ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໂອ້ລົມພະນັກງານ - ນັກຮົບທະຫານແຂວງຊຽງຂວາງ
ເວລາອອກຂ່າວ: 2020-09-20 15:10:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:



ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ພົບປະໂອ້ລົມພະນັກງານ-ນັກຮົບ ຢູ່ກອງບັນຊາການ ທະຫານແຂວງຊຽງຂວາງ ໃນ ວັນທີ 16 ກັນຍາ 2020 ນີ້. ສະຫາຍພັນເອກ ບຸນຊູ ໄຊລາສີ ກໍາມະການຄະນະປະຈຳພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ລາຍງານ ສະພາບ ຈຸດພິເສດຂອງກອງບັນຊາການ ທະຫານແຂວງ ໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານເຮັດໃຫ້ສະພາບມີຄວາມ ສະຫງົບໄລຍະຜ່ານມາ ເຊິ່ງຍາມໃດ ຄະນະພັກ-ຄະນະບັນຊາ ກໍຖືວຽກງານສຶກສາອົບຮົມ ການເມືອງ-ນຳພາແນວຄິດເປັນກົກ ສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມຂອງກົມກອງ ໂດຍສະເພາະແມ່ນ ວຽກງານການ ເມືອງ-ແນວຄິດ, ວຽກງານການທະຫານ, ແຜນງານປ້ອງກັນ ການກຽມພ້ອມສູ້ຮົບ, ການປ້ອງກັນໄພພິບັດ, ວຽກງານອົບຮົມ- ຫັດແອບ, ວຽກງານກຳລັງພົນ, ວຽກງານພະລາທິການ-ເຕັກນິກ ພ້ອມນັ້ນ ຍັງໄດ້ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນເຮັດ ໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມປອດໄພໂດຍພື້ນຖານ. ໂອກາດນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາເອົາໃຈໃສ່ຕໍ່ການຫັນເອົາ ພະນັກງານລົງກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງ, ເອົາໃຈໃສ່ຊີ້ນຳວຽກງານ ອົບຮົມ-ຫັດແອບເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ຂອງຕົນ, ເຮັດວຽກເປັນໝູ່ຄະນະ ມີຄວາມສາມັກຄີພາຍໃນເປັນປຶກແຜ່ນປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ເຮັດໃຫ້ທ້ອງຖິ່ນ ຂອງຕົນມີຄວາມສະຫງົບ, ຕິດພັນກັບວຽກງານ 3 ສ້າງບົນພື້ນຖານ ເພື່ອສ້າງແຂວງໃຫ້ເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງໃຫ້ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍ ພັດທະນາ. ໄປຄຽງຄູ່ກັນນັ້ນ, ກໍຕ້ອງປະຕິບັດນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໂດຍອີງໃສ ເງື່ອນໄຂ ແລະ ທ່າແຮງບົ່ມຊ້ອນ ຂອງກົມກອງ ເພື່ອປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ແລະ ສ້າງກອງທັບເຮົາໃຫ້ເປັນກອງທັບປະຕິວັດ ມີແບບແຜນ ແລະ ທັນສະໄໝ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ