ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສອງບໍລິສັດ ອຸປະຖຳອຸປະກອນເຂົ້າໃນວຽກງານປ້ອງກັນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ
ເວລາອອກຂ່າວ: 2020-08-11 12:50:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ໃນວັນທີ 5 ສິງຫາ 2020 ນີ້, ບໍລິສັດສີສະເກດກໍ່ສ້າງຈໍາກັດ ແລະ ບໍລິສັດບຸຜາພັດທະນາ ກໍ່ສ້າງຈໍາກັດໄດ້ນຳເອົາອຸປະກອນ ຈຳນວນໜຶ່ງປະກອບສ່ວນເຂົ້າ ໃນວຽກງານປ້ອງກັນກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ລວມມູນຄ່າທັງໝົດ 150 ລ້ານກີບ ມອບໃຫ້ກະຊວງປ້ອງກັນປະເທດ ໂດຍການກ່າວມອບຂອງ ທ່ານ ພຸດທະກອນ ບຸຜາວັນຜູ້ອຳນວຍ ການບໍລິສັດພັດທະນາກໍ່ສ້າງ ຈຳກັດ ແລະ ກ່າວຮັບຂອງ ທ່ານ ພົນຈັດຕະວາ ຄອນສະຫວັນ ມິ່ງ ຈຳປາບານ ຮອງຫົວໜ້າກົມໃຫຍ່ ເຕັກນິກກອງທັບພ້ອມຄະນະ. ອຸປະກອນທີ່ນຳມາມອບໃນ ຄັ້ງນີ້ເປັນການປະກອບສ່ວນສຳ ຄັນເຂົ້າໃນວຽກງານປ້ອງກັນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຄວາມສະຫງົບປອດໄພ 100%, ທັງນີ້ກໍເປັນການຊຸກ ຍູ້ນ້ຳໃຈຂອງພະນັກງານ-ນັກຮົບ ໃຫ້ມີຄວາມຫ້າວຫັນເຮັດໜ້າທີ່ ອັນມີກຽດທີ່ພັກ-ລັດ ແລະ ປະຊາ ຊົນມອບໝາຍໃຫ້ສຳເລັດປອດ ໄພເປັນຢ່າງດີ. ໂອກາດນີ້, ທ່ານ ພົນຈັດຕະ ວາ ຄອນສະຫວັນ ມິ່ງຈຳປາ ບານ ໄດ້ກ່າວສະແດງຄວາມ ຂອບໃຈຢ່າງເລິກເຊິ່ງ ແລະ ຕີ ລາຄາສູງຕໍ່ສອງບໍລິສັດທີ່ປະ ກອບສ່ວນສຳຄັນເຂົ້າໃນວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໂດຍສະເພາະ ແມ່ນວຽກງານປ້ອງກັນໃຫ້ແກ່ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ມີ ຄວາມສະຫງົບປອດໄພ100% ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ