ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເປີດສົກຮຽນໃໝ່ 2020-2021
ເວລາອອກຂ່າວ: 2020-09-20 15:11:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ວັນທີ 15 ກັນຍາ 2020 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດຕັ້ງພິທີເປີດສົກຮຽນໃໝ່ 2020-2021 ພາຍໃຕ້ ການເປັນປະທານຂອງ ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ, ສະຫາຍ ພັນເອກ ສົມພອນ ມິດຕະພອນ ກຳມະການຄະນະປະຈຳພັກກົມໃຫຍ່ເສນາທິການ, ຫົວໜ້າກົມກຳ ລັງພົນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຕາງໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການ ກອງທັບ, ກົມພະນັກງານກົມ ໃຫຍ່ການເມືອງກອງທັບ, ກົມກອງອ້ອມຂ້າງ, ຄະນະຫ້ອງ, ພະແນກ , ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານໂຮງຮຽນ ໄດ້ຂຶ້ນອ່ານແຜນການ ວຽກງານສິດສອນ-ຮໍ່າຮຽນ, ອົບຮົມ-ຫັດແອບປະຈຳສົກຮຽນ 2020-2021 ອີງຕາມຫຼັກສູດວຽກງານອົບຮົມ-ຫັດແອບ ຂອງກົມໃຫຍ່ເສນາທິການກອງທັບ ແລະ ຫຼັກສູດ ຊັ້ນມັດທະຍົມສຶກສາຕອນປາຍຂອງກະຊວງສຶກສາທິການ ແລະ ກີລາ ວາງອອກ ນຳມາ ສິດສອນສົ່ງຄວາມຮູ້ໃຫ້ນັກຮຽນ. ກຳແໜ້ນທິດຊີ້ນຳຂອງພັກໃນການກໍ່ສ້າງກຳລັງ, ເປັນຕົ້ນແມ່ນ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນການປະຕິບັດບັນດາ ຂໍ້ກຳນົດ ກົດລະບຽບຂອງກອງທັບ ກໍຄືຂອງໂຮງຮຽນຢ່າງເຂັ້ມງວດ, ເຊິ່ງໃນນັ້ນ ມີລະບົບກໍ່ສ້າງສາມັນຊັ້ນ ມ6 ມີ 260 ສະຫາຍ, ຊັ້ນ ມ7 ມີ 270 ສະຫາຍ, ໃນນີ້ ໃຊ້ເວລາ 34 ອາທິດຕໍ່ວິຊາຮຽນ, ລະບົບກໍ່ສ້າງ ນາຍສິບ 268 ສະຫາຍ ໃຊ້ເວລາອົບຮົມ-ຫັດແອບທັງໝົດ 179 ວັນ ເທົ່າກັບ 1.256 ຊົ່ວໂມງ, ລະບົບກໍ່ສ້າງເລັ່ງລັດ 100 ສະ ຫາຍ, ຍິງ 1 ສະຫາຍ (ການເມືອງ- ການທະຫານຂັ້ນໝວດ, ຂັ້ນກອງຮ້ອຍ) ໃຊເວລາອົບຮົມ-ຫັດແອບ ທັງໝົດ 180 ວັນ ເທົ່າກັບ1.260 ຊົ່ວໂມງ ໃນນັ້ນແບ່ງອອກເປັນ 2 ເຫຼົ່າ ຄື : ເຫຼົ່າການການເມືອງ (ປະກອບມີ 2 ພາກ), ເຫຼົ່າການທະຫານ ( ປະກອບມີ 2 ພາກ) ນັກຮຽນທີ່ຈົບໄປຖືເອົາຄຸນນະພາບ ເປັນກົກ. ນອກນີ້, ຍັງຍົກໃຫ້ເຫັນ ບັນດາຂໍ້ກຳນົດກົດລະບຽບຂອງ ກອງທັບ ກໍຄືຂອງໂຮງຮຽນ, ເຊິ່ງນັກຮຽນຕ້ອງປະຕິບັດໃຫ້ໄດ້ຢ່າງເຂັ້ມງວດ ແລະ ຮັບປະກັນ ດ້ານການລ້ຽງດູກຳລັງ ຕະຫຼອດເຖີງວຽກງານຮັບປະກັນຕ່າງໆເຂົ້າໃນ ການອົບຮົມ- ຫັດແອບໃຫ້ໄດ້ຮັບປະສິດທິຜົນສູງ. ໂອກາດນີ້ ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ໄດ້ໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງໄດ້ເນັ້ນໜັກ ໃຫ້ຄະນະພັກ ຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານ, ຄູ-ອາຈານ ເອົາໃຈໃສ່ໃນການຄຸ້ມຄອງບັນຊາ ແລະ ສົ່ງຄວາມຮູ້ໃຫ້ ນັກຮຽນໂດຍຖືເອົາຄຸນນະພາບ ເປັນກົກ, ບົນພື້ນຖານສອນດີ, ສອນເກັ່ງ, ສ້າງນັກຮຽນດີທີ່ມີຄຸນນະພາບ ແລະ ຮຽນເກັ່ງ, ພ້ອມນັ້ນ ກໍເອົາໃຈໃສ່ປະຕິບັດຂໍ້ກຳນົດກົດລະບຽບຕ່າງໆຂອງກອງທັບກໍຄືຂອງໂຮງຮຽນວາງອອກ ໃຫ້ໄດ້ຢ່າງເຂັ້ມງວດຖືເອົາການ ເຝິກຝົນຫຼໍ່ຫຼອມຕົນເອງຢ່າງ ຮອບດ້ານ ຍາດໄດ້ຄະແນນດີ, ຄະແນນເກັ່ງ. ໂອກາດດຽວກັນນີ້ ຍັງໄດ້ຮັບຊົມການສວນສະໜາມ ຂອງພະນັກງານ ແລະ ນັກຮຽນ ຢ່າງເປັນຂະບວນຄຶກຄື້ນ. ຂ່າວ : ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ