ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ງານຊາປະນະກິດສົບ ສະຫາຍ ຄຳໝັ້ນ ສູນວິເລີດ ຈັດຂຶ້ນຢ່າງສົມກຽດ
ເວລາອອກຂ່າວ: 2020-09-20 19:52:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ງານຊາປະນະກິດສົບ ສະ ຫາຍ ຄຳໝັ້ນ ສູນວິເລີດ ອະດີດ ກຳມະການສຳຮອງສູນກາງພັກ ສະໄໝທີ IV, ກຳມະການສູນ ກາງພັກສະໄໝທີ V, VI, VII, VIII, IX ແລະ ສະໄໝທີ X, ເລ ຂາຄະນະພັກ, ລັດຖະມົນຕີກະ ຊວງພາຍໃນ, ອະດີດເລຂາທິການ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ອະດີດຮອງປະ ທານຄະນະກວດກາສູນກາງພັກ, ອະດີດເລຂາພັກແຂວງ, ເຈົ້າ ແຂວງໆຜົ້ງສາລີ, ເຈົ້າແຂວງໆ ບໍ່ແກ້ວ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 19 ກັນຍາ 2020 ນີ້, ຢູູ່ທີ່ວັດເທບນິມິດ (ທາດຝຸ່ນ) ນະຄອນຫຼວງວຽງ ຈັນ, ໂດຍການເຂົ້າຮ່ວມຂອງ ສະ ຫາຍ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ,​ ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະ ພາແຫ່ງຊາດພ້ອມດ້ວຍບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ, ການນຳ-ອະດີດການນຳຂັ້ນສູງ, ຄະນະຮັບຜິດຊອບງານຊາປະນະ ກິດສົບ, ຄອບ ຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນ ມິດສະຫາຍເຂົ້າຮ່ວມ. ສະຫາຍ ເພັດ ພົມພິທັກ ກຳ ມະ ການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງການສຳນັກງານ ນາຍົກລັດຖະມົນຕີ, ຫົວໜ້າຄະນະ ຮັບຜິດຊອບງານຊາປະນະກິດ ສົບ ໄດ້ກ່າວສະດຸດີໄຫວ້ອາໄລ ເຖິງຊີວິດການເຄື່ອນໄຫວ ແລະ ຜົນງານຂອງສະຫາຍ ຄຳໝັ້ນ ສູນວິເລີດ ເປັນຄັ້ງສຸດທ້າຍວ່າ: ສະຫາຍ ຄຳໝັ້ນ ສູນວິເລີດ ເກີດ ເມື່ອວັນທີ 25 ເມສາ 1952 ໃນ ຄອບຄົວຊາວໄຮ່ນາທີ່ທຸກຍາກ ທີ່ ບ້ານສ້າງຫ້ວຍ ເມືອງຂວາ ແຂວງຜົ້ງສາລີ, ມີອ້າຍເອື້ອຍ ນ້ອງຮ່ວມອຸທອນດຽວກັນ 6 ຄົນ ສະຫາຍເປັນຜູ້ທີສອງ, ສະຫາຍ ໄດ້ສ້າງຄອບຄົວກັບນາງ ພອນ ມະນີ ລາວເມົາ ມີລູກຮ່ວມກັນ 4 ຄົນ ເປັນຊາຍໝົດ, ປັດຈຸບັນຢູ່ ບ້ານໜອງດ້ວງໃຕ້ ເມືອງສີໂຄດ ຕະບອງ ນະຄອນຫຼວງວຽງຈັນ. ດ້ວຍຄວາມໂຫດຮ້າຍປ່າ ເຖື່ອນຂອງພວກຈັກກະພັດທີ່ມີ ຕໍ່ປະຊາຊົນລາວບັນດາເຜົ່າ ແລະ ຜ່ານການຂົນຂວາຍຂອງຂະ ບວນການຊາວໜຸ່ມປະຕິວັດຮັກ ຊາດຢູ່ພາກເໜືອ, ສະຫາຍຈຶ່ງຕັດ ສິນໃຈເຂົ້າຮ່ວມການປະຕິວັດ ໂດຍເຂົ້າເປັນທະຫານຢູ່ກອງ ຮ້ອຍ 19 ທະຫານແຂວງຜົ້ງສາ ລີ ໃນວັນທີ 12 ກໍລະກົດ 1968, ເຊິ່ງເວລານັ້ນສະຫາຍມີອາຍຸ ພຽງແຕ່ 16 ປີ ເທົ່ານັ້ນ. ນັບແຕ່ນັ້ນເປັນຕົ້ນມາ, ສະຫາຍ ໄດ້ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ແລະ ເຕີບໃຫຍ່ຂຶ້ນໃນຂະບວນ ການວຽກງານຕົວຈິງເລີ່ມແຕ່ ເປັນນັກຮົບ, ກ້າວຂຶ້ນເປັນນາຍ ທະຫານ, ເປັນການນຳຂັ້ນຕ່າງໆ ແລະ ໄດ້ຖືກມອບໝາຍໃຫ້ຮັບ ຜິດຊອບວຽກງານສຳຄັນໃນ ຫຼາຍຂົງເຂດ, ເຊິ່ງລ້ວນແຕ່ເປັນ ວຽກທີ່ໜັກໜ່ວງ ແລະ ຫຍຸ້ງຍາກ ສັບສົນ ແຕ່ສະຫາຍກໍເອົາໃຈໃສ່ ຜ່ານຜ່າບຸກບືນ ແລະ ໄດ້ຮັບຜົນ ສຳເລັດເປັນກ້າວໆມາ. ໃນຕະຫຼອດໄລຍະ 52 ປີ ແຫ່ງການເຄື່ອນໄຫວປະຕິວັດ, ເຖິງວ່າຈະຢູ່ໃນຖານະຕຳແໜ່ງ ໃດແຕ່ສະຫາຍໄດ້ສະແດງແຈ້ງ ເຖິງທາດແທ້ຂອງນັກປະຕິວັດ ຢ່າງແທ້ຈິງ, ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນປະ ກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຕະຫຼອດມາ, ສະຫາຍ ແມ່ນພະນັກງານການ ນຳທີ່ມີແບບແຜນວິທີເຮັດວຽກທີ່ ດີ, ມີການມອບໝາຍ, ຕິດຕາມ ກວດກາ, ການປະຕິບັດໜ້າທີ່ ແທດເຖິງຕົວຈິງ, ເຮັດວຽກງານ ນິ້ມນວນແຕ່ເດັດຂາດ, ມີແບບ ແຜນການດຳລົງຊີວິດແບບລຽບ ງ່າຍ, ປະຢັດມັດທະຍັດ,​ ມີຄຸນ ສົມບັດສິນທຳປະຕິວັດໜັກແໜ້ນ ແລະ ເປັນຜູ້ຍຶດໝັ້ນໃນຫຼັກການ ນຳພາຂອງພັກ. ດ້ວຍຜົນງານ ແລະ ຄຸນງາມ ຄວາມດີທີ່ໄດ້ປະກອບສ່ວນໃນ ພາລະກິດຕໍ່ສູ້ກູ້ຊາດ ກໍຄືພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ສະຫາຍ ຈຶ່ງໄດ້ຮັບການຍ້ອງຍໍຈາກພັກ- ລັດ ແລະ ປະເທດເພື່ອນມິດ ດ້ວຍ ຮູບການຍ້ອງຍໍປະເພດຕ່າງໆ ຢ່າງສົມກຽດ. ການລ່ວງລັບຂອງ ສະຫາຍ ຄຳໝັ້ນ ສູນວິເລີດ ເປັນການສູນ ເສຍພະນັກງານການນຳຂັ້ນສູງ ຂອງພັກ-ລັດ ໄປອີກຜູ້ໜຶ່ງເຊິ່ງ ເປັນຜູ້ທີ່ມີບົດຮຽນ ແລະ ປະສົບ ການເຊິ່ງໄດ້ນຳເອົາຄວາມໂສກ ເສົ້າເສຍດາຍມາໃຫ້ພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວຍາດຕິພີ່ນ້ອງ. ພັກ-ລັດ, ປະຊາຊົນບັນດາເຜົ່າ ແລະ ຄອບຄົວຍາດຕິພີ່ນ້ອງຂໍ ຈົດຈຳຜົນງານຄຸນງາມຄວາມດີ ອັນໃຫຍ່ຫຼວງຂອງສະຫາຍ ຢ່າງບໍ່ມີວັນລືມ, ຊື່ສຽງຮຽງນາມ ແລະ ຜົນງານຂອງສະຫາຍຈະ ຕິດພັນກັບໄລຍະປະຫວັດສາດ ຂອງການປະຕິວັດຕະຫຼອດໄປ. ຈາກນັ້ນ, ກໍມີພິທີທາງສາສະ ໜາ, ວາງດອກໄມ້ທູບທຽນ ແລະ ວາງເພີງ ຕາມລຳດັບ. ໂດຍ: ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ