ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຖາບັນການຢາ-ການແພດພື້ນເມືອງກອງທັບ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2020
ເວລາອອກຂ່າວ: 2020-08-18 11:04:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນວັນທີ 11 ສິງຫາ 2020, ສະຖາບັນການຢາ-ການແພດພື້ນ ເມືອງກອງທັບຈັດກອງປະຊຸມສະ ຫຼຸບວຽກງານຮອບດ້ານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020, ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ປອ ວົງສັກ ພັນທະວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີ ສະຫາຍ ພົນຈັດ ຕະວາ ບົວສິງ ອິນທະວົງ ກຳ ມະການຄະນະພັກກົມໃຫຍ່, ຫົວ ໜ້າກົມເສນາຮັກ ກົມໃຫຍ່ພະລາ ທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ, ສູນ, ໂຮງງານ, ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ພູເຂົາ ທະນູ ສອນຄະນະພັກຮາກຖານ, ຫົວໜ້າ ການ ທະຫານສະຖາບັນການຢາ-ການແພດພື້ນເມືອງກອງທັບ ໄດ້ຂຶ້ນຜ່ານ ບົດສະຫຼຸບວຽກງານ ໃນໄລຍະຜ່ານມາ ຄະນະພັກ-ຄະ ນະບັນຊາໄດ້ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ-ນຳພາ ແນວຄິດເປັນສຳຄັນເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບການ ຕ່າງໆຂອງກອງທັບຢ່າງເຂັ້ມ ງວດ ແລະ ຍັງໄດ້ຈັດຕັ້ງເຜີຍແຜ່ ເອກະ ສານສຳຄັນຕ່າງໆຂອງ ທ່ານນາຍົກລັດຖະມົນຕີໃນການ ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດອັກເສບ ປອດສາຍພັນໃໝ່ໂຄວິດ-19 ໃຫ້ ພະນັກງານ-ນັກຮົບ ໃນສະ ຖາບັນເປັນເຈົ້າການໃນການເຝົ້າ ລະວັງຢ່າງໃກ້ຊິດໄປຄຽງຄູ່ ກັນນັ້ນຍັງໄດ້ຖືເອົາ ການຈັດ ຕັ້ງດຳເນີນການກວດກາຕີລາ ຄາແບ່ງປະເພດກອງ 3 ປອດ ( ປອດໃສ, ປອດໄພ, ປອດ ຄະ ດີ) ກວດກາຕີລາຄາການກໍ່ສ້າງ ນັກຮົບວັດທະນະທຳ, ກົມກອງ ວັດທະນະທຳ, ສຳເລັດກວດກາ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2020, ໄດ້ຮັບການອະນຸມັດໃຫ້ ມະຫາຊົນຜູ້ກ້າວໜ້າເຂົ້າເປັນ ສະມາຊິກພັກສຳຮອງ 1 ສະ ຫາຍ, ອະນຸມັດໃຫ້ສະມາຊິກສຳ ຮອງເລື່ອນຂຶ້ນເປັນສະມາຊິກພັກ ສົມບູນ 1 ສະຫາຍ, ປະດັບທຽບ ຊັ້ນນາຍທະຫານຈຳນວນ 4 ສະຫາຍ, ຍົກຂັ້ນເງິນ ເດືອນ 3 ສະຫາຍ, ອະນຸມັດເຂົ້າບຳນານ 4 ສະຫາຍ ແລະ ເອົາໃຈໃສ່ຂົງ ເຂດວຽກງານນະໂຍບາຍຕ່າງໆ. ໃນໄລຍະຜ່ານມາສະຖາບັນ ສາມາດຄົ້ນຄວ້າຢາໄດ້ທັງໝົດ 7 ລາຍການຄື: ຢາປົວປະດົງຂໍ່, ເຫຼົ້າຢາອອນລີງ, ຢາປົວພະຍາດ ຍິງ, ວາຍໝາກຂ້າມປ້ອມ, ວາຍ ໝາກໝັ້ນ(ໃຊ້ໃນທາງການ ແພດ) ເຈວ ແລະ ສະເປລ້າງມື ເພື່ອຮັບໃຊ້ກອງທັບ ແລະ ສັງຄົມ. ນອກນັ້ນຍັງໄດ້ຍ້າຍສູນປູກພືດ-ລ້ຽງສັດເປັນຢາຈາກສະຖາບັນ ໄປຕັ້ງຢູ່ບ້ານຫ້ວຍເດື່ອ ເມືອງ ໂພນໂຮງ ແຂວງວຽງຈັນ , ວຽກ ງານພົວພັນຕ່າງປະເທດໄດ້ສຳ ເລັດການສ້າງ ໂຮງໝໍພື້ນເມືອງ 50 ຕຽງ, ໂດຍແມ່ນການຮ່ວມມື ລະຫວ່າງສະຖາບັນກັບບໍລິສັດ ອີ່ໂປຊື້, ສຳເລັດການອະນຸຍາດຂຶ້ນ ທະບຽນວິສາຫະກິດບໍລິສັດ ເອັມ ເອັນດີ(MND) ແລະ ເຊັນສັນ ຍາຮ່ວມມືສ້າງຕັ້ງບໍລິສັດພີເອັດດີ ( PSD) ໃນໂຄງການສ້າງຕັ້ງ ໂຮງງານຜະລິດຢາ-ອຸປະກອນ ການແພດ ເພື່ອຮັບໃຊ້ກອງທັບ ແລະ ສັງຄົມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ສາມາດຍາດໄດ້ຜົນສຳເລັດ ຫຼາຍດ້ານທີ່ຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ສືບຕໍ່ຄົ້ນຄວ້າວິທະຍາສາດ, ຜະລິດຕະພັນຢາຫຼວງ-ຢາພື້ນເມືອງ, ເອົາໃຈໃສ່ເປັນເຈົ້າ ການໃນການປະຕິບັດຕາມຄຳ ສັ່ງ, ແຈ້ງການຂອງທ່ານນາຍົກ ລັດຖະມົນຕີ ເພື່ອຕ້ານ ແລະ ສະ ກັດກັ້ນການແຜ່ລະບາດຂອງພະ ຍາດ ອັກເສບປອດສາຍພັນໃໝ່ ໂຄ ວິດ-19 ຢ່າງເຂັ້ມງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ