ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດນະຄອນຫຼວງແກັດ ຈຳກັດ ມອບພັດລົມໃຫ້ແກ່ກອງພັນ 199
ເວລາອອກຂ່າວ: 2020-08-14 19:05:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ໃນທ້າຍເດືອນກໍລະກົດ ຜ່ານມາ, ບໍລິສັດ ນະຄອນຫຼວງ ແກັດ ຈຳກັດ ໄດ້ມອບພັດລົມໃຫຍ່ 3 ຂາ ຈຳນວນ 4 ໜ່ວຍ ລວມ ມູນຄ່າ 3 ລ້ານກີບ, ມາມອບໃຫ້ ກອງພັນ 199 ໂດຍຕາງໜ້າ ກ່າວມອບຂອງ ທ່ານ ສົມສະ ໝອນ ສີຫາເທບ ປະທານບໍລິສັດ ນະຄອນຫຼວງແກັດ ຈຳກັດ, ພ້ອມ ດ້ວຍຄະນະ ຕາງໜ້າກ່າວຮັບ ຂອງ ສະຫາຍ ພັນໂທ ພອນແກ້ວ ສຸລິວັນວົງສາ ເລຂາຄະນະພັກ ຮາກຖານ ຫົວໜ້າການເມືອງ ກອງພັນ 199 ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພະຍານ. ໃນໂອກາດນີ້ ສະຫາຍ ພອນ ແກ້ວ ສຸລິວັນວົງສາ ໄດ້ສະແດງ ຄວາມຂອບໃຈຢ່າງເລິກເຊິ່ງ ແລະ ຮູ້ບຸນຄຸນອັນລົ້ນເຫຼືອຕໍ່ ບໍລິ ສັດນະຄອນຫຼວງແກັດ ຈຳກັດ ໄດ້ໃຫ້ການຮ່ວມໄມ້ຮ່ວມມືຊ່ວຍ ເຫຼືອກອງພັນ 199 ຕະຫຼອດມາ ທັງເປັນການຊຸກຍູ້ນໍ້າໃຈຂອງພະ ນັກງານ-ນັກຮົບໃຫ້ມີຄວາມ ຫ້າວຫັນ ແລະ ເຮັດສຳເລັດໜ້າ ທີ່ອັນມີກຽດສະຫງ່າທີ່ພັກ-ລັດ ຂັ້ນເທິງມອບໝາຍໃຫ້ ແລະ ສັນ ຍາວ່າຈະນຳເອົາວັດຖຸອຸປະກອນ ດັ່ງກ່າວນັ້ນໄປນຳໃຊ້ໃຫ້ມັນ ສອດຄ່ອງກັບວຽກງານຕົວຈິງ, ໃນໂອກາດດຽວກັນນີ້ຍັງໄດ້ ມອບໃບກຽດຕິຄຸນ 2 ໃບຂອງ ກອງພັນໃຫຍ່ 199 ໃຫ້ແກ່ບໍລິ ສັດນະຄອນຫຼວງແກັດ ຈຳກັດ ຕື່ມອີກ. ໂດຍ: ບົວໄວ ວັນນະສົດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ