ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນສອນຂັບລົດ 404 ເປີດຊຸດອົບຮົມນັກຂັບຂີ່ຊຸດທີ 39
ເວລາອອກຂ່າວ: 2020-09-20 19:32:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ວັນທີ 16 ກັນຍາ 2020, ໂຮງຮຽນສອນຂັບລົດ 404 ຈັດພິທີເປີດຊຸດອົບຮົມນັກຂັບຂີ່ ຊຸດທີ 39 ປະຈຳປີ 202, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງ ຈໍາປາບານ ກໍາມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີຄະ ນະກົມຄຸ້ມຄອງລົດ, ຄະນະກົມ ເສນາເຕັກນິກ, ຄະນະກົມໂຮງ ຮຽນ, ຄະນະວິຊາຄູລົດໂອໂຕວິ ທະຍາຄານເຕັກນິກ, ຄະນະອໍາ ນວຍການໂຮງຮຽນສອນຂັບລົດ 404, ພະແນກການ, ຄູ-ອາຈານ ຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ຄຳດອງ ທອງວັນເພັງ ອຳນວຍການໂຮງ ຮຽນສອນຂັບລົດ 404 ຂຶ້ນ ຜ່ານແຜນການເຝິກອົບຮົມ ໂດຍ ແນໃສ່ສ້າງເຫຼົ່າຮົບເຕັກນິກວິຊາ ສະເພາະຂັບຂີ່ລົດໃນກອງທັບໃຫ້ ພຽງພໍທາງດ້ານປະລິມານ ແລະ ຮັບປະກັນຄຸນນະພາບ, ເປັນການ ປ່ຽນແທນບັນດານັກຂັບຂີ່ຜູ້ມີອາ ຍຸກະສຽນພັກຜ່ອນຮັບບຳນານ ຕາມລະບຽບການ ຫຼື ໄປເຮັດໜ້າ ທີ່ບັນຊາ-ນຳພາຕາມການຈັດ ຕັ້ງມອບໝາຍໃຫ້, ໂດຍອີງຕາມແຜນການອົບຮົມຂອງໂຮງຮຽນວາງອອກ, ກຳແໜ້ນຢ່າງຊັດເຈນ ຕຳລາຫຼັກສູດການຮຽນທາງ ດ້ານການຂັບຂີ່ກໍຄືທາງດ້ານທິດ ສະດີລົດ, ມີນໍ້າໃຈດຸໝັ່ນຂະຫຍັນ ພຽນ, ມີສະຕິຕໍ່ການຈັດຕັ້ງ, ມີລະ ບຽບວິໄນຢ່າງເຂັ້ມງວດ ແລະ ຮູ້ທີ່ຕັ້ງພາລະບົດບາດຂອງຕົນ ເອງໃນເວລາຮໍ່າຮຽນ, ນັກຮຽນ ທຸກຄົນຕ້ອງກຳແໜ້ນແນວຄິດ ການເມືອງ, ມີຄວາມອຸ່ນອຽນທຸນ ທ່ຽງຫ້າວຫັນຕໍ່ການຮໍ່າຮຽນ ແລະ ມີລັກສະນະຫັນປ່ຽນໃນທ່າ ກ້າວຮອບດ້ານ, ສ້າງໃຫ້ມີແບບ ແຜນຄຸນສົມບັດສິນທຳປະຕິວັດ ແລະ ສ້າງຄວາມສາມັກຄີກັບໝູ່ ເພື່ອນຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ຄອນສະຫວັນ ມິ່ງຈຳປາ ບານ ໄດ້ໂອ້ລົມ ແລະ ເນັ້ນໜັກ ໃຫ້ ຄະນະກົມວິຊາສະເພາະລົງໃກ້ ຊິດຕິດແທດຊີ້ນຳ-ນຳພາຢ່າງ ເລິກເຊິ່ງເຖິງຖ່ອງ ແລະ ໃຫ້ ເຂົ້າກັບສະພາບການຕົວຈິງ, ພ້ອມທັງຮຽກຮ້ອງໃຫ້ຄະນະ ພັກ-ຄະນະອຳນວຍການຕະ ຫຼອດຮອດຄູ-ອາຈານຈົ່ງພ້ອມ ກັນປະຕິບັດລະບຽບແບບແຜນ ວິທີເຮັດວຽກໃຫ້ເຂັ້ມງວດຈະ ແຈ້ງ, ສ້າງແຜນການຢ່າງມີວິ ທະຍາສາດ, ເປັນເຈົ້າການຊອກ ຮູ້ຮໍ່າຮຽນສິ່ງໃໝ່ໆທັນສະໄໝ ມາໝູນໃຊ້ເຂົ້າໃນແຜນການເຝິກ ອົບຮົມໃຫ້ແທດເໝາະກັບສະພາບ ຕົວຈິງ, ປັບປຸງແບບແຜນການ ຮຽນການສອນໃຫ້ເຂົ້າກັບລະບົບ ຕົວຈິງ ແລະ ແຜນການເຝິກອົບ ຮົມ, ນັກຮຽນທຸກສະຫາຍຕ້ອງ ເອົາໃຈໃສ່ປະຕິບັດລະບຽບການ ເຝິກອົບຮົມຢ່າງເຂັ້ມງວດ, ຕັ້ງ ໜ້າສຸມທຸກສະຕິປັນຍາເຫື່ອແຮງ ເຂົ້າໃນການສຶກສາຮໍ່າຮຽນ, ກໍາ ໃຫ້ໄດ້ຫຼັກການ, ທິດສະດີ, ມີ ຄວາມຊໍານານຄ່ອງແຄ່ວ ແລະ ຮັບປະກັນຄວາມປອດໄພໃນເວ ລານຳໃຊ້ພາຫະນະຕົວຈິງ, ປະ ຕິບັດມູນເຊື້ອຂອງກອງທັບ, ມີ ຄວາມສາມັກຄີຮັກແພງພາຍໃນ ກັບອ້າຍນ້ອງໝູ່ເພື່ອນດ້ວຍກັນ ໃຫ້ໜັກແໜ້ນ, ຕັ້ງໜ້າປະກອບ ສ່ວນເພີ່ມພູນຜະລິດຜົນທີ່ກົມ ກອງກຳນົດໄວ້, ຍົກສູງນໍ້າໃຈເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ຮໍ່າຮຽນເອົາຄຸນສົມບັດຂອງນັກ ຂັບຂີ່ທີ່ກຳນົດໄວ້ໃຫ້ໜັກແໜ້ນ, ຕັ້ງໜ້າປະກອບສ່ວນໃຫ້ກົມກອງ ຂອງຕົນເອງກາຍເປັນ ກົມກອງ ປອດໃສ ເຂັ້ມແຂງ ໜັກແໜ້ນ ເພື່ອເປັນການສ້າງເສດຖະກິດ ຂອງຊາດໃຫ້ຈະເລີນຮັ່ງມີຂຶ້ນ ໄປເລື້ອຍໆ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ