ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພ້ອມກັນຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນລະດູຝົນ
ເວລາອອກຂ່າວ: 2020-08-13 14:20:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ໄພພິບັດ ຄື ໄພທີ່ກໍ່ໃຫ້ເກີດຄວາມ ເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງ ປະຊາຊົນ ໂດຍສົ່ງຜົນກະທົບ ຕໍ່ເສດຖະກິດ ແລະ ວິຖີຊີວິດຂອງ ຄົນ ໃນໄລຍະສັ້ນ ແລະ ໄລຍະ ຍາວ ເຊິ່ງໄລຍະຜ່ານມາໄດ້ມີ ໄພພິບັດຂະໜາດໃຫຍ່ເກີດຂຶ້ນ ເປັນຈໍານວນຫຼາຍສ້າງຄວາມ ເສຍຫາຍຕໍ່ຊີວິດ, ຊັບສິນຂອງ ປະຊາຊົນ, ລະບົບເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຄິດ ເປັນຈໍານວນມູນຄ່າມະຫາສານ. ສະນັ້ນ, ພວກເຮົາທຸກຄົນຕ້ອງ ກຽມຄວາມພ້ອມໃຫ້ເປັນກິດຈະ ກຳກ່ອນເກີດໄພພິບັດເພື່ອຮັບ ມືກັບສະຖານະການສຸກເສີນຢ່າງ ມີປະສິດທິພາບ ແລະ ສາມາດ ຫຼຸດຜົນກະທົບທີ່ເກີດຂຶ້ນໄດ້ . ໃນອະນາຄົດແນວໂນ້ມການ ເກີດໄພພິບັດ ແລະ ຜົນກະທົບ ຕ່າງໆ ຈະທະວີຄວາມຮຸນແຮງຂຶ້ນ ເລື້ອຍໆ ເນື່ອງຈາກປະຊາກອນ ໂລກ ແລະ ການຂະຫຍາຍຕົວຂອງ ເສດຖະກິດເພີ່ມຂຶ້ນສູງຢ່າງຕໍ່ ເນື່ອງ ອັນໄດ້ສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ເຮັດໃຫ້ສິ່ງແວດ ລ້ອມໂລກເສື່ອມໂຊມແລ້ວກໍ່ໃຫ້ເກີດການປ່ຽນແປງຂອງດິນຟ້າອາກາດ ແລະ ພາວະໂລກຮ້ອນ. ນອກຈາກນັ້ນ, ການຕັ້ງຖິ່ນຖານທີ່ຢູ່ອາໄສຂອງປະຊາກອນໂລກ ແລະ ພື້ນທີ່ປະກອບກິດຈະການ ມີການຂະຫຍາຍຕົວເຂົ້າໄປໃນ ເຂດພື້ນທີ່ສ່ຽງຕໍ່ໄພພິບັດຫຼາຍຂຶ້ນ ເຮັດໃຫ້ແນວໂນ້ມຄວາມສູນເສຍ ແລະ ການຮັບມືກັບໄພພິບັດມີ ຄວາມຊັບຊ້ອນຫຼາຍຂຶ້ນ. ປັດຈຸ ບັນ, ປະເທດຕ່າງໆ ໄດ້ພັດທະນາ ລະບົບການຮັບມືໄພພິບັດ ແລະ ຮັບມືກັບສະຖານະການສຸກເສີນ ໃຫ້ທັນສະໄໝ ສາມາດຊ່ວຍຫຼຸດຜ່ອນຜົນກະທົບຈາກໄພພິບັດລົງໄດ້ຫຼາຍ, ແຕ່ລະບົບການຮັບມືກັບ ໄພພິບັດດັ່ງກ່າວ ໃນພາບລວມ ຍັງມີຄວາມຈໍາເປັນຕ້ອງໄດ້ຮັບ ການພັດທະນາໃຫ້ມີປະສິດທິ ພາບຫຼາຍຂຶ້ນຕື່ມ. ການກຽມຄວາມພ້ອມຮັບມືກັບ ໄພພິບັດທີ່ອາດຈະເກີດຂຶ້ນ ຕ້ອງ ເຮັດເປັນກິດຈະກໍາກ່ອນເກີດໄພ ພິບັດ ເພື່ອແນໃສ່ໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການຮັບມືກັບສະ ຖານະການສຸກເສີນໄດ້ຢ່າງມີປະ ສິດທິພາບ ແລະ ສາມາດຫຼຸດ ຜົນກະທົບທີ່ເກີດຂຶ້ນນໍາອີກ. ແນວທາງປະຕິບັດໃນການກຽມ ຄວາມພ້ອມ ເພື່ອຮັບມືກັບສະຖາ ນະການສຸກເສີນທີ່ທຸກພາກສ່ວນ ສາມາດເຮັດໄດ້ ມີດັ່ງນີ້: 1 . ໃຫ້ຄວາມຮູ້ ກ່ຽວກັບຄວາມ ຮຸນແຮງໄພພິບັດປະເພດຕ່າງໆ ມີລັກສະນະການເກີດແບບໃດ ແລະ ຈະມີການຮັບມືແບບໃດ. 2. ການພັດທະນາລະບົບພະ ຍາກອນອາກາດ ແລະ ການແຈ້ງ ເຕືອນໄພ ອຸຕຸນິຍົມ, ອຸທົກກະສາດ ຕ້ອງທັນສະໄໝ ແລະ ທັນການ ໂດຍມີການແຈ້ງເຕືອນລ່ວງໜ້າ ນັບແຕ່ສູນກາງລົງຮອດທ້ອງ ຖິ່ນຊົນນະບົດ ກໍຄືເຂດພື້ນທີ່ ສ່ຽງ ເພື່ອຊ່ວຍໃຫ້ເຂົ້າເຖິງຂໍ້ມູນ ຂ່າວສານພະຍາກອນອາກາດ ແລະ ຮູ້ທັນເວລາໃນການອົບພະ ຍົບອອກຈາກພື້ນທີ່. 3. ພັດທະນາສັກກະຍາພາບ ລະບົບສື່ສານ, ເຕັກໂນໂລຊີ, ແລະ ເຄືອຂ່າຍສັງຄົມອອນລາຍ (Social Network) ແຈ້ງເຕືອນໄພ ຫຼື ປະສານງານໜ່ວຍງານສຸກ ເສີນໃຫ້ວ່ອງໄວທັນການ. 4. ເຝິກຊ້ອມແຜນການປ້ອງກັນ ແລະ ບັນເທົາໄພພິບັດ ທຸກລະດັບ ໃຫ້ ມີຄວາມຊໍານິຊໍານານ ໃນການ ເຂົ້າເຖິງເຫດການສຸກເສີນ ແລະ ຮູ້ວິທີແກ້ໄຂຂອດທີ່ຄົງຄ້າງ ເພື່ອຮັບປະກັນໃນການຮັບມືຕົວ ຈິງໃຫ້ມີປະສິດທິພາບ . 5. ກະກຽມ ທີ່ຢູ່ອາໄສ (ສູນອົບ ພະຍົກ ຫືຼ ສະຖານທີ່ສຸກເສີນ), ອາຫານ, ເຄື່ອງນຸ່ງຫົ່ມ, ທີ່ຢູ່ອາ ໄສ ແລະ ຢາ ປົວພະຍາດ) ເພື່ອ ຊ່ວຍເຫຼືອຜູ້ປະສົບໄພຮັບປະກັນ ບໍ່ໃຫ້ເກີດການສູນເສຍທີ່ຮຸນ ແຮງເຖິງຊີວິດ. ດັ່ງນັ້ນ, ການສ້າງຄວາມພ້ອມ ໃນການຮັບມືກັບໄພພິບັດທີ່ອາດ ຈະເກີດຂຶ້ນ ແລະ ສ້າງຄວາມ ເຂົ້າໃຈໃນການຫຼຸດຄວາມສ່ຽງ ຈາກໄພພິບັດຈຶ່ງເປັນບັນຫາ ສຳຄັນທີ່ທຸກພາກສ່ວນຕ້ອງນຳ ໄປຈັດຕັ້ງປະຕິບັດເພື່ອຫຼຸດຜ່ອນ ຄວາມເສຍຫາຍຕໍ່ຊີວິດ, ຊັບສິນ ແລະ ອື່ນໆ ຈາກໄພພິບັດ, ພ້ອມນັ້ນ ຍັງເປັນການປູກຈິດສໍານຶກໃຫ້ ສັງຄົມອະນຸລັກຮັກສາສິ່ງແວດ ລ້ອມໄປຄຽງຄູ່ກັບຄວາມສົມ ດຸນຂອງທຳມະຊາດໃຫ້ຍືນຍົງ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ