ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການຈັດຕັ້ງຫຼາຍຕຳແໜ່ງຢູ່ກອງບັນຊາການທະຫານອາກາດ
ເວລາອອກຂ່າວ: 2020-09-20 19:39:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



ໃນວັນທີ 16 ກັນຍາ 2020 , ກອງບັນຊາການທະຫານອາກາດ ຈັດຕັ້ງພິທີປະກາດການຈັດຕັ້ງ ຂັ້ນບັນຊາຫົວໜ້າພະແນກ, ຮອງ ພະແນກ, ຫົວໜ້າກອງພັນ, ຮອງ ຫົວໜ້າກອງພັນ ແລະ ວິຊາການ ຊວ່ຍວຽກ, ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ພູຫຼວງ ບົວພະຈັນ ເລ ຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານອາ ກາດ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ຫົວໜ້າພະແນກ, ຕະຫຼອດຮອດພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ. ສະຫາຍພັນໂທ ສິງພອນ ແກ້ວຈໍາປາ ຮອງຫົວໜ້າ ຫ້ອງ ການເມືອງກອງບັນຊາການທະຫານອາກາດໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນບັນຊາ ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າກອງພັນ, ຮອງຫົວໜ້າກອງພັນ ແລະ ວິຊາການຊ່ວຍ ວຽກອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກ ຍ້າຍນາຍທະຫານໃນການປັບ ປຸງບູລະນະກົງຈັກການຈັດຕັ້ງ ນໍາພາ-ບັນຊາໃນກໍາລັງປະກອບ ອາວຸດໃຫ້ເຂັ້ມແຂງໜັກແໜ້ນ ຮອບດ້ານເພື່ອເຮັດສໍາເລັດໜ້າ ທີ່ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ກົມໃຫຍ່ການ ເມືອງກອງທັບຕົກລົງແຕ່ງ ຕັ້ງ ພັນໂທ ມະມັດໄຊ ລາສີ ເປັນ ຫົວໜ້າພະແນກໄອຍະການທະ ຫານ ຂັ້ນສູງ , ຮ້ອຍເອກ ສົມພູວັນ ສຸວັນດີ ເປັນຮອງ, ແຕ່ງຕັ້ງ ພັນຕີ ໄຊແກ້ວ ທອງເຮືອງໄຊ ເປັນ ຫົວໜ້າພະແນກກົດລັບ, ຮ້ອຍ ເອກ ຄໍາສົນ ສຸຫວັນພອນ ເປັນ ຮອງ, ແຕ່ງຕັ້ງ ພັນຕີ ນາງ ມະ ນີວັນ ເຮືອງພະຈິກ ເປັນຫົວໜ້າ ພະແນກປະກັນສັງຄົມ, ພັນຕີ ບົວທອງ ແສງມະນີ ເປັນຮອງ, ພັນຕີ ນາງ ເພັດສະໝອນ ວິໄລ ທອງ ແລະ ຮ້ອຍໂທ ນາງ ສຸພາ ພອນ ພົມມະລິນ ຊ່ວຍວຽກ, ແຕ່ງ ຕັ້ງ ພັນໂທ ບຸນປະສິດ ຈັນທະ ລາດ ເປັນຫົວໜ້າພະແນກຊາວ ໜຸ່ມ, ພັນໂທ ຄໍາພັດ ສອນຕາວັນ ເປັນຫົວໜ້າພະແນກຫ້ອງທົດ ລອງ, ພັນຕີ ບົວໄລ ໄຊຍະວົງ ເປັນ ຫົວໜ້າ ພະແນກພົວພັນຮ່ວມມື-ພິ ທີການ, ຮ້ອຍເອກ ອາລຸນສະຫວັດ ພູນສະຫວັດ ເປັນຫົວໜ້າພະແນກ ຄົ້ນຄ້ວາສັງລວມ, ພັນໂທ ຄຳຕາ ຕິ່ງສະຫວັນ ເປັນຮອງຫົວໜ້າພະ ແນກສື່ສານ, ພັນຕີ ວັນນະກອນ ກໍຜາສຸກ ເປັນຮອງຫົວໜ້າພະ ແນກຈັດຕັ້ງພັກ, ພັນຕີ ອາຕຸຊາ ບຸດຕະລາດ ເປັນຮອງຫົວໜ້າ ພະແນກກຳລັງພົນ, ຮ້ອຍເອກ ລຳພັນ ວົງມະນີວັນ ເປັນຮອງ ຫົວໜ້າພະແນກບໍລິຫານ-ສັງ ລວມຫ້ອງອົບຮົມການບິນ, ຮ້ອຍ ຕີ ລຳພັນ ວົງມະນິວັນ ເປັນຮອງ ຫົວໜ້າພະແນກຄຸ້ມຄອງສັນ ຍາຫ້ອງການ , ແຕ່ງຕັ້ງ ພັນຕີ ສອນເພັດ ຈັນທະນະ ເປັນຫົວໜ້າ ພະແນກເຄມີສາດ, ຮ້ອຍເອກ ໂພ ໄຊ ສີພັນທອງ ເປັນຮອງ ແລະ ຂໍ້ຕົກລົງວ່າດ້ວຍແຕ່ງຕັ້ງບັນດາ ຫົວໜ້າ, ຮອງຫົວໜ້າພະແນກ ແລະ ຮອງຫົວໜ້າກອງພັນທີ່ຂຶ້ນ ກັບກອງພັນໃຫຍ່ 703 ຕົກລົງ ແຕ່ງຕັ້ງ ພັນໂທ ສິນນະກອນ ຄອນ ສະຫວັນ ເປັນຮອງຫົວໜ້າ ພະແນກການເມືອງ, ພັນໂທ ຄໍາ ສີ ພັນທະລາວົງ ເປັນຮອງຫົວ ໜ້າພະແນກການອົບຮົມການ ບິນ-ເຮືອບິນ, ພັນຕີ ລຸນທອງ ຍອດອາລຸນ ເປັນຮອງຫົວໜ້າພະ ແນກບໍລິຫານ-ສັງລວມ, ຮ້ອຍ ເອກຂຸນສີ ແກ້ວມະນີວົງ ເປັນ ຮອງຫົວໜ້າພະແນກອົບຮົມ ການບິນ, ພັນໂທ ແສງແກ້ວ ຄຳ ບານໄຊ ເປັນຫົວໜ້າການທະຫານ ກອງພັນ 303 , ພັນໂທ ແສງຈັນ ວົງສາລີ ເປັນຮອງຫົວໜ້າພະ ແນກການເມືອງກອງພັນ 301, ພັນໂທ ຄຳເຜີຍ ເອກທະນົງສັກ ເປັນຮອງຫົວໜ້າການທະຫານ ກອງພັນ 303, ພັນໂທ ສຸລິເດດ ເພຍຟອງສະໝຸດ ເປັນຮອງຮັບຜິດ ຊອບວຽກງານ ເຕັກນິກ ກອງພັນ 303 ແລະ ຂໍ້ຕົກລົງແຕ່ງຕັ້ງພະ ນັກງານຊ່ວຍວຽກພະແນກຫຼາຍ ຕຳແໜ່ງ. ໂອກາດນີ້, ສະຫາຍພົນ ຈັດຕະ ວາ ພູຫຼວງ ບົວພະຈັນ ໄດ້ໂອ້ລົມ ຕໍ່ພະນັກງານຫຼັກແຫຼ່ງທີ່ໄດ້ຮັບ ໜ້າທີ່ໃໝ່ຈົ່ງຍົກສູງພາລະບົດ ບາດຂອງຕົນປັບປຸງລະບຽບ ແບບແຜນການນໍາພາ-ວິທີເຮັດ ວຽກໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງ, ປອດໃສຂາວສະອາດ, ບົນພື້ນຖານເປັນເອກກະພາບມີ ຄວາມສາມັກຄີຕາມຫຼັກການ ລວມສູນປະຊາ ທິປະໄຕ, ປຶກສາ ຫາລືນໍາພາວຽກງານເປັນໝູ່ຄະ ນະຢ່າງລະອຽດຄົບຖ້ວນ, ລົງ ເລິກໃກ້ຊິດຕິດແທດກັບວຽກ ງານຕົວຈິງ, ມີການຕິດຕາມກວດ ກາສະຫຼຸບຖອດຖອນບົດຮຽນ ເປັນປົກກະຕິ, ເຮັດໜ້າທີ່ວຽກ ງານດ້ວຍຄວາມຮັບຜິດຊອບສູງ ຫັນປ່ຽນດ້ວຍຕົນເອງ, ຍົກສູງ ເຊີດຊູນໍ້າໃຈຮັກຊາດ, ປະຕິບັດ ຂໍ້ກຳນົດກົດລະບຽບຂອງກອງ ທັບ, ມີສະຕິເປັນເຈົ້າຕົນເອງ, ເພີ່ມທະວີການສຶກສາອົບຮົມ ການເມືອງແນວຄິດໃຫ້ໜັກ ແໜ້ນ, ເຝິກຝົນຫຼໍ່ຫຼອມຄວາມຮູ້ ຄວາມສາມາດ, ຄຸນສົມບັດ- ສິນ ທໍາປະຕິວັດ, ປັບປຸງແບບແຜນ ດໍາລົງຊີວິດ, ຍົກສູງລັກສະນະນໍາ ໜ້າເປັນແບບຢ່າງທີ່ດີ ແລະ ໜັກ ແໜ້ນໃນໜ້າທີ່ວຽກງານການ ເມືອງກາຍເປັນແກ່ນສານນໍາພາ ຢ່າງແທ້ຈິງ ແລະ ເຮັດສໍາເລັດໜ້າ ທີ່ຕາມການຈັດຕັ້ງຂັ້ນເທິງມອບ ໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ