ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫັນມາປູກຕົ້ນໄມ້ທົດແທນເພື່ອຫຼຸດຜ່ອນອຸທົກກະໄພ
ເວລາອອກຂ່າວ: 2020-08-14 19:10:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໃນໄລຍະຜ່ານມາ ສປປ ລາວ ໄດ້ປະເຊີນກັບເຫດການນ້ຳ ປ່າໄຫຼຊຸກໍ່ໃຫ້ເກີດນ້ຳຖ້ວມ ແລະ ມີຜົນເສຍຫາຍຕາມມາເປັນ ຈຳນວນຫຼວງຫຼາຍ ເພື່ອປ້ອງ ກັນ ແລະ ແກ້ໄຂບັນຫາດັ່ງກ່າວ ພວກເຮົາທຸກໆຄົນຄວນຫັນມາ ປູກຕົ້ນໄມ້ ແລະ ຢຸດຕິການຖາງ ປ່າແບບຊະຊາຍເພື່ອຫຼີກລ່ຽງໄພ ແຫ້ງແລ້ງ ແລະ ໄພນຳ້ຖ້ວມທີ່ ອາດຈະເກີດຂຶ້ນ. ສຳລັບ, ວິທີປ້ອງກັນ ແລະ ແກ້ໄຂເຫດການນຳ້ຖ້ວມອັ່ງ ຂັງໃນຕົວເມືອງນັ້ນ ຕ້ອງວາງ ຜັງເມືອງໃຫ້ເໝາະສົມຮັກສາລະ ບົບລະບາຍນ້ຳຕາມທຳມະຊາດ ເພື່ອໃຊ້ລະບາຍນ້ຳ ແຕ່ຖ້າມີ ຄວາມຈຳເປັນຕ້ອງພັດທະນາ ເຂດທີ່ເປັນບ່ອນລະບາຍນໍ້າທຳ ມະຊາດຈະຕ້ອງໄດ້ກໍ່ສ້າງລະບົບ ລະບາຍນ້ຳທົດແທນ. ພ້ອມນັ້ນ, ການກໍ່ສ້າງທາງຈະ ຕ້ອງວາງລະ ບົບການລະບາຍນ້ຳເຊັ່ນ: ຕ້ອງ ວາງທໍ່ລະບາຍນຳ້ໃຫ້ເໝາະສົມ ກັບຕຳແໜ່ງທີ່ຕັ້ງຈຳນວນຂະ ໜາດ ແລະ ເຂດໃດມີສະພາບ ດິນເຈື່ອນບໍ່ຄວນດູດນຳ້ໃຕ້ດິນ ນຳມາໃຊ້ໂດຍບໍ່ມີການຄຸ້ມຄອງ, ຕ້ອງມີການປ້ອງກັນການເຊາະ ເຈື່ອນຂອງໜ້າດິນດ້ວຍວິທີ ການທີ່ເໝາະສົມ ເຊັ່ນ: ປູກ ຫຍ້າຄາ ແລະ ພືດປົກຫຸ້ມ ແລະ ວິ ທີການອື່ນໆ. ສ່ວນການເກີດນ້ຳ ປ່າໄຫຼຊຸບໍລິເວນພູສູງນັ້ນແມ່ນ ເກີດຈາກການຕັດໄມ້ທຳລາຍປ່າ ເຮັດໃຫ້ບໍ່ມີພືດ ແລະ ຕົ້ນໄມ້ ປົກຫຸ້ມດິນທີ່ຈະຊ່ວຍດູດຊຶມຮັບ ນ້ຳຝົນເອົາໄວ້ ແລະ ຊ່ວຍປົກ ຫຸ້ມຍຶດຜິວດິນ ຖ້າປະລິມານນ້ຳ ຝົນໃນເຂດດັ່ງກ່າວມີຫຼາຍ ຈົນ ເຮັດໃຫ້ປະລິມານນຳ້ຜິວດິນ ທີ່ລະບາຍອອກຈາກເຂດດັ່ງ ກ່າວກໍ່ໃຫ້ເກີດນຳ້ໄຫຼຊຸນຳ້ຈະ ພັດເອົາຕົ້ນໄມ້, ກິ່ງໄມ້, ຕະກອນ, ດິນຊາຍ ແລະ ຫີນອອກຈາກໜ້າ ດິນກໍ່ໃຫ້ເກີດຄວາມເສຍຫາຍ ແກ່ບໍລິເວນເຂດທ້າຍນຳ້ຢ່າງຫຼວງຫຼາຍ ເຊິ່ງໄພພິບັດຈາກນໍ້າປ່າ ໄຫຼຊຸມີຄວາມຮຸນແຮງ ແລະ ຈຳ ເປັນຕ້ອງໃຊ້ເວລາໃນການແກ້ ໄຂຈົນກວ່າເນື້ອທີ່ດັ່ງກ່າວຈະ ກັບຄືນສະພາບປົກກະຕິໄດ້. ສຳລັບວິທີທາງໃນການປ້ອງ ກັນ ແລະ ແກ້ໄຂ ນອກຈາກຍຸດ ຕິການຕັດໄມ້ທຳລາຍປ່າແລ້ວ ຕ້ອງເລັ່ງປູກຕົ້ນໄມ້ທົດແທນ ສ່ວນທີ່ເສຍຫາຍ ແລະ ຖືກທຳລາຍ ສ້າງລະບົບປ້ອງກັນການເຊາະ ເຈື່ອນຂອງດິນໃນເຂດສັນພູ ສ້າງແຫຼ່ງນຳ້ຂະໜາດຕ່າງໆ ເຊັ່ນ: ສ້າງຝາຍ ແລະ ຫ້ວຍຂະ ໜາດກາງ ແລະ ໃຫຍ່ເພື່ອຮອງ ຮັບນຳ້ ແລະ ຄ່ອຍໆປ່ອຍນຳ້ ລົງ ເພື່ອຫຼີກລ່ຽງການກໍ່ໃຫ້ເກີດນຳ້ຖ້ວມ ແລະ ຍັງສາມາດເກັບ ຮອງຮັບນຳ້ໄວ້ໃຊ້ໃນໄລຍະລະດູແລ້ງອິີກດ້ວຍ. ສ່ວນນ້ຳລົ້ນຝັ່ງຢູ່ແມ່ນ້ຳຕ່າງໆ ເນື່ອງຈາກປະລິມານ ແລະ ອັດ ຕານ້ຳໄຫຼ່ມາຈາກຕົ້ນນຳ້ມີຫຼາຍ ເກີນຄວາມສາມາດຂອງແມ່ນຳ້ທີ່ຈະຮັບນ້ຳໄດ້ ແມ່ນ້ຳ ຫຼື ຫ້ວຍ ໜອງຄອງບຶງມີຂະໜາດນ້ອຍ ແລະ ຕື້ນ ມີສິ່ງກີດຂວາງເປັນຕົ້ນ: ມີຜັກຕົບຈຳນວນຫຼາຍປິດກັ້ນ ການໄຫຼຂອງນຳ້ ແລະ ການມີ ລະບົບຄວບຄຸມໃນແມ່ນຳ້ເຊັ່ນ: ເຂື່ອນ, ອ່າງເກັບນ້ຳ, ຝາຍ ຫຼື ປະ ຕູລະບາຍນ້ຳ ຕາມປົກກະຕິແລ້ວ ລະບົບຄວບຄຸມດັ່ງກ່າວຈະເປັນ ສິ່ງທີ່ຊ່ວຍປ້ອງກັນ ແລະ ຫຼຸດ ຄວາມຮຸນແຮງຂອງໄພພິບັດ ແຕ່ ຖ້າມີການອອກແບບ ກໍ່ສ້າງບໍ່ ເໝາະສົມ ຫຼື ມີການບໍລິຫານ ຈັດການນ້ຳບໍ່ດີຈະເປັນສາເຫດ ໃຫ້ເກີດໄພພິບັດໄດ້ ເຊັ່ນ: ຖ້າເປັນ ຮ່ອງນ້ຳ ຫຼື ແມ່ນ້ຳທີ່ມີຂະໜາດ ນ້ອຍ ແລະ ປະລິມານຂອງນ້ຳ ໄຫຼລົ້ນຝັ່ງຈະບໍ່ສ້າງຄວາມເສຍ ຫາຍຫຼາຍ ແຕ່ຖ້າເປັນແມ່ນຳ້ ຂະໜາດໃຫຍ່ທີ່ປາສະຈາກລະ ບົບຄວບຄຸມຈະກໍ່ໃຫ້ເກີດຄວາມ ເສຍຫາຍເປັນວົງກວ້າງ. ຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ