- ທ່ານກຳລັງຢູ່ທີ່:
-
ຫນ້າທຳອິດ
- ຂ່າວຫນ້າຫນຶ່ງ
ມີ 123 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
ໃນນາມບໍລິສັດ ເອັສວີກຣຸບ ແລະ ບໍລິສັດດາວສະຫວັນຈໍາກັດ ໄດ້ນໍາເອົາເງິນສົດຈໍານວນ 200 ລ້ານກີບ ມາມອບເພື່ອປະ ກອບສ່ວນເຂົ້າໃນການກໍ່ສ້າງ ຫ້ອງການກອງບັນຊາການທະ ຫານເມືອງຄໍາ ແຂວງຊຽງ ຂວາງ ໂດຍມອບຜ່ານກະຊວງ ປ້ອງກັນປະເທດ ຕາງໜ້າຮັບ ໂດຍທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມ ການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃນວັນທີ 11 ກຸມພາ 2017 ນີ້.
ໂອກາດນີ້ ທ່ານພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ສະແດງຄວາມຂອບອົກຂອບໃຈມາຍັງບໍລິສັດ ເອັສວີກຣຸບ ແລະ ບໍລິສັດດາວສະຫວັນ ຈໍາກັດ ທີ່ເຫັນໄດ້ຄວາມໝາຍຄວາມ ສໍາຄັນ ແລະ ໃຫ້ການອຸປະຖຳຊຸກຍູ້ເງິນຈໍານວນດັ່ງກ່າວເພື່ອຮັບໃຊ້ເຂົ້າໃນການປັບປຸງກໍ່ສ້າງກອງທັບເຮົາ ໂດຍສະເພາະແມ່ນກໍ່ສ້າງກອງບັນຊາການທະຫານເມືອງຄໍາ ແຂວງຊຽງຂວາງ ໃຫ້ນັບມື້ມີການພັດທະນາ ທີ່ ຕັ້ງໜ້າ, ສໍາລັບເງິນທີ່ ມອບໃຫ້ນີ້ກໍຈະນໍາເອົາໄປມອບ ຕໍ່ໃຫ້ກອງບັນການທະຫານ ເມືອງດັ່ງກ່າວເພື່ອໄປປັບປຸງ ຫ້ອງການໃຫ້ສໍາເລັດ.
ໂດຍ: ສົມພອນ