ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທັບມ້າງລະບົບປ້ອງກັນຂອງສັດຕູໃນບັ້ນຮົບເມືອງສຸຍ
ເວລາອອກຂ່າວ: 2018-12-20 09:17:06 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ພາຍຫຼັງປະລາໄຊຢ່າງໜັກ ໃນບັ້ນຮົບບຽດຍຶດພູແຄຊຽງ ຂວາງ ສັດຕູກະວົນກະວາຍ, ຢ້ານ ກົວທີ່ຈະຖືກທະຫານເຮົາບຸກ ໂຈມຕີເຂົ້າຊຳທອງ-ລ້ອງແຈ້ງ ເຊິ່ງເປັນເຮືອນຮັງຂອງພວກ ເຂົາ. ໄປພ້ອມກັບການປະຕິບັດ ກົນອຸບາຍບຽດຍຶດທົ່ງໄຫຫີນ, ສັດຕູໄດ້ເພີ່ມທະວີກຳລັງປ້ອງ ກັນຊຳທອງ-ລ້ອງແຈ້ງ. ປະຕິບັດກົນອຸບາຍຂ້າງເທິງ ເລີ່ມແຕ່ເດືອນ 6 ປີ 1969 ສັດຕູ ມີແຜນນະໂຍບາຍເປີດບັ້ນເຄື່ອນ ທັບສາມັກຄີ 1, 2, 3 ບຸກໂຈມຕີ ແຕ່ເມືອງສຸຍ ອອກໄປ ພູຊວງ-ພູ ກູດ ເພື່ອຢັ່ງເບິ່ງການຕອບຕ້ານ ຈາກພວກເຮົາ ແລະ ຍຶດເອົາຈຸດ ສູງສຳຄັນຕ່າງໆ, ເພື່ອປ້ອງກັນ ການບຸກໂຈມຕີ; ພ້ອມກັນນັ້ນກໍ ນຳເອົາກຳລັງສ່ວນໜຶ່ງບຸກໂຈມ ຕີອອກໄປພູແທງແລງ, ບ້ານ ໂຕນ, ຊ່ວຍໜູນໃຫ້ແກ່ສະໜາມ ຮົບຕົ້ນຕໍ. ອີກດ້ານໜຶ່ງສັດຕູຊຸກ ຍູ້ພວກປຸ້ນຢູ່ບວມຫຼົງຂະຫຍາຍ ອອກສູ່ພູຂຽວ, ພູມູລາວ, ພູສັນ, ສົມທົບກັບພວກປຸ້ນຢູ່ສັນຈໍ້ ແລະ ໃຊ້ທັບອາກາດຍິງຕັດເສັ້ນທາງ ເລກ 7, ແນໃສ່ຜ່າມ້າງການກະ ກຽມບຸກໂຈມຕີຂອງພວກເຮົາ. ກຳລັງຈັ້ງທ່າຂອງສັດຕູຢູ່ເຂດ ເມືອງສຸຍ: ມີທະຫານວາງປາວ 7 ກອງພັນນ້ອຍ, ທະຫານຍຶດຕັ້ງ 6 ກອງພັນນ້ອຍ, ກອງປືນໃຫຍ່ 3 ກອງຮ້ອຍ, ລົດຕັງ 3 ກອງ ຮ້ອຍ... ໃນເມື່ອມີການສູ້ຮົບກໍຍັງ ໄດ້ຮັບການຊ່ວຍໜູນຈາກທັບອາ ກາດຢ່າງເຂັ້ມແຂງ. ອີງໃສ່ຄວາມຕັດສິນໃຈຂອງ ຄະນະພັກການທະຫານສູນກາງ ລາວ ແລະ ຫວຽດນາມ, ກອງບັນ ຊາການສູງສຸດກອງທັບປົດປ່ອຍ ປະຊາຊົນລາວ ແລະ ກະຊວງ ປ້ອງກັນປະເທດຫວຽດນາມຕົກ ລົງປະສານສົມທົບກັບກອງທະ ຫານອາສາສະໝັກຫວຽດນາມ ເປີດເບັ້ນຮົບບຸກໂຈມຕີເມືອງສຸຍ. ຈຸດປະສົງ: ແນໃສ່ດັບສູນກຳ ລັງດິບຂອງສັດຕູຢູ່ເມືອງສຸຍ ເປັນຕົ້ນຕໍແມ່ນກຳລັງເຄື່ອນທີ່ ພິເສດຂອງວາງປາວ, ເຮັດໃຫ້ ການຊັ່ງຊາທາງດ້ານທ່າ ແລະ ກຳລັງມີການປ່ຽນແປງ ເຊິ່ງ ເປັນຜົນດີໃຫ້ແກ່ການປະຕິວັດ, ທັບມ້າງເຈດຈຳນົງບຽດຍຶດເຂດ ປົດປ່ອຍ ແລະ ກົນອຸບາຍໃຊ້ທ່າ ແຮງໃຫ້ແກ່ວິທີການແກ້ໄຂທາງ ດ້ານການເມືອງຢູ່ລາວທີ່ໃກ້ຈະ ມາເຖິງ; ເປີດກວ້າງເຂດປົດປ່ອຍ ຕິດລຽນ ຊຳເໜືອກັບຊຽງຂວາງ, ຂົ່ມຂູ່ເຮືອນຮັງຂອງສັດຕູຢູ່ຊຳ ທອງ-ລ້ອງແຈ້ງ, ຕັດການພົວ ພັນລະຫວ່າງຫຼວງພະບາງ ກັບ ວຽງຈັນ, ເປັນການສ້າງເງື່ອນ ໄຂສະດວກໃຫ້ແກ່ການເຄື່ອນ ໄຫວຂອງພວກເຮົາໃນລະດູ ແລ້ງທີ່ຈະມາເຖິງ. ກຳລັງຂອງພວກເຮົາທີ່ເຂົ້າ ຮ່ວມສະໜາມຮົບມີ: ກອງພັນ ນ້ອຍ 1, 2, 13, ກອງພັນນ້ອຍ ປືນ ໃຫຍ່ໜ້າດິນ, ກອງຮ້ອຍລົດ ຕັງ, 1 ກອງຮ້ອຍປືນຄົກ, ກອງ ພັນນ້ອຍປ້ອງກັນອາກາດ, ປືນ ກົນ 14,5 ມມ 1​ ກອງພັນນ້ອຍ ແລະ ກອງລໍາລຽງຂົນສົ່ງຂອງ ກອງທັບປົດປ່ອຍປະຊາຊົນ ລາວ; ກຳລັງເປັນກາງທີ່ຮັກຊາດ ມີ: ກອງພັນນ້ອຍ 4, 6, 15; ກຳ ລັງທະຫານອາສາສະໝັກຫວຽດ ນາມມີ: ກອງພົນ 316 (ເຂດ1 ກອງພັນໃຫຍ່), ກອງພັນນ້ອຍ ເອກະລາດທີ 7, ໜຶ່ງກອງພັນ ນ້ອຍຕີພິເສດ, ໜຶ່ງກອງພັນນ້ອຍ DKB, ກອງພັນນ້ອຍປືນຄົກ 120 ມມ, ກອງພັນນ້ອຍປ້ອງ ກັນອາກາດ 12,7 ມມ, ກອງພັນ ນ້ອຍລຳລຽງຂົນສົ່ງ ແລະ 2 ກອງຮ້ອຍລົດຕັງ. ກອງບັນຊາການດ້ານຮົບ: ສະ ຫາຍ ຫວູເລິບ ເປັນຜູ້ບັນຊາການ, ສະຫາຍ ຮິ້ງດັກເຮືອງ ເປັນຫົວ ໜ້າການເມືອງ ແລະ ບັນດາສະ ຫາຍຜູ້ບັງຄັບບັນຊາຂອງກອງ ທັບປົດປ່ອຍປະຊາຊົນລາວເຂົ້າ ຮ່ວມ ພາຍໃຕ້ການນຳພາຂອງ ກະຊວງປ້ອງກັນປະເທດລາວ- ຫວຽດນາມ. ໃນເວລາຜ່ານແຜນ ຮ່າງການສູ້ຮົບຢູ່ສູນບັນຊາການ ທີ່ພູເລັກ ສະຫາຍ ຄຳໄຕ ສີພັນ ດອນ ໄດ້ເນັ້ນໜັກວ່າ: “ຖ້າພວກ ເຮົາດັບສູນສັດຕູຢູ່ເມືອງສຸຍໄດ້ ຈະເຮັດໃຫ້ພວກເຂົາຕົກຢູ່ໃນທ່າ ຮັບໃນດ້ານຍຸດທະສາດເລິກ ເຂົ້າໄປຕື່ມອີກ, ພາຍໃນຂອງສັດ ຕູນັບມື້ນັບຖືກແຕກແຍກ, ຄວາມ ຂັດແຍ້ງລະຫວ່າງຝ່າຍຕ່າງໆ ນັບມື້ນັບເລິກເຂົ້າ. ສຳລັບຝ່າຍ ເຮົາຖ້າດັບສູນສັດຕູ ແລະ ປົດ ປ່ອຍເມືອງສຸຍໄດ້ບໍ່ພຽງແຕ່ຈະ ເປັນການປັບປຸງເຂດປົດປ່ອຍ ເທົ່ານັ້ນ, ແຕ່ຍັງເປັນການປັບປຸງ ຄວາມເຊື່ອໝັ້ນໃຫ້ພະນັກງານ- ນັກຮົບ ແລະ ປະຊາຊົນຢູ່ແຂວງ ຊຽງຂວາງ”. ບັ້ນຮົບແບ່ງອອກເປັນ 3 ຄັ້ງ ຄື: ຄັ້ງທີ 1: ຄ່ໍາຄືນຂອງວັນທີ 23 ຫາຮຸ່ງເຊົ້າຂອງວັນທີ 24 ມິຖຸນາ 1969 ບັນດາກົມກອງ ຂອງພວກເຮົາຢູ່ທິດຕ່າງໆໄດ້ ລັ່ນສຽງປືນໃນພາບດຽວບຸກ ໂຈມຕີສັດຕູຢູ່ໜອງຕັງ, ພູໂສ, ນ້ຳ ຊອງ, ຄອບງວຳເດີ່ນບິນເມືອງ ສຸຍ ແລະ ຍຶດເປົ້າໝາຍຕ່າງໆໄດ້, ຈາກນັ້ນສືບຕໍ່ບຸກໂຈມຕີນາບຂູ່ ສັດຕູຢູ່ບ້ານຄາຍ. ສັດຕູຢູ່ພູຊວງ ຖືກຫຼອນຕີໂດຍບັງເອີນໄດ້ປົບ ໜີໄປທາງທິດນ້ຳຊອງ ແລະ ທິດ ຕາເວັນຕົກບ້ານຄາຍ. ຄັ້ງທີ 2: ນັບແຕ່ວັນທີ 25-27 ມິຖຸນາ 1969: ພວກເຮົາບຸກໂຈມ ຕີສັດຕູຢູ່ນໍ້າຊອງ, ພ້ອມກັນນັ້ນ ໄດ້ປິດລ້ອມໜີບຮັດສັດຕູຢູ່ບ້ານຄາຍ. ຕໍ່ໜ້າການໜູນໜີບຢ່າງ ແຂງແຮງຂອງພວກເຮົາ ເຮັດໃຫ້ ສັດຕູຈຳຕ້ອງປົບໜີອອກຈາກ ບ້ານຄາຍ. ຄັ້ງທີ 3: ນັບແຕ່ວັນທີ 28 ມິຖຸ ນາຫາວັນທີ 1 ກໍລະກົດ 1969: ພວກເຮົາຜັນຂະຫຍາຍກຳລັງ ບຸກໂຈມຕີຂັບໄລ່ພວກສັດຕູ, ເປັນເຈົ້າການເມືອງສຸຍທັງໝົດ ແລະ ຂະຫຍາຍການສູ້ຮົບໄປທິດ ພູວຽງເຖິງສາມແຍກສາລາພູ ຄູນ, ສ້າງທ່າຂົ່ມຂູ່ຊຳທອງ-ລ້ອງ ແຈ້ງ ແລະ ບັ້ນຮົບໄດ້ສິ້ນສຸດລົງ. ຜົນສຳເລັດ: ພວກເຮົາປັດ ເຂ່ຍສັດຕູອອກຈາກວົງສູ້ຮົບ 897 ຄົນ, ຈັບໄດ້ 279 ຄົນ,​ ທໍາ ລາຍປືນໃຫຍ່ 155 ມມ 3 ກະ ບອກ, ປືນໃຫຍ່ 105 ມມ 10​ ກະ ບອກ, ລົດດຸດ 4 ຄັນ, ຍິງເຮືອ ບິນຕົກ 4 ລຳ, ຍຶດລົດຕັງໄດ້ 3 ຄັນ, ລົດບັນທຸກໄດ້ 25 ຄັນ, ປືນ ຊະນິດຕ່າງໆໄດ້ 226 ກະບອກ (ປືນໃຫຍ່ 105 ມມ 2 ກະບອກ, ປືນຄົກ 106,7 ມມ 2 ກະບອກ); ປົດປ່ອຍໄດ້ເຂດທີ່ກວ້າງຂວາງ, ພົນລະເມືອງປະມານ 4.000 ຄົນ, ເຂດປົດປ່ອຍຊຳເໜືອ-ຊຽງ ຂວາງ ຕິດລຽນກັບ 4 ແຂວງ ພາກເໜືອ. ໄຊຊະນະບັ້ນຮົບ ເມືອງສຸຍໄດ້ ທັບມ້າງລະບົບປ້ອງກັນອັນ ແໜ້ນໜາເປັນເວລາຫຼາຍປີຂອງ ສັດຕູ, ທັບມ້າງກົນອຸບາຍຂອງ ສັດຕູທີ່ຫວັງຈະໃຊ້ບາດຄ້ອນ ດ້ານການທະຫານເພື່ອກົດໜີບ ການປະຕິວັດລາວ. ເມື່ອຕີລາຄາ ໄຊຊະນະຂອງບັ້ນຮົບສະຫາຍ ຄຳໄຕ ສີພັນດອນ ໄດ້ເວົ້າວ່າ: “ເມືອງສຸຍ ເປັນລະບົບຈັ້ງທ່າອັນ ແໜ້ນໜາທີ່ສຸດຂອງສັດຕູ ຊ້ຳພັດ ໄດ້ຮັບການຊ່ວຍໜູນຈາກປືນ ໃຫຍ່ຂອງທະຫານໄທ ແລະ ກອງ ທັບອາກາດອາເມຣິກາໂດຍກົງ, ແຕ່ວ່າໃນເວລາອັນສັ້ນພັດຢູ່ໃນ ລະຫວ່າງລະດູຝົນ, ກອງທະ ຫານປະສົມລາວ-ຫວຽດນາມ ໄດ້ທັບມ້າງກຸ່ມຈັ້ງທ່າຂອງສັດຕູ ໄດ້. ສິ່ງນັ້ນ, ຢັ້ງຢືນໃຫ້ເຫັນວ່າ ໃນປັດຈຸບັນນີ້ ພວກເຮົາສາມາດ ຕີເອົາຊະນະສົງຄາມພິເສດເພີ່ມ ທະວີຂອງອາເມຣິກາຢູ່ລາວ”. ໄຊຊະນະນີ້ໄດ້ຢັ້ງຢືນເຖິງການ ເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບເຮົາ, ພວກເຮົາບໍ່ຕ້ອງ ເລີກຕີສັດຕູ “ຕາມລະດູການ ອີກ”, ທະຫານອາເມຣິກາ-ທະ ຫານຫຸ່ນວຽງຈັນ ແລະ ວາງ ປາວບໍ່ກ້າຈະອວດອ້າງອີກວ່າ: “ລະດູຝົນແມ່ນລະດູສະເພາະ ຂອງພວກເຂົາ”. ຮຽບຮຽງ ໂດຍ: ບຸນທະວີ ອິນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ