ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອົງການໄອຍະການທະຫານຂັ້ນສູງ ເຄື່ອນໄຫວຊີ້ນຳວຽກງານ ແລະ ກວດກາສະຖິຕິພະນັກງານຢູ່ກອງພັນໃຫຍ່ 279
ເວລາອອກຂ່າວ: 2020-09-20 19:36:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ວັນທີ 16 ກັນຍາ 2020 ນີ້, ອົງການໄອຍະການທະຫານ ຂັ້ນສູງ ເຊິ່ງນໍາໂດຍສະຫາຍ ພົນ ຈັດຕະວາ ສີໄຫວ ໄມພອນ ຮອງໄອຍະການປະຊາຊົນສູງ ສຸດ, ຫົວໜ້າໄອຍະການທະຫານ ຂັ້ນສູງພ້ອມຄະນະໄດ້ລົງພົບປະ ຊີ້ນໍາວຽກງານວິຊາສະເພາະ ແລະ ກວດກາສະຖິຕິພະນັກງານ ໄອຍະການຢູ່ກອງພັນໃຫຍ່ 279 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ເລຂາຄະນະພັກ, ຫົວໜ້າການ ເມືອງກອງພັນໃຫຍ່ 279 ພ້ອມ ຄະນະ ແລະ ພະແນກການກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ໄດ້ລາຍງານການ ຈັດຕັ້ງປະຕິບັດວຽກງານໄອຍະ ການຢູ່ກອງພັນໃຫຍ່ 279 ເຊິ່ງ ຜ່ານການເຄື່ອນໄຫວປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຕາມກົດໝາຍ ວ່າດ້ວຍ ອົງການໄອຍະການທະຫານ, ຂະ ແໜງໄອຍະການກອງພັນໃຫຍ່ 279 ແມ່ນເປັນເສນາທິການ ທາງດ້ານກົດໝາຍໃຫ້ແກ່ກອງ ພັນໃຫຍ່ ໂດຍຢູ່ພາຍໃຕ້ການຊີ້ ນໍາ-ນໍາພາ ແລະ ປະຕິບັດຕາມຄໍາ ສັ່ງ ແລະ ຄໍາແນະນໍາຂອງອົງການ ໄອຍະການໄດ້ເອົາໃຈໃສ່ກວດກາຕິດຕາມດໍາເນີນຄະດີເຊິ່ງມີຄະດີ ເກີດຂຶ້ນທັງໝົດ 16 ເລື່ອງ, ພ້ອມ ນັ້ນຍັງໄດ້ລົງເຜີຍແຜ່ກົດໝາຍ ນາຍທະຫານກອງທັບປະຊາຊົນ ລາວ, ກົດໝາຍຄອບຄົວ, ກົດ ໝາຍຢາເສບຕິດຢູ່ບັນດາກອງພັນ ກອງຮ້ອຍເອກະລາດທີ່ຂຶ້ນກັບ ກອງພັນໃຫຍ່ 279. ໂອກາດນີ້, ຄະນະອົງການໄອ ຍະການທະຫານຂັ້ນສູງໄດ້ສະ ເໜີແບບແຜນການຈັດຕັ້ງປະ ຕິບັດຄໍາສັ່ງແນະນໍາວ່າດ້ວຍ ການແບ່ງຂອບເຂດ, ສິດ ແລະ ໜ້າທີ່ໃນການດໍາເນີນຄະດີອາ ຍາ, ຄໍາແນະນໍາຂອງກົມໃຫຍ່ ການເມືອງກອງທັບວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ, ຊັບຊ້ອນ ພະນັກງານໄອຍະການທະຫານ ໃຫ້ເປັນເອກະພາບ, ພ້ອມນັ້ນ ຍັງໄດ້ກວດກາ, ເກັບກໍາສະຖິ ຕິພະນັກງານຂອງຂະແໜງໄອ ຍະການກອງພັນໃຫຍ່ ໃຫ້ຄົບ ຖ້ວນຕາມໂຄງປະກອບການຈັດ ຕັ້ງທີ່ຂັ້ນເທິງອະນຸມັດ, ທັງນີ້ ກໍເພື່ອຮັບປະກັນ ໃຫ້ຄະນະພັກ-ຄະນະບັນຊາ,ພະນັກງານ-ວິ ຊາການທີ່ກ່ຽວຂ້ອງທົ່ວກອງ ພັນໃຫຍ່ ເຂົ້າໃຈແຈ້ງໃນວຽກ ງານການຈັດຕັ້ງປະຕິບັດຕາມ ຄໍາແນະນໍາ ແລະ ບັນດາເອກະ ສານຕ່າງໆທີ່ນໍາມາສະເໜີໃນຄັ້ງ ນີ້ເພື່ອແນໃສ່ພ້ອມກັນນໍາໄປຈັດ ຕັ້ງປະຕິບບັດເຂົ້າໃນໜ້າທີ່ວິຊາ ສະເພາະພາຍໃນກົມກອງຂອງ ຕົນໃຫ້ຖືກຕ້ອງ, ສອດຄ່ອງກັບ ລະບຽບກົດໝາຍຂອງຂັ້ນເທິງ ວາງອອກຢ່າງເຂັ້ມງວດ. ໂດຍ: ມະນີວັນ ນິທະກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ