຊາຊົນສູງສຸດ.
13. ເປັນໂຈດຮ້ອງຟ້ອງທາງແພ່ງຕໍ່ສານປະຊາຊົນ ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງກອງທັບ.
14. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ໝວດທີ 2
ລະບົບການຈັດຕັ້ງອົງການໄອຍະການທະຫານ

ມາດຕາ 13   ລະບົບການຈັດຕັ້ງອົງການໄອຍະການທະຫານ
ລະບົບການຈັດຕັ້ງອົງການໄອຍະການທະຫານປະກອບດ້ວຍ:
1. ອົງການໄອຍະການທະຫານຂັ້ນສູງ.
2. ອົງການໄອຍະການທະຫານພາກ.
ນອກຈາກນີ້ຍັງມີອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະ ຄອນ, ວິທະຍາຄານ, ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່ ເຊິ່ງເຮັດໜ້າທີ່ຊ່ວຍອົງການໄອຍະການທະຫານພາກ ທີ່ຕົນຂຶ້ນກັບ.
ມາດຕາ 15   ສິດ ແລະ ໜ້າທີ່ ຂອງອົງການໄອຍະການທະຫານຂັ້ນສູງ
ອົງການໄອຍະການທະຫານຂັ້ນສູງມີສິດ ແລະ ໜ້າທີ່ດັ່ງນີ້:
1. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນທົ່ວກອງທັບ.
2. ຕິດຕາມກວດກາການປະຕິບັດສິດ ແລະ ໜ້າທີ່ ຂອງອົງການໄອຍະການທະຫານຂັ້ນລຸ່ມ.
3. ສະເໜີຄັດຄ້ານຄຳຕັດສິນຂອງສານທະຫານພາກ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ຖະແຫຼງ ກ່ຽວກັບຄະດີສານທະຫານຂັ້ນສູງ.
4. ຄຸ້ມຄອງທາງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການໄອຍະການທະຫານຂັ້ນລຸ່ມ.
5. ສ້າງແຜນສ້າງ, ບໍາລຸງ ແລະ ຍົກລະດັບພະນັກງານອົງການໄອຍະການທະຫານ.
6. ຄົ້ນຄວ້າ ແລະ ສັງລວມການລາຍງານກ່ຽວກັບການເຄື່ອນໄຫວວຽກງານຂອງອົງການໄອຍະການທະຫານ,ວຽກງານສະຖິຕິຄະດີ, ຜູ້ຖືກຫາ ແລະ ນັກໂທດໃນທົ່ວກອງທັບ.
7. ແນະນຳ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ອົງການໄອຍະການທະຫານຂັ້ນລຸ່ມ.
8. ຄົ້ນຄວ້າ, ສະເໜີຕໍ່ຄະນະກຳມະການອະໄພຍະໂທດທີ່ກ່ຽວຂ້ອງກ່ຽວກັບການໃຫ້ອະໄພຍະໂທດດ້ວຍການຜ່ອນໂທດ ແລະ ປ່ອຍຕົວນັກໂທດໃນກອງທັບ ຕາມລະບຽບກົດໝາຍ.
9. ນຳສະເໜີຮ້ອງຂໍຮື້ຟື້ນຄະດີຂອງຜູ້ກະທຳຜິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 3 ຂອງກົດ ໝາຍສະບັບນີ້ ເຊິ່ງມີຫຼັກຖານໃໝ່ ຕໍ່ອົງການໄອຍະການປະຊາຊົນສູງສຸດ.
10. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການປະຕິບັດສິດ ແລະ ໜ້າທີ່ຂອງຕົນ.
11. ພົວພັນ, ແລກປ່ຽນບົດຮຽນກ່ຽວກັບວຽກງານໄອຍະການທະຫານ ແລະ ກົດໝາຍກັບຕ່າງປະ ເທດ, ພາກພື້ນ ແລະ ສາກົນຕາມການຕົກລົງຂອງຂັ້ນເທິງ.
12. ສະຫຼຸບ, ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານຂອງຕົນຕໍ່ອົງການໄອຍະການປະ ຊາຊົນສູງສຸດ ແລະ ກະຊວງປ້ອງກັນປະເທດຢ່າງເປັນປົກກະຕິ.
13. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ກຳນົດໄວ້ໃນລະບຽບກົດໝາຍ.
ມາດຕາ 16   ອົງການໄອຍະການທະຫານພາກ
ອົງການໄອຍະການທະຫານພາກ ແມ່ນອົງການໜຶ່ງໃນລະບົບອົງການໄອຍະການທະຫານ ມີພາ ລະບົດບາດສັ່ງຟ້ອງ ແລະ ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃຫ້ຖືກຕ້ອງ ແລະ ເປັນ ເອກະພາບໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
ອົງການໄອຍະການທະຫານພາກຕັ້ງຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ.
ມາດຕາ 17   ສິດ ແລະ ໜ້າທີ່ ຂອງອົງການໄອຍະການທະຫານພາກ
ອົງການໄອຍະການທະຫານພາກມີສິດ ແລະ ໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:
1. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບ.
2. ຄຸ້ມຄອງທາງດ້ານການຈັດຕັ້ງ, ຕິດຕາມກວດກາການປະຕິບັດສິດ ແລະ ໜ້າທີ່ຂອງອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ, ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່.
3. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ທະຫານ. 4. ສັ່ງຟ້ອງຜູ້ຖືກຫາຂຶ້ນສານທະຫານພາກເປັນຂັ້ນຕົ້ນ.
5. ຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີ ແລະ ການປະຕິບັດຄຳຕັດ ສິນຂອງສານທະຫານພາກ.
6. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ, ຄ້າຍຄຸມຄັງ-ດັດສ້າງໃນເວລາປະຕິບັດໂທດຕັດອິດສະລະພາບ ແລະ ມາດຕະການບັງ ຄັບອື່ນຂອງສານທະຫານພາກ.
7. ແນະນຳ ແລະ ຊີ້ນຳ ແລະ ອະທິບາຍບັນຫາທາງດ້ານກົດໝາຍການດຳເນີນຄະດີໃຫ້ແກ່ອົງ ການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ, ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່.
8. ຄົ້ນຄວ້າ ແລະ ສັງລວມການປະຕິບັດວຽກງານຂອງອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ, ໂຮງຮຽນໃຫຍ່, ໂຮງໝໍໃຫຍ່, ວຽກງານສະຖິ ຕິຄະດີ, ຜູ້ຖືກຫາ ແລະ ນັກໂທດ.
9. ສະຫຼຸບ, ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານຂອງຕົນຕໍ່ອົງການໄອຍະການທະ ຫານຂັ້ນສູງຢ່າງເປັນປົກກະຕິ.
10. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບ ໝາຍຂອງອົງການໄອຍະການທະຫານຂັ້ນເທິງ.
ມາດຕາ 18 ອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ,ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່
ອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ,ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່ ແມ່ນອົງການຈັດຕັ້ງໜຶ່ງທີ່ຂຶ້ນກັບອົງການໄອຍະການທະຫານພາກ ມີພາລະບົດ ບາດຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍໃຫ້ຖືກຕ້ອງ, ເປັນເອກະພາບຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍການຊີ້ນຳດ້ານວິຊາສະເພາະຂອງອົງການໄອຍະການທະຫານຂັ້ນເທິງ ແລະ ຢູ່ພາຍໃຕ້ການຄຸ້ມຄອງ, ນຳພາ-ບັນຊາ ຂອງຄະນະພັກ-ຄະນະບັນຊາທີ່ຕົນຂຶ້ນກັບ.
ມາດຕາ 19 ສິດ ແລະ ໜ້າທີ່ຂອງອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະ ຄອນ, ວິທະຍາຄານ,ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່
ອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ,ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່ ມີສິດ ແລະ ໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:
1. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບກັນ.
2. ຕິດຕາມກວດກາດຳເນີນຄະດີຂອງເຈົ້າໜ້າທີ່ສືບສວນ-ສອບສວນທະຫານ.
3. ເຂົ້າຮ່ວມການດຳເນີນຄະດີທີ່ມີຄວາມຫຍຸ້ງຍາກສັບສົນນຳເຈົ້າໜ້າທີ່ສືບສວນ-ສອບສວນທະຫານ.
4. ສະຫຼຸບ ແລະ ສົ່ງສຳນວນຄະດີ ພ້ອມດ້ວຍຂອງກາງໃຫ້ອົງການໄອຍະການທະຫານພາກ ເພື່ອພິຈາລະນາສັ່ງຟ້ອງຂຶ້ນສານທະຫານພາກ.
5. ຄົ້ນຄວ້າ, ສັງລວມວຽກງານສະຖິຕິຄະດີ, ຜູ້ຖືກຫາ, ນັກໂທດ.
6. ສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການປະຕິບັດວຽກງານ.
7. ສະຫຼຸບ ແລະ ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານຂອງຕົນຕໍ່ອົງການໄອຍະການທະຫານພາກຢ່າງເປັນປົກກະຕິ.
8. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍຂອງອົງການໄອຍະການທະຫານຂັ້ນເທິງ.

ໝວດທີ 3
ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ

ມາດຕາ 20    ໂຄງປະກອບການຈັດຕັ້ງ
ເພື່ອຮັບປະກັນການປະຕິບັດໜ້າທີ່ ແລະ ການເຄື່ອນໄຫວວຽກງານຂອງຕົນ ອົງການໄອຍະ ການທະຫານມີໂຄງປະກອບດັ່ງນີ້:
1. ອົງການໄອຍະການທະຫານຂັ້ນສູງມີ ບັນດາຫ້ອງ, ພະແນກ ແລະ ຂະແໜງ.
2. ອົງການໄອຍະການທະຫານພາກ ມີ ຫ້ອງການ, ພະແນກ ແລະ ຂະແໜງ.
ສຳລັບອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ,ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່ ມີ ພະແນກ.
ມາດຕາ 21    ໂຄງປະກອບບຸກຄະລາກອນຂອງອົງການໄອຍະການທະຫານ
ບັນດາໄອຍະການທະຫານແຕ່ລະຂັ້ນມີຫົວໜ້າ, ຮອງຫົວໜ້າ, ບັນດາພະນັກງານໄອຍະການທະຫານ, ຜູ້ຊ່ວຍພະນັກງານໄອຍະການທະຫານ ແລະ ພະນັກງານບໍລິຫານ.
ສິດ ແລະ ໜ້າທີ່ຂອງຫົວໜ້າ, ຮອງຫົວໜ້າ, ບັນດາພະນັກງານໄອຍະການທະຫານ, ຜູ້ຊ່ວຍພະນັກງານໄອຍະການທະຫານ ໄດ້ກຳນົດໄວ້ໃນມາດຕາ 24 ຫາມາດຕາ 31 ຂອງກົດໝາຍສະບັບນີ້.
ສຳລັບສິດ ແລະ ໜ້າທີ່ຂອງພະນັກງານບໍລິຫານໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ 22    ມາດຕະຖານຂອງຫົວໜ້າ, ຮອງຫົວໜ້າ ແລະ ພະນັກງານໄອຍະການທະຫານ
ຫົວໜ້າ, ຮອງຫົວໜ້າ ແລະ ພະນັກງານໄອຍະການທະຫານ ຕ້ອງມີມາດຕະຖານດັ່ງນີ້:
1. ເປັນພົນລະເມືອງລາວ, ມີຊີວະປະຫວັດຈະແຈ້ງ, ເປັນນາຍທະຫານແຕ່ຊັ້ນຮ້ອຍເອກ ແລະ ມີອາຍຸແຕ່ 25 ປີຂຶ້ນໄປ.
2. ເປັນຜູ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດດີ, ມີຈັນຍາທຳ, ມີແບບແຜນການນຳ ພາ-ບັນຊາດີ,ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ຮັບໃຊ້ຜົນປະໂຫຍດຂອງກອງທັບ.
3. ເປັນຜູ້ມີລະດັບວິຊາສະເພາະດ້ານກົດໝາຍຊັ້ນສູງຂຶ້ນໄປ, ຮູ້ພາສາຕ່າງປະເທດໃດໜຶ່ງ, ໄດ້ຜ່ານການເຝິກອົບຮົມວຽກງານໄອຍະການ ແລະ ໄດ້ຮຽນວິຊາການທະຫານ.
4. ບໍ່ຖືກລົງວິໄນ ແລະ ຖືກລົງໂທດຕັດອິດສະລະພາບໃນສະຖານກະທຳຜິດໂດຍເຈດຕະນາ.
5. ເປັນຜູ້ມີສຸຂະພາບດີ.
ມາດຕາ 23    ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ
ຫົວໜ້າອົງການໄອຍະການທະຫານຂັ້ນສູງ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງໂດຍ ປະທານປະເທດຕາມການສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພາຍຫຼັງໄດ້ຮັບການເຫັນດີຈາກລັດຖະມົນຕີວ່າການກະຊວງປ້ອງກັນປະເທດ.
ຫົວໜ້າອົງການໄອຍະການທະຫານຂັ້ນສູງ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີອາຍຸການເທົ່າກັບອາຍຸການຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ, ຫົວໜ້າ ແລະ ຮອງຫົວໜ້າອົງການໄອຍະການທະຫານພາກ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງຫົວໜ້າອົງການໄອຍະການທະຫານຂັ້ນສູງ ພາຍຫຼັງໄດ້ຮັບການເຫັນດີຈາກຫົວໜ້າ ກົມໃຫຍ່ການເມືອງກອງທັບ ແລະ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ.
ຫົວໜ້າຫ້ອງ, ຮອງຫົວໜ້າຫ້ອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ພະນັກງານໄອຍະການ, ຜູ້ຊ່ວຍພະນັກງານໄອຍະການທະຫານ ແລະ ພະນັກງານບໍລິ ຫານຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຫົວໜ້າອົງການໄອຍະການທະຫານຂັ້ນສູງ ຕາມການ ເຫັນດີຂອງຫົວໜ້າກົມໃຫຍ່ການເມືອງກອງທັບ.
ຫົວໜ້າ, ຮອງຫົວໜ້າອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ,ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຫົວໜ້າອົງການໄອຍະການທະຫານຂັ້ນສູງ ຕາມການສະເໜີຂອງຫົວໜ້າອົງການໄອຍະການທະຫານພາກ.
ມາດຕາ 24     ສິດ ແລະ ໜ້າທີ່ຂອງຫົວໜ້າອົງການໄອຍະການທະຫານຂັ້ນສູງ
ຫົວໜ້າອົງການໄອຍະການທະຫານຂັ້ນສູງມີສິດ ແລະ ໜ້າທີ່ດັ່ງນີ້:
1. ຊີ້ນຳ ແລະ ນຳພາການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນທົ່ວກອງທັບ.
2. ຊີ້ນຳ, ນຳພາ ແລະ ກວດກາການປະຕິບັດວຽກງານຂອງພະນັກງານອົງການໄອຍະການທະ ຫານຂັ້ນລຸ່ມ.
3. ລົບລ້າງຄຳສັ່ງຂອງຫົວໜ້າອົງການໄອຍະການທະຫານຂັ້ນລຸ່ມທີ່ບໍ່ຖືກຕ້ອງຕາມກົດໝາຍ.
4. ກວດກາສຳນວນຄະດີເປັນຂັ້ນອຸທອນ ແລະ ໃຫ້ຄຳເຫັນຕໍ່ການດຳເນີນຄະດີຂອງອົງການໄອ ຍະການທະຫານຂັ້ນລຸ່ມ.
5. ອອກຄຳຖະແຫຼງກ່ຽວກັບຄະດີຕໍ່ສານທະຫານຂັ້ນສູງ.
6. ສະເໜີຄັດຄ້ານຄຳຕັດສິນທີ່ບໍ່ຖືກຕ້ອງຂອງສານທະຫານພາກ.
7. ນຳສະເໜີຄຳຮ້ອງຂໍຮື້ຟື້ນຄະດີຂອງຜູ້ກະທຳຜິດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 3 ຂອງກົດໝາຍສະບັບນີ້ ໃນກໍລະນີທີ່ພົບເຫັນຂໍ້ມູນ ຫຼື ຫຼັກຖານໃໝ່.
8. ອອກລະບຽບການ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາຕາມຂອບເຂດ, ສິດທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
9. ສະເໜີສ້າງຕັ້ງ ຫຼື ຍຸບເລີກອົງການໄອຍະການທະຫານຂັ້ນລຸ່ມຕໍ່ກະຊວງປ້ອງກັນປະເທດ ເພື່ອພິຈາລະນາ.
10. ສະເໜີຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ, ຫົວຫນ້າ ແລະ ຮອງຫົວໜ້າອົງການໄອຍະການທະຫານພາກ ພາຍຫຼັງທີ່ໄດ້ຮັບການເຫັນດີຈາກຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ.
11. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງຫົວໜ້າຫ້ອງ, ຮອງຫົວໜ້າຫ້ອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ພະນັກງານໄອຍະການທະຫານ, ຜູ້ຊ່ວຍພະນັກງານໄອຍະການທະຫານ ແລະ ພະນັກງານບໍລິຫານ ຕາມການເຫັນດີຂອງຫົວໜ້າກົມໃຫຍ່ການເມືອງກອງທັບ.
12. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ຫົວໜ້າ, ຮອງຫົວໜ້າອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ,ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່ ຕາມການສະເໜີຂອງຫົວໜ້າອົງການໄອຍະການທະຫານພາກ.
13. ຮຽກໂຮມ ແລະ ເປັນປະທານກອງປະຊຸມວິຊາການຂອງອົງການໄອຍະການທະຫານພາກ ແລະ ກອງປະຊຸມປະຈຳປີຂອງອົງການໄອຍະການທະຫານທົ່ວປະເທດ.
14. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ 25: ສິດ ແລະ ໜ້າທີ່ຂອງຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ
ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງມີໜ້າທີ່ຊ່ວຍວຽກຫົວໜ້າອົງການໄອຍະການທະ ຫານຂັ້ນສູງ ໃນການປະຕິບັດສິດ ແລະ ໜ້າທີ່ ແລະ ຈະໄດ້ຮັບຜິດຊອບວຽກງານໃດໜຶ່ງສະເພາະ ຕາມ ການມອບໝາຍຂອງຫົວໜ້າອົງການໄອຍະການທະຫານຂັ້ນສູງ.
ໃນກໍລະນີຫົວໜ້າອົງການໄອຍະການທະຫານຂັ້ນສູງຕິດຂັດ ແມ່ນຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ ຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ.
ມາດຕາ 26    ສິດ ແລະ ໜ້າທີ່ຂອງຫົວໜ້າອົງການໄອຍະການທະຫານພາກ
ຫົວໜ້າອົງການໄອຍະການທະຫານພາກ ມີ ສິດ ແລະ ໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:
1. ຊີ້ນຳ, ນຳພາ ການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບກັນ.
2. ຊີ້ນຳ, ນຳພາ ແລະ ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງອົງການໄອຍະການທະ ຫານພາກ ແລະ ອົງການໄອຍະການທະຫານຂັ້ນລຸ່ມ.
3. ສັ່ງຟ້ອງຜູ້ຖືກຫາ, ອອກຄຳຖະແຫຼງກ່ຽວກັບຄະດີຕໍ່ສານທະຫານພາກ.
4. ສະເໜີຄັດຄ້ານຄຳຕັດສິນທີ່ບໍ່ຖືກຕ້ອງຂອງສານທະຫານພາກຕໍ່ສານທະຫານຂັ້ນສູງ.
5. ແນະນຳດ້ານວິຊາການໃຫ້ແກ່ອົງການໄອຍະການທະຫານຂັ້ນລຸ່ມ.
6. ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງອົງການໄອຍະການທະ ຫານພາກຕໍ່ອົງການໄອຍະການທະຫານຂັ້ນສູງຢ່າງເປັນປົກກະຕິ.
7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບ ໝາຍຂອງອົງການໄອຍະການທະຫານຂັ້ນເທິງ.
ມາດຕາ 27    ສິດ ແລະ ໜ້າທີ່ ຮອງຫົວໜ້າອົງການໄອຍະການທະຫານພາກ
ຮອງຫົວໜ້າອົງການໄອຍະການທະຫານພາກ ມີໜ້າທີ່ຊ່ວຍວຽກຫົວໜ້າອົງການໄອຍະການທະ ຫານພາກໃນການປະຕິບັດ ສິດ ແລະ ໜ້າທີ່ ແລະ ຈະໄດ້ຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບໝາຍຂອງຫົວໜ້າອົງການໄອຍະການທະຫານພາກ.
ໃນກໍລະນີຫົວໜ້າອົງການໄອຍະການທະຫານພາກຕິດຂັດ ແມ່ນຮອງຫົວໜ້າອົງການໄອຍະການທະຫານພາກ ຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ.
ມາດຕາ 28      ສິດ ແລະ ໜ້າທີ່ຂອງຫົວໜ້າອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ, ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່.
ຫົວໜ້າອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ, ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ຊີ້ນຳ, ນຳພາ ແລະ ກວດກາການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານໄອຍະການ ທະຫານຂັ້ນຂອງຕົນ.
2. ແນະນຳການສືບສວນ-ສອບສວນ, ສະຫຼຸບ ແລະ ສົ່ງສໍານວນຄະດີພ້ອມດ້ວຍຂອງກາງໃຫ້ ອົງການໄອຍະການທະຫານພາກທີ່ຕົນຂຶ້ນກັບ.
3. ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຕົນໃຫ້ຫົວໜ້າອົງການໄອຍະການທະຫານພາກທີ່ຕົນຂຶ້ນກັບຢ່າງເປັນປົກກະຕິ.
4. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບ ໝາຍຂອງອົງການໄອຍະການທະຫານຂັ້ນເທິງ.
ມາດຕາ 29  ສິດ ແລະ ໜ້າທີ່ຂອງຮອງຫົວໜ້າອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາຄານ, ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່
ຮອງຫົວໜ້າອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາ ຄານ, ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່ ມີໜ້າທີ່ຊ່ວຍວຽກຫົວໜ້າໃນການປະຕິບັດສິດ ແລະ ໜ້າທີ່ ແລະ ຮັບຜິດຊອບວຽກງານແທນຫົວໜ້າ ໃນເວລາຫົວໜ້າຕິດຂັດ.
ມາດຕາ 30    ສິດ ແລະ ໜ້າທີ່ຂອງພະນັກງານໄອຍະການທະຫານ
ພະນັກງານໄອຍະການທະຫານ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ດຳເນີນການສອບສວນຄະດີ.
2. ເອົາຄຳໃຫ້ການຂອງໂຈດ, ຈຳເລີຍ ແລະ ບຸກຄົນອື່ນທີ່ເຂົ້າຮ່ວມໃນການດຳເນີນຄະດີ.
3. ເກັບຂໍ້ມູນຫຼັກຖານກ່ຽວກັບຄະດີ, ເຂົ້າຮ່ວມການດໍາເນີນຄະດີນໍາເຈົ້າໜ້າທີ່ສືບສວນ-ສອບສວນທະຫານ.
4. ຄົ້ນຄວ້າສະຫຼຸບ ສຳນວນຄະດີ, ຮ່າງຄຳຖະແຫຼງ ຫຼື ຄຳຕົກລົງຂອງຫົວໜ້າອົງການໄອຍະການທະຫານ.
5. ສະເໜີນຳໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນຕໍ່ຫົວໜ້າອົງການໄອຍະການທະຫານ.
6. ເຂົ້າຮ່ວມປະຊຸມສານ.
7. ຕິດຕາມກວດກາການປະຕິບັດຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາຂອງສານທະຫານ.
8. ຕິດຕາມກວດກາສະຖານທີ່ກັກຕົວ,ສະຖານທີ່ກັກຂັງ, ຄ້າຍຄຸມຄັງ-ດັດສ້າງ.
9. ໄດ້ຮັບການບຳລຸງຍົກລະດັບກ່ຽວກັບວຽກງານໄອຍະການແລະວຽກງານວິຊາການກົດໝາຍ.
10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການ ມອບໝາຍຂອງຫົວໜ້າອົງການໄອຍະການທະຫານ.
ມາດຕາ 31    ສິດ ແລະ ໜ້າທີ່ຂອງຜູ້ຊ່ວຍພະນັກງານໄອຍະການທະຫານ
ຜູ້ຊ່ວຍພະນັກງານໄອຍະການມີສິດ ແລະ ໜ້າທີ່ດັ່ງນີ້:
1. ບັນທຶກຄຳໃຫ້ການຂອງຜູ້ເຂົ້າຮ່ວມໃນການດຳເນີນຄະດີ
2. ຊ່ວຍຄົ້ນຄວ້າ, ສະຫຼຸບສຳນວນຄະດີ ແລະ ຮ່າງຄຳຖະແຫຼງຂອງຫົວໜ້າອົງການໄອຍະການທະຫານ.
3. ໃສ່ເລກທີຄະດີ, ຈັດສຳເນົາຄະດີ, ເກັບມ້ຽນ ແລະ ເຮັດສະຖິຕິຄະດີ.
4. ຂຶ້ນບັນຊີ, ເກັບກຳສະຖິຕິຜູ້ຖືກຫາ ແລະ ນັກໂທດໃນທົ່ວກອງທັບ.
5. ຂຶ້ນບັນຊີເອກະສານ ແລະ ຕິດຕາມການເກັບມ້ຽນຂອງກາງຄະດີ.
6. ເຮັດໝາຍຮຽກ ແລະ ໝາຍເຊີນ.
7. ໄດ້ຮັບການຍົກລະດັບກ່ຽວກັບວຽກງານໄອຍະການ ແລະ ວຽກງານວິຊາການກົດໝາຍ.
8. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບ ໝາຍຂອງຂັ້ນເທິງ.

ພາກທີ III
ການເຄື່ອນໄຫວຂອງອົງການໄອຍະການທະຫານ
ໝວດທີ 1
ການຕິດຕາມກວດກາທົ່ວໄປ

ມາດຕາ 32   ການຕິດຕາມກວດກາທົ່ວໄປ
ການຕິດຕາມກວດກາທົ່ວໄປ ແມ່ນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງບັນດາການຈັດຕັ້ງ, ຫົວໜ່ວຍທຸລະກິດຂອງກອງທັບ, ນາຍ, ພົນທະຫານ, ກຳມະກອນ, ພາລະກອນ ປ້ອງກັນຊາດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ.
ມາດຕາ 33   ສິດ ແລະ ໜ້າທີ່ຂອງອົງການໄອຍະການທະຫານໃນການຕິດຕາມກວດກາທົ່ວໄປ
ໃນການຕິດຕາມກວດກາທົ່ວໄປ ອົງການໄອຍະການທະຫານ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ທວງເອົາຂໍ້ຕົກລົງ, ຄຳສັ່ງ, ຄໍາແນະນໍາ ແລະ ນິຕິກໍາອື່ນຂອງອົງການ, ກົມກອງ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດຂອງກອງທັບ ເພື່ອກວດກາຄວາມສອດຄ່ອງກັບກົດໝາຍ.
2. ສະເໜີລົບລ້າງຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ນິຕິກຳອື່ນຂອງອົງການ, ກົມກອງ, ຫົວໜ່ວຍທຸລະກິດຂອງກອງທັບ ທີ່ບໍ່ສອດຄ່ອງກັບກົດໝາຍຕໍ່ການຈັດຕັ້ງດັ່ງກ່າວ ຫຼື ຕໍ່ຂັ້ນເທິງທີ່ກ່ຽວຂ້ອງ ເພື່ອດຳເນີນການແກ້ໄຂ.
3. ທວງເອົາຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ, ນິຕິກຳອື່ນ ແລະ ເອກະສານຂໍ້ມູນຕ່າງໆທີ່ພົວພັນກັບການລະເມີດກົດໝາຍຂອງການຈັດຕັ້ງນັ້ນເພື່ອກວດກາ.ໃນການດຳເນີນການຕິດຕາມ ກວດການັ້ນຖ້າຫາກມີຄວາມຈຳເປັນອົງການໄອຍະການທະຫານມີສິດສະເໜີເອົາຜູ້ຊ່ຽວ ຊານ, ຜູ້ຊຳນານງານມາໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາໃດໜຶ່ງທີ່ເກີດຂຶ້ນ.
4. ກວດກາການເຄົາລົບ ແລະ ການປະຕິບັດກົດໝາຍຂອງການຈັດຕັ້ງ ແລະ ບຸກຄົນນັ້ນ ໃນກໍລະນີທີ່ມີຄຳຮ້ອງຟ້ອງຂອງນາຍ, ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດ ຫຼື ມີການລາຍງານຂໍ້ມູນຂອງການຈັດຕັ້ງ ແລະ ພົນລະເມືຶອງກ່ຽວກັບການລະເມີດກົດໝາຍ.
5. ຮຽກ, ເຊີນເອົາຕົວບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງເຂົ້າມາໃຫ້ການອະທິບາຍກ່ຽວກັບການລະເມີດກົດໝາຍ.
6. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.
ມາດຕາ 34   ຜົນບັງຄັບປະຕິບັດນິຕິກໍາຂອງອົງການໄອຍະການທະຫານ
ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳຂອງອົງການໄອຍະການທະຫານທຸກຂັ້ນທີ່ວາງອອກໃນຂອບເຂດ ສິດ ແລະ ໜ້າທີ່ຂອງຕົນທີ່ຖືກຕ້ອງຕາມກົດໝາຍມີຜົນບັງຄັບປະຕິບັດສຳລັບທຸກການຈັດຕັ້ງຂອງກອງ ທັບ ແລະ ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ.
ຄຳສະເໜີຂອງອົງການໄອຍະການທະຫານ ກ່ຽວກັບການລະເມີດກົດໝາຍທີ່ຍື່ນຕໍ່ອົງການທີ່ກ່ຽວຂ້ອງຕ້ອງໄດ້ຮັບການພິຈາລະນາຢ່າງຊ້າບໍ່ໃຫ້ເກີນສາມສິບວັນ ນັບແຕ່ວັນໄດ້ຮັບຄຳສະເໜີນັ້ນເປັນ ຕົ້ນໄປ.

ໝວດທີ 2
ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ທະຫານ

ມາດຕາ 35   ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ
ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ທະຫານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ອົງການໄອຍະການທະຫານມີສິດ ແລະ ໜ້າທີ່ດັ່ງນີ້:
1. ຊອກໃຫ້ເຫັນສະພາບການປະຕິບັດລະບຽບກົດໝາຍຂອງອົງການສືບສວນ-ສອບສວນ ມີຄວາມຖືກຕ້ອງ ຫຼື ມີການລະເມີດກົດໝາຍ.
2. ຊອກຮູ້ການນຳໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ ເຊັ່ນ: ການກວດຄົ້ນເຄຫະສະຖານ, ການກັກຕົວ, ການຈັບຕົວ, ການກັກຂັງພາງ, ການປ່ອຍຕົວພາງຜູ້ຖືກຫາ ໄດ້ປະຕິບັດຖືກຕ້ອງຕາມກົດໝາຍ ຫຼື ມີການລະເມີດກົດໝາຍ.
3. ແນະນຳໃຫ້ອົງການສືບສວນ-ສອບສວນປະຕິບັດລະບຽບກົດໝາຍກ່ຽວກັບການດຳເນີນຄະ ດີອາຍາຢ່າງເຂັ້ມງວດ.
4. ກວດກາການອອກ ຫຼື ບໍ່ອອກຄໍາສັ່ງເປີດການສືບສວນ-ສອບສວນຂອງຫົວໜ້າອົງການສືບ ສວນ-ສອບສວນວ່າມີ ຫຼື ບໍ່ມີຫຼັກຖານໜັກແໜ້ນ ແລະ ຖືກຕ້ອງ ຫຼື ບໍ່ຖືກຕ້ອງຕາມກົດ ໝາຍ.
5. ຊອກໃຫ້ເຫັນທຸກການກະທຳຜິດທີ່ເກີດຂຶ້ນ ແລະ ບໍ່ໃຫ້ຜູ້ກະທຳຜິດພົ້ນຈາກການລົງໂທດຕາມກົດໝາຍ.
6. ຊອກໃຫ້ເຫັນສາເຫດ ແລະ ເງື່ອນໄຂຂອງການກໍ່ອາດຊະຍາກຳ ຫຼື ການກະທຳຜິດ ເພື່ອວາງ ມາດຕະການແກ້ໄຂ.
ມາດຕາ 36    ສິດ ແລະ ໜ້າທີ່ຂອງອົງການໄອຍະການທະຫານໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ
ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ທະຫານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ອົງການໄອຍະການທະຫານມີສິດ ແລະ ໜ້າທີ່ດັ່ງນີ້:
1. ທວງເອົາສຳນວນຄະດີອາຍາ, ເອກະສານ, ຂອງກາງ ແລະ ຂໍ້ມູນອື່ນກ່ຽວກັບການກະທຳຜິດ ຈາກອົງການສືບສວນ-ສອບສວນ.
2. ອອກຄຳສັ່ງເປີດການສືບສວນ-ສອບສວນໃນກໍລະນີທີ່ບໍ່ທັນມີຄຳສັ່ງເປີດການສືບສວນ-ສອບສວນຂອງອົງການສືບສວນ-ສອບສວນ.
3. ເຂົ້າຮ່ວມໃນການສືບສວນ-ສອບສວນຄະດີອາຍາ, ໃນກໍລະນີທີ່ບໍ່ຈຳເປັນຈະດຳເນີນການສືບສວນ-ສອບສວນດ້ວຍຕົນເອງກໍໄດ້.
4. ກວດກາການປະຕິບັດຄຳສັ່ງ ແລະ ລົບລ້າງຄຳສັ່ງຂອງອົງການສືບສວນ-ສອບສວນ ທີ່ບໍ່ຖືກ ຕ້ອງຕາມກົດໝາຍ ຫຼື ບໍ່ມີເຫດຜົນທີ່ໜັກແໜ້ນ.
5. ໃຫ້ຄຳແນະນຳເປັນລາຍລັກອັກສອນກ່ຽວກັບການສືບສວນ-ສອບສວນຄະດີອາຍາ, ການສະກັດກັ້ນການຕ້ານອາດຊະຍາກຳ, ການຕີຄວາມໝາຍຂອງການກະທຳຜິດ, ການນຳໃຊ້ວິທີການສືບສວນ-ສອບສວນ ແລະ ການຊອກຫາຜູ້ກະທຳຜິດ.
6. ຕໍ່ກຳນົດເວລາການສືບສວນ-ສອບສວນ ແລະ ກຳນົດເວລາກັກຂັງພາງ ຕາມການສະເໜີ ຂອງຫົວໜ້າອົງການສືບສວນ-ສອບສວນ ແລະ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
7. ສົ່ງສຳນວນຄະດີຄືນໃຫ້ອົງການສືບສວນ-ສອບສວນ ພ້ອມກັບຄຳແນະນຳກ່ຽວກັບການສືບສວນ-ສອບສວນເພີ່ມເຕີມ.
8. ສົ່ງໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນທີ່ລະເມີດກົດໝາຍກ່ຽວການດຳເນີນຄະດີຢຸດເຊົາການ ສືບສວນ-ສອບສວນ.
9. ອອກຄຳສັ່ງຊັດມ້ຽນຄະດີ ຫຼື ໂຈະການດຳເນີນຄະດີ.
10. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.
ມາດຕາ 37     ຜົນບັງຄັບປະຕິບັດນິຕິກໍາຂອງອົງການໄອຍະການທະຫານສໍາລັບອົງການສືບສວນ-ສອບສວນ
ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ທະຫານ ຕ້ອງປະຕິບັດຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ທີ່ມີຜົນບັງຄັບປະຕິບັດ ແລະ ຖືກຕ້ອງຕາມກົດໝາຍຂອງອົງການໄອຍະການທະຫານ.

ໝວດທີ 3
ການສັ່ງຟ້ອງຂຶ້ນສານ

ມາດຕາ 38     ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ
ການສັ່ງຟ້ອງຜູ້ຖືກຫາຂຶ້ນສານແມ່ນການອອກຄຳສັ່ງຂອງຫົວໜ້າອົງການໄອຍະການທະຫານທີ່ກຳນົດຂໍ້ກ່າວຫາໃສ່ຜູ້ຖືກຫາ ພ້ອມທັງສົ່ງສຳນວນຄະດີ, ຜູ້ຖືກຫາ ແລະ ຂອງກາງຄະດີໃຫ້ສານທະຫານ ພິຈາລະນາຕັດສິນຕາມກົດໝາຍ.
ມີແຕ່ອົງການໄອຍະການທະຫານເທົ່ານັ້ນ ມີສິດສັ່ງຟ້ອງຜູ້ຖືກຫາຂຶ້ນສານທະຫານ.
ອົງການໄອຍະການທະຫານເປັນຜູ້ຕາງໜ້າລັດ, ກອງທັບ ແລະ ເປັນໂຈດໃນຄະດີອາຍາ.
ສຳລັບຂັ້ນຕອນການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການດຳເນີນ ຄະດີອາຍາ.
ມາດຕາ 39  ການສັ່ງຟ້ອງ ແລະ ການຖະແຫຼງຂຶ້ນສານ
ກ່ອນຈະສັ່ງຟ້ອງຜູ້ຖືກຫາ ແລະ ຖະແຫຼງຂຶ້ນສານທະຫານນັ້ນອົງການໄອຍະການທະຫານ ຕ້ອງ ຄົ້ນຄວ້າຄະດີຢ່າງຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ, ຮັບປະກັນໃຫ້ມີຫຼັກຖານຮັດກຸມ, ໜັກແໜ້ນ ເພື່ອຢັ້ງຢືນຄຳສັ່ງຟ້ອງ ແລະ ຄຳຖະແຫຼງຂອງຕົນຕໍ່ສານທະຫານ.
ອົງການໄອຍະການທະຫານ ຈະສັ່ງຟ້ອງຜູ້ຖືກຫາຂຶ້ນສານໂດຍກົງໂດຍບໍ່ຕ້ອງເປີດການສືບສວນ- ສອບສວນກໍໄດ້ ໃນກໍລະນີການກະທຳຜິດເຊິ່ງໜ້າ, ການຮັບສາລະພາບຂອງຜູ້ກະທຳຜິດ, ການກະທຳ ຜິດໃນສະຖານລະຫຸໂທດ, ໂທສານຸໂທດທີ່ກົດໝາຍກຳນົດໂທດຕັດອິດສະລະພາບຕໍ່າກວ່າ ສາມປີຖ້າ ຫາກມີຫຼັກຖານຄົບຖ້ວນແລ້ວ.
ຄຳສັ່ງຟ້ອງຂອງອົງການໄອຍະການທະຫານ ຕ້ອງແຈ້ງໃຫ້ຜູ້ຖືກຫາຊາບຢ່າງໜ້ອຍ ສາມວັນ ກ່ອນສົ່ງສຳນວນຄະດີໃຫ້ສານທະຫານພິຈາລະນາ.

ໝວດທີ 4
ການຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີອາຍາຢູ່ສານທະຫານ

ມາດຕາ 40   ການຕິດຕາມກວດກາການປະຕິບັດກົດໝາຍ ໃນການດຳເນີນຄະດີອາຍາຢູ່ສານທະຫານ
ການຕິດຕາມກວດກາການປະຕິບັດກົດໝາຍ ໃນການດຳເນີນຄະດີອາຍາຢູ່ສານທະຫານ ມີຈຸດປະສົງເຮັດໃຫ້ການດຳເນີນຄະດີອາຍາຖືກຕ້ອງ, ຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ ເຮັດໃຫ້ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ, ຄຳພິພາກສາຂອງສານທະຫານມີເຫດຜົນໜັກແໜ້ນ ແລະ ໄດ້ຮັບການປະຕິບັດຢ່າງຖືກຕ້ອງ, ຍຸຕິທຳ ແລະ ທັນເວລາ.
ມາດຕາ 41   ສິດ ແລະ ໜ້າທີ່ຂອງອົງການໄອຍະການທະຫານ ໃນການຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີອາຍາຢູ່ສານທະຫານ
ການຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີອາຍາຢູ່ສານທະຫານໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ ອົງການໄອຍະການທະຫານມີສິດ ແລະ ໜ້າທີ່ດັ່ງນີ້:
1. ສະເໜີໃຫ້ສານທະຫານສົ່ງສຳນວນຄະດີ, ຄຳຕັດສິນ ຫຼື ຄຳພິພາກສາໃຫ້ຕົນ.
2. ກວດກາການໄກ່ເກັ່ຍຄະດີແພ່ງຂອງສານປະຊາຊົນ ເພື່ອປົກປ້ອງຜົນປະໂຫຍດຂອງກອງ ທັບ, ນາຍ, ພົນທະຫານ, ກຳມະກອນ ແລະ ພາລະກອນປ້ອງກັນຊາດ.
3. ເຂົ້າຮ່ວມໃນການດຳເນີນຄະດີອາຍາຢູ່ທີ່ປະຊຸມສານ ແລະ ຖະແຫຼງຕໍ່ສານທະຫານ.
4. ທວງເອົາ ແລະ ກວດກາການຈັດຕັ້ງປະຕິບັດຄຳຕັດສິນ, ຄຳພິພາກສາຂອງສານທະຫານ.
5. ສະເໜີຄັດຄ້ານຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ, ຄຳພິພາກສາຄະດີອາຍາທີ່ຍັງບໍ່ທັນໃຊ້ໄດ້ ຢ່າງເດັດຂາດຂອງສານທະຫານຂັ້ນຂອງຕົນທີ່ເຫັນວ່າບໍ່ມີເຫດຜົນໜັກແໜ້ນ ຫຼື ບໍ່ຖືກຕ້ອງ ຕາມກົດໝາຍ.
6. ຖອນຄຳສະເໜີຄັດຄ້ານຂອງຕົນກ່ອນສານຕັດສິນ.
7. ນຳສະເໜີຄຳຮ້ອງຂໍຮື້ຟື້ນຄະດີໃນກໍລະນີທີ່ພົບເຫັນຂໍ້ມູນ ຫຼື ຫຼັກຖານໃໝ່.
8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ໝວດທີ 5
ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານທະຫານ

ມາດຕາ 42   ການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານທະຫານ
ການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານທະຫານ ແມ່ນການຕິດຕາມກວດກາ ການຈັດຕັ້ງປະຕິບັດຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ຫຼື ຄຳພິພາກສາຂອງສານທະຫານ ທີ່ໃຊ້ໄດ້ຢ່າງເດັດ ຂາດແລ້ວໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ກົດໝາຍໄດ້ກຳນົດໄວ້.
ມາດຕາ 43   ສິດ ແລະ ໜ້າທີ່ຂອງອົງການໄອຍະການທະຫານໃນການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານທະຫານ
ໃນການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານທະຫານໃນຂອບເຂດຄວາມຮັບຜິດ ຊອບຂອງຕົນອົງການໄອຍະການທະຫານ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ສະເໜີໃຫ້ພະນັກງານປະຕິບັດຄຳຕັດສິນຂອງສານທະຫານ:
- ລາຍງານສະພາບການປະຕິບັດຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ຫຼື ຄຳພິພາກສາຂອງສານທະຫານ.
- ປະຕິບັດຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ຫຼື ຄຳພິພາກສາທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ ທະຫານ ເຊິ່ງຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ.
- ລາຍງານການປະຕິບັດໂທດທາງອາຍາ ແລະ ການໃຊ້ແທນທາງແພ່ງ.
2. ກວດກາຄວາມຖືກຕ້ອງຂອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານທະຫານເປັນຕົ້ນການຊຳລະທາງແພ່ງ, ຄ່າປັບໄໝ, ການຮິບຊັບ ແລະ ການຮິບວັດຖຸສິ່ງຂອງເປັນຂອງລັດ, ການປະຕິບັດໂທດທາງອາຍາ.
3. ສະເໜີປ່ຽນແປງ, ລົບລ້າງ ຫຼື ໂຈະການປະຕິບັດທີ່ບໍ່ຖືກຕ້ອງຕາມຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ຫຼື ຄຳພິພາກສາຂອງສານທະຫານ.
4. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.
ມາດຕາ 44   ຜົນບັງຄັບປະຕິບັດນິຕິກໍາຂອງອົງການໄອຍະການທະຫານສໍາລັບພະນັກງານປະຕິບັດຄຳຕັດສິນຂອງສານທະຫານ.
ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳຂອງອົງການໄອຍະການທະຫານທີ່ຖືກຕ້ອງຕາມກົດໝາຍມີຜົນບັງ ຄັບປະຕິບັດ ສຳລັບພະນັກງານປະຕິບັດຄຳຕັດສິນຂອງສານທະຫານ.
ຂັ້ນຕອນການຈັດຕັ້ງປະຕິບັດນິຕິກຳດັ່ງກ່າວ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

ໝວດທີ 6
ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ ແລະ ຄ້າຍຄຸມຂັງ-ດັດສ້າງ

ມາດຕາ 45   ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ ແລະ ຄ້າຍຄຸມຂັງ-ດັດສ້າງ
ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງ ມີຈຸດປະສົງ ເພື່ອປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ເງື່ອນໄຂຂອງການກັກ ຕົວ, ການກັກຂັງ, ການຄຸມຂັງ-ດັດສ້າງ, ການປະຕິບັດໂທດຕັດອິດສະລະພາບ ແລະ ມາດຕະການບັງ ຄັບອື່ນຂອງສານທະຫານ.
ມາດຕາ 46   ສິດ ແລະ ໜ້າທີ່ຂອງອົງການໄອຍະການທະຫານໃນການຕິດຕາມກວດກາສະຖານທີ່ກັກຕົວ, ສະຖານທີ່ກັກຂັງ ແລະ ຄ້າຍຄຸມຂັງ-ດັດສ້າງ
ໃນການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ ແລະ ຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການທະຫານມີສິດ ແລະ ໜ້າທີ່ດັ່ງນີ້:
1. ກວດກາສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງ ຢ່າງເປັນລະບົບ ຫຼື ໃນເວລາໃດກໍໄດ້.
2. ກວດກາເອກະສານກ່ຽວກັບການກັກຕົວ, ການຈັບຕົວ, ການກັກຂັງ, ການຄຸມຂັງ-ດັດສ້າງ, ການປ່ອຍຕົວພາງ ແລະ ການປ່ອຍຕົວ.
3. ສັ່ງໃຫ້ປ່ອຍຕົວໃນທັນໃດ ນາຍ, ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດທີ່ຖືກກັກຕົວ, ຈັບຕົວ, ກັກຂັງ, ຄຸມຂັງ-ດັດສ້າງ ຫຼື ຖືກປະຕິບັດມາດຕະການບັງຄັບອື່ນຂອງສານ ທະຫານ ທີ່ບໍ່ຖືກຕ້ອງຕາມກົດໝາຍ.
4. ສອບຖາມບຸກຄົນທີ່ຖືກກັກຕົວ, ຈັບຕົວ, ກັກຂັງ, ຄຸມຂັງ-ດັດສ້າງ ຫຼື ຖືກປະຕິບັດມາດຕະ ການບັງຄັບອື່ນຂອງສານທະຫານ ແລະ ພິຈາລະນາຄຳຮ້ອງທຸກກ່ຽວກັບການກັກຕົວ, ກັກ ຂັງ ແລະ ຄຸມຂັງ-ດັດສ້າງ.
5. ກວດກາການກະທຳຂອງເຈົ້າໜ້າທີ່ກ່ຽວຂ້ອງຕໍ່ບຸກຄົນທີ່ຖືກກັກຕົວ, ຈັບຕົວ, ກັກຂັງ, ຄຸມຂັງ-ດັດສ້າງ ແລະ ຖືກປະຕິບັດມາດຕະການບັງຄັບອື່ນຂອງສານທະຫານ.
6. ກວດກາຄຳສັ່ງ ແລະ ລະບຽບການຕ່າງໆຂອງຄະນະຮັບຜິດຊອບສະຖານທີ່ກັກຕົວ, ສະ ຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງ ເພື່ອໃຫ້ສອດຄ່ອງກັບກົດໝາຍ.
7. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.
ມາດຕາ 47   ຄວາມຮັບຜິດຊອບໃນການສົ່ງຄຳຮ້ອງທຸກຂອງຜູ້ຖືກຫາ, ຈຳເລີຍ, ຜູ້ຖືກກັກຕົວ, ຜູ້ຖືກກັກຂັງ ຫຼື ຜູ້ຖືກຄຸມຂັງ-ດັດສ້າງ ແລະ ນັກໂທດ.
ຄະນະຮັບຜິດຊອບສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງ ຕ້ອງສົ່ງຄຳຮ້ອງ ທຸກຂອງຜູ້ຖືກຫາ, ຈຳເລີຍ, ຜູ້ຖືກກັກຕົວ, ຜູ້ຖືກກັກຂັງ ຫຼື ຜູ້ຖືກຄຸມຂັງ-ດັດສ້າງ ແລະ ນັກໂທດໃຫ້ອົງການໄອຍະການທະຫານພາຍໃນສີ່ສິບແປດຊົ່ວໂມງ ນັບແຕ່ເວລາໄດ້ຮັບຄຳຮ້ອງທຸກເປັນຕົ້ນໄປ.
ມາດຕາ 48: ຜົນບັງຄັບປະຕິບັດນິຕິກໍາຂອງອົງການໄອຍະການທະຫານສໍາລັບເຈົ້າໜ້າທີ່ສະຖານທີ່ກັກຕົວ, ສະຖານທີ່ກັກຂັງ ແລະ ຄ້າຍຄຸມຂັງ-ດັດສ້າງ
ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳຂອງອົງການໄອຍະການທະຫານທີ່ຖືກຕ້ອງຕາມກົດໝາຍມີຜົນບັງຄັບປະຕິບັດ ສຳລັບເຈົ້າໜ້າທີ່ສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງຂອງກອງທັບ.

ພາກທີ IV
ລະບອບວິທີເຮັດວຽກ

ມາດຕາ 49      ລະບອບເຮັດວຽກ
ອົງການໄອຍະການທະຫານເປັນລະບົບເອກະພາບ ແລະ ລວມສູນ, ນຳພາໂດຍຫົວໜ້າອົງການ ໄອຍະການທະຫານຂັ້ນສູງ, ຫົວໜ້າອົງການໄອຍະການທະຫານຂັ້ນລຸ່ມຂຶ້ນກັບຫົວໜ້າອົງການໄອຍະ ການທະຫານຂັ້ນເທິງ. ໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນຫົວໜ້າອົງການໄອຍະການທະຫານຂັ້ນລຸ່ມຕ້ອງປະຕິບັດຕາມກົດໝາຍ, ຄຳສັ່ງຂອງຫົວໜ້າອົງການໄອຍະການທະຫານຂັ້ນສູງ ແລະ ປະຕິບັດລະບອບຫົວໜ້າຕາມສາຍຕັ້ງ ແລະ ສາຍຂວາງ.
ອົງການໄອຍະການທະຫານ ປະຕິບັດໜ້າທີ່ບົນພື້ນຖານຫຼັກການນິຕິທຳ, ຮັບປະກັນການປະຕິ ບັດກົດໝາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບ.
ມາດຕາ 50: ວິທີເຮັດວຽກ
ອົງການໄອຍະການທະຫານດຳເນີນວຽກງານຂອງຕົນໂດຍມີແຜນການ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບ, ມີການກວດກາ, ປະຕິ ບັດລະບອບປະຊຸມ,ລາຍງານສ່ອງແສງ,ຂໍຄຳເຫັນຊີ້ນຳຈາກຂັ້ນເທິງຂອງຕົນ, ສະຫຼຸບຖອດຖອດບົດຮຽນ, ຜ່ານແຜນການເຄື່ອນໄຫວວຽກງານ ແລະ ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ.

ພາກທີ V
ຂໍ້ຫ້າມ

ມາດຕາ 51   ຂໍ້ຫ້າມສໍາລັບພະນັກງານອົງການໄອຍະການທະຫານ
ຫ້າມພະນັກງານອົງການໄອຍະການທະຫານມີພຶດຕິກຳດັ່ງນີ້:
1. ສວຍໃຊ້ຕຳແໜ່ງ, ໜ້າທີ່, ສິດອຳນາດ ເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ຫຼື ຍາດພີ່ນ້ອງ.
2. ປະຕິບັດສິດ, ໜ້າທີ່ເກີນຂອບເຂດຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.
3. ບັງຄັບ ແລະ ນາບຂູ່ ຜູ້ຖືກຫາ, ຈຳເລີຍ, ນັກໂທດ ຫຼື ຄູ່ຄວາມໃນຄະດີ.
4. ເມີນເສີຍຕໍ່ໜ້າທີ່, ບິດເບືອນຄວາມຈິງ, ປິດບັງ, ປົກປ້ອງຜູ້ຖືກຫາ, ຈຳເລີຍ, ນັກໂທດ ຫຼື ຄູ່ຄວາມໃນຄະດີ.
5. ກັກສຳນວນຄະດີ, ກົດໜ່ວງຖ່ວງດຶງເອກະສານ ເພື່ອຫາຜົນປະໂຫຍດຈາກການດຳເນີນຄະດີ.
6. ທວງ, ຮຽກ, ຮັບເອົາສິນບົນຈາກຄູ່ຄວາມ, ບຸກຄົນ, ນິຕິບຸກຄົນ ຫຼືຶ ການຈັດຕັ້ງ.
7. ພົວພັນກັບຜູ້ຖືກຫາ, ຈຳເລີຍ, ນັກໂທດ ຫຼື ຄູ່ຄວາມໃນຄະດີ ເພື່ອຫາຜົນປະໂຫຍດ.
8. ປິດບັງ, ຊຸກເຊື່ອງເອກະສານ, ຫຼັກຖານທີ່ມີຢູ່ໃນສຳນວນຄະດີ, ນຳໃຊ້, ເຮັດເປ່ເພ, ເສຍຫາຍ, ສັບປ່ຽນຂອງກາງຄະດີ.
9. ເປີດເຜີຍຄວາມລັບຂອງລັດ ຫຼື ຄວາມລັບທາງການທະຫານ.
10. ຖືອາວຸດ ຫຼື ວັດຖຸລະເບີດໂດຍບໍ່ໄດ້ຮັບອະນຸຍາດ.
11. ມີພຶດຕິກຳອື່ນ ທີ່ເປັນການແກ້ແຄ້ນ ຫຼື ທີ່ເປັນການລະເມີດລະບຽບກົດໝາຍ.
ມາດຕາ 52: ຂໍ້ຫ້າມສໍາລັບຜູ້ເຂົ້າຮ່ວມໃນການດໍາເນີນຄະດີ
ຫ້າມຜູ້ເຂົ້າຮ່ວມໃນການດຳເນີນຄະດີມີພຶດຕິກຳດັ່ງນີ້:
1. ຂັດຂວາງ, ສ້າງຄວາມຫຍຸ້ງຍາກ, ນາບຂູ່ພະນັກງານອົງການໄອຍະການທະຫານ, ຜູ້ສະ ໜອງຂໍ້ມູນຫຼັກຖານໃຫ້ແກ່ການດຳເນີນຄະດີ ຫຼື ບຸກຄົນອື່ນທີ່ກ່ຽວຂ້ອງ.
2. ລາຍງານ, ສະໜອງຂໍ້ມູນຫຼັກຖານບໍ່ຖືກກັບຄວາມຈິງ, ຊຸກເຊື່ອງ, ທຳລາຍເອກະສານ, ວັດຖຸ ສິ່ງຂອງທີິ່ເປັນຂອງກາງຄະດີ.
3. ປະຕິເສດການສະໜອງຂໍ້ມູນຫຼັກຖານກ່ຽວກັບຄະດີ.
4. ໃຫ້ສິນບົນພະນັກງານອົງການໄອຍະການທະຫານ, ພະຍານ ຫຼື ບຸກຄົນອື່ນທີ່ກ່ຽວຂ້ອງ.
5. ໝິ່ນປະໝາດ, ໃສ່ຮ້າຍພະນັກງານອົງການໄອຍະການທະຫານ.
6. ມີພຶດຕິກຳອື່ນທີ່ເປັນການແກ້ແຄ້ນ ຫຼື ເປັນການລະເມີດລະບຽບກົດໝາຍ.
ມາດຕາ 53, ຂໍ້ຫ້າມສໍາລັບນາຍ, ພົນທະຫານ, ກໍາມະກອນ, ພາລະກອນປ້ອງກັນຊາດ, ບຸກຄົນ, ນິຕິບຸກ ຄົນ ແລະ ການຈັດຕັ້ງອື່ນ
ຫ້າມນາຍ, ພົນທະຫານ, ກຳມະກອນ, ພາລະກອນປ້ອງກັນຊາດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິກຳດັ່ງນີ້:
1. ກັກຕົວ, ຈັບຕົວ, ກັກຂັງ, ປ່ອຍຕົວ, ກວດຄົ້ນເຄຫະສະຖານ ໂດຍບໍ່ມີຄຳສັ່ງຂອງອົງການ ໄອຍະການທະຫານ ຫຼື ສານທະຫານ.
2. ແຊກແຊງ, ກ້າວກ່າຍ ແລະ ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານອົງການໄອຍະ ການທະຫານ.
3. ປົກປິດ, ເຊື່ອງອຳ ຫຼື ທຳລາຍຂໍ້ມູນ, ຫຼັກຖານກ່ຽວກັບຄະດີ.
4. ນາບຂູ່ ຫຼື ທຳຮ້າຍພະນັກງານອົງການໄອຍະການທະຫານ, ພະຍານ ຫຼື ບຸກຄົນອື່ນທີ່ກ່ຽວ ຂ້ອງກັບຄະດີ.
5. ປົກປິດຜູ້ຖືກຫາ, ຈຳເລີຍ, ນັກໂທດ ຫຼື ຄູ່ຄວາມໃນຄະດີ, ຊຸກເຊື່ອງຂອງກາງຄະດີ.
6. ໃຫ້ສິນບົນພະນັກງານອົງການໄອຍະການທະຫານ.
7. ໝິິ່ນປະໝາດ, ໃສ່ຮ້າຍພະນັກງານອົງການໄອຍະການທະຫານ.
8. ນຳໃຊ້, ເຮັດເປ່ເພ, ເສຍຫາຍ, ສັບປ່ຽນຂອງກາງຄະດີ.
9. ມີພຶດຕິກຳອື່ນທີ່ເປັນການແກ້ແຄ້ນ ຫຼື ທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ VI
ການຕິດຕາມກວດກາອົງການໄອຍະການທະຫານ

ມາດຕາ 54   ອົງການຕິດຕາມກວດກາການເຄື່ອນໄຫວຂອງອົງການໄອຍະການທະຫານ
ອົງການຕິດຕາມກວດກາເຄື່ອນໄຫວຂອງອົງການໄອຍະການທະຫານແມ່ນສະພາແຫ່ງຊາດ, ກະຊວງປ້ອງກັນປະເທດ, ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການອື່ນ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍທີ່ກ່ຽວຂ້ອງ.
ມາດຕາ 55   ປະເພດການຕິດຕາມກວດກາ
ການຕິດຕາມກວດກາອົງການໄອຍະການທະຫານມີສອງປະເພດ ດັ່ງນີ້:
1. ການຕິດຕາມກວດກາພາຍໃນ
- ອົງການໄອຍະການປະຊາຊົນສູງສຸດກວດກາອົງການໄອຍະການທະຫານ.
- ອົງການໄອຍະການທະຫານຂັ້ນສູງກວດກາອົງການໄອຍະການທະຫານຂັ້ນລຸ່ມ.
2. ການຕິດຕາມກວດກາພາຍນອກ ເຊິ່ງແມ່ນສະພາແຫ່ງຊາດ, ກະຊວງປ້ອງກັນປະເທດ ແລະ ອົງການອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.
ມາດຕາ 56   ເນື້ອໃນການຕິດຕາມກວດກາ
ການຕິດຕາມກວດກາມີເນື້ອໃນດັ່ງນີ້:
1. ກວດກາການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການທະຫານ.
2. ກວດກາການປະຕິບັດກົດໝາຍຂອງອົງການໄອຍະການທະຫານ ເປັນຕົ້ນການນຳໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ.
3. ກວດກາດ້ານການຈັດຕັ້ງ, ບຸກຄະລາກອນ, ງົບປະມານ ແລະ ພາຫະນະຮັບໃຊ້.
4. ກວດກາດການປະຕິບັດນະໂຍບາຍ ແລະ ມາດຕະການຕໍ່ພະນັກງານອົງການໄອຍະການທະຫານ.
ມາດຕາ 57   ຮູບການການຕິດຕາມກວດກາ
ການຕິດຕາມກວດກາອົງການໄອຍະການທະຫານ ມີຮູບການດັ່ງນີ້:
1. ກວດກາແຜນການປົກກະຕິ.
2. ກວດກາໂດຍມີການແຈ້ງໃຫ້້ຮູ້ລ່ວງໜ້າ
3. ກວດກາແບບກະທັນຫັນ

ພາກທີ VII
ວັນສ້າງຕັ້ງ, ງົບປະມານ, ກາໝາຍ, ບັດປະຈຳການ ແລະ ຕາປະທັບຂອງອົງການໄອຍະການທະຫານ

ມາດຕາ 58   ວັນສ້າງຕັ້ງອົງການໄອຍະການທະຫານ
          ວັນສ້າງຕັ້ງອົງການໄອຍະການທະຫານແມ່ນວັນທີ 28 ກັນຍາ 1993. ໃນແຕ່ລະປີທັງສູນກາງ ແລະ ທ້ອງຖິ່ນຕ້ອງຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວດ້ວຍຮູບການຕ່າງໆທີ່ເໝາະສົມ.
ມາດຕາ 59   ງົບປະມານຂອງອົງການໄອຍະການທະຫານ
ງົບປະມານຂອງອົງການໄອຍະການທະຫານ ແມ່ນອົງການໄອຍະການທະຫານຂັ້ນສູງ ເປັນຜູ້ສ້າງແຜນງົບປະມານລວມ ໂດຍຜ່ານກະຊວງປ້ອງກັນປະເທດ ເພື່ອນຳສະເໜີຕໍ່ລັດຖະບານພິຈາລະນາ.
ມາດຕາ 60: ກາໝາຍ ແລະ ບັດປະຈໍາການຂອງອົງການໄອຍະການທະຫານ
ກາໝາຍ ແລະ ບັດປະຈຳການຂອງອົງການໄອຍະການທະຫານ ແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ຕົກລົງຕາມການສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພາຍຫຼັງໄດ້ຮັບຄຳສະເໜີຂອງຫົວໜ້າອົງການໄອຍະການທະຫານຂັ້ນສູງ ແລະ ຄຳເຫັນດີຂອງລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດ.
ບັດປະຈຳການຂອງຫົວໜ້າ, ຮອງຫົວໜ້າອົງການໄອຍະການທະຫານ ແລະ ພະນັກງານໄອຍະ ການທະຫານ ແມ່ນຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເປັນຜູ້ອອກໃຫ້.
ມາດຕາ 61   ຕາປະທັບຂອງອົງການໄອຍະການທະຫານ
ຕາປະທັບຂອງອົງການໄອຍະການທະຫານຂັ້ນສູງ,ອົງການໄອຍະການທະຫານພາກ ເປັນຮູບວົງ ມົນຢູ່ເຄິ່ງກາງວົງມົນມີເຄື່ອງໝາຍຂອງກອງທັບ, ເນື້ອໃນຢູ່ຂອບວົງມົນເບື້ອງເທິງຂຽນວ່າ: ກອງທັບປະຊາຊົນລາວ, ເບື້ອງລຸ່ມຂຽນຊື່ອົງການໄອຍະການທະຫານຂັ້ນຂອງຕົນ ເຊິ່ງຂັ້ນດ້ວຍຮູບດາວຫ້າແຈ.
ຕາປະທັບຂອງອົງການໄອຍະການທະຫານກອງພົນ, ກອງພັນໃຫຍ່, ແຂວງ, ນະຄອນ, ວິທະຍາ ຄານ, ໂຮງຮຽນໃຫຍ່ ແລະ ໂຮງໝໍໃຫຍ່ ເປັນຮູບວົງມົນ ເນື້ອໃນຢູ່ໃນຂອບວົງມົນເບື້ອງເທິງຂຽນວ່າ: ກະຊວງປ້ອງກັນປະເທດ, ເບື້ອງລຸ່ມຂຽນຊື່ອົງການໄອຍະການທະຫານພາກທີ່ຕົນຂຶ້ນກັບ, ຢູ່ກາງວົງມົນຂຽນຊື່ອົງການໄອຍະການທະຫານຂັ້ນຂອງຕົນ ເຊິ່ງຂັ້ນດ້ວຍຮູບດາວຫ້າແຈ.

ພາກທີ VIII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 62   ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ ຈະໄດ້ ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນຕາມລະບຽບການ.
ມາດຕາ 63   ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ ແກ່ຜົນປະໂຫຍດຂອງລັດ, ກອງທັບ, ສັງຄົມ ຫຼື ສິດຜົນປະໂຫຍດອັນຊອບທຳຂອງນາຍ, ພົນທະຫານ, ກຳມະການ ແລະ ພາລະກອນປ້ອງກັນຊາດ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ດຳ ເນີນຄະດີຕາມລະບຽບກົດໝາຍ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ພ້ອມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ພາກທີ IX
ບົດບັນຍັດສຸດທ້າຍ

ມາດຕາ 64   ການຈັດຕັ້ງປະຕິບັດ
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ອົງການໄອຍະການປະຊາຊົນ ສູງສຸດ ແລະ ອົງການໄອຍະການທະຫານ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
ມາດຕາ 65     ຜົນສັກສິດ
ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.
ຂໍ້ກຳນົດ, ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.
ປະທານສະພາແຫ່ງຊາດ
ປານີ ຢາທໍ່ຕູ້
ໂຄສະນາ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ