ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເຕັກນິກກອງທັບ ເຊັນສັນຍາໂຄງການກໍ່ສ້າງອູ່ສ້ອມແປງລົດ
ເວລາອອກຂ່າວ: 2020-08-07 19:19:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ:



ວັນທີ 4 ສິງຫາ 2020 ນີ້, ກົມໃຫຍ່ເຕັກນິກກອງທັບ ຈັດພິທີເຊັນສັນຍາໂຄງການກໍ່ ສ້າງອູ່ສ້ອມແປງລົດລະຫວ່າງ ບໍລິສັດ ລາວິນນາໂກ 36 ຈໍາກັດ ຜູ້ດຽວ (ຜູ້ຮັບເໝົາ), ກັບກົມ ໃຫຍ່ເຕັກນິກກອງທັບ (ເຈົ້າ ຂອງໂຄງ ການ), ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ພ້ອມ ດ້ວຍຄະນະ, ມີຄະນະອຳນວຍ ການບໍລິສັດລາ ວິນນາໂກ 36 ຈຳກັດຜູ້ດຽວ, ຄະນະກົມ, ຄະ ນະຫ້ອງ, ອຳນວຍການໂຮງ ງານມິດຕະພາບລາວ-ຫວຽດ ນາມ, ພະແນກການວິຊາສະເພາະ ຕະຫຼອດຮອດພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສີສຸກ ພົມມະຈັນ ຫົວໜ້າພະແນກກໍ່ ສ້າງກົມເສນາເຕັກນິກກົມໃຫຍ່ ເຕັກນິກກອງທັບ ໄດ້ຂຶ້ນຜ່ານສັນ ຍາຮັບເໝົາໂຄງການກໍ່ສ້າງອູ່ ສ້ອມແປງລົດ ກົມໃຫຍ່ເຕັກນິກ, ອີງຕາມເນື້ອໃນສັນຍາທັງສອງ ຝ່າຍໄດ້ຕົກລົງ ເຊັນສັນຍາການ ກໍ່ສ້າງນຳກັນ ແລະ ກົມໃຫຍ່ເຕັກ ນິກໄດ້ຕົກລົງເຫັນດີມອບໂຄງ ການກໍ່ສ້າງອູ່ສ້ອມແປງລົດ ເຊິ່ງ ຕັ້ງຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຝ່າຍ ຮັບເໝົາເປັນຜູ້ກໍ່ສ້າງແຕ່ຕົ້ນຈົນ ສຳເລັດ, ຝ່າຍຮັບເໝົາຍິນດີຮັບ ເອົາກິດຈະການດັ່ງກ່າວໄປດໍາ ເນີນການໃນເງື່ອນໄຂທີ່ຖືກຕ້ອງ ຕາມແຜນຜັງເຕັກນິກການຄິດ ໄລປະເມີນລາຄາທີ່ທັງສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນ ຕາມມູນຄ່າ ແລະ ກໍານົດເວລາ ກໍ່ສ້າງລວມ 8 ເດືອນ, ເລີ່ມແຕ່ ວັນທີ 1/8/2020-31/3/ 2021. ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ໄດ້ ເນັ້ນໜັກໃຫ້ຄະນະຮັບຜິດຊອບ ໂຄງການຕະຫຼອດຮອດຜູ້ຮັບເໝົາ ກໍ່ສ້າງເອົາໃຈໃສ່ຍົກສູງຄວາມ ຮັບຜິດຊອບຂອງຕົນ ໃນການປະ ຕິບັດສັນຍາໂຄງການນີ້ ໃຫ້ເຂັ້ມ ງວດ, ເພື່ອຜົນປະໂຫຍດທັງສອງ ຝ່າຍ ແລະ ການຮ່ວມມືໃຫ້ແໜ້ນ ແຟ້ນກວ່າເກົ່າ, ເອົາໃຈໃສ່ລົງຕິດ ຕາມກວດກາຂົງເຂດວຽກງານ ໃຫ້ມີຄຸນນະພາບສູງ, ທັງນີ້ກໍເພື່ອ ຮັບປະກັນໃຫ້ແກ່ການກໍ່ສ້າງສໍາ ເລັດຕາມແຜນການທີ່ວາງໄວ້, ຈາກນັ້ນ, ທັງສອງຝ່າຍ ໄດ້ລົງ ນາມເຊັນສັນຍາໂຄງການຮັບ ເໝົາກໍ່ສ້າງອູ່ສ້ອມແປງລົດ, ໂດຍຕາງໜ້າກົມໃຫຍ່ເຕັກນິກ ກອງທັບ, ແມ່ນສະຫາຍ ພົນຈັດ ຕະວາ ທອງພັນ ສຸທໍາມະວົງ ຮອງຫົວໜ້້້້້້້້າກົມໃຫຍ່ເຕັກນິກ ກອງທັບ ແລະ ຕາງໜ້າໃຫ້ບໍລິສັດ ລາວິນນາໂກ 36 ຈໍາກັດຜູ້ດຽວ ໂດຍແມ່ນຄະນະອຳນວຍການ ບໍລິສັດ. ໂດຍ: ຄໍາສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ