ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄວາມຮຸ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2018-11-14 08:46:18 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ:



ທ່ານ ປອ ສົມພອນ ພົນອາ ສາ ຜູ້ອຳນວຍການໃຫຍ່ກຸ່ມ ບໍລິ ສັດ ປາລະມີການຄ້າ ໄດ້ສະ ແດງຄວາມຮູ້ສຶກ ແລະ ທັດສະນະ ຂອງຕົນຕໍ່ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ວ່າ: ປະເທດຊາດບ້ານເມືອງຂອງ ພວກເຮົາຈະກ້າວໜ້າຂະຫຍາຍ ຕົວມາເຖິງທຸກວັນນີ້ກໍຍ້ອນມີ ກອງທັບທີ່ເຮັດໜ້າທີ່ແບກຫາບພາລະກິດປະຕິວັດ, ໃນເມື່ອກ່ອນປະ ເທດຊາດຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດ ແລະ ຍ້ອນຢາກປົດ ປ່ອຍປະເທດໃຫ້ຫຼຸດພົ້ນອອກຈາກແອກຄອບຄອງ ເພື່ອຄວາມເປັນ ເອກະລາດ, ເປັນເຈົ້າຕົນເອງ ສະນັ້ນກອງທັບປະຊາຊົນລາວ ຈຶ່ງໄດ້ ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ເພື່ອເຮັດໜ້າທີ່ຕໍ່ ສູ້ກູ້ຊາດຕ້ານກັບຜູ້ຮຸກຮານຢ່າງພິລາດອາດຫານ, ເດັດດ່ຽວໜຽວ ແໜ້ນ ແລະ ມີຫົວຄິດປະດິດສ້າງຂອງພະນັກງານ-ນັກຮົບ ຜ່ານຜ່າ ຫຼາຍບັ້ນຮົບບັ້ນຕີຈົນສາມາດຍາດໄດ້ໄຊຊະນະ ທັງໝົດນັ້ນຍ້ອນການ ປະກອບສ່ວນອັນສຳຄັນ ແລະ ເສຍສະຫຼະອັນສູງສົ່ງ ຂອງພະນັກງານ-ນັກຮົບບໍ່ຈັກ ວ່າເທົ່າໃດ ຈົນບໍ່ສາມາດພັນລະ ນາໄດ້. 70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ເຂັ້ມແຂງຂອງ ກອງທັບເວລາໃດກໍຕິດພັນກັບພາ ລະກິດປະຕິວັດຂອງປະເທດຊາດ ຕະຫຼອດມາ ຂ້າພະເຈົ້າເຫັນວ່າ ມີຜົນ ສຳເລັດຫຼາຍດ້ານອັນສຳຄັນ ແລະ ພື້ນຖານແມ່ນປະເທດຊາດ ມີຄວາມໝັ້ນຄົງ ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍ, ປະຊາຊົນ ມີຄວາມສາມັກ ຄີປອງດອງກັນເຊື່ອໝັ້ນຕໍ່ການ ນຳພາຂອງພັກ, ເສດຖະກິດມີ ການພັດທະນາ, ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ນັບມື້ດີຂຶ້ນ, ວຽກງານປ້ອງກັນ ຊາດກັບວຽກງານເສດຖະກິດເວ ລາໃດກໍຕິດພັນກັນຢ່າງສະນິດ ແໜ້ນ, ນັກທຸລະກິດຈະຢືນຢູ່ໄດ້ກໍ ອາໄສກອງທັບເປັນເສົາຄໍ້າອັນ ສຳຄັນຂອງປະເທດຊາດ. ຂ້າພະເຈົ້າໃນນາມເປັນນັກທຸ ລະກິດກໍຄືຄົນລາວຜູ້ໜຶ່ງສຸດທີ່ ພາກພູມໃຈໃນຄວາມສາມາດ ແລະ ການເສຍສະຫຼະຂອງພະ ນັກງານ-ນັກຮົບໃນກອງທັບ 70 ປີຜ່ານມາຜົນງານ ແລະ ໄຊຊະ ນະຂອງພວກທ່ານແມ່ຍິ່ງໃຫຍ່ ແລະ ຫຼວງຫຼາຍທີ່ສຸດທີ່ປະດັບເອ້ ໃຫ້ແກ່ປະເທດຊາດອັນແສນຮັກ ຂອງພວກເຮົາ ແລະ ຈະຢູ່ໃນ ຄວາມຊົງຈຳຂອງປະຊາຊົນລາວ ຕະຫຼອດໄປ, ສຳລັບຂ້າພະເຈົ້າຈະ ຕັ້ງໜ້າປັບປຸງຕົນເອງບຸກໜ້າປືນ ຕົວດຳເນີນທຸລະກິດເຮັດແນວໃດ ເພື່ອໃຫ້ທຸກລະກິດຂະຫຍາຍຕົວ ໃຫ້ສົມກັບວ່າພັກ-ລັດຖະບານໄດ້ ເອົາໃຈໃສ່ຈິ່ງເຮັດໃຫ້ເຮົາມີຢູ່ມີກິນ. ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ຂໍສົ່ງ ພອນໄຊ ອັນປະເສີດມາຍັງຄະນະ ນຳກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານພະນັກ ງານ-ນັກຮົບທຸກຖ້ວນໜ້າພິເສດ ແມ່ນພະນັກງານ-ນັກຮົບທີ່ກຳ ລັງປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ສອກຫຼີກ, ຈຸດສຸມພັດທະນາ, ເຂດຫຍຸ້ງຍາກທຸລະກັນດານ ແລະ ຜູ້ທີ່ກຳລັງພະຍາບານຕົວ ຢູ່ຕາມໂຮງໝໍແຫ່ງຕ່າງໆໃນ ຂອບເຂດທົ່ວປະເທດຈົ່ງມີພາລະ ນາໄມທີ່ສົມບູນມີຄວາມຜາສຸກ ໃນຊີວິດສ່ວນຕົວ, ຄອບຄົວ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ ອັນມີກຽດຂອງບັນດາທ່ານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ