ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລາວໂທລະຄົມ ເຄຶ້ອນໄຫວຂຶ້ນທະບຽນເລກໝາຍໂທລະສັບຢູ່ກຸ່ມບ້ານສິມມະໂນ
ເວລາອອກຂ່າວ: 2020-07-28 09:48:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:



ອີງຕາມແຈ້ງການ ສະບັບເລກ ທີ 1056/ ຫກຊ. ອດທ ຂອງກະ ຊວງໄປສະນີໂທລະຄົມມະນາ ຄົມ ແລະ ການສື່ສານເລື່ອງການ ຂຶ້ນທະບຽນເລກໝາຍໂທລະ ສັບ ແລະ ຊິມເນັດຂອງທຸກເຄືອ ຂ່າຍໃນ ສປປ ລາວ ເພື່ອເປັນ ການຄຸ້ມຄອງຮັດກຸມ ແລະ ນຳ ໃຊ້ສະດວກສະບາຍ. ໃນວັນທີ 25 ກໍລະກົດ 2020 ນີ້. ລາວໂທລະຄົມໜ່ວຍງານຮັບ ຜິດຊອບ ເມືອງຫາດຊາຍຟອງ ຈຶ່ງໄດ້ເຄື່ອນໄຫວລົງທະບຽນຂຶ້ນ ເລກໝາຍໂທລະສັບຜ່ານລະບົບ ຊິມເນັດ ແລະ ຊິມໂທຂອງລູກຄ້າ ລາວໂທລະຄົມຢູ່ກຸ່ມບ້ານສິມມະ ໂນ ເມືອງຫາດຊາຍຟອງ ນະ ຄອນຫຼວງວຽງຈັນ ຈຸດປະສົ່ງກໍເພື່ອຮັກສາຄວາມປອດໄພໃຫ້ລູກຄ້າຜູ້ຊົມໃຊ້ໂທລະສັບ ແລະ ອິນເຕີເນັດ ແລະ ຮັກສາສິດຜົນປະ ໂຫຍດຂອງຜູ້ໃຊ້ບໍລິການເຊັ່ນ ປ້ອງກັນບັນຫາຜູ້ອື່ນແອບອ້າງ ນຳໝາຍເລກລູກຄ້າໄປໃຊ້ ແລະ ຫຼຸດຊ່ອງທາງໃນການໃຊ້ໂທລະ ສັບໄປສ້າງບັນຫາຕໍ່ສັງຄົມເຊັ່ນ: ການກໍ່ກວນ, ຫຼອກລວງ ຫຼື ກ່ຽວ ຂ້ອງກັບສິ່ງທີ່ຜິດກົດໝາຍ ແລະ ອື່ນໆ. ພ້ອມກັນນີ້ , ໃນທຸກວັນຈັນ- ສຸກຈະມີໜ່ວຍງານຂອງທາງບໍລິ ສັດລາວໂທລະຄົມ ລົງເຄື່ອນໄຫວ ໃນແຕ່ລະບ້ານຖ້າຖືກບ້ານໃດ ກຸ່ມໃດແມ່ນນາຍບ້ານຈະແຈ້ງ ໃຫ້ ຮູ້ລ່ວງໜ້າສ່ວນສິ່ງທີ່ຕ້ອງກະ ກຽມມີເບີໂທລະສັບ, (ບໍ່ວ່າຈະ ເປັນຊິມເນັດ-ຊິມໂທ) ບັດປະ ຈຳຕົວ ຫຼື ປຶ້ມສຳມະໂນຄົວ, ປື້ມ ຜ່ານແດນທີ່ຍັງບໍ່ໝົດອາຍຸ ແລະ ເຫັນຂໍ້ມູນຕົວໜັງສື, ຮູບຊັດເຈນ ໂດຍການນໍາໃຊ້ໝາຍເລກໂທລະ ສັບທຸກບໍລິການຕ້ອງໄດ້ຂຶ້ນທະ ບຽນນຳໃຊ້ເບີໃຫ້ສຳເລັດກ່ອນ ວັນທີ 31/12/2020 ຖ້າກາຍກໍາ ນົດເວລາຜູ້ຊົມໃຊ້ຈະບໍ່ສາມາດ ໃຊ້ເບີດັ່ງກ່າວໄດ້. ດັ່ງນັ້ນຈຶ່ງຂໍ ຮຽກຮ້ອງໃຫ້ພໍ່ແມ່ປະຊົນເອົາໃຈໃສ່ໃນການໄປຂຶ້ນທະບຽນໃຊ້ເວລາພຽງແຕ່ 3-5 ນາທີ/ຕໍ່ເບີ ສ່ວນໃຜທີ່ສະດວກໄປຂຶ້ນທະ ບຽນຕາມສູນບໍລິການຂອງລາວ ໂທລະຄົມທຸກສາຂາກໍແມ່ນສາ ມາດໄປຂຶ້ນໄດ້ທຸກໜ່ວຍບໍລິການ ໂດຍ: ນາງ ວົງພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ