ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເມືອງປາກງື່ມ ໄດ້ຮັບໃບຢັ້ງຢືນນຳໃຊ້ກາໝາຍໂອດ໋ອບ 5 ຫົວໜ່ວຍ
ເວລາອອກຂ່າວ: 2020-08-14 09:19:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງປາກງື່ມ ນະຄອນ ຫຼວງວຽງຈັນ (ນວ) ໄດ້ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກ ງານທີ່ໄດ້ຮັບມອບໝາຍບັນ ລຸຜົນສໍາເລັດ ໂດຍສົມທົບກັບ ຄະນະກໍາມະການພັກເມືອງຫັນ ລົງຮາກຖານ ເກັບກໍາຂໍ້ມູນບັນດາ ຫົວໜ່ວຍການຜະລິດຄອບຄົວ ຕົວແບບການຜະລິດ ເພື່ອຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ ໜຶ່ງບ້ານ ໜຶ່ງຜະລິດຕະພັນ ເມືອງ ໜຶ່ງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ແຫ່ງຊາດໃຫ້ປາກົດຜົນເປັນຈິງ. ທ່ານ ນາງ ບຸນໂຮມ ຈັນເທພາ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງປາກງື່ມ ກ່າວ ໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງ ອົງຄະນະພັກເມືອງປາກງື່ມ ເມື່ອ ບໍ່ດົນມານີ້ວ່າ: ຫົວໜ່ວຍການຜະ ລິດ ຄອບຄົວຕົວແບບການຜະລິດ ເປັນສິນຄ້າ ມີ 1.050 ພື້ນຖານ ແບ່ງເປັນ 4 ຂະແໜງການ ຄື: ອຸດ ສາຫະກໍາການຄ້າ, ຫັດຖະກໍາປຸງ ແຕ່ງ, ກະສິກໍາ ແລະ ການບໍລິການ ໃນນີ້, ໄດ້ຈັດລະບົບພ້ອມທັງຂຶ້ນ ແຜນຫັນເປັນໂຄງການ ໂດຍກໍາ ນົດອອກເປັນ 4 ໂຄງການ ເພື່ອ ໃຫ້ບັນລຸຕາມເງື່ອນໄຂ ແລະ ມາດຕະຖານຂອງພະແນກ ແລະ ກະຊວງອຸດສາຫະກໍາ ແລະ ການ ຄ້າວາງອອກ ຫ້ອງການອຸດສາ ຫະກໍາ ແລະ ການຄ້າເມືອງໄດ້ ສົມທົບກັບການນໍາເມືອງ, ພະ ແນກອຸດສາຫະກໍາ ແລະ ການ ຄ້າ ນວ ເປີດກອງປະຊຸມປຶກສາ ຫາລື, ເຝິກອົບຮົມບັນດາຄອບ ຄົວຕົວແບບເຮັດການຜະລິດ ເປັນສິນຄ້າ 105 ຄອບຄົວ, ໂດຍ ແບ່ງເປັນ 4 ພາກສ່ວນ ຄື: ຄອບ ຄົວຕົວແບບດ້ານຫັດຖະກໍາ 4 ຫົວໜ່ວຍ, ໃນນີ້ຕໍ່າຫູກທໍໄໝ 2 ຫົວໜ່ວຍ, ຫັດຖະກໍາຕີເຫຼັກ 1 ຫົວ ໜ່ວຍ, ຈັກສານ 1 ຫົວໜ່ວຍ, ຄອບຄົວຕົວແບບດ້ານກະສິກໍາ 336 ຄອບຄົວ, ຄອບຄົວດ້ານ ອຸດສາຫະກໍາປຸງແຕ່ງ 235 ພື້ນ ຖານ ແລະ ຄອບຄົວຕົວແບບ ດ້ານການບໍລິການ 33 ພື້ນຖານ. ພາຍຫຼັງສໍາເລັດກອງປະຊຸມ ປຶກສາຫາລືໄດ້ເນັ້ນໜັກໃຫ້ແຕ່ລະຫົວໜ່ວຍການຜະລິດ ແລະ ຄອບຄົວຕົວແບບໄປຈັດຕັ້ງປະຕິ ບັດ ໂດຍມີການແຂ່ງຂັນກັນ ພ້ອມ ທັງໄດ້ຈັດສົ່ງພະນັກງານວິຊາ ການລົງຕິດຕາມ ກວດກາຊຸກຍູ້ ແຕ່ລະຂະແໜງການຢ່າງຕໍ່ເນື່ອງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິ ບັດໄດ້ຮັບໝາກຜົນ ແລະ ມີຄວາມ ຍືນຍົງ ພ້ອມນີ້, ຍັງໄດ້ແຕ່ງຕັ້ງພະ ນັກງານວິຊາການລົງກວດກາ ປະເມີນຜົນຄືນ ເພື່ອຄັດເລືອກ ເອົາຫົວໜ່ວຍການຜະລິດ ແລະ ຄອບຄົວຕົວແບບ ເຊິ່ງ 5 ປີຜ່ານ ມາຄັດເລືອກໄດ້ຫົວໜ່ວຍການ ຜະລິດສິນຄ້າແບບຍືນຍົງແລ້ວນໍາສະເໜີຂັ້ນເທິງພິຈາລະນາຮັບຮອງເປັນສິນຄ້ານໍາໃຊ້ກາໝາຍ ໂອດ໋ອບແຫ່ງຊາດ ປັດຈຸບັນເມືອງ ປາກງື່ມໄດ້ຮັບໃບຢັ້ງຢືນນໍາໃຊ້ ກາໝາຍໂອດ໋ອບ 5 ຫົວໜ່ວຍ ຄື: ກຸ່ມຜັກອິນຊີບ້ານທ່າຊ້າງ, ກຸ່ມຫັດ ຖະກໍາຕໍ່າຜ້າທໍໄໝບ້ານຊຽງແລ ທ່າ, ກຸ່ມຫັດຖະກໍາຕໍ່າຫູກບ້ານທ່າ ຊ້າງ, ກຸ່ມໂຮງສີເຂົ້າດອກຈໍາປາ ຂາວບ້ານດອນວັງໂພ ແລະ ກຸ່ມ ຫັດຖະກໍາຕີເຫຼັກບ້ານດອນສ້າງ ໄຜ່. ນອກນີ້, ຫ້ອງການອຸດສາຫະ ກໍາ ແລະ ການຄ້າ ເມືອງປາກງື່ມ ຍັງຈະໄດ້ສືບຕໍ່ສຸມໃສ່ລົງຊີ້ນໍາຈັດ ຕັ້ງກຸ່ມການຜະລິດກະສິກໍາເປັນ ສິນຄ້າຢ່າງຕໍ່ເນື່ອງ, ປັດຈຸບັນສາ ມາດຈັດຕັ້ງກຸ່ມສໍາເລັດແລ້ວ 18 ກຸ່ມ. ຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ