ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງງານປະສານເຫຼົ່າ ຫຼວງພະບາງ ແລະ ສາງ ອ.6 ປະກາດເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2020-08-07 19:17:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ໃນອາທິດຜ່ານມານີ້, ໂຮງ ງານປະສານເຫຼົ່າຫຼວງພະບາງ ແລະ ສາງ ອ.6 ໄດ້ຈັດພິທີປະ ກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານຂຶ້ນ, ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ທອງພັນ ສຸທຳ ມະວົງ ກຳມະການຄະນະປະ ຈຳພັກ ກົມໃຫ່ຍຮອງຫົວໜ້າ ກົມໃຫ່ຍເຕັກນິກກອງທັບ, ມີ ຄະນະພັກ-ຄະນະບັນຊາໂຮງ ງານປະສານເຫຼົ່າຫຼວງພະບາງ ແລະ ສາງ ອ.6 ພອ້ມດ້ວຍພະ ນັກງານ-ນັກຮົບ ສອງກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສົມພັນ ບຸນປະທັບ ເລຂາຄະນະພັກຮາກຖານ ຮອງອຳນວຍການໂຮງງານປະ ສານເຫຼົ່າຫຼວງພະບາງ ໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ແລະ ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນ, ເລື່ອນ ທຽບຊັ້ນໃຫ້ນາຍທະຫານຢູ່ກົມ ໃຫ່ຍເຕັກນິກກອງທັບ, ໂດຍອີງ ຕາມກົດໝາຍນາຍທະຫານກອງ ທັບປະຊາຊົນລາວ ໃນນັ້ນ, ຢູ່ໂຮງ ງານປະສານເຫຼົ່າຫຼວງພະບາງ ມີຜູ້ໄດ້ຮັບການເລື່ອນຊັ້ນຮ້ອຍ ເອກ ຂຶ້ນ ພັນຕີ ຈຳນວນ 1 ສະຫາຍ, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ຮ້ອຍໂທຂຶ້ນຮ້ອຍເອກ ຈຳນວນ 7 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ ຈຳນວນ 1 ສະຫາຍ, ຢູ່ສາງ ອໍ6 ມີຜູ້ໄດ້ຮັບການ ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ຮ້ອຍໂທຂຶ້ນຮ້ອຍເອກຈຳນວນ 2 ສະຫາຍ, ເລື່ອນຊັ້ນຮ້ອຍ ຕີຂຶ້ນຮ້ອຍໂທ ຈຳນວນ 1 ສະ ຫາຍ, ລວມທັງໝົດ 12 ສະຫາຍ, ຍິງ 3 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ທອງພັນ ສຸທຳມະວົງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍ ບັນຫາສຳຄັນຕໍ່ນາຍທະຫານທີ່ ໄດ້ຮັບຊັ້ນໃໝ່ ໂດຍສະຫາຍໄດ້ ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ ບັນດາສະຫາຍໄດ້ຮັບຊັ້ນໃໝ່. ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະສະ ຫາຍສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມກ້າວໜ້າ, ເພີ່ມທະ ວີຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ, ປັບປຸງແບບແຜນວິທີ ເຮັດວຽກໃຫ້ດີຂຶ້ນກ່ວາເກົ່າ, ຮັກ ສາຄວາມເປັນແບບຢ່າງຂອງ ພະນັກງານທີ່ດີໃນການເຝິກຝົນ ຫຼໍ່ໍຫຼອມຕົນເອງທາງດ້ານຄຸນ ທາດການເມືອງ, ມີທັດສະນະ ຫຼັກໝັ້ນຊົນຊັ້ນ, ຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ເຊື່ອໝັ້ນຕໍ່ ການນຳພາຂອງພັກ-ລັດ, ປະ ຕິບັດໃຫ້ຖືກຕ້ອງຕາມກົດໝາຍ ຂອງບ້ານເມືອງ-ສັງຄົມ ກໍຄືລະ ບຽບກົດໝາຍຂອງກອງທັບວາງ ອອກຢ່າງເຂັ້ມງວດ ແລະ ຕັ້ງໜ້າ ເຮັດວຽກງານວິຊາສະເພາະຂອງ ຕົນຕາມການຈັດຕັ້ງມອບໝາຍ ໃຫ້ມີຜົນສຳເລັດສູງຍິ່ງໆຂຶ້ນ. ໂດຍ: ອຸ່ນຄຳ ດວງປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ