ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກັນຍາ 2020
ເວລາອອກຂ່າວ: 2020-09-20 19:49:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ເປີດໃນຕອນເຊົ້າວັນທີ 17 ແລະ ປິດລົງໃນຕອນແລງ ວັນທີ 18 ກັນຍາ 2020 ທີ່ສຳ ນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ; ມີບັນດາທ່ານຮອງ ນາຍົກລັດຖະມົນຕີ ແລະ ສະມາ ຊິກລັດຖະບານເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ພ້ອມ ກັນຄົ້ນຄວ້າພິຈາລະນາ ແລະ ປະ ກອບຄຳຄິດເຫັນຕໍ່ບັນດາເອກະ ສານສໍາຄັນດັ່ງນີ້: 1. ກອງປະຊຸມ ໄດ້ຮັບຟັງການ ລາຍງານຈາກຂະແໜງການ ກ່ຽວຂ້ອງກ່ຽວກັບສະພາບພົ້ນ ເດັ່ນພາຍໃນ ແລະ ຕ່າງປະເທດ, ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19. ຕໍ່ກັບສະ ພາບການພາຍໃນ, ກອງປະຊຸມ ໄດ້ຊີ້ນໍາໃຫ້ທຸກພາກສ່ວນມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພ ຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ, ແກ້ໄຂບັນຫາອຸປະຕິເຫດຕາມ ທ້ອງຖະໜົນ, ສື່ມວນຊົນລາວ ຕ້ອງເປັນກະບອກສຽງທີ່ແຫຼມ ຄົມ ເພື່ອຕອບຕ້ານການອອກ ຂ່າວທີ່ບໍ່ມີມູນຄວາມຈິງ ຫຼື ໃສ່ ຮ້າຍປ້າຍສີ. ກ່ຽວກັບສະພາບ ການຂອງສາກົນ ໃຫ້ທຸກພາກ ສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຕິດ ຕາມຢ່າງໃກ້ຊິດ, ມີການວິເຄາະ ວິໄຈຢ່າງລະອຽດເຖິງຜົນກະທົບ ທີ່ອາດມີຕໍ່ປະເທດເຮົາ ເພື່ອກຳ ນົດນະໂຍບາຍໃຫ້ສອດຄ່ອງ ກັບສະພາບປັດຈຸບັນ. ສຳລັບ ການປ້ອງກັນ, ຄວບຄຸມ, ສະກັດ ກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະໂຄວິດ-19 ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຈັດຕັ້ງປະຕິບັດມາດຕະການ ຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ລາມ ແລະ ສ້າງຄວາມເສຍຫາຍໃຫ້ແກ່ ສຸຂະພາບ, ຊີວິດ ແລະ ຊັບສິນ ຂອງພົນລະເມືອງລາວ, ພ້ອມກັນ ນັ້ນ, ກໍແກ້ໄຂບັນຫາການແຜ່ລະບາດຂອງພະຍາດໄຂ້ເລືອດອອກ ໃຫ້ທັນການ. 2. ກອງປະຊຸມ ເຫັນດີເປັນ ເອກະພາບຮັບຮອງເອົາບົດລາຍ ງານກ່ຽວກັບການຊຸກຍູ້ການ ຈັດເກັບລາຍຮັບ ແລະ ການຈັດ ຕັ້ງປະຕິບັດແຜນງົບປະມານ ໃນ ໄລຍະທ້າຍປີ 2020. ມອບໃຫ້ ກະຊວງການເງິນ ເປັນເຈົ້າການ ສົມທົບກັບຂະແໜງການກ່ຽວ ຂ້ອງ ແລະ ທ້ອງຖິ່ນ ສືບຕໍ່ສູ້ຊົນ ເກັບລາຍຮັບໃຫ້ບັນລຸຕາມຕົວ ເລກທີ່ສະພາແຫ່ງຊາດ ໄດ້ຮັບ ຮອງ ແລະ ກະກຽມລາຍງານຕໍ່ ກອງປະຊຸມກົມການເມືອງໃນ ທ້າຍເດືອນກັນຍາ 2020. 3. ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮ່າງບົດສະຫຼຸບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ, ຄາດຄະເນ 9 ເດືອນ ແລະ ໝົດປີ, ວຽກຈຸດສຸມ 3 ເດືອນທ້າຍປີ ແລະ ຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2021. ກອງ ປະຊຸມ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບ ກະຊວງການເງິນ ແລະ ພາກສ່ວນ ກ່ຽວຂ້ອງ ປັບປຸງບົດລາຍງານ ສະບັບດັ່ງກ່າວ ໃຫ້ເປັນການສະ ຫຼຸບ 9 ເດືອນ ແລະ ຄາດຄະເນ ແຜນວຽກຈຸດສຸມ 3 ເດືອນທ້າຍ ປີ 2020 ແລະ ປັບປຸງຄືນບັນດາ ຕົວເລກຄາດໝາຍຂອງຂະແໜງ ການ ໂດຍຍົກໃຫ້ເຫັນຜົນສໍາເລັດ ແລະ ຂໍ້ຄົງຄ້າງຂອງ ມະຕິ 7,8,9 ແລະ ມະຕິ 10 ເພື່ອກະກຽມລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ໃນທ້າຍເດືອນກັນຍາ ແລະ ກອງປະຊຸມຄະນະບໍລິ ຫານງານສູນກາງພັກ ຄັ້ງທີ XI ໃນກາງເດືອນຕຸລາ 2020. 4. ກອງປະຊຸມ ເຫັນດີດ້ານ ຫຼັກການຮັບຮອງເອົາແຜນແມ່ ບົດເສດຖະກິດດີຈີຕອນແຫ່ງ ຊາດ 5 ປີ (2021-2025), ເຊິ່ງເສດຖະກິດດີຈີຕອນແມ່ນ ເສດຖະກິດຮູບແບບໃໝ່ບົນພື້ນ ຖານທີ່ມີການນໍາໃຊ້ເຕັກໂນໂລຊີ ດີຈີຕອນ (Internet) ເປັນເຄື່ອງ ມືໃນການຂັບເຄື່ອນການພັດທະ ນາວຽກງານຕ່າງໆ, ເພີ່ມປະ ສິດທິພາບ-ປະສິດທິຜົນຂອງ ວຽກງານທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມສະດວກ ວ່ອງໄວ, ໂປ່ງໃສ ແລະ ປອດໄພ, ສ້າງມູນຄ່າເພີ່ມໃຫ້ແກ່ການຜະ ລິດ, ການຄ້າ ແລະ ການບໍລິການ ຕ່າງໆ ເພື່ອສ້າງໂອກາດທາງທຸ ລະກິດ ແນໃສ່ຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຶ່ງເປັນຄວາມຈຳເປັນພາວະວິໄສ ທີ່ພວກເຮົາຕ້ອງໄດ້ປັບຕົວໄປ ຕາມຍຸກສະໄໝ, ສາມາດແຂ່ງ ຂັນໄດ້. ກອງປະຊຸມເຫັນດີດ້ານ ຫຼັກການຮັບຮອງເອົາຮ່າງແຜນ ແມ່ບົດ ສະບັບດັ່ງກ່າວ ແລະ ມອບ ໃຫ້ກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານເປັນ ໃຈກາງປະສານສົມທົບກັບພາກ ສ່ວນກ່ຽວຂ້ອງປັບປຸງຄືນໂຄງ ສ້າງ, ເນື້ອໃນ ແລະ ບາງຄໍາສັບ ໃຫ້ລະອຽດ, ຈະແຈ້ງ ໂດຍກໍານົດ ເປັນແຜນແມ່ບົດ 5 ປີ, ເປັນແຜນ ຍຸດທະສາດ 10 ປີ ແລະ ວິໄສທັດ 20 ປີ. ພ້ອມນີ້, ໃຫ້ກວດກາຄືນ ບັນດານິຕິກໍາທີ່ໄດ້ປະກາດນໍາ ໃຊ້ໃນໄລຍະຜ່ານມາ ເພື່ອໃຫ້ມີ ຄວາມສອດຄ່ອງກົມກຽວກັນ ແລະ ບັນຫາອື່ນໆ ຕາມການປະ ກອບຄໍາເຫັນຂອງສະມາຊິກລັດ ຖະບານ. ພ້ອມນັ້ນ, ກໍໃຫ້ຄົ້ນ ຄວ້າສ້າງນິຕິກໍາ ເຊັ່ນ: ດໍາລັດ ຂອງນາຍົກ ເພື່ອເປັນບ່ອນອີງໃນການຄຸ້ມຄອງການຈັດຕັ້ງ ປະຕິບັດ ແລ້ວນໍາໄປຜ່ານກອງປະ ຊຸມກົມການເມືອງສູນກາງພັກ ພິຈາລະນາຮັບຮອງ. 5. ສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ປະຈໍາປີ 2020 ແລະ ແຜນຄວາມຕ້ອງການລັດຖະ ກອນໃໝ່ ປະຈໍາປີ 2021. ກອງ ປະຊຸມເຫັນດີດ້ານຫຼັກການຮັບ ເອົາຕົວເລກລັດຖະກອນໃໝ່ (ໂກຕ້າ) ປີ 2021 ຕາມການ ສະເໜີຂອງກະຊວງພາຍໃນ ເພື່ອໃຫ້ສອດຄ່ອງກັບການປັບ ປຸງກົງຈັກໃຫ້ກະທັດຮັດ, ສົມເຫດ ສົມຜົນ, ສົມຄູ່ກັບການກໍານົດຕໍາ ແໜ່ງການ. ພ້ອມກັນນີ້, ໃຫ້ກະ ຊວງພາຍໃນສົມທົບກັບພາກ ສ່ວນກ່ຽວຂ້ອງຄົ້ນຄວ້າຈັດແບ່ງ ຕົວເລກໃຫ້ຂະແໜງການ ແລະ ທ້ອງຖິ່ນຕາມຄວາມເໝາະສົມ, ຈາກນັ້ນ, ໃຫ້ນໍາມາພິຈາລະນາ ໃນກອງປະຊຸມນາຍົກ-ຮອງນາ ຍົກລັດຖະມົນຕີ. ນອກຈາກນີ້, ເພື່ອຕອບສະໜອງຄວາມຕ້ອງ ການດ້ານບຸກຄະລາກອນຄູ ແລະ ແພດໝໍ ໃຫ້ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າສ້າງກອງທຶນ ເພື່ອຊຸກ ຍູ້ຄູອາສາສະໝັກ ແລະ ແພດເຝິກ ຫັດ ໂດຍບໍ່ມີພັນທະ ຫຼື ຄໍາໝັ້ນ ສັນຍາ ຮັບເຂົ້າເປັນລັດຖະກອນ ເຊິ່ງຈະຊ່ວຍແກ້ໄຂຄວາມຕ້ອງການພະນັກງານໄດ້ໃນລະດັບທີ່ແນ່ນອນ. 6. ຮ່າງຍຸດທະສາດແຫ່ງຊາດ ເພື່ອການສົ່ງເສີມວຽກເຮັດງານ ທໍາໃນຊົນນະບົດ: ຈຸດປະສົງ ເພື່ອສົ່ງເສີມການສ້າງວຽກເຮັດ ງານທໍາຂອງການພັດທະນາ ເສດຖະກິດທັງພາກລັດ ແລະ ເອກະຊົນ ເຮັດໃຫ້ແຮງງານທີ່ ວ່າງງານ, ແຮງງານທີ່ເຮັດວຽກ ເພື່ອການຊົມໃຊ້ໃນຄົວເຮືອນ ມີວຽກເຮັດງານທໍາທີ່ໝັ້ນຄົງ, ມີປະສິດທິພາບແຮງງານ, ມີລາຍ ຮັບສູງຂຶ້ນ, ຍົກລະດັບຊີວິດການ ເປັນຢູ່ໃຫ້ດີຂຶ້ນ ແລະ ຫຼຸດຜ່ອນ ຄວາມທຸກຍາກ, ປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມຢູ່ ຊົນນະບົດຂອງປະເທດເຮົາໃຫ້ ເປັນຮູບປະທຳຫຼາຍຂຶ້ນ, ເຊິ່ງ ກອງປະຊຸມ ໄດ້ມີທິດຊີ້ນຳໃຫ້ກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມ ນຳໄປປັບປຸງຄືນ ບາງດ້ານຕື່ມ ເປັນຕົ້ນ ໂຄງຮ່າງ ບົດ ໃຫ້ເປັນລະບົບຄົບຊຸດກວມ ເອົາທຸກດ້ານທີ່ກ່ຽວຂ້ອງ, ເນື້ອໃນ ບົດໃຫ້ກະທັດຮັດ, ກຳນົດຈຸດປະ ສົງ ແລະ ຄາດໝາຍໃຫ້ຈະແຈ້ງ ໂດຍສ່ອງແສງໄດ້ຈິດໃຈທີ່ຢາກ ປະຕິບັດ, ການກຳນົດກິດຈະກຳ ຫຼື ໂຄງການແມ່ນໃຫ້ສົ່ງເສີມ ດ້ານທີ່ມີທ່າແຮງ ແລະ ສາມາດ ປະຕິບັດໄດ້, ກຳນົດທິດທາງ ແລະ ໜ້າທີ່ລວມໃຫ້ຖືກທິດການພັດ ທະນາ, ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການ ໃນການພັດທະນາ ໃນແຕ່ລະໄລຍະ, ດ້ານທີ່ຕັ້ງຕ້ອງ ໃຫ້ຊົນນະບົດໄດ້ຮັບຜົນປະ ໂຫຍດ. ພ້ອມນີ້, ກໍໃຫ້ມີການກຳ ນົດແຜນການຄຸ້ມຄອງດ້ານ ຕ່າງໆ ໂດຍສະເພາະ ແຮງງານ, ຜູ້ ມີສ່ວນຮ່ວມໃນການພັດທະນາ. ສໍາລັບວຽກຈຸດສຸມ ປະຈໍາ ເດືອນຕຸລາ ປີ 2020, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການ ກ່ຽວຂ້ອງສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້: 1. ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບການເມືອງ ໃນການປົກປັກຮັກສາຄວາມສະຫງົບເປັນລະ ບຽບຮຽບຮ້ອຍໃນສັງຄົມ, ໂດຍ ຍົກສູງຄວາມເປັນເຈົ້າການ ໃນການສະກັດກັ້ນປະກົດການ ຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ການຄາດ ຕະກໍາ, ປຸ້ນຈີ້ ຊິງຊັບ, ອຸບັດຕິເຫດ, ອາລະວາດຕີກັນ, ຂີ້ລັກງັດແງະ, ອັກຄີໄພ, ບັນຫາສິ່ງເສບຕິດ ທີ່ ເປັນໄພອັນຕະລາຍ ແລະ ສ້າງ ຄວາມກັງວົນໃຫ້ແກ່ສັງຄົມຫຼຸດ ໜ້ອຍຖອຍລົງເທື່ອລະກ້າວ. ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ເອົາໃຈ ໃສ່ຕິດຕາມສະພາບການນໍາໃຊ້ ສື່ສັງຄົມອອນລາຍ ແລະ ການ ເຄື່ອນໄຫວທີ່ມີລັກສະນະແບ່ງ ແຍກ ແລະ ຍຸແຍ່ປະຊາຊົນໃຫ້ ເຂົ້າໃຈຜິດຕໍ່ການນໍາພາຂອງສູນ ກາງພັກ ແລະ ລັດຖະບານ ໂດຍ ມີມາດຕະການຕອບຕ້ານຢ່າງ ທັນການ. - ສືບຕໍ່ເພີ່ມທະວີການປະສານ ສົມທົບ ລະຫວ່າງ ຂະແໜງການ ກ່ຽວຂ້ອງ ແລະ ບັນດາທ້ອງຖິ່ນ ເພື່ອຮັບປະກັນຄວາມເຂັ້ມງວດ ໃນການເຂົ້າ-ອອກ ຢູ່ບັນດາດ່ານ ຊາຍແດນຕ່າງໆ (ທາງບົກ, ທາງນໍ້າ, ທາງອາກາດ) ແລະ ການລັກລອບເຂົ້າມາຈາກປະ ເທດໃກ້ຄຽງ ແນໃສ່ປ້ອງກັນການ ລະບາດຂອງພະຍາດ ໂຄວິດ-19 ແລະ ສະກັດກັ້ນການສ້າງຄວາມບໍ່ສະຫງົບຕາມຊາຍແດນ. 2. ສືບຕໍ່ຕິດຕາມສະພາບການ ຜັນແປຂອງພາກພື້ນ ແລະ ສາ ກົນໃຫ້ທັນການ ໂດຍມີການວິ ເຄາະ ວິໄຈຢ່າງລະອຽດ, ເລິກເຊິ່ງ ຕໍ່ກັບທ່າອ່ຽງທີ່ມີຄວາມສ່ຽງ ແລະ ອາດມີຜົນກະທົບຕໍ່ສະຖຽນ ລະພາບດ້ານການເມືອງຕໍ່ເສດ ຖະກິດ-ສັງຄົມຂອງປະເທດເຮົາ ເພື່ອລາຍງານຂັ້ນເທິງເປັນປົກ ກະຕິ, ໃຫ້ສືບຕໍ່ກະກຽມຄວາມ ພ້ອມຢ່າງຮອບດ້ານ ໃນການພົບ ປະ, ເຂົ້າຮ່ວມກອງປະຊຸມສໍາຄັນ ຕ່າງໆ ຂອງການນໍາຂັ້ນສູງ. 3. ສືບຕໍ່ຕິດຕາມການຈັດ ເກັບລາຍຮັບໃຫ້ຄົບຖ້ວນ ແລະ ທັນເວລາ ໂດຍສະເພາະ ລາຍຮັບ ຈາກພາສີທີ່ດິນ, ຄ່າທໍານຽມທາງ ການເຊົ່າສໍາ ປະທານ, ບັນດາ ພັນທະຕາມກົດໝາຍຂອງບັນດາ ຫົວໜ່ວຍທຸລະກິດ, ຮີບຮ້ອນ ເລັ່ງທວງໜີ້ຄ້າງມອບຄ່າສໍາປະ ທານການຊອກຄົ້ນ, ສໍາຫຼວດ ຫຼື ຂຸດຄົ້ນແຮ່ທາດ, ສືບຕໍ່ປັບປຸງ ບັນດາລັດວິສາຫະກິດ ແລະ ການ ຫັນບັນດາຫົວໜ່ວຍວິຊາການຈໍາ ນວນໜຶ່ງທີ່ມີລາຍຮັບໃຫ້ກຸ້ມຕົນ ເອງດ້ານງົບປະມານ; 4. ສືບຕໍ່ລະດົມຂົນຂວາຍການ ລົງທຶນດ້ວຍຫຼາຍຮູບການ, ປັບ ປຸງບັນດາສິ່ງກີດຂວາງ ເພື່ອສ້າງ ເງື່ອນໄຂສະດວກໃຫ້ແກ່ນັກລົງ ທຶນ; ຍົກສູງປະສິດທິພາບການ ບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງ ລັດການຈັດຕັ້ງປະຕິບັດ 8 ມາດ ຕະການຊຸກຍູ້ເສດຖະກິດໃຫ້ມີປະ ສິດທິຜົນ ເພື່ອກະຕຸກຊຸກຍູ້ການ ສ້າງຖານລາຍຮັບເພີ່ມຂຶ້ນ. 5. ສືບຕໍ່ຄຸ້ມຄອງ ແລະ ຮັກສາ ສະຖຽນລະພາບດ້ານເງິນຕາໃຫ້ ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະ ດັບທີ່ກໍານົດໄວ້, ຄຸ້ມຄອງການ ເຄື່ອນໄຫວທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາບັນດາສະຖາບັນການ ເງິນໃຫ້ເຄື່ອນໄຫວຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນ ເສດຖະກິດໃຫ້ຂະຫຍາຍຕົວ; 6. ສືບຕໍ່ເອົາໃຈໃສ່ຊຸກຍູ້ການ ຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານຢ່າງເຂັ້ມງວດ ແລະ ເດັດ ຂາດ ເພື່ອຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ຂະບວນຍຸຕິທໍາ ຕາມທິດສ້າງລັດປົກຄອງດ້ວຍ ກົດໝາຍ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. 7. ຊຸກຍູ້ສົ່ງເສີມການຜະ ລິດສິນຄ້າກະສິກຳໃຫ້ພຽງພໍກັບ ຄວາມຮຽກຮ້ອງຕ້ອງການ ຂອງ ຕະຫຼາດພາຍໃນ ແລະ ສົ່ງອອກ ຕ່າງປະເທດ ເປັນຕົ້ນ: ການສະ ໜອງຊີ້ນໝູ, ງົວ, ຄວາຍ, ພືດຜັກ ພາຍໃນ ແລະ ການສົ່ງອອກງົວໄປ ສປ ຈີນ ທັນຕາມກຳນົດເວລາ, ຮັບປະກັນໄດ້ຄຸນນະພາບ ແລະ ຄວາມຕໍ່ເນື່ອງ. ພ້ອມນີ້, ໃຫ້ຮີບ ຮ້ອນກະກຽມຊຸກຍູ້ການຜະລິດ ລະດູແລ້ງ ໂດຍສະເພາະການຜະ ລິດເຂົ້ານາແຊງໃຫ້ທັນຕາມລະ ດູການ ແລະ ໃນຕໍ່ໜ້າໃຫ້ຄົ້ນຄວ້າ ການຜະລິດເຂົ້າໃຫ້ໄດ້ ປີໜຶ່ງ 3 ລະດູການ ໂດຍສຸມໃສ່ເຂດທີ່ມີ ທ່າແຮງ ເພື່ອຮັບປະກັນການຂາດ ເຂົ້າກິນຂອງປະຊາຊົນໃນທົ່ວ ປະເທດ. 8. ລົງເລິກຄົ້ນຄວ້າບັນຈຸນັກ ສຶກສາທີ່ສຳເລັດການສຶກສາມັດ ທະຍົມຕອນປາຍເຂົ້າໃນສາຂາ ວິຊາຊີບ ແລະ ມະຫາວິທະຍາໄລ ໃຫ້ເໝາະສົມກັບຄວາມຕ້ອງ ການຂອງວຽກງານຕົວຈິງ ເພື່ອ ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ. 9. ສືບຕໍ່ຈັດຕັ້ງປະຕິບັດບັນດາ ມາດຕະການຜ່ອນຜັນ, ມາດຕະ ການປ້ອງກັນ, ຄວບຄຸມສະກັດ ກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ໃນ ໄລຍະວັນທີ 1-30 ກັນຍາ 2020 ພ້ອມທັງຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍ ບໍ່ໃຫ້ ແຜ່ອອກໄປເປັນວົງກວ້າງ; ໃຫ້ ຄະນະສະເພາະກິດ ທີ່ຮັບຜິດ ຊອບວຽກງານນີ້ຄົ້ນຄວ້າ ເພື່ອ ກໍານົດມາດຕະການຜ່ອນຜັນ ໃນຕໍ່ໜ້າໃຫ້ແທດເໝາະກັບສະ ພາບຕົວຈິງ ແລະ ປະຕິບັດມີປະ ສິດທິຜົນ ໃນແຕ່ລະໄລຍະ. 10. ໃຫ້ສືບຕໍ່ຈັດສົ່ງບຸກຄະລາ ກອນໄປເຝິກອົບຮົມປະກອບເຂົ້າ ໃນການບໍລິການລົດໄຟ ທີ່ຈະ ເປີດນໍາໃຊ້ຢ່າງເປັນທາງການ ໃນ ທ້າຍປີ 2021 ແລະ ການອໍານວຍ ຄວາມສະດວກໃຫ້ແກ່ແຮງງານທີ່ຈະເຂົ້າມາກໍ່ສ້າງທາງລົດໄຟ ລາວ-ຈີນ ເພື່ອຮັບປະກັນໃຫ້ ໂຄງການສໍາເລັດຕາມແຜນທີ່ກໍາ ນົດໄວ້; 11. ສືບຕໍ່ຕິດຕາມເຝົ້າລະວັງ ການປ່ຽນແປງດິນຟ້າອາກາດ ເພື່ອແຈ້ງໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ ເພື່ອກະກຽມຮັບມື ໃຫ້ທັນສະພາບການ; 12. ໃຫ້ກະຊວງພະລັງງານ ແລະ ບໍ່ເເຮ່ ສົມທົບກັບກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວ ຂ້ອງອະທິບາຍຊີ້ແຈງຕໍ່ບັນຫາທີ່ສັງຄົມມີຄວາມສົນໃຈກ່ຽວກັບ ການແກ້ໄຂບັນຫາຄວາມຫຍຸ້ງ ຍາກຂອງລັດວິສາຫະກິດໄຟຟ້າ ລາວ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ; - ສືບຕໍ່ຊຸກຍູ້ໂຄງການລົງທຶນ ພັດທະນາພະລັງງານໄຟຟ້າ, ສາຍສົ່ງ ແລະ ບໍ່ແຮ່ ໃຫ້ດໍາເນີນ ໄປຕາມແຜນທີ່ກໍານົດໄວ້ ແລະ ໃຫ້ທັນສົ່ງກະແສໄຟຟ້າໃຫ້ປະ ເທດເພື່ອນບ້ານ ຕາມສັນຍາທີ່ໄດ້ ກໍານົດໄວ້. 13. ສືບຕໍ່ຄົ້ນຄວ້າແກ້ໄຂ ວຽກເຮັດງານທໍາໃຫ້ແຮງງານ ລາວທີ່ເດີນທາງກັບມາຈາກຕ່າງ ປະເທດໃນໄລຍະທີ່ມີການລະ ບາດຂອງພະຍາດ ໂຄວິດ-19. 14. ໃຫ້ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ປະສານ ສົມທົບກັບນະຄອນຫຼວງວຽງຈັນ ປຶກສາຫາລືກ່ຽວກັບຄວາມ ເໝາະສົມໃນການຈັດງານບຸນ ອອກພັນສາ ແລະ ງານບຸນມະນັດ ສະການພຣະທາດຫຼວງວຽງຈັນ ທີ່ຈະມາເຖິງນີ້ ຈະຈັດໃຫ້ກະທັດຮັດແບບໃດຈຶ່ງຈະເໝາະສົມເພື່ອ ຫຼີກເວັ້ນຄວາມສ່ຽງການຕິດ ເຊື້ອພະຍາດໂຄວິດ-19. 15. ສືບຕໍ່ອອກຂ່າວ, ຖະແຫຼງ ການກ່ຽວກັບສະພາບການລະ ບາດຂອງພະຍາດໂຄວິດ-19 ໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ, ແກ້ ໄຂການເຜີຍແຜ່ຂ່າວສານທີ່ບໍ່ ມີມູນຄວາມຈິງໃສ່ຮ້າຍປ້າຍສີ ການນຳພັກ-ລັດ ຜ່ານສື່ອອນລາຍ. 16. ໃຫ້ພາກສ່ວນກ່ຽວຂ້ອງ ກະກຽມບັນດາເອກະສານທີ່ຈະລາຍງານຕໍ່ກອງປະຊຸມກົມການ ເມືອງ ໃນທ້າຍເດືອນກັນຍາ ແລະ ລາຍງານຕໍ່ກອງປະຊຸມຄົບຄະ ນະບໍລິຫານງານສູນກາງພັກ ຄັ້ງທີ 11, ສະໄໝທີ X ເຊິ່ງຈະ ຈັດຂຶ້ນໃນລະຫວ່າງວັນທີ 12-16 ຕຸລາ 2020. 17. ໃຫ້ບັນດາກະຊວງ-ອົງ ການສືບຕໍ່ເປັນເຈົ້າການເພີ່ມທະ ວີຄວາມຮັບຜິດຊອບໃຫ້ສູງກວ່າ ເກົ່າ ແລະ ສືບຕໍ່ເຮັດວຽກງານ ການເມືອງແນວຄິດໃຫ້ສະມາຊິກ ພັກ-ພະນັກງານລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບ ຂອງຕົນຢ່າງເປັນປົກກະຕິ ເພື່ອ ສ້າງບັນຍາກາດອັນດີ ແລະ ເອື້ອອໍານວຍໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ