ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເຂົ້າວາງພວງມາລາໄຫວ້ອາໄລອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ
ເວລາອອກຂ່າວ: 2020-08-14 19:37:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:



ວັນທີ 14 ສິງຫາ 2020 ນີ້, ຢູ່ທີ່ສະຖານເອກອັກຄະລັດຖະ ທູດ ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ກຳມະການກົມ ການເມືອງສູນກາງພັກ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ຕາງໜ້າ ໃຫ້ການນຳກະຊວງປ້ອງກັນປະເທດຕະຫຼອດຮອດພະນັກງານ-ນັກຮົບໃນທົ່ວກອງທັບປະຊາ ຊົນລາວ ນໍາເອົາພວງມາລາ ເຂົ້າໄຫວ້ອາໄລ ແລະ ສະແດງ ຄວາມໂສກເສົ້າເສຍໃຈຕໍ່ການ ຈາກໄປຢ່າງບໍ່ມີວັນຫວນກັບຄືນ ມາຂອງສະຫາຍ ເລຂາ ຟ່ຽວ ອະ ດີດ ເລຂາທິການໃຫຍ່ພັກກອມ ມູນິດ ຫວຽດນາມ. ສະຫາຍ ເລຂາ ຟ່ຽວ ແມ່ນນັກປະຕິວັດທີ່ກ້າແກນ, ເດັດດຽວ ໜຽວແໜ້ນ ແລະ ເປັນການນຳ ຜູ້ໜຶ່ງທີ່ມີປະສົບການເຄີຍດຳ ລົງຫຼາຍຕຳແໜງໃນກອງທັບ ແລະ ສູນກາງພັກກອມມູນິດ ຫວຽດນາມ, ອະດີດຫົວໜ້າກົມ ໃຫຍ່ການເມືອງສູນກາງພັກ ກອງທັບປະຊາຊົນຫວຽດນາມ, ກໍາມະການ ສູນກາງພັກຊຸດທີ VII, VIII, ເລຂາທິການສູນກາງ ພັກຊຸດທີ VII, ກໍາມະການກົມ ການເມືອງຊຸດທີ VII, VIII, ຄະນະປະຈໍາພັກ, ຜູ້ປະຈໍາການ ກົມການເມືອງຊຸດທີ VIII, ເລ ຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກຊຸດທີ VIII, ສະ ມາຊິກສະພາແຫ່ງຊາດ ຊຸດທີ IX, X ທີ່ໄດ້ປະກອບສ່ວນສໍາ ຄັນຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນ ພະລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຂອງ ສສ ຫວຽດນາມ ແລະ ໄດ້ປະກອບສ່ວນເຂົ້າໃນການເສີມ ສ້າງ, ຮັດແໜ້ນ ແລະ ຮ່ວມມື ຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ອ້າຍນ້ອງຕະ ຫຼອດມາ. ການເຂົ້າວາງພວງ ມາລາ ໃນຄັ້ງນີ້ ເປັນການສະແດງ ເຖິງຄວາມໂສກເສົ້າເສຍໃຈຕໍ່ ການຈາກໄປຂອງສະຫາຍເລ ຂາ ຟຽວ ແລະ ຄວາມສາມັກຄີ ສະໜິດສະໜົມຂອງພັກ-ລັດ ແລະ ຂອງປະຊາຊົນສອງຊາດ ກໍຄືຂອງສອງກອງທັບລາວ-ຫວຽດນາມ, ທັງເປັນ ການແບ່ງເບົາຄວາມທຸກໂສກ ແລະ ອາໄລອາວອນຢ່າງສຸດ ຊຶ້ງ ຕໍ່ພັກ-ລັດ ແລະ ປະຊາຊົນຫວຽດ ນາມ. ໃນບັນຍາກາດອັນໂສກ ເສົ້ານີ້, ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ໃນນາມສ່ວນ ຕົວ ກໍຄືໃນນາມຕາງໜ້າໃຫ້ ການນຳພັກ-ລັດ, ກະຊວງປ້ອງ ກັນປະເທດສະແດງຄວາມອາ ໄລອາວອນ ແລະ ຂໍແບ່ງເບົາ ຄວາມໂສກເສົ້າເສຍໃຈມາຍັງ ການນຳພັກ-ລັດ, ຄະນະນຳ ແລະ ພະນັກງານສະຖານເອກອັກຄະ ລັດຖະທູດ ຫວຽດນາມ ກໍຄືຄອບ ຄົວ, ຍາດຕິພີນ້ອງ ແລະ ເພື່ອນ ມິດສະຫາຍລາວ-ຫວຽດນາມ ອ້າຍນ້ອງ ຂໍສະແດງຄວາມອາ ໄລຮັກຢ່າງສຸດຊຶ້ງ ແລະ ຂໍໃຫ້ ດວງວິນຍານຂອງສະຫາຍ ເລຂາ ຟຽວ ຈົ່ງໄປສູ່ສຸກກະຕິເຖີ້ນ. ນອກຈາກ ຄະນະນຳກະຊວງ ປ້ອງກັນປະເທດ ຍັງໄດ້ເຂົ້າວາງ ພວງມາລາ ແລະ ເຊັນປື້ມໄຫວ້ອາ ໄລຢູ່ທີ່ສະຖານເອກອັກຄະລັດ ຖະທູດ ຫວຽດນາມ ປະຈຳ ສປປ ລາວ ອີກດ້ວຍ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ