ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດເຜີຍແຜ່ເຊື່ອມຊຶມເອກະສານຂອງກົມການເມືອງສູນກາງພັກ
ເວລາອອກຂ່າວ: 2020-08-14 19:35:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ໃນທີ 14 ສິງຫາ 2020 ນີ້, ກະຊວງປ້ອງກັນປະເທດ ໄດ້ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເອກະສານຂອງກົມການເມືອງ ສູນກາງພັກ ໂດຍການເປັນປະ ທານ ແລະ ເຜີຍແຜ່ຂອງ ສະ ຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກກະຊວງ-ຄະນະພັກ ກົມໃຫຍ່, ຫ້ອງວ່າການ ແລະ ຄະນະພັກ-ຄະນະບັນຊາກົມກອງ ອ້ອມຂ້າງເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຜ່ານ ເອກະສານມະຕິ ວ່າດ້ວຍເພີ່ມ ທະວີວຽກງານປ້ອງກັນຄວາມ ສະຫງົບໃນສະພາບການປ່ຽນ ແປງໃໝ່ສະບັບເລກທີ 111/ກມສພ ວ່າດ້ວຍການຍົກສູງຄຸນ ນະພາບການດໍາເນີນຄະດີຕາມ ຄວາມຍຸຕິທໍາ ສະບັບເລກທີ 112/ກມສພ, ມະຕິວ່າດ້ວຍ ວຽກງານແນວໂຮມ ແລະ ວຽກ ງານມະຫາຊົນຂອງພັກ ສະບັບ ເລກທີ 108/ກມສພ, ເຊິ່ງໄດ້ ຍົກໃຫ້ເຫັນວ່າ: ວຽກງານປ້ອງ ກັນຄວາມສະຫງົບເປັນວຽກ ງານຍຸດທະສາດສໍາຄັນຕົ້ນຕໍ ຂອງພັກ-ລັດ ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ມີລັກສະນະ ຕັດສິນຕໍ່ການຄົງຕົວ ແລະ ຂະ ຫຍາຍຕົວຂອງປະເທດຊາດ ພາຍໃຕ້ການນໍາພາ ໂດຍກົງ ເດັດຂາດ ແລະ ຮອບດ້ານຂອງ ພັກ ພື້ນຖານວຽກງານປ້ອງກັນ ຄວາມສະຫງົບແມ່ນມາຈາກປະ ຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາ ຊົນຍຶດໝັ້ນ ແລະ ປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນ ຮອບດ້ານ, ສ້າງທ່າສະໜາມ ປ້ອງກັນຄວາມສະຫງົບຕາມ ທິດ 3 ສ້າງ, ກໍາລັງພື້ນຖານປ້ອງ ກັນຄວາມສະຫງົບ ແມ່ນກ້ອນ ກໍາລັງຄວາມສາມັກຄີທົ່ວປວງ ຊົນລາວທັງຊາດ, ກໍາລັງແຮງ ຂອງລະບົບການເມືອງ, ເສດຖະ ກິດ, ວັດທະນະທໍາ-ສັງຄົມ, ວິ ທະຍາສາດ-ເຕັກໂນໂລຊີ ແລະ ກໍາລັງແຮງທາງດ້ານການພົວ ພັນຕ່າງປະເທດ ເຊິ່ງໃນນັ້ນກໍາ ລັງປ້ອງກັນຄວາມສະຫງົບປະ ຊາຊົນ ເປັນກໍາລັງຫຼັກແຫຼ່ງແກນ ສານ. ພັກເຮົາຍາມໃດກໍຖືເອົາ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເປັນເງື່ອນ ໄຂ ພື້ນຖານ ການຮັບປະກັນໃຫ້ ແກ່ການພັດທະນາ, ຢາກພັດທະ ນາໄດ້ກໍຕໍ່ເມື່ອມີຄວາມສະຫງົບ ປອດໄພ. ການດໍາເນີນຄະດີຕາມຂະ ບວນຍຸຕິທໍາ ແມ່ນການເພີ່ມທະ ວີການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍລັດຖະ ທໍາມະນູນ ແລະ ກົດໝາຍ, ພາຍ ໃຕ້ການນໍາພາຂອງພັກ; ເນື້ອ ແທ້ແມ່ນການປົກປັກຮັກສາ ໝາກຜົນຂອງການປະຕິວັດ ກໍ ຄືການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງລັດ, ລວມໝູ່ ແລະ ຂອງພົນລະເມືອງ, ຕ້ອງ ຮັບປະກັນຄວາມໂປງໃສ, ຖືກ ຕ້ອງ. ເປັນທໍາ ແລະ ມີປະສິດ ທິພາບ; ຮັບປະກັນສິດສະເໝີ ພາບຂອງພົນລະເມືອງຕໍ່ໜ້າ ກົດໝາຍ; ເສີມຂະຫຍາຍບົດ ບາດຕິດຕາມ, ກວດກາຂອງ ສະພາເເຫ່ງຊາດ ສະພາປະຊາ ຊົນທ້ອງຖິ່ນ ແນວລາວສ້າງ ຊາດ, ອົງການຈັດຕັ້ງມະຫາ ຊົນ, ສື່ມວນຊົນ ແລະ ພົນລະ ເມືອງຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ ແລະ ກົດ ໝາຍ, ປັບປຸງທັດສະນະ, ຄວາມ ຮັບຮູ້ເຂົ້າໃຈຂອງຄະນະພັກ ຂັ້ນຕ່າງໆ ແລະ ອົງການອໍາ ນາດລັດ ຕໍ່ການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ບົນພື້ນ ຖານເຄົາລົບ ແລະ ປະຕິບັດຕໍ່ ລັດຖະທໍາມະນູນ ແລະ ກົດໝາຍ. ພາຍໃຕ້ການນໍາພາຂອງພັກ ແມ່ນພາລະກິດຂອງມະຫາຊົນ ແລະ ຖືມະຫາຊົນເປັນກົກ-ເປັນ ຈຸດເລີ່ມຕົ້ນ, ເປົ້າໝາຍສູງສຸດ ຂອງພັກເຮົາ ແມ່ນຄວາມສົມ ບູນພູນສຸກຂອງປະຊາຊົນບັນ ດາເຜົ່າ ແລະ ຄວາມຮັ່ງມີເຂັ້ມ ແຂງຂອງປະເທດຊາດ; ແນວ ລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນ ເປັນສ່ວນ ປະກອບສໍາຄັນທີ່ຕັດແຍກບໍ່ ໄດ້ໃນລະບົບການເມືອງປະຊາ ທິປະໄຕປະຊາຊົນ ທີ່ມີພັກປະ ຊາຊົນປະຕິວັດລາວ ເປັນແກນ ນໍາ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ມີໜ້າ ທີ່ສໍາຄັນໃນການເຕົ້າໂຮມຄວາມ ສາມັກຄີປອງດອງປວງຊົນ ທັງຊາດ, ສຶກສາອົບຮົມ, ປຸກ ລະດົມ ແລະ ຂົນຂວາຍມະຫາ ຊົນ ເຂົ້າຮ່ວມໃນພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ພ້ອມດຽວກັນນັ້ນຍັງໄດ້ຜ່ານ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮອງຮັບເອົາບົດ ລາຍງານຂອງລັດຖະບານກ່ຽວ ກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ເດືອນ, ຄາດຄະເນ 6 ເດືອນ ແລະ ດັດແກ້ຄາດໝາຍແຜນພັດ ທະນາເສດຖະກິດ-ສັງຄົມປະ ຈໍາປີ 2020 ສະບັບເລກທີ 01/ສພຊ ແລະ ມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍ ການ ຮັບຮອງເອົາບົດລາຍງານການ ຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ 5 ເດືອນຕົ້ນປີ 2020 ອີກດ້ວຍ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ