ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ
ເວລາອອກຂ່າວ: 2020-08-18 11:24:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ພໍຮອດແຮມ 14 ຄໍ່າເດືອນ 9 (ລາວ) ຂອງທຸກໆປີ ການເຮັດ ບຸນຫໍ່ເຂົ້າປະດັບດິນເປັນປະເພນີ ໜຶ່ງໃນຮີດສິບສອງຂອງຊາວ ລາວຊາວພຸດທະສາສະໜາບຸນຫໍ່ ເຂົ້າປະດັບດິນ ເປັນບຸນທີ່ເຮັດຂຶ້ນ ເພື່ອອຸທິດສວນກຸສົນໄປຍາດພີ່ ນ້ອງທີ່ລວງລັບໄປແລ້ວ ຫຼື ຫາ ເຜດ. ເຂົ້າປະດັບດິນໄດ້ແກ່ເຂົ້າ ແລະ ອາຫານຫວານຄາວ ພ້ອມ ໝາກພູຢາສູບ ທີ່ຫໍ່ດ້ວຍໃບຕອງ ກ້ວຍເອົາໄປໄວ້ຕາມໃຕ້ຕົ້ນໄມ້ ແຂວນໄວ້ຕາມງ່າໄມ້ຕາມບໍລິ ເວນຕ້າຍວັດ (ກໍາແພງວັດ) ຫຼື ວາງໄວ້ຕາມພື້ນດິນ “ຫໍ່ເຂົ້າ ນ້ອຍ” ພ້ອມກັບເຊີນວິນຍານຂອງ ຍາດພີ່ນ້ອງເອົາພັດຕາຫານໄປ ຖວາຍແດ່ພະສົງ ສາມະເນນແລ້ວ ອຸທິດສວນກຸສົນແກ່ຜູ້ຕາຍໂດຍ ຢາດນໍ້າອຸທິດສວນກຸສົນໄປຫາ. ສວນຄວາມເປັນມາຂອງ ເລື່ອງການເຮັດບຸນຫໍ່ເຂົ້າປະດັບ ດິນນີ້ເກີດຈາກຄວາມເຊື່ອຕາມ ນິທານທໍາມະບົດ ວ່າ: “ຍາດພີ່ນ້ອງຂອງພະເຈົ້າພິມພິສານໄດ້ ຍັກຍອກເງິນວັດຂອງສົງຕ່າງໆ ໄປເປັນຂອງຕົນເອງ ໃນສະໄໝ ພະກັດສະປະພຸດທະເຈົ້າພວກ ອະດີດຍາດພີ່ນ້ອງຂອງພະເຈົ້າ ພິມພິສານເຫຼົ່ານັ້ນ ຄັນຕາຍໄປ ແລ້ວໄດ້ໄປເກີດເປັນເຜດໃນນະ ລົກຕະຫຼອດພຸດທະທັນດອນເມື່ອ ພະເຈົ້າພິມພິສານຖວາຍ ທານ ແດ່ ພະສະມະນະໂຄດົມ ພຸດທະ ເຈົ້າ ໃນພັດທະກັບນີ້ ກໍ ບໍ່ໄດ້ຢາດ ນໍ້າອຸທິດສ່ວນກຸສົນໄປ ໃຫ້ແກ່ ພວກຍາດເຫຼົ່ານັ້ນ ພໍຕົກກາງຄືນ ມາພວກເຜດຍາດພີ່ນ້ອງຂອງ ພະເຈົ້າພິມພິສານເຫຼົ່ານັ້ນໄດ້ມາ ສົ່ງສຽງຮ້ອງອັນ ໂຫຍຫວນ ແລະ ສະແດງຮູບຮາງອັນ ເປັນຕາຢ້ານ ໃຫ້ແກ່ພະເຈົ້າພິມພິສານ ໄດ້ຍິນ ແລະ ເຫັນ ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາ ຈຶ່ງໄດ້ສະເດັດ ໄປຖາມພະພຸດ ທະເຈົ້າ ພະພຸດທະອົງຊົງເລົ່າ ເລື່ອງລາວທີ່ເປັນ ມູນເຫດໃຫ້ ພະເຈົ້າພິມພິສານໄດ້ຊົງຊາບພະ ເຈົ້າພິມພິສານຈຶ່ງໄດ້ເຮັດບຸນ ຖວາຍທານອີກ ແລ້ວ ຊົງອຸທິດ ສວນກຸສົນໄປໃຫ້ ພວກຍາດທີ່ ຕາຍໄປແລ້ວ ໃຫ້ໄດ້ຮັບສວນກຸ ສົນ ແລ້ວໄດ້ມາສະແດງຕົນໃຫ້ ພະເຈົ້າພິມພິສານເຫັນ ແລະ ຊາບ ວ່າທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ທຸເລົາເບົາບາງລົງ ແລ້ວ ເພາະ ການອຸທິດສ່ວນກຸສົນ ຂອງພະ ອົງ” ຄົນລາວເຮົາຈຶ່ງຖືເອົາມູນ ເຫດນີ້ເຮັດບຸນຫໍ່ເຂົ້າປະດັບດິນ ນັບແຕ່ມື້ນັ້ນຕິດຕໍ່ກັນມາຈົນເຖິງ ປັດຈຸບັນ. ສວນວິທີການເຮັດບຸນຫໍ່ເຂົ້າ ປະດັບດິນນັ້ນ ພໍຮອດມື້ແຮມ 13 ຄໍ່າເດືອນ 9 ຊາວບ້ານຈະຫ້າງຫາກະກຽມອາຫານຫວານຄາວ ໄດ້ແກ່: ຊີ້ນ, ປາ, ເຜືອກ, ມັນ, ກ້ວຍ, ອ້ອຍ, ເຂົ້າຕົ້ມ, ເຂົ້າໜົມ, ນໍ້າອ້ອຍ, ນໍ້າຕານ, ໝາກໄມ້, ໝາກພູ ແລະ ອື່ນໆ ເພື່ອຈັດລ້ຽງ ກັນໃນຄອບຄົວ ແລະ ເຮັດບຸນ ຖວາຍພະພິກຂຸສົງສາມະເນນແດ່ ສວນສໍາລັບ ອຸທິດໃຫ້ຍາດພີ່ນ້ອງ ທີ່ຕາຍໄປແລ້ວນັ້ນ ໃຊ້ຫໍ່ດ້ວຍໃບ ຕອງກ້ວຍ ຫຼື ຕອງຈິງ ອາຫານ ຫວານຫໍ່ໜຶ່ງອາຫານຄາວຫໍ່ໜຶ່ງ ແລະ ໝາກພູຫໍ່ໜຶ່ງ ຫຼື ບາງຄົນກໍ ເຮັດໃສກະທົງກໍມີ ຫຼື ບາງຄົນກໍ ເອົາອາຫານຫວານຄາວ ໃສ່ ໃນ ຫໍ່ດຽວກັນ ເລີຍກໍມີ ສິ່ງຂອງເຫຼົ່າ ນີ້ຈະໜ້ອຍ ຫຼື ຫຼາຍນັ້ນກໍແລ້ວແຕ່ ສັດທາ. ພໍຮອດເຊົ້າຂອງມື້ແຮມ 14 ຄໍ່າເດືອນ 9 ຕອນເຊົ້າມືດ ຄື: ເວ ລາປະມານ 4-6 ໂມງ ປະຊາຊົນ ຈະນໍາເອົາອາຫານທີ່ຫໍ່ໄວ້ມື້ຄືນ ນີ້ໄປວາງໄວ້ຕາມພື້ນດິນວາງ ແຈກ ໄວ້ຕາມບໍລິເວນວັດ ຕົ້ນໂພ ຕົ້ນໄມ້ ກ້ອງວັດ ພ້ອມກັບຈູດທູບ ທຽນ ແລະ ບອກກາວແກ່ ເຜດຜີ ໃຫ້ມາຮັບເອົາສິ່ງຂອງ ແລະ ຜົນ ບຸນນັ້ນດ້ວຍ. ບາງທ້ອງຖິ່ນ ຈະ ເອົາອາຫານທີ່ອຸທິດໃຫ້ແກ່ຜູ້ຕາຍ ຫຼັງເຮັດພິທີ ແລ້ວ ກໍຝັງໄວ້ໃນດິນ ກໍມີ ເພື່ອບໍ່ໃຫ້ຜູ້ໃດຜູ້ໜຶ່ງໄດ້ກິນ ອາຫານທີ່ ເປັນຂອງເຫຼືອຂອງ ເຜດ ເພາະ ຢ້ານວ່າຈະກາຍເປັນ ເຜດໄປນໍາບາງບ້ານ ກໍມັກຈະເອົາ ຫໍ່ອາຫານຫຼັງພິທີນັ້ນໄປຜີຕາ ແຮກຢູ່ນາ ຫຼື ບາງຄັ້ງກໍຫວ່ານ ລົງນໍ້າບູຊາພະຍານາກ ແລະ ແມ່ ນໍ້າຄົງຄາການວາງອາຫານໄວ້ ຕາມພື້ນດິນ ຫຼື ຕາມບ່ອນຕ່າງໆ ເພື່ອຈະໃຫ້ ພວກເຜດ ມາຮັບເອົາ ຂອງອຸທິດໃຫ້ໄດ້ຫຼາຍໆໂດຍ ບໍ່ຕ້ອງມີພິທີຫຍັງຍາກ ສໍາເລັດ ພິທີອຸທິດຜົນບຸນສົ່ງໄປໃຫ້ເຜດ ແລ້ວຊາວບ້ານກໍຈະນໍາອາຫານ ທີ່ກຽມໄວ້ສ່ວນໜຶ່ງ ໄປຕັກບາດ ແລະ ຖວາຍທານແດ່ ພະສົງສາມະ ເນນ ເຊິ່ງຈະມີການໄຫວ້ພະຮັບ ສິນຖວາຍທານຟັງເທດສະຫຼອງ 1 ກັນ ຄາລະວະ ແລະ ຮັບພອນ ຢາດນໍ້າອຸທິດສ່ວນບຸນກຸສົນໄປ ຍັງເຜດຜີ ຫຼື ຍາດຕິພີ່ນ້ອງທີ່ ລ່ວງລັບໄປແລ້ວ ກໍເປັນອັນສໍາ ເລັດພິທີບຸນຫໍ່ເຂົ້າປະດັບດິນຕົກ ຕອນແລງມາກໍຈະມີພິທີເຂົ້າວັດ ໄຫວ້ພະ ຮັບສິນຟັງເທດ ແລະ ວຽນທຽນອີກຄັ້ງໜຶ່ງ ເຊິ່ງຈະເຮັດ ທຸກໆວັນສິນຢູ່ແລ້ວ. ຢ່າງໃດກໍຕາມ ການໄປເຮັດບຸນກໍຕ້ອງຮັກສາໄດ້ຮີດຄອງປະເພນີ ໂດຍສະເພາະ ການນຸ່ງຖືທັງຊາຍ ແລະ ຍິງ ພ້ອມກັນນັ້ນກໍຕ້ອງພ້ອມກັນຮັກສາຄວາມສະອາດ ແລະ ສິ່ງທີ່ຕ້ອງປະຕິບັດນັ້ນກໍຄື ເປັນເຈົ້າການໃນການຕັ້ດຕັ້ງ ປະຕິບັດມາດຕະການ ຜ່ອນຜັນ ເພື່ອປ້ອງກັນຄວບຄຸມ ແລະ ແກ້ ໄຂການລະບາດຂອງພະຍາດ ໂຄວິດ-19. ໂດຍ: ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ