ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ລົງເຄື່ອນໄຫວຕິດຕາມກວດກາຂົງເຂດ ປກຊ - ປກສ ຢູ່ແຂວງຄຳມ່ວນ
ເວລາອອກຂ່າວ: 2020-09-20 15:09:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ໃນວັນທີ 15 ກັນຍາ 2020 ນີ້, ຄະນະກຳມະທິການປກຊ- ປກສ ສະພາແຫ່ງຊາດໄດ້ເຄື່ອນໄຫວຕິດຕາມ ກວດກາ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ແຂວງຄຳມ່ວນ, ເຊິ່ງນຳໂດຍສະຫາຍ ພົນຈັດຕະວາ ຄຳສຸກ ວີອິນທະວົງ ປະທານກຳມະທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ, ມີສະຫາຍ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຄຳມ່ວນ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ພະແນກການ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ໄດ້ລາຍງານໂດຍສັງເຂບໃນການເຄື່ອນໄຫວຊີ້ນຳຈັດຕັ້ງ ປະຕິບັດວຽກງານ ປກຊ-ປກສ ຂອງຄະນະພັກ-ຄະນະບັນຊາ ໃນແຕ່ລະກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຊິ່ງ ຄະນະພັກ-ຄະນະບັນຊາໄດ້ລົງໃກ້ຊິດຕິດຕາມກວດກາ ແລະໃຫ້ທິດຊີ້ນຳປະຕິບັດບັນດາໜ້າວຽກຕ່າງໆ ໃຫ້ໄດ້ຕາມແຜນການຂອງຂັ້ນເທິງ ກໍໍຄືແຜນວຽກແຕ່ລະກົມກອງ ພ້ອມທັງປະສານສົມທົບກັບ ແຂວງທີ່ໃກ້ຄຽງ ເພື່ອພ້ອມກັນ ແກ້ໄຂສະພາບທີ່ອາດເກີດຂື້ນໃຫ້ທັນເວລາ, ເວົ້າສະເພາະກໍາລັງປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານຢ່າງແທດເຖິງ, ພ້ອມນັ້ນ ຍັງໄດ້ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານ ເພື່ອເກັບກຳສະພາບການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫວັງດີ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ກໍ່ຄວາມບໍ່ສະຫງົບຕາມກຸ່ມບ້ານ ແລະ ຕາມຂອບເຂດຊາຍແດນທີ່ແຕ່ລະກົມກອງຮັບຜິດຊອບ, ເອົາໃຈໃສ່ເຄື່ອນໄຫວສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ຕາມແນວທາງນະໂຍບາຍຂອງພັກ ລັດ, ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດກຳແໜ້ນເຂົ້າໃຈບັນດາຂໍ້ກໍານົດ, ກົດລະບຽບ ຂອງກອງທັບ,ຂອງກຳລັງປ້ອງກັນຄວາມສະຫງົບ ເປັັນປະຈຳ, ສ້າງໃຫ້ພະນັກງານ- ນັກຮົບມີຄຸນທາດທາງດ້ານການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ,ມີສະຕິກຽມພ້ອມສູ້ຮົບ ແລະ ສູ້ຮົບດີ, ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງ ຂອງພັກ, ໃນນັ້ນໄດ້ເອົາໃຈໃສ່ປັບປຸງສ້າງທ່າສະໜາມສູ້ຮົບປ້ອງກັນບໍລິເວນ ຂັ້ນເມືອງໄດ້ສຳເລັດແລ້ວ 1 ເມືອງ, ຮັບຮອງບ້ານ ແລະ ຄອບຄົວປ້ອງກັນຊາດ ເຂັ້ມແຂງໄດ້ຈຳນວນ 7 ບ້ານ, ມີ 1,529 ຄອບຄົວ, ພ້ອມນັ້ນຍັງໄດ້ນຳໃຊ້ກຳລັງເຝົ້າລະວັງ ຕອບຕ້ານແລະຊ່ວຍເຫຼືອປະຊາຊົນໃນໄລຍະການປ້ອງກັນການແຜ່ລະບາດພະຍາດ ໂຄວິດ-19 . ກະກຽມ ພາຫະນະ 12 ຄັນ, ເພື່ອນຳສົ່ງແຮງງານລາວທີ່ເຂົ້າປະເທດຜ່ານດ່ານກວດກາເຂົ້າສູ່ສູນກັກກັນຕາມຈຸດຕ່າງໆ ມີຈຳນວນ 71 ຖ່ຽວຄັນ, ມີຈຳນວນພົນ 3,073 ຄົນ, ຈາກນັ້ນ ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ປະກອບ ຄຳຄິດຄຳເຫັນຊັກຖາມ, ເຈາະຈີ້ມ ເຖິງບັນຫາທີ່ຍັງຄົງຄ້າງ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເພື່ອພ້ອມກັນແກ້ໄຂ ໃຫ້ທັນເວລາຕື່ມອີກ. ໂດຍ : ວິໄລວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ