ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XI
ເວລາອອກຂ່າວ: 2020-09-20 15:12:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ກັນຍາ 2020 ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ ການເປັນປະທານຂອງ ສະຫາຍ ເລັດ ໄຊຍະພອນ ເລຂາພັກ ແຂວງ, ເຈົ້າແຂວງໆອັດຕະປື, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍການນໍາຂັ້ນສູນກາງ, ບັນດາສະຫາຍໃນຄະນະປະຈໍາພັກ, ກໍາມະການພັກແຂວງ, ພະນັກງານປະຕິວັດອາວຸໂສ ບໍານານ, ແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 242 ສະຫາຍ,ໃນນັ້ນມີຍິງ 42 ສະຫາຍ. ສະຫາຍ ເລັດ ໄຊຍະພອນ ເລຂາພັກ, ເຈົ້າແຂວງໆ ອັດຕະປື ໄດ້ຂຶ້ນກ່າວໄຂກອງປະຊຸມ ແລະ ຜ່ານບົດລາຍງານການເມືອງທັງສອງພາກ. ໃນການຕີລາຄາຜົນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກແຂວງ ຄັ້ງທີ X (2016-2020) ແລະ ທິດທາງແຜນການ 5ປີ 2021-2025) ໂດຍໄດ້ຍົກ ໃຫ້ເຫັນຜົນສໍາເລັດຕົວຈິງໃນທຸກຂົງເຂດວຽກງານ ເຊັ່ນ: ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ວັດທະນາທໍາ-ສັງຄົມ, ຂົງເຂດ ນິຕິບັນຍັດ, ຂົງເຂດຕຸລາການ ແລະ ວຽກງານຍຸຕິທໍາ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ວຽກງານອື່ນໆ ສິ່ງທີ່ພົ້ນເດັ່ນຕະຫຼອດໄລຍະ 5 ປີຜ່ານມາ ທົ່ວແຂວງມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ, ປະຊາຊົນບັນດາເຜົ່າມີຄວາສາມັກຄີປອງດອງ, ເສດຖະກິດ-ສັງຄົມໄດ້ຮັບການພັດນາຢ່່າງຕໍ່ເນື່ອງ GDP ເພີ່ມ ຂຶ້ນ7,5%ຕໍ່ປີ, ສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.011 ໂດລາສະຫະລັດ, ທຽບໃສ່ປີ 2015 ເພີ່ມຂຶ້ນ 13,6% ແລະ ວຽກງານອື່ນໆ ກໍໄດ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດໍາເນີນເຖິງວັນທີ 18 ກັນຍາ 2020 ຈຶ່ງໄດ້ອັດລົງດ້ວຍຜົນສຳເລັດຕາມຄາດໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ