ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພົວພັນຕ່າງປະເທດສູນກາງພັກ ມອບເຄື່ອງຕ້ານໂຄວິດ-19 ໃຫ້ແຂວງຊຽງຂວາງ
ເວລາອອກຂ່າວ: 2020-08-07 09:32:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ:



ທ່ານ ສົມພອນ ສີຈະເລີນ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ. ໂອກາດນີ້, ທ່ານກໍໄດ້ພົບປະກັບ ທ່ານ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງໆຊຽງຂວາງ ພ້ອມດ້ວຍ ຄະນະໃນວັນທີ 5 ສິງຫາ 2020 ນີ້, ຢູ່ທີ່ຫ້ອງວ່າການແຂວງ. ໂອກາດນີ້, ທ່ານຮອງເຈົ້າ ແຂວງໆຊຽງຂວາງ ໄດ້ລາຍ ງານວຽກງານການຮ່ວມມືກັບ ສສ ຫວຽດນາມ ແລະ ສປ ຈີນ ເປັນຕົ້ນແມ່ນການຊ່ວຍເຫຼືອ ລ້າຂອງສອງລັດຖະບານ ໃນຂົງ ເຂດວຽກງານການສຶກສາຍົກ ລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະກອນ ແລະ ນັກສຶກສາ, ຂົງເຂດວຽກ ງານກະສິກຳ, ສາທາລະນະສຸກ, ບັນດານັກທຸລະກິດ, ຊາວຄ້າຂາຍ, ຊາວຈີນ ແລະ ຫວຽດນາມ ກໍໄດ້ ປະກອບສ່ວນເຂົ້າໃນການພັດທະ ນາໃຫ້ການຊ່ວຍເຫຼືອແກ່ແຂວງ ຊຽງຂວາງ ໄດ້ເຮັດໃຫ້ການຮ່ວມ ມືຄວາມສາມັກຄີພິເສດນັບມື້ ແໜ້ນແຟ້ນຍິ່ງໆຂຶ້ນ ໄດ້ມີນັກລົງ ທຶນຈາກ 2 ປະເທດ ດັ່ງກ່າວເຂົ້າ ມາລົງທຶນຢູ່ແຂວງຊຽງຂວາງ ນັບມື້ຫຼາຍຂຶ້ນ. ໂອກາດນີ້, ທ່ານ ສົມພອນ ສີຈະເລີນ ໄດ້ມອບ ເຄື່ອງຊ່ວຍເຫຼືອອຸປະກອນການ ແພດປ້ອງກັນເຊື້ອພະຍາດໂຄ ວິດ-19 ຈາກ ສປ ຈີນ ໃຫ້ແຂວງ ຊຽງຂວາງ ແລະ ກ່າວຮັບໂດຍ ທ່ານ ບົວສອນ ສີນວນທອງ. ນອກ ນີ້, ທ່ານ ສົມພອນ ສີຈະເລີນ ຍັງໄດ້ໂອ້ລົມຕໍ່ພະນັກງານຫຼັກ ແຫຼ່ງຂອງແຂວງກ່ຽວກັບການ ພົວພັນຮ່ວມມືກັບ ສສ ຫວຽດ ນາມ ແລະ ສປ ຈີນ ໃນໄລຍະຜ່ານ ມາ ແລະ ໃນຕໍ່ໜ້າ ພ້ອມກັບການ ພົວພັນຮ່ວມມືໃນຊ່ວງໄລຍະໂຄ ວິດ-19 ກຳລັງລະບາດ, ໄດ້ເຜີຍ ແຜ່ເອກະສານຈຳນວນໜຶ່ງກ່ຽວ ກັບພາລະບົດບາດ, ສິດ ແລະ ໜ້າ ທີ່ຂອງຄະນະພົວພັນຕ່າງປະເທດ ສູນກາງພັກ ແລະ ບັນດາເນື້ອໃນ ເອກະສານກ່ຽວກັບແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາ ກຳກັບ ສປ ຈີນ, ຊອກຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງແຂວງ ໃນການພົວພັນຮ່ວມມືກັບ ສປ ຈີນ ແລະ ສສ ຫວຽດນາມ ເພື່ອ ເສີມຂະຫຍາຍ, ແກ້ໄຂເຮັດໃຫ້ ວຽກງານດັ່ງກ່າວຂະຫຍາຍຕົວຢ່າງແຂງແຮງ ແລະ ຍືນຍົງ. ຂ່າວ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ