ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງອັດຕະປື
ເວລາອອກຂ່າວ: 2020-09-20 19:45:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກ ແຂວງ ອັດຕະປື ໄດ້ໄຂຂຶ້ນໃນລະຫວ່າງວັນທີ 17- 18 ກັນຍາ 2020 ແລະ ປິດລົງ ດ້ວຍຜົນສຳເລັດຢ່າງຈົບງາມ, ໂດຍການເຂົ້າຮ່ວມຂອງ ສະ ຫາຍ ໄຊສົມພອນ ພົມວິຫານ ກຳ ມະການກົມການເມືອງສູນກາງ ພັກ ປະທານສູນກາງແນວລາວ ສ້າງຊາດ, ມີຄະນະການນໍາຂັ້ນ ສູນກາງ, ຄະນະປະຈໍາພັກ ແລະ ກໍາມະການພັກແຂວງ, ພະນັກ ງານອາວຸໂສບໍານານ, ພາກສ່ວນ ທຸລະກິດ, ແຂກຖືກເຊີນ ແລະ ຜູ້ ແທນສົມບູນ ເຂົ້າຮ່ວມ. ກອງປະຊຸມໄດ້ດຳເນີນໄປເປັນ ເວລາ 2 ວັນ ເຊິ່ງບັນດາຜູ້ແທນ ສົມບູນ ໄດ້ຕີລາຄາ ແລະ ຮັບຮອງ ເອົາບົດລາຍງານການເມືອງໃນ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ໃນໄລຍະ 5 ປີ ຜ່ານມາ ກໍຄືແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເຫັນໄດ້ວ່າເສດຖະກິດ-ສັງຄົມ ແຂວງອັດຕະປື ໄດ້ຮັບການພັດ ນາຢ່າງຕໍ່ເນື່ອງ GDP ເພີ່ມຂຶ້ນ 7,5% ຕໍ່ປີ, ສະເລ່ຍຕໍ່ຫົວຄົນ ບັນ ລຸໄດ້ 2.011 ໂດລາ, ທຽບໃສ່ປີ 2015 ເພີ່ມຂຶ້ນ 13,6% ພ້ອມນີ້ ຍັງໄດ້ຮັບຮອງເອົາທິດທາງແຜນ ການພັດທະນາເສດຖະກິດ-ສັງ ຄົມ 5 ປີ 2020-2024 ຂອງຄະ ນະບໍລິຫານງານພັກແຂວງສະ ໄໝທີ XI ແລະ ຜ່ານບົດສໍາຫຼວດ ການນໍາພາລວມຂອງຄະນະບໍລິ ຫານງານພັກແຂວງຊຸດເກົ່າສະ ໄໝທີ X ແລະ ກອງປະຊຸມ ໄດ້ສືບ ຕໍ່ດໍາເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກ ແຂວງອັດຕະປື ຊຸດໃໝ່ເຊິ່ງມີບຸກຄະລາກອນທີ່ຄົບມາດຖານເງື່ອນ ໄຂລົງສະໝັກທັງໝົດຈຳນວນ 38 ສະຫາຍ, ຍິງ 5 ສະຫາຍ, ກອງ ປະຊຸມໃຫຍ່ໄດ້ປ່ອນບັດເລືອກໄດ້ ອົງຄະນະພັກຊຸດໃໝ່ 33 ສະ ຫາຍ, ຍິງ 5 ສະຫາຍ ໂດຍຖືກ ຕ້ອງຕາມກົດລະບຽບຂອງພັກປະ ຊາຊົນປະຕິວັດລາວກຳນົດໄວ້, ໃນຈຳນວນບຸກຄະລາກອນທີ່ໄດ້ ຜ່ານການເລືອກຕັ້ງໃນຄັ້ງນີ້ ຈະ ໄດ້ພ້ອມກັນຍົກສູງຄວາມຮັບຜິດ ຊອບໃນການຄົ້ນຄວ້າພິຈາລະນາ ຮັບຮອງບັນຫາສຳຄັນຂອງພັກ ແລະ ໃຫ້ສົມກັບການໄວ້ເນື້ອເຊື່ອ ໃຈຂອງສະມາຊິກພັກໃນທົ່ວ ແຂວງ ພ້ອມທັງສືບຕໍ່ເຮັດໜ້າທີ່ ພາລະບົດບາດຊີ້ນຳ-ນຳພາອົງ ການຈັດຕັ້ງໃນທົ່ວແຂວງໃຫ້ ບັນລຸຕາມຄາດໝາຍທີ່ໄດ້ກຳ ນົດໄວ້. ກອງປະຊຸມ ຄັ້ງປະຖົມມະ ລຶກຂອງຄະນະບໍລິຫານງານພັກ ແຂວງອັດຕະປື ຄັ້ງທີ XI ເຫັນ ດີເປັນເອກະສັນເລືອກເອົາສະ ຫາຍ ເລັດ ໄຊຍະພອນ ເປັນເລ ຂາຄະນະພັກ, ສະຫາຍ ນາງ ມີ ນາ ພອນ ໄຊສົມພູ, ສະຫາຍ ບຸນ ຮຽນ ແກ້ວບົວພາດ ເປັນຮອງ ເລຂາຄະນະພັກ ແລະ ເລືອກ ເອົາ ສະຫາຍ ຄຳຫວັນ ຈັນທະ ໂຄດ ເປັນປະທານກວດກາ, ສະ ຫາຍ ຈິດປະສົງ ສິງສະ ຫວັດ, ສະຫາຍ ມີໄຊ ສີສະເເຫວງ ສຸກ ແລະ ສະຫາຍ ວິໄລພອນ ເປັນ ຮອງປະທານກວດກາ. ພ້ອມ ນັ້ນ, ກອງປະຊຸມຍັງໄດ້ປ່ອນບັດ ເລືອກເອົາຜູ້ແທນສົມບູນໄປເຂົ້າ ຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ທີ່ຈະຈັດຂຶ້ນໃນ ຕໍ່ໜ້າຈໍານວນ 16 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ. ໂອກາດນີ້, ສະຫາຍ ໄຊສົມ ພອນ ພົມວິຫານໄດ້ໂອ້ລົມ ແລະ ຍົກໃຫ້ເຫັນວ່າ: ບັນດາຄະນະບໍລິ ຫານງານພັກແຂວງຊຸດໃໝ່ຕ້ອງ ນຳເອົາມະຕິກອງປະຊຸມໃຫຍ່ຄັ້ງ ນີ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດ ເພື່ອຈັດ ຕັ້ງການເຜີຍແຜ່ເຊື່ອມຊຶມ ໂດຍ ເລີ່ມແຕ່ຄະນະບໍລິຫານງານ ພັກແຂວງຈົນເຖິງບັນດາເມືອງ, ຂະແໜງການ ແລະ ຮາກຖານ ຕ່າງໆ ເພື່ອສ້າງຄວາມຮັບຮູ້ເຂົ້າ ໃຈ ແລະ ເປັນເອກະພາບກັນກັບ ແນວທາງນະໂຍບາຍຂອງພັກ ວາງອອກ ກໍຄືມະຕິກອງປະຊຸມ ໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ, ສືບຕໍ່ຂົນຂວາຍ, ຍາດແຍ່ງດຶງດູດ ການຊ່ວຍເຫຼືອ ແລະ ການລົງທຶນ ຈາກທຸກພາກສ່ວນເຂົ້າໃນການ ພັດທະນາແຂວງ ໃຫ້ນັບມື້ນັບ ເພີ່ມຂຶ້ນ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໂດຍສະເພາະພືດ ທີ່ເປັນທ່າແຮງຂອງແຂວງ ແລະ ຕະຫຼາດມີຄວາມຕ້ອງການ ເພື່ອ ແນໃສ່ແກ້ໄຂຄວາມທຸກຍາກຂອງ ປະຊາຊົນໃຫ້ນັບມື້ຫຼຸດລົງເປັນ ກ້າວໆ. ໂດຍ: ໄພບູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ