ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນ້ຳຖ້ວມຢູ່ແຂວງໄຊຍະບູລີ ເສຍຫາຍເກືອບ 30 ຕື້ກີບ
ເວລາອອກຂ່າວ: 2020-08-07 19:22:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ວັນທີ 6 ສິງຫາ 2020 ນີ້, ທີ່ຫ້ອງວ່າການແຂວງໄຊຍະບູ ລີ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆ ໄຊຍະບູລີ ໄດ້ຕ້ອນ ຮັບ ທ່ານ ປອ ຄໍາແພງ ໄຊສົມ ແພງ ລັດຖະມົນຕີກະຊວງແຮງ ງານ ແລະ ສະຫວັດດີການສັງ ຄົມ ໃນໂອກາດໄປເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ທີ່ປະສົບໄພນໍ້າຖ້ວມ. ໂອກາດນີ້, ທ່ານເຈົ້າ ແຂວງໆ ໄຊຍະບູລີ ໄດ້ລາຍງານສະພາບ ຄວາມເສຍຫາຍເບື້ອງຕົ້ນຈາກ ໄພພິບັດນໍ້າຖ້ວມໃນລະຫວ່າງ ວັນທີ 2-3 ສິງຫາ 2020, ເຊິ່ງ ລວມມີ 8 ເມືອງ, 64 ບ້ານ, 2.629 ຄອບຄົວ ແລະ ຈໍານວນ 8.761 ຄົນ ໄດ້ຮັບຜົນກະທົບ, ລວມມູນຄ່າເສຍຫາຍໃນເບື້ອງ ຕົ້ນ 26,5 ຕື້ກວ່າກີບ, ໃນນັ້ນມີ: ເມືອງແກ່ນທ້າວຂົວຂາດ 2 ຈຸດ, ເມືອງໄຊຊະຖານ ດິນເຈື່ອນຖົມ ທາງ, ທາງເຈື່ອນ 17 ຈຸດ, ນໍ້າ ຖ້ວມນາ 2 ບ້ານ ມີ 20 ຄອບ ຄົວ, ເມືອງຄອບ ນໍ້າຖ້ວມເນື້ອທີ່ ທໍາການຜະລິດເສຍຫາຍ 34,40 ເຮັກຕາ, ມີ 10 ບ້ານ ແລະ 141 ຄອບຄົວ, ເມືອງພຽງ ນໍ້າຖ້ວມນາ 325,41 ເຮັກຕາ, ໃນນີ້ ເສຍ ຫາຍ 186,14 ເຮັກຕາ, ມີ 18 ບ້ານ, 581 ຄອບຄົວ, ເມືອງທົ່ງ ມີໄຊ ນໍ້າຖ້ວມເຮືອນ ແລະ ເນື້ອ ທີ່ ທໍາການຜະລິດມີ 10 ບ້ານ, 189 ຄອບຄົວ, ເມືອງເງິນ ນໍ້າ ຖ້ວມເຮືອນ ແລະ ເນື້ອທີ່ທໍາການຜະ ລິດ 3 ບ້ານ, ມີ 52 ຄອບຄົວ, ເມືອງ ບໍ່ແຕນ ນໍ້າຖ້ວມບ້ານ ແລະ ເນື້ອທີ່ ທໍາການຜະລິດ ມີ 11 ບ້ານ, 757 ຄອບຄົວ, ເມືອງໄຊຍະບູລີ ນໍ້າ ຖ້ວມບ້ານເຮືອນ ແລະ ເນື້ອທີ່ທໍາ ການຜະລິດເສຍຫາຍ 187,34 ເຮັກຕາ, ມີ 30 ບ້ານ, 889 ຄອບຄົວ, ມີເຮືອນໄດ້ຮັບຄວາມ ເສຍຫາຍໜັກ 11 ຫຼັງ, ໜອງປາ ແລະ ໜອງລ້ຽງກົບຖືກນໍ້າຖ້ວມ 42 ໜອງ, ໃນນັ້ນມີປາຈໍານວນ 92 ລ້ານໂຕ, ກົບ 7.650 ໂຕ, ມີງົວ ແລະ ໝູຕາຍໄຫຼນໍ້າ 4 ໂຕ ແລະ ສັດປີກ 4 ແສນກວ່າໂຕ, ຊົນລະປະທານ 3 ແຫ່ງ, ເສັ້ນ ທາງ 6 ເສັ້ນ, ຄູກັນເຈື່ອນ 1 ແຫ່ງ ໄດ້ຮັບຄວາມເສຍຫາຍ, ຈາກ ນັ້ນສອງຄະນະໄດ້ປຶກສາຫາລື ກັນກ່ຽວກັບການຟື້ນຟູ ແລະ ປົວ ແປງຈິດໃຈຂອງປະຊາຊົນທີ່ໄດ້ ຮັບຜົນກະທົບຈາກໄພພິບັດນໍ້າ ຖ້ວມຄັ້ງນີ້ໃຫ້ກັບສູ່ສະພາບປົກ ກະຕິໂດຍໄວ. ໂອກາດມາເຄື່ອນໄຫວ ແລະ ເຮັດວຽກຂອງ ທ່ານ ປອ ຄໍາ ແພງ ໄຊສົມແພງ, ພ້ອມຄະນະ ໄດ້ມອບເຄື່ອງອຸປະໂພກ-ບໍລິ ໂພກ ແລະ ເຄື່ອງໃຊ້ທີ່ຈໍາເປັນ ຈໍານວນໜຶ່ງໃຫ້ແຂວງໄຊຍະບູ ລີ ເພື່ອມອບຕໍ່ໃຫ້ປະຊາຊົນຜູ້ ທີ່ໄດ້ຮັບຜົນເສຍຫາຍຈາກໄພພິ ບັດນໍ້າຖ້ວມ. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ