- ທ່ານກຳລັງຢູ່ທີ່:
ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ປາຖະກະຖາວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ(20 ມັງກອນ 1949 - 20 ມັງກອນ 2017) ໃນຕອນເຊົ້າວັນທີ 10 ມັງກອນ 2017 ນີ້, ພາຍໃຕ້ການ ເປັນປະທານຂອງ ພັນເອກ ອິນຫວນ ວໍລະສານ ເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ເປັນກຽດເຂົ້າຮ່ວມ ແລະ ບັນລະຍາຍເອກະສານຂອງ ທ່ານ ພົນຈັດຕະວາ ສາຍພອນ ມີລາກົງ ອະດີດເລຂາຄະນະພັກ, ອະດີດ ຫົວໜ້າການທະຫານໂຮງຮຽນ ກໍ່ສ້າງນາຍສິບເລກ 2 ວຽງໄຊ.
ໃນຕອນເຊົ້າຂອງວັນທີ 5 ມັງກອນ 2017 ທີ່ຜ່ານມາທີ່ສະ ໂມສອນກອງພັນໃຫຍ່ 11 ໄດ້ ຕ້ອນຮັບຄະນະນັກສຶກສາທິດສະ ດີການເມືອງປ້ອງກັນຄວາມສະ ຫງົບເລັ່ງລັດ 5 ເດືອນ ລຸ້ນທີ 8 ທີ່ລົງຢ້ຽມຢາມທັດສະນະ ສຶກສາ ເຊິ່ງນຳໂດຍ ພັນໂທ ສີສົມສັກ ພັນທະວົງ ຄະນະພັກ-ຄະນະອຳ ນວຍການໂຮງຮຽນທິດສະດີ ການເມືອງປ້ອງກັນຄວາມສະ ຫງົບ ພ້ອມຄະນະນັກສຶກສາຈຳ ນວນ 68 ສະຫາຍ, ໃຫ້ກຽດຕ້ອນ ຮັບຢ່າງອົບອຸ່ນ ຈາກພັນເອກ ບຸນສົງ ພິມມະວົງ ເລຂາຄະນະ ພັກ ຫົວໜ້າການເມືອງກອງພັນ ໃຫຍ່ 11 ພ້ອມຄະນະພັກ-ຄະນະ ບັນຊາ, ພະນັກງານຫລັກແຫລ່ງ ພາຍໃນກົມກອງ.
ພັນໂທ ບຸນຮົງ ກີບກິ່ງແກ້ວ ຄະນະພັກຮາກຖານ ທັງແມ່ນຄະ ນະອຳນວຍການໂຮງໝໍບໍລິເວນ 106 ກອງທັບ ພ້ອມຄະນະເຂົ້າ ອວຍພອນການນຳໂຮງຮຽນກໍ່ ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ໃນຕອນເຊົ້າ ວັນທີ 10 ມັງກອນ 2017 ນີ້, ເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 68 ປີ ທີ່ ໝູນວຽນມາອີກວາລະໜຶ່ງ ເປັນກຽດຕ້ອນຮັບ ພັນໂທ ທອງພັນ ແກ້ວມະນີຈັນ ຮອງເລຂາຄະນະ ພັກ-ຫົວໜ້າ ການເມືອງໂຮງຮຽນ ພ້ອມຄະນະ.
ເຂື່ອນໄຟຟ້າ ເຊເສັດ 3 ໄດ້ ເປີດນໍ້າໃຊ້ຂຶ້ນໃນວັນທີ 6 ມັງ ກອນ 2017 ນີ້, ທີ່ແຂວງສາລະ ວັນ ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າ ແຂວງໆຈໍາປາສັກ, ທ່ານ ຄໍາ ເຜີຍ ບຸດດາວຽງ ເຈົ້າແຂວງໆ ເຊກອງ, ທ່ານ ປອ ນາມ ວິຍະເກດ ເຈົ້າແຂວງ ແຂວງອັດຕະປື, ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ໄຟຟ້າລາວ, ຜູ້ອຳນວຍການໃຫ່ຍ ບໍລິສັດຜະລິດ ໄຟຟ້າລາວມະຫາຊົນ, ຕາງໜ້າຜູ້ອຳນວຍການ ບໍລິສັດນໍຣິນໂກ ພ້ອມດ້ວຍການນໍາແຂວງ, ເມືອງ, ບ້ານ ແລະ ພະນັກງານ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 5 ມັງກອນ 2017 ທີ່ຜ່ານມານີ້ີ້, ພັນເອກ ບຸນມາ ວົງດາລາແສນ ກຳມະການພັກ ແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງວຽງຈັນ, ພ້ອມຄະນະໄດ້ນຳເອົາ ກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ວິດົງ ໄຊຍະສອນ ກຳມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ, ເນື່ອງ ໃນໂອກາດສົ່ງທ້າຍປີເກົ່າ ຄສ 2016 ຕ້ອນຮັບປີໃໝ່ ຄສ 2017.
ພັນເອກ ບຸນມາ ວົງດາລາແສນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບທົ່ວກຳລັງປະກອບອາວຸດທະຫານທ້ອງຖິ່ນແຂວງວຽງຈັນ ໄດ້ກ່າວສະແດງຄວາມຮູ້ບຸນຄຸນມາຍັງທ່ານ ວິດົງ ໄຊຍະສອນ
ໃນວັນທີ 5 ມັງກອນ 2017 ນີ້ຢູ່ທີ່ສະໂມສອນກອງບັນຊາ ການທະຫານແຂວງອຸດົມໄຊ ໄດ້ ເປີດກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານ 3 ອົງ ການປະຈຳປີ 2016 ແລະ ວາງ ທິດທາງແຜນການໃນປີ 2017 ໂດຍພາຍໃຕ້ການເປັນປະທານ ຂອງພັນເອກ ບຸນຍົງ ໜໍ່ແກ້ວ ຄະນະປະຈຳພັກ ຫົວໜ້າຫ້ອງ ການເມືອງກອງບັນຊາການທະ ຫານແຂວງອຸດົມໄຊ ມີຄະນະ ພັກ-ຄະນະບັນຊາ ອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ກອງ ບັນຊາການທະຫານເມືອງ 7 ເມືອງ, ກອງຮ້ອຍ 414 ແລະ ກອງຮ້ອຍເອກະລາດເຂົ້າຮ່ວມ 40 ກວ່າສະຫາຍ.
ຕອນເຊົ້າ ວັນທີ 7 ມັງກອນ 2017 ນີ້, ສະມາຄົມນັກປະພັນ ລາວຂຶ້ນກັບກົມພິມຈຳໜ່າຍ ກະ ຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທຽວ ຮ່ວມກັບ ສາລາກະວີ“ງົວ ແລະ ກວຽນ” ຈັດພິທີ ເປີດຄ້າຍພັກ ນັກຂຽນ ໜຸ່ມ (Young Writers’ Pen Camp) ຢູ່ທີ່ສາລາກະວີ “ງົວ ແລະ ກວຽນ” ບ້ານໜອງວຽງ ຄຳ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ. ພາຍໃຕ້ການ ເປັນປະທານ ແລະ ກ່າວເປີດ ຂອງທ່ານ ສຸບັນ ຫຼວງລາດ ນັກກະວີລາງວັນ ແມ່ນ້ຳຂອງ, ນັກກະວີຊະນະເລີດກວດສອບ ລາງວັນຊີໄຣ ປະຈຳປີ 2016, ຮອງປະທານ ທັງເປັນເລຂາທິ ການ ສນປລ. ໃຫ້ກຽດເຂົ້າຮ່ວມມີທ່ານນາງ ດາລາ ກັນລະຍາ ສິລະປິນແຫ່ງ ຊາດ ສາຂາວັນນະກຳ, ນັກກະວີລາງວັນຊີໄຣ, ທີ່ປຶກສາ ສນປລ, ມີບັນດາສິລະປິນດີເດັ່ນ ສາຂາວັນນະກຳ, ຄະນະບໍລິຫານງານ ແລະ ສະມາຊິກ ສນປລ, ຄະນະຮັບຜິດຊອບກິດຈະກຳຄ້າຍພັກນັກຂຽນໜຸ່ມ, ມີບັນດາ ນັກ ປະພັນ-ນັກກະວີ ລາງວັນສິນ ໄຊ, ແມ່ນ້ຳຂອງ, ຊີໄຣ, ມີຕາງ ໜ້າຜູ້ອຸປະຖຳ, ແຂກຖືກເຊີນ ຕະຫຼອດຮອດ ພະສົງ-ສາມະເນນ, ນັກຮຽນ- ນັກສຶກສາ ແລະ ປັນຍາຊົນນັກຂຽນສະມາຊິກໃນ ໂຄງການ ເຂົ້າຮ່ວມ.
ຄະນະຜູ້ແທນຂັ້ນສູງທະຫານ ອາກາດ ແຫ່ງຣາຊະອານາຈັກ ໄທ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວຢ່າງເປັນທາງການ ໃນຕອນເຊົ້າວັນທີ 9 ມັງກອນ 2017 ນີ້, ເຊິ່ງນໍາໂດຍທ່ານ ພົນເອກ ຈອມ ຣຸ້ງສະຫວ່າງ ຜູ້ບັນຊາການທະຫານອາກາດ ແຫ່ງຣາຊະອານາຈັກໄທ ພ້ອມ ພັນລະຍາ ແລະ ຄະນະ ເພື່ອມາ ສະເໜີຕົວ ແລະ ຢ້ຽມຢາມລາວ ໃນລະຫວ່າງວັນທີ 9-10 ມັງ ກອນ 2017.
ພິທີທາງການຕ້ອນຮັບຄະນະທ່ານ ພົນເອກ ຈອມ ຣຸ້ງສະຫວ່າງ ຜູ້ບັນຊາການທະຫານ ອາກາດ ແຫ່ງ ຣາຊະອານາຈັກ ໄທ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍ ແມ່ນທ່ານ ພົນຈັດຕະວາ
ໃນວັນທີ 7 ມັງກອນ 2017 ຜ່ານມານີ້, ຢູ່ທີ່ໂຮງແຮມລາວ ພຣາຊາ ໄດ້ມີພິທີເຊັນສັນຍາຮັບ ເໝົາຂົບຫີນ ແລະ ຂາຍຫີນ ລະ ຫວ່າງ 3 ບໍລິສັດຄື: ບໍລິສັດພລາ ທິນຳແອເວ ຈຳກັດ, ບໍລິສັດລົງ ທຶນຄຳຈະເລີນ ຈຳກັດຜູ້ ດຽວ ແລະ ບໍລິສັດ ສີໂຄດສົ່ງເສີມການກະສິກຳຍືນຍົງຈຳກັດ, ຕາງໜ້າລົງນາມຂອງທັງ 3 ບໍລິສັດມີ ທ່ານ ນາງ ພິມພະນິດ ກູນວະລານົນ ປະທານບໍລິສັດ ພລາທິນຳແອເວຈຳກັດ, ມີທ່ານ ວັດທະນາ ສີໂຄດຕະບູນ ປະ ທານບໍລິສັດສີ ໂຄດສົ່ງເສີມກະສິກຳຍືນຍົງ ແລະ ທ່ານ ຕຽງຄຳ ວິໄລຫົງ ປະທານບໍລິສັດ ລົງທຶນຄຳຈະເລີນ ຈຳກັດຜູ້ດຽວ ໂດຍໄດ້ມີການ ເຂົ້າຮ່ວມເປັນສັກຂີພະຍານ ຂອງທ່ານ ພົນອາກາດຕີ ຊັບພະດົນ ມະນີໂຊກ ທີ່ປຶກສາປະທານ ບໍລິສັດພລາທິນຳແອເວຈຳກັດ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ, ອົງການ, ອຳນາດການປົກຄອງ ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ໃນວັນທີ 4 ມັງກອນ 2017 ນີ້ ຢູ່ຫ້ອງປະຊຸມກອງພັນທີ 3 ທະຫານແຂວງສະຫວັນນະເຂດ ໄດ້ປະກາດການຈັດຕັ້ງເພີ່ມເຕີມ ໂດຍການເປັນປະທານຂອງພັນ ເອກ ຈະເລີນ ວົງວິໄຊ ຮອງເລ ຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະຫານ ແຂວງມີບັນດາສະຫາຍພະແນກ ການທີ່ກ່ຽວຂ້ອງຕະຫຼອດຮອດ ສະມາຊິກພັກພາຍໃນກົມກອງ ດັ່ງກ່າວເຂົ້າຮ່ວມ.
ພັນຕີ ໄພວັນ ໄຊຍະລາດ ຮອງ ຫົວໜ້າພະແນກພະນັກງານ ກອງບັນຊາການ ທະຫານແຂວງຜ່ານ ຂໍ້ຕົກລົງເລກທີ 1234/ ກບຊສ/ຂ ວ່າດ້ວຍການປັບປຸງການຈັດຕັ້ງເພີ່ມເຕີມຂັ້ນຫົວໜ້າ