ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໄຕມາດຕົ້ນປີ 2020 ແຂວງໄຊຍະບູລີ ອອກໃບອະນຸຍາດດຳເນີນທຸລະກິດໃຫ້ຜູ້ປະກອບການໄດ້ 119 ທະບຽນ
ເວລາອອກຂ່າວ: 2020-06-10 10:12:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 8451 | ຄວາມນິຍົມ:



ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ໄດ້ສ້າງ ເງື່ອນໄຂເອື້ອອໍານວຍຄວາມສະ ດວກໃຫ້ກັບຜູ້ປະກອບການທຸລະ ກິດທີ່ມີຈຸດປະສົງເພື່ອດໍາເນີນ ທຸລະກິດຢູ່ແຂວງໄຊຍະບູລີ ເຊິ່ງ ໃນໄຕມາດຕົ້ນປີ 2020 ແຂວງ ໄຊຍະບູລີ ສາມາດອອກໃບອະ ນຸຍາດການດໍາເນີນທຸລະກິດ ໄດ້ 119 ທະບຽນ, ມີທຶນຈົດທະ ບຽນທັງໝົດ 157,44 ຕື້ກວ່າ ກີບ. ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ 2020 ສາມາດ ອອກໃບອະນຸຍາດໃຫ້ຜູ້ປະກອບ ການໄດ້ທັງໝົດ 119 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 157,44 ຕື້ກວ່າກີບ. ໃນນີ້, ຂະ ແໜງການຜະລິດ 13 ທະບຽນ, ມີທຶນຈົດທະບຽນ 36, 22 ຕື້ ກວ່າກີບ, ຂະແໜງການຄ້າ 84 ທະ ບຽນມີທຶນຈົດທະບຽນ 96,54 ຕື້ ກີບ, ຂະແໜງບໍລິການ 22 ທະ ບຽນມີທຶນຈົດທະບຽນ 24,67 ຕື້ກວ່າກີບ. ມາຮອດປັດຈຸບັນ ນີ້ທົ່ວແຂວງມີຫົວໜ່ວຍທຸລະ ກິດທັງໝົດ 9.942 ຫົວໜ່ວຍ, ມີທຶນທັງໝົດ 3.894,1 ຕື້ກວ່າ ກີບ. ໃນນີ້, ຂະແໜງການຜະລິດ 1.146 ທະບຽນ ມີທຶນ 1.093, 3 1 ຕື້ກວ່າກີບ, ຂະແໜງການຄ້າ 4.861 ທະບຽນ ມີທຶນ 1.316 , 44 ຕື້ກວ່າກີບ, ຂະແໜງບໍລິການ 3,935 ທະບຽນມີທຶນ 1.484,34 ຕື້ກວ່າກີບ. ພ້ອມດຽວກັນນັ້ນ, ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງວຽກງານອຸດສາຫະ ກໍາ ແລະ ຫັດຖະກໍາເຄື່ອນໄຫວ ຖືກຕ້ອງຕາມລະບຽບຫຼັກການ, ອອກເອກະສານສ້າງຕັ້ງ ແລະ ດໍາເນີນກິດຈະການໄດ້ທັງໝົດ 33 ແຫ່ງ. ໃນນີ້, ອະນຸຍາດສືບຕໍ່ 26 ແຫ່ງ, ອອກໃໝ່ 7 ແຫ່ງ ແລະ ມີ ໂຮງງານຢຸດເຊົາ 2 ແຫ່ງ, ສາ ມາດສ້າງມູນຄ່າຜະລິດດ້ານ ອຸດສາຫະກໍາ-ຫັດຖະກໍາໄດ້ 41,79 ຕື້ກີບ ແລະ ມູນຄ່າຈໍາ ໜ່າຍຜະລິດຕະພັນດ້ານອຸດ ສາຫະກໍາ-ຫັດຖະກໍາປະຕິບັດ ໄດ້ 56,39 ຕື້ກີບ, ດ້ານການ ສົ່ງອອກ ແລະ ນໍາເຂົ້າສິນຄ້າໃນ 3 ເດືອນຜ່ານມາໄດ້ທັງໝົດ 14.347.914 ໂດລາ ທຽບໃສ່ ແຜນການປີປະຕິບັດ ໄດ້ 33,53% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 33,87%; ໃນນີ້ຫຼາຍກວ່າໝູ່ຍັງ ແມ່ນຜະລິດຕະພັນກະສິ ກໍາມູນຄ່າ 13 ລ້ານກວ່າໂດລາ, ເຄື່ອງປ່າ ຂອງດົງ ມູນຄ່າ 234.300 ໂດລາ ແລະ ຫີນຄົບມູນຄ່າ 182.600 ໂດລາ; ສ່ວນການນໍາເຂົ້າສິນຄ້າ ມີມູນຄ່າ 3 ລ້ານໂດລາທຽບໃສ່ ແຜນການປີປະຕິບັດໄດ້ 12,57% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 11,57%, ສິນຄ້ານໍາເຂົ້າສ່ວນ ຫຼາຍແມ່ນສະບຽງອາຫານ, ເຄື່ອງດື່ມ, ອຸປະກອນກໍ່ສ້າງ ແລະ ເຄື່ອງໄຟຟ້າ, ພາຫະນະ ແລະ ອາໄຫຼ່, ອຸປະກອນແນວພັນຮັບ ໃຊ້ການຜະລິດ. ຂະນະທີ່ນໍາ ເຂົ້າໂຄງການກໍ່ສ້າງພື້ນຖານ ໂຄງລ່າງຂອງແຂວງ ມີມູນຄ່າ ທັງໝົດ 25.657 ໂດລາ, ມີອຸປະ ກອນກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ສານເຄມີ. ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນໄຕ ມາດ II ປີ 2020 ຈະສູ້ຊົນເຮັດ ໃຫ້ມູນຄ່າສົ່ງອອກສິນຄ້າໃຫ້ໄດ້ 13 ລ້ານໂດລາ, ຄຸ້ມຄອງສິນຄ້າ ນຳເຂົ້າໃຫ້ຢູ່ໃນລະດັບ 4 ລ້ານ ໂດລາ, ເຮັດໃຫ້ລວມຍອດມູນຄ່າ ການຈໍາໜ່າຍການຜະລິດດ້ານ ອຸດສາຫະກໍາ ແລະ ຫັດຖະກໍາ ໃຫ້ໄດ້ 60,2 ຕື້ກີບ. ໂດຍ: ບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ