ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກໄທຈັດກອງປະຊຸມທາງໄກປຶກສາຫາລື ວຽກງານສ້າງກິດຈະກຳຕ່າງໆຮ່ວມກັນ
ເວລາອອກຂ່າວ: 2020-09-20 19:43:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນວັນທີ 18 ກັນຍາ 2020 ນີ້, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ໄດ້ ຈັດກອງປະຊຸມທາງໄກປຶກສາ ຫາລືກ່ຽວກັບວຽກງານການ ສ້າງກິດຈະກຳຕ່າງໆລະຫວ່າງ ກອງທັບປະຊາຊົນລາວກັບກອງ ທັບຣາຊະອານາຈັກໄທ, ໂດຍ ການເຂົ້າຮ່ວມຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ທ່ານ ພົນເອກ ພອນພິພັກ ເບັນຍະ ສີ ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ພ້ອມ ດ້ວຍຄະນະ ແລະວິຊາການທີ່ກ່ຽວ ຂ້ອງສອງຝ່າຍເຂົ້າຮ່ວມ. ໃນການຈັດກອງປະຊຸມທາງ ໄກຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນ ປຶກສາຫາລືຄົ້ນຄວ້າແກ້ໄຂບັນ ຫາ ແລະ ພັດທະນາວຽກງານໃນ ດ້ານຕ່າງໆລວມທັງເປັນການ ສ້າງຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນໃນຂົງເຂດວຽກງານ ການຮ່ວມມືສ້າງກິດຈະກຳ ຮ່ວມກັນ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ເຊິ່ງກິດຈະກຳທີ່ຈະຈັດຮ່ວມກັນ ປະກອບມີ: ການຮ່ວມມືແລກ ປ່ຽນທາງດ້ານວັດທະນະທໍາ ແລະ ການແຂ່ງຂັນກີລາ ໂດຍ ກອງທັບ ຣາຊະອານາຈັກໄທສະເໜີຂໍເປັນ ເຈົ້າພາບ ໃນນັ້ນກີລາທີ່ຈະຮ່ວມ ກັນແຂ່ງຂັນມີ 2 ປະເພດ ຄື: ກີລາ ກ໋ອບ ແລະ ກີລາເຕະບານ. ນອກນີ້ ສອງຝ່າຍໄດ້ພ້ອມກັນ ຄົ້ນຄວ້າໃນການຮ່ວມທາງດ້ານ ການແພດທະຫານໂດຍອີງໃສ່ ບົດບັນທຶກຂອງຄະນະກໍາມະ ການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ ຄັ້ງທີ 26 ແລະ ຝ່າຍລາວ ຍິນດີເຊື້ອເຊີນໜ່ວຍ ງານດ້ານການແພດທະຫານ ກອງທັບໄທເດີນທາງມາຢ້ຽມ ຢາມ ແລະ ທັດສະນະສຶກສາ ຢູ່ສປປ ລາວ ຖ້າຫາກສະພາບ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢຸດຕິລົງ ແລະ ເຂົ້າ ສູ່ສະພາບການປົກກະຕິ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ